VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ

VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ

ຍ​ສ​ໝ - ທ່ານນາງປະທານ VUFO ຫງວຽນ​ເຟືອງ​ງາ ແລະ ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູ​ເວືອງວຽດ ໄດ້ມອບຊໍ່ດອກໄມ້ ແລະ ພ້ອມກັນນັ້ນກໍ່ໄດ້ສົ່ງຄຳ​ອວຍ​ພອນໄປ​ຍັງທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Chay Navuth ພ້ອມ​ດ້ວຍພັນລະຍາ ແລະ ພະນັກງານທັງ ໝົດ ຂອງສະຖານທູດກຳປູເຈຍ ປະຈຳ ຫວຽດນາມຈົ່ງມີສຸຂະພາບທີ່​ເຂັ້ມ​ແຂວງ ,ມີ​ຄວາມສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນປີ ໃໝ່.

ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ

ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ

ຍສໝ - ລັດຖະບານຊຸດໃໝ່ຂອງ ຫວຽດນາມ ຈະສຸມໃສ່ການປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ດ້ວຍບັນດາເປົ້າໝາຍ ແລະ ດັດຊະນີໃຫ້ແກ່ໄລຍະຕໍ່ໄປ, ພ້ອມທັງສືບຕໍ່ຊຸກຍູ້ການສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ແລະ ຍົກສູງເນື້ອໃນຈິດໃຈລະບຽບການບໍລິຫານ, ໃນນັ້ນມີທັດສະນະຕ້ານການສໍ້ລາດບັງຫຼວງ ຢ່າງແຮງ.

ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)

ຮ່າຕິງ ມອບໂຄງການສຸກສາລາ ບ້ານ ມາກເຟືອງໃຫ້ແກ່ແຂວງ ຄຳມ່ວນ (ລາວ)

ຍ​ສ​ໝ - ຕາມ​ໜັງ​ສື​ພິມ​ຮ່າ​ຕິງ​ແລ້ວ, ປີ 2020, ແຂວງ​ຮ່າ​ຕິງ​ໄດ້​ໜູນ​ຊ່ວຍ​ແຂວງ​ຄຳ​ມ່ວນ​ສ້າງ ບ້ານ​ມາກ​ເຟືອງ, ເມືອງ​ນາ​ກາຍ, ແຂວງ​ຄຳ​ມ່ວນ ທີ່​ມີ​ມຸ​ນ​ຄ່າ 2 ຕື້ ດົ່ງ. ພາຍຫຼັງ​ການ​ກໍ່​ສ້າງ​ມາ​ເປັນ​ເວ​ລາ 7 ເດືອນ, ມາ​ຮອດ​ປັດ​ຈຸ​ບັນ ໂຄງ​ການ​ໄດ້​ກໍ່​ສ້າງ​ສຳ​ເລັດ ​ແລະ​ນຳ​ເຂົ້າ​ການ​ເຄື່ອນ​ໄຫວ.

ຢາ​ລາຍມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ

ຢາ​ລາຍມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອ​ງ​ຂວັນ, ທ່ານພັນ​ເອກ ເຈິ່ນ​ຕຽນ​ຫ໋າຍ, ຜູ້​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຢາ​ລາຍ​ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ທີ່​ດີ, ວິ​ທີ​ການ​ເຮັດ​ວຽກ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ປົກ​ປ້ອງ​ເຂດ​ຊາຍ​ແດນ, ປ້ອງ​ກັນ ຕ້ານ​ອາດ​ຊະ​ຍາ​ກຳ​ຊະ​ນິດ​ຕ່າງໆ ແລະ ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ພິ​ເສດ​ແມ່ນ​ໂລກ​ລະ​ບາດ​ໂຄວິດ - 19.

ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020

ບິ່ງ​ດິ້ງ​ຕ້ອນ​ຮັບ​ເງິນ​ໜູນ​ຊ່ວຍເປັນ​ຈຳ​ນວນ 17,2 ລ້ານ USD ​ຈາ​ກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ 2011 – 2020

ຍ​ສໝ - ລາຍ​ງານ​ທີ່ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ 10 ປີ​ແຫ່ງ​ການ​ລະ​ດົມ​ເງິນ​ໜູນ​ຊ່ວຍ​ຈາກ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ສະ​ແດງ​ໃຫ້​ເປັນ​ວ່າ ທົ່ວ​ແຂວງ ບິ່ງ​ດິງ ໄດ້​ຮັບ​ 278 ໂຄງ​ການ, ດ້ວຍງົ​ບ​ປະ​ມານ 17,2 ລ້ານ USD.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ນາຍົກລັດຖະມົນຕີ ລາວ-ຍີ່ປຸ່ນ ສົນທະນາທາງໄກ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 3,5 ປີ​​ທີ່ ທ່ານ ແລະ ຄອບ​ຄົວ​ຢູ່ ຫວຽດ​ນາມ. ທ່ານ​ຮູ້​ສຶກ​ພໍ​ໃຈ​ຕໍ່​ວຽກ​ງານ​ໃນ​ອາ​ຍຸ​ການ​ຂອງ​ຕົນ, ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ເມັດ​ຕາ​ປາ​ນີ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ຊຸມວັນວັດທະນະທໍາ ສ.ເກົາຫຼີ ຢູ່ ກວ໋າງນາມ ປີ 2021

ວັນທີ 6 ເມສາ, ສູນວັດທະນະທໍາສ.ເກົາຫຼີ ຢູ່ຫວຽດນາມ ໃຫ້ຂ່າວວ່າ, ສະຖານທູດສ.ເກົາຫຼີ ປະຈໍາ ຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວ໋າງນາມ ຈັດຕັ້ງ “ຊຸມວັນວັດທະນະທໍາສ.ເກົາຫຼີ ຢູ່ກວ໋າງນາມ ປີ 2021” ຂຶ້ນໃນລະຫວ່າງວັນທີ 7-14 ເມສາ ຢູ່ນະຄອນຕາມກີ່ ແລະນະຄອນໂຮ້ຍອານ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸ້ງ ອວຍພອນບຸນປີໃໝ່ສະຖານທູດລາວ

ຍສໝ - ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍປະເທດລາວ ໃນການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຄັ້ງທີ 9 ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ຍສໝ - ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ.

ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021

ດົ່ງນາຍ: ມີຜູ້ແທນປະມານ 350 ຄົນຈະເຂົ້າຮ່ວມການພົບປະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2021

ຍ​ສ​ໝ - ຕາມທ່ານ ຫງວຽນແທັງ​ຈີ໊ ປະທານສະຫະພັນບັນດາອົງການມິດຕະພາບແຂວງເງ້ອານ ແລ້ວ, ໂດຍໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນແຂວງ, ສະຫະພັນບັນດາອົງການມິດຕະພາບແຂວງໄດ້ສ້າງແຜນຮ່າງຈັດຕັ້ງກອງປະຊຸມມິດຕະພາບລະດູບານໃໝ່ດົງນາປີ 2021. ນີ້ແມ່ນ ໜຶ່ງ ໃນບັນດາ ໜ້າວຽກສຳຄັນໃນແຜນງານການຕ່າງປະເທດປະຊາຊົນປີ 2021 ຂອງແຂວງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວ​ຽນ​ເຟືອງ​ງາ ໄດ້​ປະ​ກາດ​ໃຫ້​ທ່ານ Luis Pablo Maria Beltraminoເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​າ​ທາ​ລະ​ນະ​ລັດ ອາກ​ຊັງ​ຕິນ ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ແນ​ະ​ນຳ​ສັງ​ລວມ​ກ່ຽວ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ.

ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ

ເທື່ອທຽນເຫ້ວ, ດ່ານັ້ງ, ໄຕນິງຈັດຕັ້ງຫຼາຍການເຄື່ອນໄຫວສະຫຼອງບຸນເຕັດປະຈຳຊາວປະເທດ ລາວ

ຍ​ສ​ໝ - ໃນຊຸມປີມໍ່ໆມານີ້, ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງສອງພັກແລະສອງລັດຫວຽດນາມແລະລາວ, ສາຍພົວພັນລະຫວ່າງນະຄອນດານັງແລະບັນດາແຂວງຂອງລາວໄດ້ພັດທະນານັບມື້ນັບເລິກເຊິ່ງແລະກວ້າງຂວາງກວ່າເກົ່າໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ, ວັດທະນະ ທຳ…

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປີ 2021, ໃນວັນທີ 6 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ສະຖານທູດລາວປະຈຳຮ່າໂນ້ຍ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021

ຍສໝ - ເມື່ອບໍ່ດົນມານີ້, ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021.

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ປິດຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ

ຍສໝ - ຊຸດບໍາລຸງສ້າງບັນຊາ-ເສນາທິການຂັ້ນສູງບັ້ນຮົບ, ຍຸດທະສາດ ໄລຍະສັ້ນ, ຊຸດທີ III ໃຫ້ກອງທັບປະຊາຊົນລາວ ຈັດຕັ້ງທີ່ວິທະຍາຄານປ້ອງກັນຊາດ ໃນໄລຍະ 4 ເດືອນ. ນັກສໍາມະນາກອນໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຫວຽດນາມ, ລະບົບການເມືອງຂອງຫວຽດນາມ; ນະໂຍບາຍປ້ອງກັນຊາດ ແລະກໍາລັງແຮງດ້ານປ້ອງກັນຊາດຂອງຫວຽດນາມ; ທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ...

ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ)

ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ)

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ມາຍ​ດຶກງວຽນ, ຮອງ​ເລ​ຂາ​ທິ​ການ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮ່​ວາ​ເທ​າ​ະ​ໄຕໄດ້​ເນັ້ນ​ໜັກ​ວ່າ ໜ່ວຍ​ສະ​ມາ​ຄົມ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສືບ​ທອດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ກຳ​ປູ​ເຈຍ.

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງບວນຍວງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຫວຽດ​ນາມ ເພື່ອ​ໄດ້​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ນາຍ​ທະ​ຫານ​ໃນ​ກອງ​ທັບ​ລາວ ປະ​ຕິ​ບັດ ​ໜ້າ​ທີ່​ການ​ເມືອງ ໃຫ້​ສຳ​ເລັດ​ຜົນ.

ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່

ປະຊາຄົມສາກົນຕີລາຄາສູງຜົນງານຂອງຫວຽດນາມ, ວາງຄາດຫວັງຫຼາຍຢ່າງກ່ຽວກັບລັດຖະບານຊຸດໃໝ່

ທົ່ວໂລກໄດ້ຍ້ອງຍໍການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ, ເສດຖະກິດຫຽດນາມ ຮັກສາລະດັບເຕີບໂຕເປັນຢ່າງດີ.

ທ່າກໍາປັ່ນຫວູງອາງລາວ-ຫວຽດ ມີບົດບາດສໍາຄັນສໍາລັບນະໂຍບາຍຂອງລັດຖະບານລາວ ໃນການສໍາຜັດກັບການເຄື່ອນໄຫວທາງທະເລ ແລະເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ

ທ່າກໍາປັ່ນຫວູງອາງລາວ-ຫວຽດ ມີບົດບາດສໍາຄັນສໍາລັບນະໂຍບາຍຂອງລັດຖະບານລາວ ໃນການສໍາຜັດກັບການເຄື່ອນໄຫວທາງທະເລ ແລະເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ

ຍສໝ - ທ່າ​ກ່ຳ​ປັ່ນຫວູງອາງ ມີ​ບົດ​ບາ​ດ​ສຳ​ຄັນ​ຕໍ່​ນະ​ໂຍ​ບາຍ ຂອງ​ລັດ​ຖະ​ບານ​ລາວ, ໃນ​ການ​ສຳ​ຜັດ​ກັບ​ການ​ເຄື່ອ​ນ​ໄຫ​ວ​ເດີນ​ເຮືອ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງຕໍ່​ພາກ​ພື້​ນ, ພ້​ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີ​ບ​ໂຕເສດ​ຖະ​ກິດ​ລາວ ຜ່ານ​ການ​ພັ​ດ​ທະ​ນາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ ແລະ ຂົນ​ສົ່ງ...

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin

ຍສໝ - ໃນວັນທີ 05 ເມສາ 2021, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin.

ສານອວຍ​ພອນ 25 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໄອ​ແລນ

ສານອວຍ​ພອນ 25 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໄອ​ແລນ

ຍ​ສ​ໝ - ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ສົ່ງ​ສາ​ນອວຍ​ພອນ​ໄປ​ຍັງ​ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ ໄອ​ແລນ Simon Coveney.

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຮ່າ​ຕິງອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ບໍ​ລິ​ຄຳ​ໄຊ, ລາວ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ຮ່າ​ຕິງ), ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ຮ່າ​ຕິງ ໄດ້​ໄປ​ອວຍ​ພອນ​ບຸນ​ປີ​ໃໝ່​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ລາວ.

ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng

ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng

ຍ​ສ​ໝ - ນະ​ທີ່ນີ້, ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ແຂວງ​ໄຕ​ນີງ ໄດ້​ມອ​ບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳ​ຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ທ່ານ Toch Polyva ຮອງ​ເຈົ້າ​ແຂວງ Svay Rieng, ຮອງ​ປະ​ທານ​ສ​ະ​ຫະ​ພັນ​ຊາວ​ໜຸ່ມ ແຂວງ Svay Rieng, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ແຂວງ Svay Riengໃນ​ວຽ​ກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ

ມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ

ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (5-4-1961 / 5-4-2021), ວັນທີ 3 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ), ຕໍາຫຼວດແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບ 6 ແຂວງພາກເໜືອລາວ, ເຊິ່ງລວມມີຄອມປິວເຕີ 30 ໜ່ວຍ ແລະເຄື່ອງພິມ 30 ໜ່ວຍ.

ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ

ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ

ຍສໝ - ທ່ານພົນຕີ ຫວູຈຽນຖັງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ.

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ

ຍສໝ - ຫວຽດນາມ ຖືເປັນສໍາຄັນ ແລະບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດກັບລາວ, ຖືນີ້ແມ່ນບັນຫາຍຸດທະສາດທີ່ມີຄວາມໝາຍເປັນຕາຍສໍາລັບສອງປະເທດ; ພ້ອມແລ້ວທີ່ຈະແບ່ງປັນ ແລະສະໜັບສະໜູນການນໍາ ແລະປະຊາຊົນລາວຢ່າງແຮງ ແລະຮອບດ້ານໃນພາລະກິດສ້າງສາປະເທດ ລາວ ຈະເລີນຮຸ່ງເຮືອງ ສີວິໄລ. 

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືສອງຝ່າຍ

ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືສອງຝ່າຍ

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບັນຫາ ສໍາຄັນຈໍານວນໜຶ່ງ ເຊັ່ນ: ຂັ້ນຕອນການເພີ່ມອັດຕາ ການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນ ສ່ວນທ່າເຮືອສາກົນ ລາວ-ຫວຽດນາມ, ເຊິ່ງສອງຝ່າຍຄາດວ່າ ຈະໃຫ້ສຳເລັດໃນໄຕມາດທີ 3 ຂອງປີນີ້.

|< < 1 2 3 4 5 > >|
302 Found

Found

The document has moved here.