ບັນດາປະເທດ ແລະ ອົງການ ຕ່າງໆ ເພີ່ມທຶນຊ່ວຍເຫຼືອໃຫ້ລາວເພື່ອຮັບມືໄວຣັສ COVID-19

18:46 | 14/03/2020

ອົງການອຸຍນີເຊັບໄດ້ມອບ ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະ ນະສຸກ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການກະ ກຽມຄວາມພ້ອມ ເພື່ອປ້ອງກັນ ພະຍາດອັກເສບປອດສາຍພັນ ໃໝ່ ໂຄວິດ-19 (COVID-19).

ບັນດາປະເທດ ແລະ ອົງການ ຕ່າງໆ ເພີ່ມທຶນຊ່ວຍເຫຼືອໃຫ້ລາວເພື່ອຮັບມືໄວຣັສ COVID-19

ອົງການອຸຍນີເຊັບ ມອບອຸປະກອນປ້ອງກັນພະຍາດອັກເສບປອດ ໃຫ້ ສປປ ລາວ. (ພາບ: pasaxon.org.la)

ອົງການອຸຍນີເຊັບໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນ ລັດຖະບານລາວ ໃນການກະກຽມຄວາມພ້ອມ ເພື່ອປ້ອງກັນພະຍາດອັກເສບປອດສາຍພັນ ໃໝ່ ໂຄວິດ-19 (COVID-19). ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາສປປລາວໄດ້ມອບອຸປະ ກອນຕ່າງໆໃຫ້ກະຊວງສາທາ ລະນະສຸກ ໂດຍຜ່ານທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນ ວັນທີ11 ມີນາຜ່ານມາ ທີ່ນະ ຄອນຫຼວງວຽງຈັນ. ເຄື່ອງທີ່ນຳມາມອບຄັ້ງນີ້, ລວມມີໜ້າກາກປິດປາກເວລາ ຜ່າຕັດ, ຊຸດຄຸມປ້ອງກັນຕົວສຳ ລັບແພດ, ໝວກ, ຖົງມື, ລວມ ທັງເຄື່ອງປ້ອງກັນໃບໜ້າ ເພື່ອ ແຈກຢາຍໃຫ້ແພດປະຈໍາໂຮງ ໝໍແຫ່ງຕ່າງໆທີ່ກຳລັງປະຕິບັດ ໜ້າທີ່ເຮັດວຽກປ້ອງກັນພະ ຍາດ ໂຄວິດ-19. ນອກນັ້ນ, ອົງການອຸຍນີເຊັບຍັງໄດ້ຊ່ວຍ ເຫຼືອລັດຖະບານສປປລາວໃນ ການກະກຽມ ແລະ ສ້າງແຜນ ໃນການປ້ອງກັນCOVID-19. ລວມມີຂໍ້ມູນ ແລະ ເຄື່ອງມືສຳ ລັບການໂຄສະນາທາງສື່ສານ, ສະໜັບສະໜູນສື່ມວນຊົນໂຄ ສະນາວຽກງານສຶກສາ ແລະ ວຽກ ງານປົກປ້ອງເດັກ.

ບັນດາປະເທດ ແລະ ອົງການ ຕ່າງໆ ເພີ່ມທຶນຊ່ວຍເຫຼືອໃຫ້ລາວເພື່ອຮັບມືໄວຣັສ COVID-19

ອາເມຣິກາ ເພີ່ມທຶນຊ່ວຍເຫຼືອໃຫ້ລາວເພື່ອຮັບມືໄວຣັສ COVID-19. (ພາບ: vientianemai.net)

ໃນໂອກາດທີ່ທ່ານ ທູດ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳລາວ ໄດ້ເຂົ້າຮ່ວມໃນກອງປະຊຸມເຝິກຊ້ອມເຫດການຈຳລອງ ເພື່ອກຽມການໂຕ້ຕອບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ຈັດຂຶ້ນວັນທີ 13 ມີນາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ມີເຈົ້າໜ້າທີ່ທາງພາກລັດຈາກ 12 ກະຊວງ ແລະ ຜູ້ນໍາຈາກບັນດາອົງການຕ່າງໆຂອງສະຫະປະຊາຊາດເຂົ້າຮ່ວມ ເຊິ່ງທ່ານໄດ້ປະກາດເພີ່ມທຶນຊ່ວຍເຫຼືອມູນຄ່າເກືອບ 2 ລ້ານໂດລາສະຫະລັດ ຫຼືປະມານ 17,5 ຕື້ກີບ ຈາກອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ໃຫ້ລັດຖະບານລາວເພື່ອຮັບໃຊ້ເຂົ້າໃນການໂຕ້ຕອບກັບການລະບາດຂອງພະຍາດເຊື້ອຈຸລາໂຣກສາຍພັນໃໝ່.

ອົງການອະນາໄມໂລກ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການອຸຍນີເຊບ ທຶນດັ່ງກ່າວຈະຊ່ວຍເຫຼືອລາວກະກຽມຫ້ອງທົດລອງ ເພື່ອການກວດຫາຜູ້ຕິດເຊື້ອຂະໜາດໃຫຍ່ ຈັດຕັ້ງປະຕິບັດແຜນສຸຂະພາບສຸກເສີນໃຫ້ກັບຈຸດຕ່າງໆ ເຝິກອົບຮົມສ້າງຄວາມອາດສາມາດໃຫ້ແກ່ທີມຮັບມືແບບທັນທີ ກວດຫາຜູ້ຕິດເຊື້ອ ແລະ ດັດປັບອຸປະກອນເຝິກອົບຮົມກ່ຽວກັບ COVID-19 ໃຫ້ເຈົ້າໜ້າທີ່ສາທາລະນະສຸກ ເຊິ່ງການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍອົງການ USCDC ແລະ DTRA ເຊິ່ງ 2 ອົງການນີ້ໄດ້ໃຫ້ການສະໜັບສະໜູນວຽກງານຄວາມໝັ້ນຄົງທາງດ້ານສາທາລະນະສຸກມາເປັນເວລາຫຼາຍກ່ວາ 10 ປີ ໃນລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.