ມີຫລາຍລ້ານແຮງງານໃນພາກພື້ນ ອາຊີ-ປາຊິຟິກ ອາດຈະຕ້ອງວ່າງງານເນື່ອງຈາກການແຜ່ລາມຂອງພະຍາດ ໂຄວິດ-19

18:16 | 06/04/2020

ຍສໝ - ບາງປະເທດໃນພາກພື້ນໄດ້ຊຸກຍູ້ບັນດາໂຄງການສະໜັບສະໜູນຢ່າງຫລວງຫລາຍໃຫ້ແກ່ຊາວຜູ້ອອກແຮງງານທີ່ວ່າງງານໃໝ່ຈາກບັນດາຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວ, ການບໍລິການ​ໃນຮ້ານອາຫານ, ໂຮງແຮມ ແລະຂະແໜງການຕັດຫຍິບ.

ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19 ຢຸດຕິຊົ່ວຄາວການຈັດຕັ້ງສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດຈົນຮອດວັນທີ 30 ເມສາ 2020
ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19 ແຮງງານທີ່ຜິດກົດໝາຍຈຳນວນໜຶ່ງ ອາດຈະລັກລອບເຂົ້າມາທາງເຮືອ ຜ່ານນ້ຳຂອງ
ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19
ຈະມີ 25 ລ້ານແຮງງານໃນທົ່ວໂລກຈະບໍ່ມີວຽກເຮັດງານທຳ.(ພາບປະກອບ: TTXVN)

ອົງການແຮງງານສາກົນ (ILO) ຄາດຄະເນຕົວເລກເມື່ອເດືອນມີນາຜ່ານມາວ່າ ຈະມີ 25 ລ້ານແຮງງານໃນທົ່ວໂລກຈະບໍ່ມີວຽກເຮັດງານທຳ. ໃນຂະນະນັ້ນບໍ່ທັນມີຂໍ້ມູນຂ່າວສານຢ່າງຊັດເຈນກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ສຳລັບຂົງເຂດການຄັດເລືອກແຕ່ຈະສົ່ງຜົນກະທົບຢ່າງໃຫຍ່ຫລວງເນື່ອງຈາກຂະແໜງການບໍລິການ ແລະການຜະລິດຈະຕ້ອງການ ແຮງງານຈຳນວນຫລວງຫລາຍກວມເອົາ 80% ຢ່າງບໍ່ເປັນທາງການ ແລະບັນດາວິສາຫະກິດຂະໜາດກາງ ແລະນ້ອຍ (SME).

ບາງປະເທດໃນພາກພື້ນໄດ້ຊຸກຍູ້ບັນດາໂຄງການສະໜັບສະໜູນຢ່າງຫລວງຫລາຍໃຫ້ແກ່ຊາວຜູ້ອອກແຮງງານທີ່ວ່າງງານໃໝ່ຈາກບັນດາຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວ, ການບໍລິການ​ໃນຮ້ານອາຫານ, ໂຮງແຮມ ແລະຂະແໜງການຕັດຫຍິບ. ໄທ ໄດ້ຊ່ວຍເຫລືອບ້ວງເງິນ 5.000 ບາດຕໍ່ເດືອນ (ເທົ່າກັບ 150 ໂດລາສະຫະລັດ) ໃນໄລຍະ 3 ເດືອນ ໃຫ້ແກ່ຊາວຜູ້ອອກແຮງງານ ເສລີ ຈຳນວນ 9 ລ້ານຄົນບໍ່ເປັນທາງການ. ນອກ​ນັ້ນປະເທດ ສິງກະໂປ ໄດ້ຈັດບ້ວງເງິນງົບປະມານເພີ່ມຕື່ມປະມານ 48 ຕື້ ໂດລາສິງກະໂປ, ສ່ວນໜຶ່ງ ໄດ້ແຍກອອກເພື່ອແຈກຢາຍໃຫ້​ແກ່ຊາວຜູ້ອອກແຮງງານວ່າງງານຈຳນວນ 800 ໂດລາສິງກະໂປ ຕໍ່ເດືອນໃນໄລຍະ 3 ເດືອນ ເພື່ອຊ່ວຍເຫລືອພວກເຂົາເຈົ້າໃນການຊອກຫາວຽກເຮັດງານທຳໃໝ່ ຫລືການໄປອົບຮົມວິຊາອາຊີບ.

ຕາມການຄາດຄະເນ ການພັດທະນາອາຊີ ປະຈໍາປີ 2020 ເຊິ່ງເປັນບົດລາຍງານເສດຖະ ກິດປະຈຳປີ ຂອງທະນາຄານພັດທະນາອາຊີ (ADB) ໄດ້ໃຫ້ຮູ້ວ່າ: ການຈະເລີນເຕີບໂຕ ດ້ານເສດຖະກິດຂອງພາກພື້ນ ໂດຍລວມຂອງບັນດາປະເທດ ທີ່ກໍາລັງພັດທະນາ ຈະຫລຸດລົງຢ່າງແຮງໃນປີ 2020 ເນື່ອງຈາກຜົນກະທົບ ຈາກການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ກ່ອນທີ່ຈະຟື້ນໂຕຄືນໃນ ປີ 2021. ໃນບົດລາຍງານໄດ້ຄາດຄະເນວ່າ ການຂະ​ຫຍາຍຕົວ ຂອງພາກພື້ນແມ່ນ 2,2% ໃນປີ 2020 ເຊິ່ງຫລຸດລົງຈາກ 3,3% ເມື່ອທຽບກັບ 5,5% ທີ່ໄດ້ມີ​ການຄາດຄະ​ເນໄວ້ໃນເດືອນກັນຍາ ປີ 2019.

ການຂະ​ຫຍາຍຕົວໃນລະດັບ 6,2% ໃນປີ 2021 ຖ້າວ່າການແຜ່ລະບາດຫາກສິ້ນສຸດລົງ ແລະ ກິດຈະກໍາຕ່າງໆ ກັບຄືນສູ່ສະພາບປົກກະຕິ. ໂດຍບໍ່ລວມເອົາປະເທດທີ່ມີ ເສດຖະກິດ ອຸດສະຫະກຳໃໝ່ ເຊັ່ນ: ຮົງກົງ, ສ​ປ ຈີນ, ສາທາລະນະລັດເກົາຫລີ, ສິງກະໂປ, ໄຕ້ຫວັນ, ຈີນ ບັນດາປະເທດທີ່ກຳລັງພັດທະນາ ແມ່ນຄາດວ່າ ຈະຂະຫຍາຍໂຕໃນ​ລະ​ດັບ 2,4% ໃນປີນີ້ ເມື່ອທຽບໃສ່ 5,7% ໃນປີ 2019 ກ່ອນທີ່ຈະຟື້ນຕົວກັບມາ ຢູ່ທີ່ອັັດຕາ 6,7% ໃນປີໜ້າ. ສຳລັບ ມູນຄ່າເສຍຫາຍຂອງໂລກ ຕໍ່ກັບການລະບາດແມ່ນຈະຢູ່ໃນ ລະຫວ່າງ 2,0 ຫາ 4,1 ໂກດໂດລາສະຫະລັດ ຫລື ທຽບເທົ່າກັບການສູນເສຍໃນ ລະຫວ່າງ 2,3% ຫາ 4,8% ຂອງມູນຄ່າຍ​ອດລວມຜະລິດຕະພັນຂອງໂລກ.

ນັບ​​ແຕ່​ເກີດ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຈົນເຖິງ ວັນທີ 2 ເມສາ ຜ່ານມາ ທົ່ວໂລກ ມີຜູ້ຕິດເຊື້ອ ເພີ່ມຂື້ນ 72.839 ຄົນ, ​ເຮັດ​ໃຫ້ ​ຍອດ​ຈຳນວນ ຜູ້ຕິດເຊື້ອ ສະສົມ ລວມມີ 896.450 ຄົນ, ເສຍຊີວິດລາຍໃໝ່ 4.924 ຄົນ ລວມທັງ​ໝົດ 45.526 ຄົນ ​ໂດຍ​ສະ​ເພາະ ເອີຣົບ ເປັນພື້ນທີ່ ມີການ​ແຜ່ ລະບາດ ຢ່າງຮຸນແຮງທີ່ສຸດ ​ໂດຍມີ ຜູ້ຕິດເຊື້ອ​ເຖິງ 503.006 ຄົນ, ເສຍຊີວິດ 33.604 ຄົນ. ທ່ານນາງ ອູຣ ຊູລາ ຟອນເຄີຣ ເລເຢນ ປະທານ ຄະນະ ກຳມະການ ເອີຣົບ ກ່າວວ່າ: ການຊ່ວຍຊິວິດ ແລະ ​ເ​ອົາ​ໃຈ​ໃສ່​​ ເບິ່ງ​ແຍງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ເປັນໜ້າທີ່ ສຳຄັນ ອັນດັບທຳອິດ ຂອງ ສະຫະພາບ ເອີຣົບ. ສະ​ນັ້ນ, ຄະນະກຳມະການ ເອີຣົບ ຈະສະເໜີ ໃຫ້ຈັດຕັ້ງ ກອງທຶນ ຊ່ວຍເຫລືອ ດ້ວຍວົງເງິນ 1 ແສນລ້ານເອີໂຣ ເພື່ອຊົດເຊີຍ ເງິນເດືອນ ຂອງ ແຮງງານ ແລະ ຊ່ວຍທຸລະກິດ ໃຫ້ປະກອບ ກິດຈະການ ຕໍ່ໄປ.

ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19 ສື່ມວນຊົນສາກົນ ນັບມື້ນັບສົນໃຈຕໍ່ຄວາມມານະພະຍາຍາມໃນການຮັບມືກັບພະຍາດໂຄວິດ-19 ຂອງຫວຽດນາມ

ຍສໝ - ໜັງສືພິມ DW ຂອງ ເຢຍລະມັນ ໃຫ້ຮູ້ວ່າ, ນັບແຕ່ທ້າຍເດືອນມັງກອນ ປີ 2020 ທີ່ຜ່ານມາ, ເມື່ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດໂຄໂຣນາພຽງແຕ່ກໍ່ຂຶ້ນຢູ່ປະເທດຈີນເທົ່ານັ້ນ ແລະ ຍັງບໍ່ທັນແຜ່ລະບາດອອກສູ່ທົ່ວໂລກນັ້ນ, ລັດຖະບານຫວຽດນາມ ໄດ້ຮັບມືກັບພະຍາດໂຄວິດ-19 ແລ້ວ.

ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19 ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງໃນສະໄໝເກີດເຊື້ອພະຍາດໂຄວິດ -19

ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.

ມ ຫລາຍລ ານແຮງງານໃນພາກພ ນ ອາຊ ປາຊ ຟ ກ ອາດຈະຕ ອງວ າງງານເນ ອງຈາກການແຜ ລາມຂອງພະຍາດ ໂຄວ ດ 19 ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ

ຍສໝ - ລັດຖະບານຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ ແລະ ພວມສືບຕໍ່ເປັນເຈົ້າການ, ຮ່ວມມື, ມີຄວາມໂປ່ງໃສ ໃນການຄວບຄຸມໂລກລະບາດ. ອາເມລິກາ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນວຽກງານນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.