ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ ລາຍການຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020

11:35 | 16/01/2020

ຍສໝ - ຕອນຄ່ຳວັນທີ 14 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ໄດ້ສົມທົບກັບສະມາຄົມ ຫວຽດນາມ ປະຈຳລາວ ຈັດຕັ້ງລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”.

ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ, ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ; ທ່ານ ຫງວຽນ ຍູ່ຍ ຈູງ, ປະທານສະມາຄົມ ຫວຽດນາມ ປະຈຳ ລາວ; ບັນດາພະນັກງານຂອງສະຖານທູດ, ອົງການທີ່ຢູ່ໃກ້ຄຽງສະຖານທູດ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ຝ່າຍລາວ, ມີທ່ານ ສອນໄຊສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ ລາຍການຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ກ່າວຄຳເຫັນທີ່ລາຍການ “ບຸນເຕັດມິດຕະພາບຫວຽດນາມ - ລາວ, ສະເຫຼີມສະຫຼອງປີໃໝ່ປະຈຳຊາດຫວຽດນາມ ປີ 2020”. (ພາບ: TTXVN)

ກ່າວຄຳເຫັນທີ່ລາຍການ “ຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020”, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ ປີ 2019 ການພົວພັນຫວຽດນາມ - ລາວ ແລະ ການພັດທະນາຂອງສອງປະເທດ ບັນລຸໝາກຜົນດີ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ປະຊາຊົນຂອງສອງປະເທດ ໄດ້ຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ແລະ ສືບຕໍ່ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ເສດຖະກິດຂອງສອງປະເທດສືບຕໍ່ ຂະຫຍາຍຕົວໃນລະດັບສູງສຸດໃນອາຊີ. ທ່ານເອກອັກຄະລັດຖະທູດ ກ່າວວ່າ, ກອງປະຊຸມຄັ້ງທີ 42 ຂອງຄະນະກຳມະການຮ່ວມມື ຫວຽດນາມ - ລາວ ໃນມໍ່ໆນີ້ໄດ້ປະສົບຜົນສຳເລັດດ້ວຍບັນດາຂໍ້ຕົກລົງທີ່ສຳຄັນຫຼາຍຢ່າງ, ເປີດໄລຍະການຮ່ວມມືໃໝ່, ສະແດງໃຫ້ເຫັນວ່າປີ 2020 ຈະເປັນປີແມ່ນມີຄວາມຟົດເຟືອນ ແລະ ໝາກຜົນໃນການພົວພັນລະຫວ່າງສອງປະເທດ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ທັນການ, ປະສິດທິຜົນ ສຳລັບພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນອະດີດ, ພ້ອມທັງການປົກປ້ອງ ແລະ ການພັດທະນາຂອງປະເທດລາວໃນປະຈຸບັນ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ ແລະ ລາວ ຈະໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຂອງການປົກປ້ອງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືດ້ານການພັດທະນາໃນພາກພື້ນ ແລະ ໃນໂລກ.

ສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ ລາຍການຕ້ອນຮັບປີໃໝ່ປະຈຳຊາດຫວຽດນາມ ປີ 2020

ບັນດາ ບົດເພງກ່ຽວກັບຄວາມສາມັກຄີ ແລະ ມິດຕະພາບລະຫວ່າງສອງປະເທດ ທີ່ລາຍການ “ບຸນເຕັດມິດຕະພາບຫວຽດນາມ - ລາວ, ສະເຫຼີມສະຫຼອງປີໃໝ່ປະຈຳຊາດຫວຽດນາມ ປີ 2020”. (ພາບ: TTXVN)

ໃນບັນຍາກາດທີ່ອົບອຸ່ນ, ຈິງໃຈ, ສະໜິດສະໜົມ ແລະ ມີຄວາມຮັກແພງໄມຕີຈິດອັນດູດດື່ມອ້າຍນ້ອງ ລາວ - ຫວຽດນາມ, ບັນດາຜູ້ນຳ ແລະ ແຂກໄດ້ຊິມອາຫານພິເສດຕາມປະເພນີໃນວັນປີໃໝ່ປະຈຳຊາດຫວຽດນາມ, ບັນດາບົດເພງກ່ຽວກັບຄວາມສາມັກຄີ ແລະ ມິດຕະພາບລະຫວ່າງສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.