ລາວ: ບັນດາງານບຸນປະເພນີຕ່າງໆ ທີ່ໜ້າສົນໃຈ

18:14 | 14/03/2020

ບຸນຫຼິ້ນຫຸ່ນແມ່ນໜຶ່ງບຸນ ປະເພນີທີ່ຊາວບ້ານກອງລໍ ເມືອງຄູນຄຳແຂວງຄຳມ່ວນໄດ້ ຈັດຂຶ້ນຊຶ່ງຈະກຳນົດເອົາເດືອນ 4 ເພັງໃນແຕ່ລະປີເປັນມື້ຈັດ ງານ.

ລາວ: ບັນດາງານບຸນປະເພນີຕ່າງໆ ທີ່ໜ້າສົນໃຈ

ພາບປະກອບ

ເມື່ອໃກ້ຈະຮອດໄລຍະ ງານບຸນຊາວບ້ານຈະພາກັນຕົ້ມ ເຫຼົ້າແລະກະກຽມອາຫານການກິນ ເພື່ອຕ້ອນຮັບສັດທາຈາກ ພາກສ່ວນຕ່າງໆທີ່ມາຮ່ວມ ງານ, ໃນມື້ຂຶ້ນ 13 ຄໍ່າເດືອນ 4 ລາວຈະເປັນມື້ຫ້າງຫາກະກຽມ ສະຖານທີ່, ຫໍອຸປະຄຸດ, ບ່ອນຝັງ ຫຸ່ນ ໂດຍການເອົາກະໂປະຫົວ ຄວາຍຈຳນວນ4ຫົວຝັງໄວ້ທັງ 4 ທິດ, ພໍເຖິງເວລາ 4 ໂມງເຊົ້າ ຂອງມື້ຂຶ້ນ 14 ຄໍ່າ ຊາວບ້ານກໍ ຈະພາກັນໄປນຳເອົາອຸປະຄຸດ (ຫີນແຮ່-ຫີນຊາຍຢູ່ພື້ນນໍ້າ) ມາ ຂຶ້ນຫໍທີ່ໄດ້ກະກຽມໄວ້ເພື່ອເປັນ ການປົກປັກຮັກສາຊາວບ້ານ ແລະ ເຮັດໜ້າທີ່ປາບມານຮ້າຍ. ສຳລັບຕອນກາງຄືນຈະມີການ ຄົບງັນຕາມຮີດຄອງປະເພນີ, ໃນເວລາ 7:00 ໂມງເຊົ້າຂອງ ມື້ຂຶ້ນ 15 ຄໍ່າທຸກໆຄອບຄົວ ໄດ້ ກະກຽມເຄື່ອງໃສ່ບາດຖວາຍ ສັງຂະທານ,ເວລາ14:00 ໂມງ ຊາວບ້ານກໍຈະແຫ່ອ້ອມບ້ານ ໂດຍແຕ່ລະຄົນຈະແຕ່ງກາຍ ທີ່ມີຫຼາກຫຼາຍສີສັນແຕກຕ່າງ ກັນໄປມືຖືດາບທີ່ເຮັດຈາກໄມ້ ເພື່ອໄລ່ມານຮ້າຍ ພ້ອມທັງຕີ ກອງເລງ, ກອງຫາງ, ລຳພະ ຫຍາຍ່ອຍ, ເປົ່າປີ່, ເປົ່າແຄນ ແລະ ອື່ນໆ. ພໍຮອດເດີ່ນວັດກໍ ຈະມີຂັນຫ້າ ເພື່ອເຊີນໃຫ້ໝໍ ຫຸ່ນ (ເຈົ້າມະເຫສັກ) ມາຫຼິ້ນບຸນ ຮ່ວມກັບຊາວບ້ານແລ້ວມີການ ແຫ່ອ້ອມວັດ 3 ຮອບ.

ດິນແດນແຂວງໄຊຍະບູລີ ຕັ້ງຢູ່ພາກເໜືອຂອງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຕັ້ງຢູ່ຝັ່ງ ຂວາຂອງແມ່ນໍ້າຂອງ, ມີດິນຕໍ່ແຜ່ນຕິດກັບ 6 ຈັງຫວັດລາຊະອານາຈັກໄທ, ມີຄວາມຍາວ 647 ກິໂລແມັດເຊັ່ນ: ຈັງຫວັດຊຽງຣາຍ, ພະເຍົາ, ນ່ານ, ອຸດ ຕະລະດິດ, ພິດສະນຸໂລກ ແລະ ຈັງຫວັດເລີຍ. ປະກອບມີ 11 ເມືອງຄື: ເມືອງຄອບ, ຊຽງຮ່ອນ, ເມືອງເງິນ, ຫົງສາ, ໄຊຍະບູລີ, ໄຊສະຖານ, ເມືອງພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທ້າວ ແລະ ເມືອງບໍ່ແຕນ. ມີທັງໝົດ 430 ບ້ານ, ມີ 77.114 ຄອບຄົວ, ມີພົນລະເມືອງ 396.529 ຄົນ, ຍິງ 195.691 ຄົນ; ໃນນີ້ມີຄອບຄົວທຸກຍາກ 1.202 ຄົນ ເທົ່າກັບ 1,6%, ບ້ານທຸກຍາກ 12 ບ້ານກວມ 2,78% ແລະ ເມືອງທຸກຍາກມີ 1 ເມືອງ. ແຂວງໄຊຍະບູລີເປັນແຂວງທີ່ມີທິວທັດທໍາມະຊາດ ແລະ ວັດທະນະທໍາບັັນດາເຜົ່າຫຼາກຫຼາຍສີສັນເໝືອນດັ່ງດອກໄມ້ຫຼາຍສີທີ່ເກີດຢູ່ຮ່ວມຕົ້ນດຽວ ກັນ ຄືດັ່ງ 8 ເຜົ່າທີ່ດໍາລົງຊີວິດຢູ່ ຮ່ວມກັນຢ່າງມີຄວາມສຸກ, ສາ ມັກຄີປອງດອງຊ່ວຍເຫຼືອຊຶ່ງກັນ ແລະ ກັນເຊັ່ນ: ເຜົ່າລາວ, ມົ້ງ, ອິວມຽນ, ໄຕດໍາ, ລື້, ຍວນ, ໄປຣ ແລະ ເຜົ່າກຶມມຸທີ່ນອນຢູ່ໃນ 50 ຊົນເຜົ່າໃນທົ່ວປະເທດ ແລະ ແຕ່ລະເຜົ່ານັ້ນລ້ວນແຕ່ມີເອກະລັກສະເພາະຂອງໃຜລາວ ພ້ອມນີ້, ຍັງມີມູນເຊື້ອທີ່ດຸ ໝັ່ນຂະຫຍັນພຽນ ໃນການອອກ ແຮງງານ, ຜະລິດກະສິກໍາເປັນ ສິນຄ້າຕາມນະໂຍບາຍຂອງ ພັກ, ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີອັນດີ ງາມຂອງຊາດ, ຂອງທ້ອງຖິ່ນກໍ ຄືຂອງເຜົ່າ.

ດັ່ງຄໍາຂວັນທີ່ວ່າ: “ໄຊຍະບູລີດິນແດນຍາວສຸດຫຼາ ດ່ານໜ້າທີ່ແຂງແກ່ນ ແດນພູເຂົາແຫ່ງຄໍາຂຽວ ທ່ອງທ່ຽວແຫ່ງເມືອງຊ້າງ ເອກອ້າງໝໍ້ໄຟໃຫຍ່ເມືອງຫົງສາ ໄຟຟ້າເຂື່ອນນໍ້າຂອງ ສາມັກຄີປອງດອງບັນດາເຜົ່າຫຼາຍສີສັນ ພະລັງດັນສູ່ຄວາມມັ່ງຄັ່ງເຂັ້ມແຂງ”. ນອກຈາກນີ້ແລ້ວ, ແຂວງໄຊຍະ ບູລີຍັງອຸດົມສົມບູນໄປດ້ວຍພູ ຜາປ່າໄມ້ທີ່ຕຶບໜາ, ມີນໍ້າຕົກ ຕາດ, ວັດວາອາຣາມ ປູສະນິຍະ ສະຖານ, ສະຖານທີ່ປະຫວັດ ສາດ ແລະ ວັດທະນະທໍາຂອງເຜົ່າທີ່ມີຄວາມສວຍງາມແຕກຕ່າງກັນ ເມື່ອເຫັນແລ້ວກໍມີຄວາມປະທັບໃຈຍາກທີ່ຈະລືມ ທັງໝົດເຫຼົ່ານີ້ໄດ້ກາຍເປັນທ່າ ແຮງທີ່ດຶງດູດເອົາແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງໄຊຍະບູລີ ນັບມື້ນັບເພີ່ມຂຶ້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.