ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

12:39 | 28/03/2020

ຍສໝ - ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າ, ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ ແມ່ນ ໜຶ່ງໃນສະຖານທີ່ທາງການແພດ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບເອົາຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ.

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ ແມ່ນ ໜຶ່ງໃນສະຖານທີ່ທາງການແພດ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບເອົາຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ. (ພາບ: baohatinh)

ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍຂອງວັນທີ 26 ມີນາ 2020 ທີ່ ສຳນັກງານໃຫຍ່ກະຊວງສາທາລະນະສຸກ ລາວ, ຜູ້ຕາງໜ້າກະຊວງສາທາລະນະສຸກຂອງປະເທດ ລາວ, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງ ໄດ້ປະກາດວ່າ: ຮອດວັນທີ 27 ມີນາ, ປະເທດລາວໄດ້ຢັ້ງຢືນ 6 ກໍລະນີ ຕິດເຊື້ອໄວຣັສ SARS-CoV-2.

ປັດຈຸບັນທັງ ຄົນປ່ວຍ 6 ຄົນມີສຸຂະພາບແຂງແຮງປົກກະຕິ ແລະ ໄດ້ຮັບການປິ່ນປົວທີ່ໂຮງໝໍ ມິດຕະພາບ, ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ປະເທດ ລາວ ແມ່ນປະເທດສຸດທ້າຍໃນອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ຢັ້ງຢືນມີຄົນຕິດເຊື້ອໄວຣັສ Covid-19.

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ

ອຸປະກອນທັນສະໄໝ ພາຍໃນ ໂຮງໝໍ ເພື່ອຮັບຄົນປ່ວຍຕິດ ໄວຣັດ Covid-19 ຢູ່ ສປປ.ລາວ


ພ້ອມດ້ວຍອຸປະກອນທີ່ທັນສະໄໝ ແລະ ກ້າວໜ້າ, ໂຮງໝໍ ມິດຕະພາບ ໄດ້ ລັດຖະບານ ປະເທດລາວ ຈັດຕັ້ງເຂດແຍກອອກຫ່າງ ສຳລັບຄົນເຈັບທີ່ຕິດເຊື້ອໄວຣັດ Covid 19. (ພາບ: baohatinh)

ອີງຕາມໜັງສືພີມ ວຽງຈັນທາມ, ໂຮງໝໍ ມິດຕະພາບ ແຫ່ງນີ້ມີຂະໜາດຂອງຕຽງຫລາຍກວ່າ 600 ຕຽງ, ພະນັກງານການແພດ 500 ກວ່າຄົນ, ໃນນັ້ນມີທ່ານໝໍ ປະມານ 100 ຄົນ. ໂຮງໝໍແຫ່ງນີ້ ໄດ້ຕ້ອນຮັບຄົນເຈັບປະມານ 900-1,000 ຄົນຕໍ່ມື້ ສຳລັບການທ່ຽວໄປທ່ຽວມາປິ່ນປົວ ແລະ ຄົນເຈັບກິນນອນປະມານ 300-400 ຄົນ. ນັບຕັ້ງແຕ່ການລະບາດຂອງ Covid 19, ໂຮງໝໍ ມິດຕະພາບ ໄດ້ ລັດຖະບານ ປະເທດລາວ ຈັດຕັ້ງເຂດແຍກອອກຫ່າງ ສຳລັບຄົນເຈັບທີ່ຕິດເຊື້ອໄວຣັດ Covid 19.

ໂຮງໝໍ ມິດຕະພາບ ມີອຸປະກອນທີ່ທັນສະໄໝຫຼາຍຢ່າງ, ມີພະນັກງານ ໄດ້ພາສາຕ່າງປະເທດຢ່າງຄ່ອງແຄ້ວ ເພື່ອຕ້ອນຮັບ ແລະ ຮັບໃຊ້ຄົນເຈັບຕ່າງປະເທດ. ໂຮງໝໍ ມິດຕະພາບ ແມ່ນໜຶ່ງໃນສະຖານທີ່ທາງການແພດທີ່ໄດ້ຮັບການແຕ່ງຕັ້ງ ເພື່ອຮັບຄົນເຈັບທີ່ຕິດເຊື້ອໄວຣັດ Covid 19 ຢູ່ລາວ, ນອກຈາກ ໂຮງໝໍ ມະໂຫສົດ, ໂຮງໝໍ 103 ຂອງກອງທັບ ສປປ.ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.