ລາວ: ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະການເຝົ້າລະວັງພະຍາດ COVID-19

12:29 | 22/03/2020

ແຈ້ງການສະບັບດັ່ງກ່າວ ແມ່ນໃຫ້ທຸກຫົວໜ່ວຍວິສາຫະກິດ ຈົ່ງໃຫ້ການຮ່ວມມືໃນການປະຕິບັດມາດຕະການເພື່ອຕ້ານ ແລະ ສະກັັດກັ້ນພະຍາດນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ມີການຕິດຕາມຂໍ້ມູນຂ່າວສານແຈ້ງເຕືອນຈາກຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ.

ລາວ: ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະການເຝົ້າລະວັງພະຍາດ COVID-19

ພາບປະກອບ

ແຈ້ງການສະບັບດັ່ງກ່າວ ແມ່ນໃຫ້ທຸກຫົວໜ່ວຍວິສາຫະກິດ ຈົ່ງໃຫ້ການຮ່ວມມືໃນການປະຕິບັດມາດຕະການເພື່ອຕ້ານ ແລະ ສະກັັດກັ້ນພະຍາດນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ມີການຕິດຕາມຂໍ້ມູນຂ່າວສານແຈ້ງເຕືອນຈາກຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ປະຕິບັດຕາມມາດຕະການປ້ອງກັນຕາມຫຼັກວິຊາການທີ່ຂະແໜງສາທາລະນະສຸກວາງອອກຢ່າງເຂັ້ມງວດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ກັກຕຸນສິນຄ້າທີ່ເປັນການກະທຳເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທຳ ແລະ ຈຳໜ່າຍສິນຄ້າທີ່ບໍ່ມີຄວາມປອດໄພດ້ານຄຸນນະພາບຢ່າງເດັດຂາດ ພ້ອມນີ້ ກໍໃຫ້ນຳເອົາສິນຄ້າຂອງຕົນອອກຈຳໜ່າຍສູ່ສັງຄົມເປັນປົກກະຕິ ການດຳເນີນທຸລະກິດຂອງທຸກຫົວ ໜ່ວຍວິສາຫະກິດແມ່ນໃຫ້ສືບຕໍ່ເຄື່ອນໄຫວຕາມວັດຖຸປະສົງຢ່າງຕໍ່ເນື່ອງ.

ຖ້າພາກສ່ວນທຸລະກິດໃດມີຄວາມຫຍຸ້ງຍາກ ຫຼື ມີຄວາມຈໍາເປັນໃນການເຄື່ອນໄຫວດໍາເນີນທຸລະກິດ ໃນໄລຍະການເຝົ້າລະວັງເຊື້ອພະຍາດ COVID-19 ໃຫ້ສະເໜີມາຍັງພະແນກອຸດສາຫະກໍາ ແລະ ການຄ້າ ນວ ເພື່ອຄົ້ນຄວ້້າ ນຳສະເໜີ ແລະ ພິຈາລະນາແກ້ໄຂຕາມລະບຽບການ ຈຶ່ງແຈ້ງໃຫ້ທຸກພາກສ່ວນ ກ່ຽວຂ້ອງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຖ້າຫາກມີການລະເມີດຂໍ້ຫ້າມທີ່ໄດ້ກ່າວມາຂ້າງເທິງ ຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍ ເຊິ່ງສາມາດຕິດຕໍ່ພົວພັນໄດ້ເບີໂທ 021 415877 ແລະ ເບີສາຍດ່ວນ 1510.

ກະ­ຊວງ​ການ​ຕ່າງ­ປະ­ເທດ ຮ່ວມ​ກັບ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ມາດ​ຕະ­ການ​ສະ­ກັດ​ກັ້ນ ປ້ອງ​ກັນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ COVID-19 ຂອງ​ລັດ­ຖະ­ບານ​ລາວ ຕໍ່​ບັນ­ດາ​ທູ­ຕາ­ນຸ­ທູດ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ປະ­ຈຳ​ລາວ ວັນ​ທີ 19 ມີ­ນາ 2020 ທີ່​ສູນ​ຮ່ວມ​ມື​ສາ­ກົນ ແລະ ການ​ເຝິກ­ອົບ­ຮົມ ໂດຍ​ການ​ຖະ­ແຫຼງ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ.

ປັດ­ຈຸ­ບັນ ລັດ­ຖະ­ບານ​ລາວ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ທີ່​ໄດ້​ວາງ​ອອກ​ແລ້ວ ແລະ ມາດ​ຕະ­ການ​ເພື່ອ​ສະ­ກັດ​ກັ້ນ​ເພີ່ມ ຄື: ປິດ​ດ່ານ​ທ້ອງ­ຖິ່ນ ແລະ ດ່ານ​ປະ­ເພ­ນີ​ທົ່ວ​ປະ­ເທດ ສ່ວນ​ດ່ານ​ສາ­ກົນ​ໃຫ້​ເບິ່ງ​ຄວາມ​ຮັບ­ປະ­ກັນ​ຮອບ­ດ້ານ​ຈຶ່ງ​ອະ­ນຸ­ຍາດ​ໃຫ້​ເປີດ​ໃຫ້​ເຂົ້າ-ອອກ​ປົກ­ກະ­ຕິ ໂຈະ​ການ​ອອກ VISA ກັບ​ດ່ານ​ທຸກ​ປະ­ເພດ ໃນ​ໄລ­ຍະ​ເວ­ລາ 30 ວັນ ສຳ­ລັບ​ຜູ້​ທີ່​ໄດ້​ວິ­ຊາ​ເຂົ້າ​ລາວ​ແລ້ວ ຕ້ອງ​ມີ​ການ​ຢັ້ງ­ຢືນ​ການ​ກວດ​ສຸ­ຂະ­ພາບ ແລະ ກວດ​ປະ­ຫວັດ​ການ­ເຄື່ອນ­ໄຫວ​ໄລ­ຍະ 14 ວັນ​ຜ່ານ​ມາ ສຳ­ລັບ​ປະ­ເທດ​ທີ່​ໄດ້​ຮັບ​ການ​ຍົກ­ເວັ້ນ​ວິ­ຊາ ເຫັນ​ດີ​ໃຫ້​ຍົກ­ເລີກ​ການ​ຍົກ­ເວັ້ນ​ວິ­ຊາ​ດັ່ງ­ກ່າວ​ຊົ່ວ­ຄາວ ຈົນ​ກວ່າ​ຈະ​ມີ​ການ​ພິ­ຈາ­ລະ­ນາ​ໃໝ່​ຂອງ​ລັດ­ຖະ­ບານ ຫຼີກ​ລ່ຽງ​ການ​ເດີນ­ທາງ​ໄປ​ຕ່າງ­ປະ­ເທດ​ຂອງ​ພົນ​ລະ ເມືອງ​ລາວ​ໃນ​ໄລ­ຍະ​ນີ້ ຜູ້​ທີ່​ເດີນ­ທາງ​ກັບ​ຈາກ​ປະ­ເທດ​ທີ່​ມີ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໃຫ້​ປະ­ຕິ­ບັດ​ການ​ແຍກ​ປ່ຽວ​ຢ່າງ​ໜ້ອຍ 14 ວັນ ເພື່ອ​ຕິດ­ຕາມ​ສຸ­ຂະ­ພາບ ຫຼີກ​ລ່ຽງ​ການ​ໂຮມ​ຊຸມ­ນຸມ​ໃຫຍ່ ແລະ ງານ​ບຸນ​ປະ­ເພ­ນີ​ຕ່າງໆ ປິດ​ກິດ­ຈະ­ການ​ຮ້ານ​ບັນ​ເທິງ ຮ້ານ​ຄາ​ຣາ​ໂອ​ເກະ ແລະ ຮ້ານ​ນວດ ສ່ວນ​ກິດ­ຈະ­ການ​ອື່ນໆ ສາ­ມາດ​ດຳ­ເນີນ​ໄດ້​ປົກ­ກະ­ຕິ ແຕ່​ໃຫ້​ມີ​ມາດ​ຕະ­ການ​ປ້ອງ​ກັນ​ຂັ້ນ​ພື້ນ­ຖານ ເປັນ­ຕົ້ນ​ການ​ກວດ​ອຸນ­ຫະ­ພູມ ແລະ ສະ­ໜອງ​ນ້ຳ​ຢາ​ລ້າງ​ມື ປິດ​ໂຮງ­ຮຽນ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ​ທົ່ວ​ປະ­ເທດ​ຊົ່ວ­ຄາວ ຈົນ​ກວ່າ​ຈະ​ມີ​ການ​ປ່ຽນ­ແປງ ພ້ອມ​ນີ້​ກໍ​ໃຫ້​ພິ­ຈາ­ລະ­ນາ​ໃຫ້​ໂຮງ­ຮຽນ​ມີ​ແບບ​ວິ­ທີ​ການ​ຮຽນ-ການ​ສອນ​ໂດຍ​ຜ່ານ​ລະ­ບົບ​ອອນ​ລາຍ ໂທລະ­ພາບ ວິ­ທະ­ຍຸ ໜັງ­ສື­ພິມ ແລະ ອື່ນໆ ກຳ­ນົດ​ສະ­ຖານ­ທີ່​ໃນ​ການ​ກັກ​ບໍ­ລິ­ເວນ 14 ວັນ ສຳ­ລັບ​ຜູ້​ທີ່​ເດິນ​ທາງ​ມາ​ຈາກ​ປະ­ເທດ​ທີ່​ມີ​ຄວາມ​ສ່ຽງ (ລວມ​ທັງ​ແຮງ​ງານ​ລາວ-ນັກ​ສຶກ​ສາ​ລາວ ແລະ ປະ­ຊາ­ຊົນ​ລາວ​ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ) ໃຫ້​ເລື່ອນ​ການ​ເດີນ­ທາງ​ກັບ​ຄືນ​ປະ­ເທດ​ຈົນ​ກວ່າ​ສະ­ຖາ­ນະ​ການ​ທົ່ວ​ໂລກ​ຈະ​ມີ​ທ່າ​ອ່ຽງ​ທີ່​ດີ​ຂຶ້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.