ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19

07:46 | 25/03/2020

ຍສໝ - ໃນການແຈ້ງການ ວັນທີ 24 ມີນານີ້, ທະນາຄານພັດທະນາອາຊີ (ADB) ກ່າວວ່າ ຈະກຽມພ້ອມ ແລ້ວ ທີ່ໃຫ້ການສະໜັບສະໜູນ ຢ່າງທັນເວລາ ຕໍ່ລັດຖະບານ ຫວຽດນາມ ເພື່ອຕອບສະໜອງຕໍ່ການລະບາດພະຍາດ Covid-19.

ອີງຕາມການປະກາດ, ທະນາຄານພັດທະນາ ອາຊີ (ADB) ໄດ້ເປີດບ້ວງເງິນໜູນຊ່ວຍໃນເບື້ອງຕົ້ນມີມູນຄ່່າ 6,5 ຕື້ USD ເພື່ອຕອບສະໜອງຄວາມຕ້ອງການໃນຕໍ່ໜ້າຂອງບັນດາປະເທດສະມາຊິກ, ໃນນັ້ນມີຫວຽດນາມ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19 ແລະ ຈະສະໜອງບ້ວງເງິນໜູນຊ່ວຍເພີ່ມເຕີມເມື່ອມີຄວາມຈໍາເປັນ.

ທ່ານ Masatsugu Asakawa, ປະທານທະນາຄານພັດທະນາ ອາຊີ ຢັ້ງຢືນວ່າ: ທະນາຄານພັດທະນາອາຊີ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ຊ່ວຍລັດຖະບານຫວຽດນາມສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19. ພວກຂ້າພະເຈົ້າຈະຄິດໄລ່ຊັ່ງຊາບັນດາມາດຕະການທັງໝົດ ເພື່ອຮັບປະກັນວ່າ ທຸກບ້ວງເງິນໜູນຊ່ວຍຈະໄດ້ຮັບການໃຫ້ສັດຕະຍາບັນໂດຍໄວ ແລະ ໄດ້ປ່ອຍເງິນຢ່າງທັນເວລາ.

ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19

ທ່ານ Masatsugu Asakawa, ປະທານ ADB ໄດ້ຍ້ອງຍໍລັດຖະບານ ຫວຽດນາມ ທີ່ໄດ້ມີການກະທຳຢ່າງທັນການ ແລະ ມີປະສິດທິຜົນເພື່ອຕ້ານໂລກລະບາດ. (ພາບປະກອບ: laodongthudo)

ທ່ານ Masatsugu Asakawa ປະທານທະນາຄານພັດທະນາອາຊີ ໄດ້ຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມ ໄດ້ມີບັນດາການກະທໍາທີ່ທັນການ ແລະ ມີປະສິດທິຜົນ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19; ແລະ ຊົມເຊີຍເລື່ອງລັດຖະບານຫວຽດນາມ ມີຄວາມເອົາໃຈໃສ່ການຮັກສາສະພາບເສດຖະກິດ ແລະ ການເຕີບໂຕເປັນປົກກະຕິໃນໄລຍະກາງ ແລະ ໄລຍະຍາວ, ລວມທັງຜ່ານການຮັບຮອງເອົາການເປີດກວ້າງການລົງທຶນພາກລັດ ແລະ ເພີ່ມບັນດາຕາໜ່າງຮັບປະກັນຊີວິດສັງຄົມໃຫ້ແກ່ບັນດາຄອບຄົວທຸກຍາກ ທີ່ມີຄວາມສ່ຽງສູງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.