ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020)

06:33 | 20/03/2020

ຈາກປະເທດທີ່ບໍ່ທັນມີໃຜ ຮູ້ໃນເມື່ອກ່ອນປົດປ່ອຍ ຈົນມາຮອດໃນປັດຈຸບັນນີ້ ລາວມີສາຍພົວພັນທາງການທູດກັບ 143 ປະເທດ, ໃນດ້ານການຊ່ວຍເຫລືອຂອງຕ່າງປະເທດ ກໍໄດ້ເພີ່ມຂຶ້ນຈາກເມື່ອກ່ອນມີພຽງຫລັກຮ້ອຍ ກ້າວກະໂດດຂຶ້ນມາເປັນເກືອບຕື້ ໂດລາສະຫະລັດໃນປັດຈຸບັນ, ນີ້ແມ່ນສະເພາະການຊ່ວຍ ເຫລືອເພື່ອພັດທະນາເທົ່ານັ້ນ, ໂດຍບໍ່ໄດ້ລວມເອົາຕົວເລກ ຂອງການລົງທຶນຕ່າງໆ ຈາກຕ່າງປະເທດ. ທັງໝົດນີ້, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ສາມາດຢັ້ງຢືນໄດ້ວ່າຜົນສໍາເລັດດັ່ງກ່າວນັ້ນ, ແມ່ນໝາກຜົນຂອງການມີນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາໃນຕະຫລອດ 65 ປີຜ່ານມາ.

ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020), ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ພາຍຫລັງ ພັກປະຊາຊົນປະຕິວັດລາວ ໄດ້ຮັບການກໍາເນີດຂຶ້ນ, ວຽກງານທີ່ສໍາຄັນທາງ ດ້ານຍຸດທະສາດອັນໜຶ່ງແມ່ນການ ວາງນະໂຍບາຍການຕ່າງປະເທດ, ເຊິ່ງມີບົດບາດສໍາຄັນ ປະກອບສ່ວນເຂົ້າໃນຂະບວນການປົດປ່ອຍ ປະເທດຊາດຂອງພວກເຮົາ, ການເຄື່ອນໄຫວຂອງການນໍາ ພວກເຮົາໃນເວທີສາກົນນີ້ ເປັນສິ່ງທີ່ເຮັດໃຫ້ບັນດາປະເທດໃນໂລກ ມີຄວາມເຂົ້າໃຈ ແລະ ຫັນມາຊ່ວຍພວກເຮົາ ເຮັດໃຫ້ການປະຕິວັດຊາດ, ການປົດປ່ອຍປະເທດຊາດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975 ໄດ້ຮັບຜົນສໍາເລັດຢ່າງສົມບູນ ແລະ ພາຍຫລັງປີ 1975 ເປັນຕົ້ນມາ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພວກເຮົາ ກໍຍິ່ງເຫັນໄດ້ຢ່າງຈະແຈ້ງຂຶ້ນໃນດ້ານອິດທິພົນ ຫລື ວ່າບົດບາດຂອງ ສປປ ລາວ ໃນເວທີສາກົນ.

ສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955-22 ມີນາ 2020)

ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ຈາກປະເທດທີ່ບໍ່ທັນມີໃຜ ຮູ້ໃນເມື່ອກ່ອນປົດປ່ອຍ ຈົນມາຮອດໃນປັດຈຸບັນນີ້ ລາວມີສາຍພົວພັນທາງການທູດກັບ 143 ປະເທດ, ໃນດ້ານການຊ່ວຍເຫລືອຂອງຕ່າງປະເທດ ກໍໄດ້ເພີ່ມຂຶ້ນຈາກເມື່ອກ່ອນມີພຽງຫລັກຮ້ອຍ ກ້າວກະໂດດຂຶ້ນມາເປັນເກືອບຕື້ ໂດລາສະຫະລັດໃນປັດຈຸບັນ, ນີ້ແມ່ນສະເພາະການຊ່ວຍ ເຫລືອເພື່ອພັດທະນາເທົ່ານັ້ນ, ໂດຍບໍ່ໄດ້ລວມເອົາຕົວເລກ ຂອງການລົງທຶນຕ່າງໆ ຈາກຕ່າງປະເທດ. ທັງໝົດນີ້, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຊີວິດການເປັນຢູ່ນັບມື້ດີຂຶ້ນ ແລະ ສາມາດຢັ້ງຢືນໄດ້ວ່າຜົນສໍາເລັດດັ່ງກ່າວນັ້ນ, ແມ່ນໝາກຜົນຂອງການມີນະໂຍບາຍອັນຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມ ເປັນຈິງຂອງປະເທດເຮົາໃນຕະຫລອດ 65 ປີຜ່ານມາ.

ລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວຕື່ມວ່າ: ນະໂຍບາຍຕ່າງຝ່າຍຕ່າງ ມີຜົນປະໂຫຍດ ກໍແມ່ນຫລັກການພື້ນຖານ ຫລັກຂອງນະໂຍບາຍການຕ່າງ ປະເທດຂອງພວກເຮົາ ແລະ ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ພວກເຮົາກໍໄດ້ເບິ່ງ ລະຫວ່າງສອງຝ່າຍ ກັບບັນດາປະເທດການພົວພັນຮ່ວມມືສອງຝ່າຍ ເພື່ອໃຫ້ຮັບປະກັນຜົນປະໂຫຍດຂອງຊາດ ເປັນຕົ້ນການສົ່ງເສີມການລົງທຶນ ເຊິ່ງກັນ ແລະ ກັນລະຫວ່າງສອງຝ່າຍ. ສ່ວນການພົວພັນໃນກອບຫລາຍຝ່າຍນີ້ ພວກເຮົາຈະອິງໃສ່ການເຈລະຈາກັນຕ່າງຝ່າຍຕ່າງມີຜົນ ບົນພື້ນຖານຫລາຍປະເທດທີ່ເຂົ້າຮ່ວມນໍາກັນ.

ສະຫລຸບລວມແລ້ວ, ນະໂຍບາຍການຕ່າງປະເທດຂອງ ພັກ-ລັດຖະບານເຮົາ ຕະຫລອດໄລຍະຜ່ານມາ, ຂ້າພະເຈົ້າເຫັນວ່າແມ່ນສອດຄ່ອງ ກັບສະພາບຄວາມເປັນຈິງ, ພວກເຮົາໄດ້ມີການຕີລາຄາສະພາບ, ພະຍາຍາມປັບໂຕໃຫ້ສອດຄ່ອງ ກັບສະພາບພາກພື້ນ ແລະ ສາກົນ. ພວກເຮົາໄດ້ວາງທັດສະນະຕໍ່ແຕ່ລະບັນຫາສາກົນ ເພື່ອຮັບປະກັນບໍ່ສົ່ງຜົນກະທົບ ຕໍ່ຜົນປະໂຫຍດຂອງຊາດເຮົາ. ອັນນີ້ແມ່ນຄວາມສະຫລາດສ່ອງໃສ ຂອງພັກ-ລັດຖະບານຂອງພວກເຮົາ ໃນຕະຫລອດໄລຍະຜ່ານມາ ທີ່ວາງນະ ໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.