ຍສໝ - ຕອນບ່າຍວັນທີ 5 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ ແລະ ການສຶກສາສະພາແຫ່ງຊາດ, ປະທານສະມາຄົມ ໄດ້ເຂົ້າຮ່ວມພິທີອວຍພອນ ສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2567.
ຍສໝ - ນັ້ນແມ່ນຄຳບັນລະຍາຍຂອງນັກສຶກສາລາວຫຼາຍຄົນເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ລາວ 2567 ຕາມປະຕິທິນທາງພຸດທະສາສະໜາຈັດຕັ້ງໂດຍສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ໃນວັນທີ 6 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ສະຫາຍຜູ້ປະຈຳການຄະນະເລຂາທິການ ນາງ ເຈື່ອງທິມາຍ ຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຍີ່ປຸ່ນ ເປັນສຳຄັນຢ່າງສະເໝີຕົ້ນສະເໝີປາຍ.
ຍສໝ - ວັນທີ 3 ເມສານີ້, ຢູ່ແຂວງ ຫຼວງພະບາງ, ພາກເໜືອຂອງ ລາວ, ໄດ້ດຳເນີນການສຳມະນາ “ການສ້າງໂອກາດໃໝ່ໃນຍຸກແຫ່ງການປ່ຽນແປງ” ໂດຍອົງການກອງທຶນເງິນຕາສາກົນ (IMF) ແລະ ທະນາຄານແຫ່ງ ສປປ ລາວ ຈັດຕັ້ງ.ນີ້ແມ່ນເຫດການຂັ້ນສູງຢູ່ນອກບັນດາລະບົບກອງປະຊຸມຜູ້ວ່າການທະນາຄານສູນກາງ ແລະ ບັນດາລັດຖະມົນຕີການເງິນ ອາຊຽນ ປີ 2024.
ຍສໝ - ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ວັນທີ 3 ເມສາ 2024, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຕ້ອນຮັບທ່ານ ລິວນິງ, ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າ Choang ກວາງຊີ (ຈີນ)
ຍສໝ - ຕອນບ່າຍວັນທີ 3 ເມສານີ້, ຢູ່ແຂວງຫຼວງພະບາງ, ທາງພາກເໜືອຂອງລາວ, ໄດ້ດຳເນີນພິທີເປີດຕົວລະບົບຊຳລະສະສາງຂ້າມຊາຍແດນ ດ້ວຍການສະແກນລະຫັດ QR ລະຫວ່າງລາວ ແລະ ໄທ, ເພື່ອຊຸກຍູ້ການພັດທະນາເເບບຍືນຢົງ, ຊຸກຍູ້ການປ່ຽນແປງໃໝ່ ແລະ ເຂົ້າເຖິງບັນດາການບໍລິການດ້ານການເງິນເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ.
ຍສໝ - ຊຸດບຳລຸງພາສາ ລາວ ປີ 2024 ເປັນຫຼັກສູດທຳອິດໃນຂອບເຂດໂຄງການຮ່ວມມືບຳລຸງສ້າງລະຫວ່າງແຂວງ ດ້ຽນບຽນ ແລະ ບັນດາແຂວງພາກເໜືອຂອງ ລາວ, ໄລຍະ 2021-2025, ການກຳນົດທິດຮອດປີ 2030.
ບຳລຸງສ້າງນັກສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ
ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່
ຍສໝ - ທ່ານໂຄສົກກະຊວງການຕ່າງປະເທດ ຫວຽດນາມ ນາງ ຟ້າມທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວທີ່ສະເໜີຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິເລກທີ 2728 ກ່ຽວກັບການຢຸດຍິງຢູ່ເຂດ Gaza.
ຍສໝ - ຄະນະປະຕິບັດງານຂອງ 02 ແຂວງ ກວາງບິ່ງ, ດົ່ງນາຍ (ຫວຽດນາມ) ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ (ລາວ) ແລະ ແຂວງ Kampong Thom (ກຳປູເຈຍ) ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol chnam Thmay.
ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.
ຍສໝ - ທ່ານປະທານສະພາແຫ່ງຊາດ Jussi Halla-aho ຢືນຢັນວ່າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການຮ່ວມມືໃນບັນດາຂົງເຂດທີ່ ແຟງລັງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດຂອງບັນດາວິສາຫະກິດ ແຟງລັງ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...
ຍສໝ - ວັນທີ 24 ມີນານີ້, ຫໍພັກນັກສຶກສາ ລາວ ຢູ່ນະຄອນ ໂຮ່ຈິມິນ ສົມທົບກັບຫ້ອງການຕຳຫຼວດປ້ອງກັນອັກຄີໄພ ແລະ ກູ້ໄພກູ້ຊີບຕຳ ຫຼວດເມືອງ 3 ຈັດຕັ້ງລາຍການອົບຮົມທັກສະການປ້ອງກັນອັກຄີໄພໃຫ້ນັກສຶກສາທີ່ພັກຢູ່ຫໍພັກ.
ຍສໝ - ທ່ານເອກອັກຄະລັດຖະທູດ ເຢື່ອງຫາຍນາມ ໃຫ້ຮູ້ວ່າ ການພັດທະນາ ແລະ ເຊື່ອມໂຍງຂອງປະຊາຄົມຊາວ ຫວຽດນາມ ຢູ່ Moravoslezsky ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີທີ່ຕັ້ງຂອງຊາວ ຫວຽດນາມ ຢູ່ ສ.ເຊັກໂກ.
ຍສໝ - ນີ້ແມ່ນຄຳຢືນຢັນຂອງທ່ານນາງ ຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງທ້ວນ ໃນວັນທີ 26 ມີນາ.
ຍສໝ - ວັນທີ 25 ມີນາ, ຄະນະກໍາມະການລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ໄດ້ສົມທົບກັນຈັດຕັ້ງ “ເວທີປາໄສວິສາຫະກິດ: ເພີ່ມທະວີການພົວພັນດ້ານເສດຖະກິດ ຫວຽດນາມ - ການາດາ ໃນຂອບເຂດ CPTPP”.
ຍສໝ - ກົມຄວບຄຸມພະຍາດຕິດແປດ, ກະຊວງສາທາລະນະສຸກ ລາວ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນໃນທົ່ວປະເທດ ລະມັດລະວັງຕໍ່ຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດດຳ ພາຍຫຼັງທີ່ປະເທດກນີ້ ກວດພົບເຖິງຄົນຕິດເຊື້ອພະຍາດ 54 ຄົນ ໃນ 2 ເມືອງຂອງແຂວງ ຈໍາປາສັກ, ພາກໃຕ້ລາວ ໃນເດືອນມີນາ.
ຍສໝ - ວັນທີ 25 ມີນານີ້, ບຸນຄ້າຍພາສາ ແລະ ວັດທະນະທຳ ຫວຽດນາມ ໄດ້ເປີດຢູ່ແຂວງ ໜອງຄາຍ ຂຶ້ນກັບພາກຕາເວັນອອກສຽງເໜືອຂອງໄທ. ນີ້ແມ່ນປີທຳອິດທີ່ລາຍການໄດ້ຮັບການຈັດຕັ້ງ, ໃຫ້ນັກຮຽນ ແລະ ໄວໜຸ່ມ ໄທ ມີບ່ອນລະຫຼິ້ນທີ່ໜ້າສົນໃຈ ແລະ ມີປະໂຫຍດ ເພື່ອຊອກຮູ້ພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ວັນທີ 25 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເປັນປະທານການພົບປະສົນທະນາຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອາເມລິກາ ຄັ້ງທຳອິດ.
ຍສໝ - ສະມາຊິກສະພາສູງ Kristen Gillibrand ຢືນຢັນວ່າ: ອາເມລິກາ ປາດຖະໜາຢາກເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຈາກບັນດາຂົງເຂດສຳຄັນໄປສູ່ທິດໃໝ່.
ຍສໝ - ທ່ານຮັກສາການແທນປະທານປະເທດ ຫວໍຖິແອັງຊ່ວນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທະນາຄານໂລກ (WB) ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍ ຫວຽດນາມ ໃນຂະບວນການພັດທະນາ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຫວັງວ່າ ໃນຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ ໄທ Nikorndej Balankura ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນແລ້ວ, ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນຫວຽດນາມ ນຳໜ້າໂດຍທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ຟ້າມທິແທັງຈາ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍທ່ານ ສອນໄຊ ສີພັນດອນ - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ.
ຍສໝ - ທີ່ກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະໄດ້ຊົມເຊີຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ທີ່ໄດ້ເປັນປະທານປະຊາຄົມວັດທະນະທໍາ-ສັງຄົມອາຊຽນ 2024 ແລະໃຫ້ການສະໜັບສະໜູນຢ່າງແຮງ ດ້ວຍຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.
ຍສໝ - ບຸນວົກນ້ຳ ແມ່ນພິທີກຳວັດທະນະທຳທາງດ້ານຈິດໃຈຂອງຊາວເຜົ່າລາວ ຢູ່ເມືອງ ຕ່າມເດືອງ, ແຂວງ ລາຍເຈົ່າ ເພື່ອພາວະນາຂໍໃຫ້ເປັນປີທີ່ດິນຟ້າອາກາດເອື້ອອຳ, ສັບພະສິ່ງງອກງາມ, ທຸກຄອບຄົວມີຄວາມຜາສຸກ, ສະຫງົບສຸກ. ຫຼາຍປີມານີ້ ງານບຸນໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໄປ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 25 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງ ນາງ ຟ້າມທິແທງຈາ ເປັນຫົວໜ້າຄະນະ ໄດ້ມີການໂອ້ລົມເຈລະຈາກັບຄະນະຜູ້ແທນກະຊວງພາຍໃນ ລາວ ໂດຍທ່ານລັດຖະມົນຕີກະຊວງ ທອງຈັນ ມະນີໄຊ ເປັນຫົວໜ້າຄະນະ. ເຂົ້າຮ່ວມການໂອ້ລົມເຈລະຈາ ຍັງມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ.
ຍສໝ - ວັນທີ 25 ມີນາ, ຄະນະກໍາມະການລັດຫວຽດນາມ ຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ແລະ ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ໄດ້ສົມທົບກັນຈັດຕັ້ງ “ເວທີປາໄສວິສາຫະກິດ: ເພີ່ມທະວີການພົວພັນດ້ານເສດຖະກິດ ຫວຽດນາມ - ການາດາ ໃນຂອບເຂດ CPTPP”.
ຍສໝ - ຫົວໜ້າຄະນະກຳມະການສາກົນຂອງພັກແຮງງານ ເກົາຫຼີເໜືອ ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນ ເກົາຫຼີເໜືອ ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ.