ພະຍາດ COVID-19 ສົ່ງຜົນກະທົບຕໍ່ລາຍຮັບຂອງຜູ້ປະກອບການ ຢູ່ ລາວ

16:30 | 20/03/2020

ທ່ານນາງ ເກດ ແສງດາລາ ແມ່ຄ້າຂາຍຜັກຕະຫຼາດໜອງບົວທອງ ກໍໄດ້ວ່າ: ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຢູ່ ສປ ຈີນ ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຄ້າຂາຍຂອງຕົນຢ່າງຊັດເຈນ ເຊິ່ງນອກຈາກຈະເຮັດໃຫ້ການຄ້າຂາຍພົບຄວາມຫຍຸ້ງຍາກແລ້ວ ໄລຍະ 2-3 ອາທິດຜ່ານມານີ້ ລູກຄ້າທີ່ມີໜ້ອຍຢູ່ແລ້ວ ຍິ່ງຫຼຸດລົງຫຼາຍເທົ່າ ສ່ວນລາຄາຂອງພືດຜັກຍັງຄືເກົ່າ ເຊິ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງຄອບຄົວຕົນຫຼາຍສົມຄວນ.

ພະຍາດ COVID-19 ສົ່ງຜົນກະທົບຕໍ່ລາຍຮັບຂອງຜູ້ປະກອບການ ຢູ່ ລາວ

ພາບປະກອບ

ປັດຈຸບັນ ພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ກໍາລັງລະ ບາດຢູ່ຫຼາຍປະເທດໃນໂລກ ຂ້າຊີວິດມະນຸດໄປແລ້ວຫຼາຍພັນຄົນ ຫຼາຍປະເທດຈຶ່ງໄດ້ມີມາດຕະການຄວບຄຸມ ແລະ ປ້ອງກັນດ້ວຍຫຼາຍວິທີ ສະເພາະ ສປປ ລາວ ເຖິງວ່າຍັງບໍ່ມີກໍລະນີຕິດເຊື້ອພະຍາດດັ່ງກ່າວ ແຕ່ໄດ້ເອົາໃຈໃສ່ຢ່າງຈິງຈັງ ໃນການປ້ອງກັນ ແລະ ຄວບຄຸມຢ່າງເຄັ່ງຄັດ ການລະບາດຂອງພະຍາດດັ່ງກ່າວໃນບັນດາປະເທດໃກ້ຄຽງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການຂະແໜງຕ່າງໆຂອງລາວເປັນຈໍານວນບໍ່ໜ້ອຍ. ທ່ານນາງ ເກດ ແສງດາລາ ແມ່ຄ້າຂາຍຜັກຕະຫຼາດໜອງບົວທອງ ກໍໄດ້ວ່າ: ພາຍຫຼັງທີ່ມີການລະບາດຂອງພະຍາດ COVID-19 ຢູ່ ສປ ຈີນ ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ການຄ້າຂາຍຂອງຕົນຢ່າງຊັດເຈນ ເຊິ່ງນອກຈາກຈະເຮັດໃຫ້ການຄ້າຂາຍພົບຄວາມຫຍຸ້ງຍາກແລ້ວ ໄລຍະ 2-3 ອາທິດຜ່ານມານີ້ ລູກຄ້າທີ່ມີໜ້ອຍຢູ່ແລ້ວ ຍິ່ງຫຼຸດລົງຫຼາຍເທົ່າ ສ່ວນລາຄາຂອງພືດຜັກຍັງຄືເກົ່າ ເຊິ່ງບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງຄອບຄົວຕົນຫຼາຍສົມຄວນ.

ສະຖານະການ ແຜ່ລະບາດ ເຊື້ອພະຍາດ ໂຄໂຣນາ ສາຍພັນໃໝ່ ຫລື ໂຄວິດ-19 ໃນອາຊີ ພວມເພີ່ມທະວີ ຄວາມຮຸນແຮງຂຶ້ນ ຢ່າງຕໍ່ເນື່ອງ ເຖິງ​ແມ່ນວ່າ ຈີນ ຈະມີລາຍງານ ຜູ້ຕິດເຊື້ອລາຍໃໝ່ຫລຸດລົງ ຫລັງຈາກ ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນ ເປັນຄັ້ງທຳອິດ ໃນເມືອງອູຮັນ ​ເປັນສູນກາງ ແຜ່ລະບາດ ແຕ່ຢ່າງໃດກໍ່ດີ ສະຖານະການ ແຜ່ລະບາດ ໃນຈີນ ຍັງບໍ່ສາມາດ ໄວ້ວາງໃຈໄດ້ ເນື່ອງຈາກ ຈຳນວນ ຜູ້ຕິດເຊື້ອ ທີ່ເດີນທາງມາຈາກ ຕ່າງປະເທດ ຍັງເພີ່ມຂຶ້ນ ຕໍ່ເນື່ອງ ຫລ້າສຸດ ມີຜູ້ຕິດເຊື້ອ ທີ່ເດີນທາງ ມາຈາກ ຕ່າງປະເທດ ເພີ່ມອີກ 34 ຄົນ ຫລາຍທີ່ສຸດ ໃນຮອບ 2 ອາທິດ ຜ່ານມາ ສົ່ງຜົນໃຫ້ ຈົນເຖິງ ຂະນະນີ້ ມີຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ ໃນຈີນ ຈຳນວນ 189 ຄົນ.

ສ່ວນ ທ່ານ ມູນ​ແຈ ອິນ, ປະທານາທິບໍດີ ສ.​ເກົາຫລີ​ ໃຫ້​ຄຳ​ໝັ້ນສັນຍາ​ ຈະ​ຈັດ​ສັນ​ເງິນ​ ຊ່ວຍເຫລືອ ສຸກ​ເສີນ ​ຈຳນວນ 3.900 ລ້ານ​ໂດ​ລາ​ ສະຫະລັດ ​ໃຫ້​ແກ່ ​ທຸລະ​ກິດ​ ຂະໜາ​ດນ້ອຍ ທີ່​ໄດ້​ຮັບ ​ຜົນ​ກະທົບ. ນອກ​ນີ້ ຍັງ​ຫລຸດຜ່ອນ​ ໄລຍະ​ເວລາ​ ການ​ຈ່າຍ​ເງິນ​ກູ້ ລວມທັງ ​ໃຫ້​ເງິນ​ກູ້​ຢືມ ດອກ​ເບ້ຍ​ຕ່ຳ ​ໃຫ້​ແກ່​ທຸລະ​ກິດ​ ຂະໜາດ​ນ້ອຍ ທີ່​ໄດ້​ຮັບ​ ຜົນ​ກະທົບ. ຂະນະ​ທີ່ ​ໃນ​ບັງ​ກລາ​ເທດ ຫລາຍ​ພາກສ່ວນ ​ວິຈານ​ ການ​ລວມຕົວ​ກັນ ​ຂອງ​ ຊາວ​ມຸດ​ສະ​ລິ​ມ ທີ່​ຮ່ວມ​ກັນ​ ເຮັດ​ພິທີ​ ທາງ​ສາສະໜາ ​ໃນ​ເມືອງ​ໄຮ​ປຸຣະ ທາງ​ພາກ​ໃຕ້​ ຂອງ​ປະ​ເທດ ​​ເຖິງ​ວ່າ ລັດຖະບານ ສັ່ງ​ຫ້າມ​ ຊຸມນຸມ ​ໂດຍ​ທາງ​ ຜູ້​ຈັດ​ງານ ຍັງ​ອ້າງ ​ວ່າ ມີ​ຜູ້​​ເຂົ້າ​ຮ່ວມ​ງານ ​ເຖິງ 25.000 ຄົນ. ກ່ອນ​ໜ້າ​ນີ້ ລັດຖະບານ ບັງ​ກລາ​ເທດ ​ໄດ້​ສັ່ງ​ປິດ​ ໂຮງຮຽນ ​ແຕ່​ມີ​ລາຍ​ງານ​ ວ່າ ຫລາຍ​ຄົນ ​ກັບ​ມາ​ ໃຊ້​ເວລາ​ຫວ່າງ​ ​ເດີນທາງ​​ໄປທ່ອງ​ທ່ຽວ ຈົນ​ເຖິງ​ ຂະນະ​ນີ້ ບັງ​ກລາ​ເທດ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 14 ຄົນ ​ແລະ ​ເສ​ຊີວິດ 1 ຄົນ​ແລ້ວ.

ໃນ​ວັນ​ທີ 18 ມີນາ 2020, ທີ່​ຫ້ອງ​ວ່າການ​ສຳນັກງານ​ ນາຍົກລັດຖະມົນຕີ ໃນ​ໂອກາດ​ເຂົ້າຮ່ວມ ​ກອງ​ປະຊຸມ​ລັດຖະບານ ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ການ​ຕ້ານ ​ແລະ ສະກັດ​ກັ້ນ ພະຍາດ​ໂຄ​ວິດ-19 ທ່ານ ດຣ.ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ ​ກະຊວງ​ສາທາລະນະ​ສຸກ​ ໄດ້​ແຈ້ງ​ຕໍ່​ສື່​ມວນ​ຊົນ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີຂ່າວ​ ທີ່​ໄດ້​ມີ​ການ​ເຜີ​ຍ​ແຜ່​ຢູ່ ​ໃນ​ສັງຄົມ​ອອນ​ລາຍ ວ່າ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ຄວາມ​ເປັນ​ຈິງ​ຍັງ​ບໍ່​ພົບ​ກໍລະນີ​ ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-9 ຢູ່ ສປປ ລາວ ​ເທື່ອ.

(ໄຊພອນ)

ເຫດການ
302 Found

Found

The document has moved here.