ພະຍາດ Covid-19: ປະເທດ ລາວ ໄດ້ເລື່ອນເວລາຈັດຕັ້ງ 4 ກອງປະຊຸມພາກພື້ນ, ອິນໂດເນເຊຍ ໄດ້ປິດໂຮງຮຽນທັງໝົດ

11:47 | 16/03/2020

ຍສໝ - ຕໍ່ໜ້າບັນດາການເຄື່ອນໄຫວທີ່ສັບສົນຂອງການລະບາດພະຍາດລະບົບຫາຍໃຈ Covid-19 ໃນໂລກ, ລັດຖະບານປະເທດ ລາວ ໄດ້ຕັດສິນໃຈເລື່ອນການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນທີ່ ກຳນົດໃນທ້າຍເດືອນນີ້.

ຕໍ່ໜ້າບັນດາການເຄື່ອນໄຫວທີ່ສັບສົນຂອງການລະບາດພະຍາດລະບົບຫາຍໃຈ Covid-19 ໃນໂລກ, ລັດຖະບານປະເທດ ລາວ ໄດ້ຕັດສິນໃຈເລື່ອນການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນທີ່ ກຳນົດໃນທ້າຍເດືອນນີ້.

ພະຍາດ Covid-19: ປະເທດ ລາວ ໄດ້ເລື່ອນເວລາຈັດຕັ້ງ 4 ກອງປະຊຸມພາກພື້ນ, ອິນໂດເນເຊຍ ໄດ້ປິດໂຮງຮຽນທັງໝົດ

ລັດຖະບານ ລາວ ໄດ້ເພີ່ມທະວີມາດຕະການເພື່ອຄວບຄຸມ Covid-19. (ພາບ: AFP)

ການປະກາດທາງວິທະຍຸແຫ່ງຊາດລາວໃນວັນທີ 14 ມີນາ ໄດ້ໃຫ້ຮູ້ວ່າ ລັດຖະບານປະເທດ ລາວ ໄດ້ຕັດສິນໃຈເລື່ອນການຈັດຕັ້ງ 4 ກອງປະຊຸມລະດັບສູງພາກພື້ນ ເຊິ່ງຄາດວ່າຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນແຕ່ວັນທີ 25-27 ມີນາ, ປະກອບມີກອງປະຊຸມສຸດຍອດການຮ່ວມມື ລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3; ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ຄັ້ງທີ 9 ຂອງ Ayayaoadi - Chau Phray-a - ແມ່ນ້ຳຂອງ (AyMECS) ຄັ້ງທີ 9; ກອງປະຊຸມສຸດຍອດກຳ ປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ຄັ້ງທີ 10; ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 11. ການປະກາດກ່າວວ່າ ການປະຊຸມຕ່າງໆດັ່ງກາວຈະຖືກເລື່ອນໄປຈົນກວ່າການລະບາດຂອງ Covid-19 ໄດ້ຄວບຄຸມ.

ມື້ດຽວກັນ, ຕາມໜັງສືພິມ Jakarta Post, ນະຄອນຫຼວງ Jakarta ຂອງ ອິນໂດເນເຊຍ ກໍ່ໄດ້ປະກາດປິດໂຮງຮຽນທັງໝົດ ແລະ ຕ້ອງການນຳໃຊ້ວິທີສອນທາງອິນເຕີເນັດ ໃນ 2 ອາທິດຕໍ່ໜ້າ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ Covid-19 ດັ່ງກ່າວ. ການຕັດສິນໃຈດັ່ງກ່າວ ໄດ້ປະກາດເປັນທາງການຫຼັງຈາກ ອິນໂດເນເຊຍໄດ້ຄົ້ນພົບ 27 ກໍລະນີໃໝ່ ຖືກຕິດແປດພະຍາດ Covid-19 ໃນວັນທີ 13 ມີນາ ເຊິ່ງເຮັດໃຫ້ຈຳນວນກໍລະນີຖືກຕິດແປດພະຍາດ ທັງໝົດ ເພີ່ມຂຶ້ນເຖິງ 96, ໃນນັ້ນ ຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວແມ່ນ 5 ຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.