ຍ​ອດຜູ້​ຕິດ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ທົ່ວ​ໂລກ ເພີ່ມ​ຂຶ້ນ 720.117 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ທົ່ວ​​ໂລກ ຢູ່​ທີ່ 33.925 ຄົນ​

18:40 | 30/03/2020

ຍສໝ - ໃນ​ວັນ​ທີ 30 ມີນາ​ນີ້​ ວ່າ: ຍ​ອດຜູ້​ຕິດ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ທົ່ວ​ໂລກ ເພີ່ມ​ຂຶ້ນ 720.117 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ທົ່ວ​​ໂລກ ຢູ່​ທີ່ 33.925 ຄົນ​ ​ໃນ​ນີ້ີ້ ສ.ອາ​ເມ​ລິ​ກາ ມີ​ຍອດ ​ຜູ້​ຕິດ​ເຊື້ອ ​ສູງ​ເຖິງ 140.886 ຄົນ, ຮອງ​ລົງ​ມາ​ແມ່ນ ​ອີ​ຕາ​ລີ 97.689 ຄົນ, ຈີນ 82.122 ຄົນ, ​ແອັດ​ສະ​ປາຍ 80.110 ຄົນ ​ແລະ ​ເຢຍລະ​ມັນ 62.095 ຄົນ.

ຍ​ອດຜູ້​ຕິດ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ທົ່ວ​ໂລກ ເພີ່ມ​ຂຶ້ນ 720.117 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ທົ່ວ​​ໂລກ ຢູ່​ທີ່ 33.925 ຄົນ​

ພາບປະກອບ

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຂອງກຸ່ມສະເພາະກິດການປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ຂອງທຳນຽບຂ່າວໃນວັນທີ 29 ມີນາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຈຸດເວລາແຜ່ລະບາດສູງສຸດຂອງໂລກລະບາດ Covid – 19 ຄາດວ່າ ໃນ 2 ອາທິດຈະມາເຖິງ, ອາດຈະກົງກັບນບຸນ ອິດສະເຕີ (Easter) ວັນທີ 12 ເມສາ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາກໍ່ຫວັງວ່າບັນດາການເຄື່ອນໄຫວທັງໝົດຈະຄ່ອຍໆໄດ້ຮັບການຟື້ນຟູເລີ່ມແຕ່ວັນທີ 1 ມິຖຸນາ.

ວັນທີ 30 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ອອກຄໍາຮຽກຮ້ອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດຢ່າງຂ້ຽວຂາດ ສໍາລັບບັນດາແຜນນະໂຍບາຍຂອງພັກ ແລະ ລັດ, ການຊີ້ນໍາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່່າ: ໃນໄລຍະທີ່ຈະມາເຖິງ ພວກເຮົາຈະຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ຍິ່ງກວ່າທົບຫຼາຍເທົ່າ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມກວ່າອີກ ແລະ ເດັດດ່່ຽວກວ່າອີກ. ແຕ່ລະຄົນກໍລ້ວນແຕ່ກາຍເປັນນັກຮົບ ບົນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ. ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮວ່່ມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາໄຊຊະນະໂລກລະບາດໂຄວິດ - 19.

ຍ​ອດຜູ້​ຕິດ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ທົ່ວ​ໂລກ ເພີ່ມ​ຂຶ້ນ 720.117 ຄົນ ​ແລະ ຍອດ​ຜູ້​ເສຍ​ຊີວິດ ​ທົ່ວ​​ໂລກ ຢູ່​ທີ່ 33.925 ຄົນ​

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຍ້ອນກໍາລັງຢູ່ໃນໄລຍະທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ສະນັ້ນ ກອງປະຊຸມຜູ້ແທນທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການກະກຽມໃຫ້ແກ່ໄລຍະຫຼັງໂຄວິດ - 19 ຈະໂຈະໄວ້ຊົ່ວຄາວ ເພື່ອສຸມໃສ່ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ວຽກງານປ້ອງກັນ ແລະ ສະກັດກັ້ນຢ່າງວ່ອງໄວ, ຕັດສິນໃຈສຸມທຸກແຫຼ່ງກໍາລັງເພື່ອສະກັດກັ້ນໂລກລະບາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.