ລາວ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຄົນ

19:43 | 25/03/2020

ຍສໝ - ໃນເວລາ 15:00 ນາທີຂອງວັນທີ 25 ມີນາ 2020, ກະຊວງສາທາລະນະສຸກ ສປປ ລາວ ຢືນຢັນວ່າມີຜູ້ຕິດເຊື້ອ Covid-19 ເພີ່ນ 1 ຄົນເປັນເພດຊາຍອາຍຸ 26 ປີ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ລວມຍອດຜູ້ຕິດເຊື້ອໂຄວິດ-19 ສະສົມ 3 ຄົນຢູ່ ສປປ ລາວ.

ອີງຕາມການແຈ້ງການຂອງກະຊວງສາທາລະນະສຸກ ສປປ ລາວ, ໃນວັນທີ 24 ມີນາ 2020, ກະຊວງສາທາລະນະສຸກ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ລາວ ມີຜູ້ຕິດເຊື້ອໄວຣັສ ໂຄວິດ-19 ເພີ່ມອີກ 1 ຄົນ

ສປປ ລາວ ໄດ້ບັນທຶກກໍລະນີທີສາມ ຂອງການຕິດເຊື້ອ Covid-19 ຢູ່ໃນນະຄອນຫຼວງວຽງຈັນ. (ພາບ: ໂທລະໂຄ່ງ THOLAKHONG)

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວັນທີ 24 ມີນາ 2020 ຜ່ານມາ ໄດ້ຮັບຜົນກວດ 8 ກໍລະນີ ຈາກນະຄອນຫລວງວຽງຈັນ, ເຊິ່ງ 7 ກໍລະນີ ບໍ່ພົບຜູ້ຕິດເຊື້ອ ແຕ່ມີ 1 ກໍລະນີທີ່ພົບເຊື້ອ ຊື່ ທ້າວ ແຈມບອນ ອາຍຸ 26 ປີ ອາຊີບ ນັກທຸລະກິດ, ຢູ່ບ້ານ ຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງໄດ້ມີການພົວພັນກັບ ທ້າວ ສີລິສັກ ຜູ້ຕິດເຊື້ອຢູ່ໂຮງແຮມ ຄຮາວພາຊາ. ປັດຈຸບັນ ມີຜູ້ຕິດເຊື້ອແລ້ວ 3 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົ່ວເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້, ຍັງມີຜູ້ທີ່ໃກ້ຊິດ ແລະ ສຳຜັດ ກັບ 2 ຄົນທີ່ຕິດເຊື້ອມາກ່ອນໜ້ານີ້ ມີ 133 ຄົນ ແລະ ໄດ້ນໍາຕົວຢ່າງມາວິໄຈຈໍານວນ 13 ກໍລະນີ ແລະ ຍັງລໍຖ້າຜົນກວດຢູ່.

ສຳລັບການເຝົ້າລະວັງ ເຊື້ອພະຍາດ ໂຄວິດ-19 ໃນວັນທີ 24 ມີນາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນ ມີຜູ້ເດີນທາງເຂົ້າມາ ທັງໝົດ 10.745 ຄົນ, ຜ່ານສະໜາມບິນ ມີ 156 ຄົນ, ຜ່ານດ່ານຊາຍແດນ 10.589 ຄົນ. ຜ່ານການກວດວັດອຸນຫະພູມ ຢູ່ຕາມດ່ານຊາຍແດນກວດຄົນເຂົ້າເມືອງ ພົບເຫັນຄົນເປັນໄຂ້ 2 ຄົນ ຢູ່ດ່ານບໍ່ແກ້ວ ແລະ ໄດ້ນໍາຕົວສົ່ງໂຮງໝໍ ແຂວງບໍ່ແກ້ວ ເພື່ອແຍກປ່ຽວ ແລະ ຕິດຕາມອາການ ພ້ອມທັງເກັບຕົວຢ່າງມາວິເຄາະ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.