ຍສໝ - ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ.
ຍສໝ - ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ, ຊົມເຊີຍຜົນງານພົວພັນຕ່າງປະເທດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ໃນນັ້ນມີການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຕີລາຄາສູງບົດບາດນັບມື້ນັບພົ້ນເດັ່ນຂອງຫວຽດນາມ ໃນເວທີສາກົນ ແລະຢູ່ພາກພື້ນ.
ຍີ່ປຸ່ນ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງກັບ ຫວຽດນາມ; ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນວິວັດການພັດທະນາ.
ຍສໝ - ທີ່ການເຮັດວຽກ, ທ່ານຈິ້ງກວັກແຄ໊ງ ກໍ່ໄດ້ແນະນຳກ່ຽວກັບທ່ານ ດັ່ງມິງຄອຍ ບັນດາຄວາມສະດວກ ກໍ່ຄືຄວາມທຸກຍາກໃນການເຄື່ອນໄຫວຂອງສະມາຄົມ ແລະ ຄູ່ຮ່ວມມືແມ່ນ ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ.
ຜົນເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ໃນວັນທີ26 ເມສາ 2021 ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ຍສໝ - ຕາມກະຊວງການຕ່າງປະເທດ, ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການເຈລະຈາ ຢູ່ນະຄອນ Bogor (ອິນໂດເນເຊຍ). ຕາມນັ້ນແລ້ວ, ທັງສອງຝ່າຍເຫັນດີໃຫ້ສຳເລັດການເຈລະຈາໂດຍໃວ ກ່ຽວກັບເຂດແດນເຂດເສດຖະກິດສິດພິເສດ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ປາດຖະໜາວ່າ ສອງພັກ, ສອງປະເທດຫວຽດນາມ ແລະ ຈີນ ຈະສືບຕໍ່ມານະພະຍາຍາມຮັກສາສະພາບແວດລ້ອມສັນຕິພາບ ແລະ ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຊຶ່ງກັນ ແລະ ກັນ.
ຫວ່າງມໍ່ໆນີ້, ໂດຍໄດ້ຮັບການສະໜັບສະໜູນ ຈາກສະມາຄົມມິດຕະພາບຫວຽດນາມ - ຝຣັ່ງ, ສະມາຄົມກາແດງແຂວງ ຫວິງລອງ ໄດ້ລະດົມເງິນ ຫຼາຍກວ່າ 80 ລ້ານດົ່ງ ເພື່ອສະໜັບສະໜູນຫ້ອງອ່ານໜັງສືສຳລັບໂຮງຮຽນໃນແຂວງ ຫວິງລອງ - ຫວຽດນາມ.
ໃນວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ຈໍານວນ 113 ຄົນ, ສູງສຸດ ຕັ້ງແຕ່ມີການລະບາດຂອງເຊື້ອ ມາແຕ່ປີ 2020, ຜູ້ຕິດເຊື້ອສະສົມລວມ 436 ຄົນ ແລະ ເສຍຊີວິດ 0 ຄົນ.
ຮຸ່ງເຊົ້າວັນທີ 24 ເມສາ, ເຮືອບິນ C-17 ຂອງທະຫານອາກາດລາດຊະວົງອົດສະຕາລີ ໄດ້ບັນທຸກສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 32 ຄົນ ຈາກ ສ.ຊູດັງໃຕ້ ກັບເມືອປະເທດຄັ້ງທີ 2, ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນສາກົນໂນ້ຍບ່າຍ. ກ່ອນໜ້ານັ້ນ, ສະມາຊິກຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຈໍານວນ 31 ຄົນ ໄດ້ກັບເມືອປະເທດໃນຄັ້ງທີ 1 ຢ່າງປອດໄພແລ້ວ.
ຍສມ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ ທີ່ສຳນັກງານໃຫຍ່ຂອງກອງເລຂາອາຊຽນ ຢູ່ນະຄອນຫຼວງຈາກາຕາ.
ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.
ຍສໝ - ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບ ປະເທດບຣູໄນ, ພ້ອມທັງຢືນຢັນວ່າ ຫວຽດນາມຈະສະໜັບສະໜູນບົດບາດເປັນປະທານອາຊຽນ 2021 ຂອງບຣູໄນ.
ຕອນເຊົ້າວັນທີ 24 ເມສາ, ທີ່ນະຄອນຫລວງ ວຽງຈັນ, ລາວ, ພະອາຈານໃຫຍ່ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກ ນະຄອນຫລວງ ວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ເນື່ອງໃນໂອກາດເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ເປັນຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ, ວັນທີ 23 ເມສາ, ເວັບໄຊຂອງວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ (Eurasia Review) ໄດ້ລົງບົດຂຽນສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນຍຸດທະສາດທີ່ນັບມື້ນັບພັດທະນາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.
ເປັນຄັ້ງທຳອິດຫວຽດນາມ ມີກ່ຳປັ່ນຄົ້ນຄວ້າທະເລ ແລະ ເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອຢາງປລາດຕິກມະຫາສະມຸດ.
ຍສໝ - ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ ບັນດາຮາກຖານປິ່ນປົວຂອງກໍາປູເຈຍ ຈະເຊື່ອມຕໍ່ກັບຫວຽດນາມ ແລະຫວຽດນາມ ຈະຈັດສົ່ງທ່ານໝໍ, ນັກຊ່ຽວຊານໄປແລກປ່ຽນພ້ອມກັບທ່ານໝໍຂອງກໍາປູເຈຍ ເພື່ອປິ່ນປົວໃຫ້ມີປະສິດທິຜົນໃຫ້ດີທີ່ສຸດ.
ຍສໝ - ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນເກິ່ນເມີໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານນາງ Marie C. Damour ຫົວໜ້າກົງສູນໃຫຍ່ອາເມລິກາ ປະຈຳ ນະຄອນໂຮ່ຈີມິນ, ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບຂໍ້ມູມກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາການກຳນົດທິດພັດທະນາຂອງນະຄອນໃນບັນດາຂົງເຂດຄື: ການສຶກສາ, ສາທາລະນະສຸກ, ການຮ່ວມມືສົ່ງເສີມການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ເຂົ້າຮ່ວມເຫດການ, ມີການເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ. ລາວປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ທ່ານພົນຕີ ຫງວຽນຕ໊ຽນລອງ, ອະດີດຜູ້ຮັບຜິດຊອບດ້ານການເມືອງທະຫານເຂດ 3, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມກັບບັນດາສະມາຊິກ ຂອງ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ພະນັກງານສະຖານທູດ ລາວ ປະຈຳ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ເຫັນດີຊຸກຍູ້ການເຈລະຈາກ່ຽວກັບລະບຽບການເດີນທາງບູລິມະສິດ ລະຫວ່າງຫວຽດນາມ ແລະ ສິງກະໂປ, ສືບຕໍ່ເປີດການບິນການຄ້າທີ່ປອດໄພຕາມສະພາບການຂອງແຕ່ລະປະເທດ ແລະ ພາກພື້ນ.
ຍສໝ - ເນື່ອງໃນໂອກາດທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໃນວັນທີ 21 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດໂປແລນ Zbigniew Rau ໄດ້ມີການໂອລົມສົນທະນາ ເພື່ອສະແດງຄວາມຊົມເຊີຍ.
ຍສໝ - ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີລາຄາສູງຜົນງານຂອງເວທີປາໄສໃນຕະຫຼອດ 20 ປີຜ່ານມາ, ປາດຖະໜາວ່າເວທີປາໄສສືບຕໍ່ແມ່ນບ່ອນແລກປ່ຽນລະຫວ່າງນັກການເມືອງ, ນັກຄົ້ນຄວ້າ, ວິສາຫະກິດບັນດາປະເທດກ່ຽວກັບບັນດາບັນຫາສໍາຄັນຂອງພາກພື້ນ.
ຍສໝ - ເພື່ອເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ບັນດາການເຄື່ອນໄຫວຂອງສະມາຄົມ, ບັນດາສະມາຊິກໃນຄະນະປະຈຳ ໄດ້ເຫັນດີເປັນເອກະພາບ ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບເນື້ອໃນການປະຕິບັດງານຖະແຫຼງຂ່າວ, ໂຄສະນາໃນເວັບໄຊ ແລະ ສື່ສັງຄົມອອນລາຍ Facebook ຂອງສະມາຄົມໃຫ້ທັນການ ແລະ ອຸດົມສົມບູນ.
ຍສໝ - ຊາວຫວຽດນາມ ເຊື້ອຊາດລາວ ໃນບໍລິເວນເມືອງ ບວນດົນໄດ້ດຳລົງຊີວິດສຸມໃສ່ຢູ່ຕາແສງ ກຣົງນາ. ທຸກປີເມື່ອບຸນປີໃໝ່ວຽນມາ, ຄະນະພັກ, ອຳນາດການປົກຄອງເມືອງໄດ້ຈັດຕັ້ງວັນບຸນຕາມພິທີກຳ, ປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້.
ຍສໝ - ໂດຍໄດ້ຮັບການມອບສິດຈາກການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຮຸ່ງທັ້ງ, ຮອງຫົວໜ້າ, ເສນາທິການໃຫຍ່ກົມໃຫຍ່ພະລາທິການເນັ້ນໜັກວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ.
ຍສໝ - ທີ່ການເຮັດວຽກ, ທ່ານ ປະທານ VSFA ຫວູວຽກງວານ ໄດ້ສະເໜີແຜນການສ້າງເວທີປາໄສມິດຕະພາບ ຫວຽດນາມ ສິງກະໂປພາຍຫຼັງຝັກໃຝ່, ປຶກສາຫາລື ກັບຫຼາຍອົງການຂອງ ຫວຽດນາມ ແລະ ສິງກາໂປມາເປັນໄລຍະໜຶ່ງ ແລະ ໄດ້ຮັບການຕ້ອບສະໜອງທີ່ຕັ້ງໜ້າ.
ຍສໝ - ທີ່ການຕ້ອນຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ບັນດາການສະໜັບສະໜູນຣູມານີສຳລັບ ຫວຽດນາມ ໃນເມື່ອກ່ອນ. ປະເທດ ແລະ ປະຊາຊົນ ຣູມານີຍາມໃດກໍ່ສະຫງວນໃຫ້ແກ່ຫວຽດນາມ ການໜູນຊ່ວຍອັນລ້ຳຄ່ານັບແຕ່ຊຸມປີ 50 ຂອງສະຕະວັນກ່ອນ, ໃນໄລຍະສົງຄາມ ແລະ ສ້າງສາ ປະເທດຊາດ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.