ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ​ຂຶ້ນ 2 ຄົນ ລວມ​ເປັນ 8 ຄົນ

11:26 | 29/03/2020

ເຊິ່ງ​ຜູ້​ຕິດ​ເຊື້ອໃໝ່ 2 ຄົນ​ນີ້ ເປັນເພດຍິງ 1 ຄົນ ອາຍຸ 50 ປີ, ສັນຊາດ: ລາວ, ບ້ານວິຊຸນ, ນະຄອນຫລວງພະບາງ, ແຂວງຫ​ລວງພະບາງ, ເຊິ່ງເປັນເມຍ ຜູ້ຕິດເຊື້ອ ທີ່ເປັນຄົນຂັບລົດໃຫ້ແກ່ກຸ່ມ​ທ່ອງທີ່ລາຍງານ ໄປໃນກ່ອນໜ້ານີ້ ແລະ ເພດຊາຍ 1 ຄົນ ອາຍຸ 18 ປີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ເປັນພະນັກງານໍລິສັດ DHL, ບຸກຄົນນີ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ເປັນນັກທຸລະກິດ.

ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ​ຂຶ້ນ 2 ຄົນ ລວມ​ເປັນ 8 ຄົນ

ພາບປະກອບ

ມາຮອດປັດຈຸບັນໄດ້ ກວດວິເຄາະຫາເຊື້ອທັງໝົດ 276 ກໍລະນີ, ມີຜູ້ຕິດເຊື້ອສະສົມ 8 ຄົນ. ນັກລະບາດວິທະຍາພາກສະໜາມ ໄດ້ສືບຕໍ່ລົງຄົ້ນຫາຜູ້ທີ່ສຳພັດ ໃກ້ຊິດກັບທັງໝົດ ມີ 235 ຄົນ, ສຳ​ລັບອາ ການຂອງຄົນເຈັບ ທີ່ນອນປິ່ນປົວຕິດຕາມ ທີ່ໂຮງໝໍທັງໝົດ 08 ຄົນ, 05 ຄົນ ນອນປິ່ນປົວຢູ່ໂຮງໝໍມິດ ຕະພາບ ແລະ 03 ຄົນ ຢູ່ໂຮງໝໍຫລວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການປິ່ນປົວຢ່າງເອົາໃຈໃສ່ ຈາກແພດໝໍ ຕາມຫລັກວິຊາການ.

ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ຍັງມີຄວາມເປັນຫ່ວງ ແລະ ກັງວົນຫລາຍ ຕໍ່ສະຖານະການໃນປັດຈຸບັນ ຄື ຢ້ານບັນດາຜູ້ສຳຜັດ ແລະ ໃກ້ຊິດກັບຜູ້ທີ່ຢັ້ງຢືນການຕິດເຊື້ອໂຄວິດ-19 ຈະບໍ່ຈໍາກັດບໍລິເວນໂຕເອງ ແລະ ບໍ່ຕິດຕາມອາການ ຕາມຄຳແນະນຳຂອງເຈົ້າໜ້າທີ່ ຫລື ແພດໝໍ ແລ້ວຈະເຮັດໃຫ້ເຊື້ອພະຍາດ ແຜ່ລາມໄປສູ່ຄົນອື່ນໆ.

ຄະນະສະເພາະກິດ ກໍໄດ້ຮຽກຮ້ອງມາຍັງກຸ່ມຄົນດັ່ງກ່າວ, ຈົ່ງໃຫ້ຄວາມຮ່ວມມື ແລະ ປະຕິບັດມາດຕະການ ໃນການຈຳກັດຕົນເອງຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ, ຄອບຄົວ, ພີ່ນ້ອງ, ເພື່ອນຝູງ ແລະ ປະຊາຊົນລາວເຮົາ. ສິ່ງທີ່ຄະນະສະເພາະກິດ ກຳລັງຂຸ້ນຂ້ຽວໃນປັດຈຸບັນ ກໍຄືການຊອກຫາຜູ້ທີ່ສຳຜັດ ແລະ ໃກ້ຊິດ ກັບບັນດາຜູ້ຕິດເຊື້ອ ໃຫ້ໄດ້ຄົບໄວເທົ່າທີ່ຈະໄວໄດ້ ແລະ ເຝົ້າລະວັງຕິດຕາມອາການຂອງເຂົາເຈົ້າ, ເຊິ່ງຖ້າຫາກມີ ອາການຜິດປົກກະຕິ ກໍແມ່ນພ້ອມເກັບເອົາຕົວຢ່າງ ມາກວດວິເຄາະທັນທີ ເພື່ອຢັ້ງຢືນວ່າຕິດເຊື້ອຫລືບໍ່ ຖ້າຫາກຜົນອອກມາວ່າຕິດເຊື້ອ ກໍຈະໄດ້ຮີບປິ່ນປົວໃຫ້ດີໃຫ້ໄວທີ່ສຸດ.

ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຈ້ງການໃນວັນທີ 26 ມີນາ 2020 ເລື່ອງການກໍານົດລາຄາຂາຍ ຜ້າອັດປາກ-ດັງ ແຕ່ລະຊະນິດ ພ້ອມອະທິບາຍວ່າ: ໃນປັດຈຸບັນຄວາມຕ້ອງການຊົມໃຊ້ ຜ້າອັດປາກ-ດັງ ມີຈຳນວນເພີ່ມຂຶ້ນຫລາຍ ໂດຍສະເພາະ ຢູ່ ສປປ ລາວ. ລາຄາຊື້-ຂາຍຕົວຈິງ ແມ່ນສູງກວ່າລາຄາທີ່ລັດກໍານົດໄວ້ ເນື່ອງຈາກວ່າປະເທດເຮົາ ບໍ່ສາມາດ ຜະລິດໄດ້. ພາກລັດ ກໍ່ຄື ກະຊວງ ອຄ ກໍໄດ້ເລັ່ງປະສານເພື່ອລະດົມ ບັນດາບໍລິສັດນໍາເຂົ້າ ຊອກແຫລ່ງສະໜອງຈາກຕ່າງປະເທດ ເພື່ອມາຈໍາໜ່າຍໃຫ້ສັງຄົມຕາມຄວາມຕ້ອງການ, ແຕ່ຍ້ອນໂລກລະບາດເກີດຂຶ້ນ ຢູ່ບັນດາປະເທດ ຜູ້ສະໜອງຫລັກ ເປັນຕົ້ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ສະນັ້ນ, ບັນດາປະເທດເຫລົ່ານີ້ ຈຶ່ງໄດ້ກຳນົດເອົາຜ້າອັດປາກ-ດັງ ເປັນສິນຄ້າຄວບຄຸມ ແລະ ຫ້າມສົ່ງອອກນອກປະເທດ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ສິນຄ້າດັ່ງກ່າວຂາດ ຕະຫລາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.