ດ່ານັ້ງ: ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ຽນ ​ຄັ້ງ​ທີ 36 ຢ່າງ​ລອບ​ຄອ​ບ​ຖີ່​ຖ້ວນ

13:16 | 06/03/2020

ຍສໝ - ວັນທີ 5 ມີນາ, ຢູ່ສູນກອງປະຊຸມສາກົນ Ariyana ນະຄອນ ດ່ານັ້ງ, ຄະນະຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ໄດ້ດຳເນີນການກວດກາຄືນວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36.

ດ່ານັ້ງ: ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ຽນ ​ຄັ້ງ​ທີ 36 ຢ່າງ​ລອບ​ຄອ​ບ​ຖີ່​ຖ້ວນ

ພາບປະກອບ

ໃນສະພາບໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນຄືໃນປັດຈຸບັນ, ນະຄອນດ່ານັ້ງໄດ້ກະກຽມວິທີການດີທີ່ສຸດເພື່ອຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ແກ່ບັນດາຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມນັບແຕ່ຕອນລົງຍົນຈົນຮອດສະຖານທີ່ ປະຊຸມ ແລະ ໂຮງແຮມບ່ອນທີ່ຄະນະພັກເຊົາຄື: ຂ້າເຊື້ອ, ວັດແທກອຸນຫະພູມຮ່າງກາຍ, ທຳຄວາມສະອາດສະຖານທີ່ປະຊຸມ, ຮາກຖານພັກເຊົາຕ່າງ. ຕອນເຊົ້າວັນທີ 4 ມີນາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ທາງເຄືອຂ່າຍອິນເຕີແນັດຢູ່ 224 ສະຖານທີ່.

ເຊື້ອພະຍາດ Covid-19 ຍັງມີການຜັນແປຢ່າງສັບສົນ, ຍ້ອນເຫດນັ້ນ, ເພື່ອປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ໃຫ້ດີກວ່າອີກ, ທ່ານ ຫວູດຶກດາມ ຮຽກຮ້ອງບັນດາກໍາລັງກອງທັບຄວນສືບຕໍ່ຊາບຊຶມຄໍາສັ່ງຂອງທຸກຂັ້ນ, ການແນະນໍາຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ; ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນຮັບຮູ້ກ່ຽວກັບເຊື້ອພະຍາດ, ຫຼີກລ້ຽງແນວຄິດອັດຕະວິໄສ, ແຕ່ກໍ່ບໍ່ກະວົນກະວາຍ, ເປັນຫ່ວງເປັນໃຍ. ດ້ວຍຜົນສໍາເລັດຂອງການຝຶກຊ້ອມ ແລະໝາກຜົນ, ຜົນງານເຊິ່ງກໍາລັງກອງທັບບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ຫວູດຶກດາມ ເຊື່ອໝັ້ນວ່າ ກອງທັບຈະສືບຕໍ່ຄຽງບາຄຽງໄຫຼ່, ໄປນໍາໜ້າ, ເຂົ້າຮ່ວມຢ່າງມີປະສິດທິຜົນ, ພ້ອມກັບທົ່ວປະເທດຮັບມືກັບເຊື້ອພະຍາດ Covid-19 ໃນໄລຍະຈະມາເຖິງສໍາເລັດຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.