ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ເອກະສານ ສໍາຄັນຂອງພັກ ຂອງ ຊາດ

12:13 | 18/03/2020

ໃນວັນທີ 17 ມີນາ 2020 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດປາຖະກະຖາເຊື່ອມຊຶມເອກະສານ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 74 ປີ, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະ ນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານວິຊາການ ພາຍໃນຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ເອກະສານ ສໍາຄັນຂອງພັກ ຂອງ ຊາດ

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ເອກະສານ ສໍາຄັນຂອງພັກ ຂອງ ຊາດ

ການປາຖະກະຖາໃນຄັ້ງນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຫວນຄືນມູນເຊື້ອປະຫວັດສາດ ແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວຂອງພັກ ກໍຄື ການຕໍ່ສູ້ຢ່າງພິລະອາດຫານ ພາຍໃຕ້ ການນໍາພາຂອງອົງ ຄະນະພັກແຄວັນລາວ ໃນປີ 1934, ຕໍ່ມາພາຍໃຕ້ການນໍາພາ ຂອງພັກ ປະຊາ ຊົນລາວ ໃນເມື່ອກ່ອນ, ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ແລະ ບັນດາຜົນງານອັນໃຫຍ່ຫລວງໃນການຊີ້ນໍາ-ນໍາພາ ທີ່ສະຫລາດສ່ອງໃສຂອງພັກ ໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະ ລາດແຫ່ງຊາດ ແລະ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ໃນປີ 1975, ສຳເລັດການປະຕິວັດຊາດ, ປະຊາທິປະໄຕ, ພາຍໃຕ້ການນຳພາຂອງພັກ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະຜ່ານມາ, ອັນໄດ້ເຮັດໃຫ້ຊາດລາວ ມີສະຖຽນລະພາບທາງການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ປອດໄພໂດຍພື້ນຖານ, ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ, ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ສະຫາຍ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຫວນຄືນເຫດການປະ ຫວັດສາດ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ ຂອງ ນັກຮົບປະຕິວັດ ແລະ ປະຊາຊົນລາວ ໃນເມື່ອກ່ອນໂດຍສະເພາະ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຈາກພວກລ່າເມືອງ ຂຶ້ນຝຣັ່ງຜູ້ຮຸກຮານ ໃນວັນທີ 21 ມີນາ 1946 ເຊິ່ງໄດ້ກາຍເປັນກະແສຟອງ ປຸກລະດົມນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນບັນດາເຜົ່າ ທີ່ໄດ້ພ້ອມກັນລຸກຮື້ຂຶ້ນ ຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານ ທຸກຮູບແບບ ຂອງພວກລ່າເມືອງຂຶ້ນແບບເກົ່າ.

ການຈັດຕັ້ງເຊື່ອມຊຶມ ເອກະສານສໍາຄັນດັ່ງກ່າວ, ໄດ້ເປັນໂອກາດທີ່ດີໃຫ້ແກ່ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີຄວາມເຂົ້າໃຈ ແລະ ກໍາໄດ້ວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກ ປປ ລາວ ຕະຫລອດໄລຍະ 65 ປີຜ່ານມາ ແລະ ເຫັນໄດ້ການປະ ກອບສ່ວນເສຍສະຫລະ ຂອງນັກຮົບປະຕິວັດ ແລະ ປະຊາຊົນລາວ ໃນການຕໍ່ສູ້ຢ່າງພິລະອາດຫານຕ້ານພວກຮຸກຮານຕ່າງຊາດ ເພື່ອຍາດເອົາເອກະລາດແຫ່ງຊາດ ມາໃຫ້ແກ່ປະຊາຊົນລາວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.