ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020

06:57 | 22/03/2020

ໃນ​ວັນ​ທີ 20 ມີ​ນາ 2020, ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຈະ​ເລີນ ເຢຍ​ປາວ​ເຮີ ລັດ​ຖະ​ມົນ​ຕີ​ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ໂຄ​ສົກ​ລັດ​ຖະ​ບານ ໄດ້​ຖະ​ແຫລງ​ຜົນປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020 ໂດຍ​ມີ​ ທ່ານຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເຂົ້າ​ຮ່​ວມ.

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 18-19 ມີ​ນາ 2020 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ຮັບມືກັບການລະບາດ ພະຍາດອັກເສບປອດ ຈາກເຊື້ອຈຸນລະໂລກສາຍພັນໃໝ່ (COVID-19) ໄດ້ພ້ອມກັນສືບຕໍ່ປຶກສາຫາລື ແລະ ພິຈາລະນາ ກ່ຽວກັບມາດຕະການດ້ານເສດຖະກິດເພື່ອແກ້ໄຂຜົນກະທົບ ຈາກພະຍາດ COVID-19, ຜົນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02,​03 ແລະ 12 ຂອງນາຍົກລັດຖະມົນຕີ ກ່ຽວກັບການປັບປຸງລະບຽບການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ, ການຄ້າ, ການອະນຸຍາດການລົງທຶນ ແລະ ອະນຸຍາດດໍາເນີນທຸລະກິດຢູ່ ສປປ ລາວ; ຮ່າງຍຸດທະສາດການລະດົມທຶນ ແລະ ຄຸ້ມຄອງການຊ່ວຍເຫລືອທາງການ ເພື່ອການພັດທະນາ (2020-2030) ແລະ ຮ່າງດໍາລັດ ວ່າດ້ວຍການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ.

ພ້ອ​ມນີ້, ກອງ​ປະ​ຊຸມໄດ້ຕົກລົງ ແລະ ຮັບຮອງບັນຫາສໍາຄັນຕ່າງໆ ເປັນ​ຕົ້ນ​ແມ່ນ ກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກພະຍາດ COVID-19 ຢູ່ສປປລາວ. ເຖິງວ່າມາຮອດປັດຈຸບັນ ພະຍາດດັ່ງກ່າວ ຍັງບໍ່ທັນປະກົດລະບາດຢູ່ ສປປ ລາວ ເທື່ອ ແຕ່ມັນກໍ່ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຮົາ, ດັ່ງນັ້ນລັດຖະບານ ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງໂດຍຫລັກການຕໍ່ 13 ມາດຕະການດ້ານເສດຖະກິດ ທີ່ກະຊວງແຜນການ ແລະ ການລົງທຶນໄດ້ລາຍງານຕໍ່ກອງປະຊຸມ ໂດຍມອບໃຫ້ກະຊວງດັ່ງກ່າວ ສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບປຸງຄືນ ໂດຍຈັດໃຫ້ເປັນລະບົບ, ກຳນົດມາດຕະການລະອຽດ, ສາມາດປະຕິບັດໄດ້ແລ້ວຮ່າງ ເປັນມະຕິຂອງລັດຖະບານ ສົ່ງໃຫ້ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ເພື່ອສະເໜີ ທ່ານນາຍົກລັດຖະມົນຕີລົງນາມ ແລະ ປະກາດໃຊ້ໂດຍໄວ. ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນຫາສຳຄັນຮີບດ່ວນຈຳນວນໜຶ່ງ ຄື: ໃຫ້ຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດທີ່ມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະ ນັ້ນປັບປຸງການຈັດຕັ້ງຄະນະ ​ສະ​ເພາະ​ກິດ ໂດຍເພີ່ມຕົວແທນ ຂອງຂະແໜງການ ທີ່ເຮັດວຽກຕົວຈິງເຂົ້າຕື່ມ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ລະອຽດຈະແຈ້ງ; ເຫັນດີໃຫ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂຜົນກະທົບທາງດ້ານ ເສດຖະກິດຈາກການແຜ່ລະບາດຂອງພະຍາດ COVID-19 ໂດຍມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີເປັນປະທານແລະ ໃຫ້ປະກອບຄະນະຈາກ ຂະແໜງການທີ່ກ່ຽວຂ້ອງ; ໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຂໍ້ແນະນຳລະອຽດກ່ຽວກັບ ການປິດສະຖານສຶກສາຕ່າງໆ ໂດຍໃຫ້ມີມາດຕະການຄຸ້ມຄອງ ຢ່າງລະອຽດຈະ ແຈ້ງ, ຈະຈັດການຮຽນການສອນແນວໃດ ສຳລັບໂຮງຮຽນ ທີ່ມີເງື່ອນໄຂໃນການຮຽນທາງໄກ ຫລື ກະກຽມການສອນທົດແທນໃນເວລາພັກແລ້ງ.ໃຫ້ປຶກສາຫາລື ກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສຶ່ສານນຳໃຊ້ການສອນທາງໄກ ດ້ວຍລະບົບອອນລາຍ, ໃຫ້ຄົ້ນຄວ້າຫລຸດຄ່າອິນເຕີເນັດ ເພື່ອປະກອບ ສ່ວນຊ່ວຍການສຶກສາທາງໄກໃນໄລຍະນີ້; ໃຫ້ແຕ່ລະກະຊວງ, ອົງການອະນຸຍາດໃຫ້ລັດຖະກອນ ທີ່ມີລູກຮຽນຢູ່ໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານ ຜັດປ່ຽນກັນພັກ ເບິ່ງແຍງລູກຫລານຢູ່ເຮືອນ, ບໍ່​ໃຫ້​ເອົາ​ລູກ​ໄປ​ຫ້ອງການ; ໃຫ້ກະຊວງສາທາລະນະສຸກ ກະກຽມຄວາມພ້ອມ ທາງດ້ານບຸກຄະລາກອນ, ອຸປະກອນການແພດ ແລະ ສະຖານທີ່ ເພື່ອຮອງຮັບໃນກໍລະນີ ມີການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນນີ້ໃຫ້ຄັດເລືອກເອົານັກສຶກສາແພດສາດ ເຂົ້າຮ່ວມໃນທີມງານປະຈຳ ຢູ່ຈຸດຕ່າງໆ; ກະຊວງກະສິ ກຳ ແລະ ປ່າໄມ້ ເພີ່ມທະວີການຊີ້ນຳ ຢ່າງແທດເຖິງຕໍ່ການຊຸກຍູ້ ການຜະລິດ ກະສິກຳທີ່ເປັນສິນຄ້າ ຊຶ່ງມີຕະຫລາດຮັບຮອງແລ້ວ ແລະ ການຜະລິດເພື່ອຮັບໃຊ້ຊີວິດການເປັນ ຢູ່ຂອງປະຊາຊົນ; ສຶກສາອົບຮົມ ແລະ ປຸກລະດົມຂະບວນການຜະລິດ ຕາມຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ຂອງປະຊາຊົນບັນດາເຜົ່າ ໃຫ້ຫລາຍຂຶ້ນ; ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນຈັດຕັ້ງ ປະຕິບັດລາຄາໄຟຟ້າໃໝ່ ທີ່ລັດຖະບານໄດ້ຕົກລົງແລ້ວ; ຊຸກຍູ້ໃຫ້ຜູ້ລົງທຶນ ທີ່ຄ້າງຊຳລະຄ່າສຳປະທານໂຄງການຕ່າງໆ ໄປປະຕິບັດພັນທະດັ່ງກ່າວ ໃຫ້ກະຊວງການເງິນ ຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ, ກຽມພ້ອມສະໜອງໄຟຟ້າ ໃຫ້ມີສະຖຽນລະພາບປົກກະຕິ; ກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ ​ເອົາ​ໃຈ​ໃສ່ຕິດຕາມກວດ ກາຢ່າງເຂັ້ມງວດສະຖານ ບັນເທິງ, ຮ້ານຄາຣາໂອເກະ, ຮ້ານນວດຕ່າງໆ ໃຫ້ປິດຕາມທີ່ລັດຖະບານ ໄດ້ຕົກລົງຊີ້ນຳໄປນັ້ນ; ພ້ອມກັນນີ້ ໃຫ້ຮີບຮ້ອນສົມທົບກັບ ຜູ້ປະກອບການປັບປຸງ ແລະ ກະກຽມສະຖານທີ່ທ່ອງທ່ຽວໄວ້ຮອງຮັບ ພາຍຫລັງພະຍາດລະບາດສາມາດ ຄວບຄຸມໄດ້ໃນທົ່ວໂລກ; ເອົາໃຈໃສ່ຊີ້ນຳ ແລະ ຄຸ້ມຄອງການຖະແຫລງຂ່າວ, ອອກຂ່າວ ກ່ຽວກັບການປະຕິບັດ ມາດຕະການຕ່າງໆ ທີ່ລັດຖະບານວາງອອກໃຫ້ຖືກຕ້ອງ, ທັນການ, ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງໃຫ້ທັນເວລາ; ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນ ຄວາມສະຫງົບ ເອົາໃຈໃສ່ຄຸ້ມຄອງດ່ານ ຕາມມາດຕະການທີ່ ລັດຖະບານໄດ້ວາງອອກ; ກະຊວງປ້ອງກັນຄວາມສະຫງົບ ​ໃຫ້ເພີ່ມທະວີການປະຕິບັດ ບົດບາດໜ້າທີ່ຂອງຕົນໃນການ ຮັກສາຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ທົ່ວສັງຄົມ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງ ຕິດຕາມກວດກາ ແລະ ແກ້ໄຂການລະເມີດ ຕໍ່ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການ; ກະຊວງອຸດສາຫະກຳ ແລະ ການຄ້າ ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ປຶກສາຫາລື ແກ້ໄຂບັນຫາຕ່າງໆ ກ່ຽວກັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານດ່ານສາກົນ ໃຫ້ທັນເວລາ, ຮັບປະກັນການສະໜອງສິນຄ້າ ທີ່ຈຳເປັນຕ່າງໆ ໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ບັນ ດາເຜົ່າ; ແກ້ໄຂການສວຍໂອກາດ ກັກຕຸນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ການລະເມີດອື່ນໆ ທາງດ້ານການຄ້າໃຫ້ເຂັ້ມງວດ, ທັນເວລາ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສັນແຮງງານ ໃຫ້ແກ່ໂຄງການຕ່າງໆ ທີ່ຍັງມີຄວາມຕ້ອງການ; ຄຸ້ມຄອງແຮງງານ ທີ່ມາຈາກຕ່າງປະເທດໃຫ້ເຂັ້ມງວດ ຕາມມາດຕະການຕ່າງໆ ທີ່ລັດຖະບານໄດ້ວາງອອກ; ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ ສົມທົບກັບພາກສ່ວນກ່ຽວຂ້ອງ ຄຸ້ມຄອງການກໍ່ສ້າງທາງລົດໄຟ ແລະ ທາງດ່ວນ ຕາມແຜນທີ່ໄດ້ກຳນົດໄວ້; ຄຸ້ມຄອງການບິນ ໃຫ້ໄປຕາມລະບຽບ ການທີ່ລັດຖະບານ ໄດ້ວາງອອກ; ໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດ ມາດຕະການຂອງລັດຖະບານ ກ່ຽວກັບການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຊົ່ວຄາວຢ່າງເຂັ້ມງວດ, ຄຸ້ມຄອງການສະຫລອງປີໃໝ່​ໃຫ້​ຖືກຕ້ອງ ຕາມແຈ້ງການ ສະບັບເລກທີ 397/ຫສນຍ, ລົງວັນທີ 19 ມີນາ 2020, ພ້ອມກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ຊກຍູ້ຊີ້ນຳການຜະລິດສິນຄ້າ, ການຜະລິດສະບຽງອາຫານ ຢູ່ໃນທ້ອງຖິ່ນຂອງຕົນ ຮັບປະກັນບໍ່ໃຫ້ມີຜົນກະທົບທີ່ບໍ່ດີ ຕໍ່ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ; ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ​ແລະ ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ ຕ້ອງເປັນເຈົ້າການເຂົ້າຮ່ວມ ຂະບວນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ COVID-19. ພ້ອມທັງປຸກລະດົມ ແລະ ຊຸກຍູ້ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວ, ທັງຊຸກຍູ້ການຜະລິດ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ; ທຸກໆ​ກະຊວງ-ອົງການ ​ແລະ ທ້ອງ​ຖິ່ນ ຕ້ອງ​ຕັ້ງໜ້າ​ເປັນ​ເຈົ້າ​ການຈັດ​ຕັ້ງ​ປະຕິບັດ​ບົດບາດ, ໜ້າ​ທີ່​ຂອງ​ຕົນ ​ແລະ ປະກອບສ່ວນ​ຢ່າງ​ຫ້າວຫັນ​ ເຂົ້າ​ໃນ​ຂະ​ບວນການ​ປ້ອງ​ກັນ, ສະກັດ​ກັ້ນ​ພະຍາດ COVID-19 ​ໃຫ້​ໄດ້​ຮັບ​ຜົນ​ຕາມ​ມາດ​ຕະຫານ​ຕ່າງໆ ​ທີ່​ລັດຖະບານ ​ໄດ້​ວາງ​ອອກ.

ພ້ອມ​ນີ້, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງຜົນຂອງການ ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02, 03 ແລະ 12 ຂອງທ່ານ ນາຍົກລັດຖະມົນຕີ ແລະ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງປະສານສົມທົບ ແລະ ເປັນເຈົ້າການໃນການສືບຕໍ່ຈັດຕັ້ງປະຕິບັດ ບັນດາຄໍາສັ່ງດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ສູ້ຊົນແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງຕ່າງ ໃຫ້ທັນເວລາເພື່ອປະກອບສ່ວນ ໃຫ້ແກ່ການຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ດໍາເນີນໄປຕາມທິດທາງ ແລະ ແຜນການທີ່ວາງໄວ້.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.