ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

16:28 | 02/04/2020

ຍສມ - ອີງຕາມການປະກາດຫຼ້າສຸດຂອງກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ່ວ່າມາຮອດປະຈຸບັນ, ໃນປະເທດລາວມີຜູ້ຕິດເຊື້ອໄວຣັດ Covid ທັງໝົດເປັນ 10 ຄົນແລ້ວ. ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈປິດໂຮງໝໍເອກະຊົນທັງໝົດ, ເພື່ອສະກັດກັ້ນຄວາມສ່ຽງຕໍ່ການຕິດພະຍາດ.

ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19 ແຂວງກຽນຢາງ ສສ.ຫວຽດນາມ ໄດ້ມອບສົ່ງອຸປະກອນປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ທະຫານຊາຍແດນ ກຳປູເຈຍ
ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19 ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ໃນວັນທີ 1 ເມສາ, ກະຊວງສາທາລະນະສຸກ ສປປ.ລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອລາຍງານສະພາບການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ປະເທດລາວ ໄດ້ປະສົບກັບການຕິດເຊື້ອເພີ່ມອີກ 1 ຄົນ. ດັ່ງນັ້ນ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອໄວຣັສ Covid-19 ທັງໝົດເປັນ 10 ຄົນແລ້ວໃນທົ່ວປະເທດລາວ.

ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19
ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19. (ພາບ: Laotholakhong)

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ກໍລະນີຜູ້ຕິດເຊື້ອທີ 10 ແມ່ນກໍລະນີດຽວທີ່ຖືກຕິດເຊື້ອໄວຣັດ Covid-19 ຈາກຜົນກວດວິເຄາະຫາເຊື້ອທັງໝົດ 31 ກໍລະນີ ຂອງກະຊວງສາທາລະນະສຸກ ສປປ.ລາວ, ແມ່ນ ເພດຍິງ ອາຍຸ 21 ປິ ຢູ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຊິ່ງເປັນຜູ້ໃກ້ຊິດ ແລະ ສຳຜັດກັບຜູ້ຕິດເຊື້ອກໍລະນີທີ 8.

ກໍລະນີຜູ້ຕິດເຊື້ອທີ 10 ມີອາການຄື: ເຈັບຄໍ, ຈາມ, ເມື່ອຍ, ຫາຍໃຈຍາກ ໃນວັນທີ 27 ເຖິງ 29 ມີນາ. ຕໍ່ມາໃນວັນທີ 30 ມີນາ ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ. ຈາກນັ້ນ ໃນວັນທີ 31 ມີນາ ຈຶ່ງໄປກວດຢູ່ໂຮງໝໍມິດຕະພາບ ແລະ ແພດໄດ້ ວິເຄາະວ່າຖືກຕິດເຊື້ອໄວຣັດ Covid-19.

ມາຮອດວັນທີ 31 ມີນາ, ສປປ ລາວ ໄດ້ເກັບຕົວຢ່າງມາກວດທັງໝົດ 437 ຄົນ (ຕົວເລກສະສົມ) ແລະ ກວດພົບເຊື້ອ 10 ຄົນ, ໃນນີ້ມີແຮງງານລາວ ມາຈາກປະເທດໄທ 45 ຄົນ ແຕ່ຜົນການກວດທັງໝົດບໍ່ພົບເຊື້ອ.

ກະຊວງສາທາລະນະສຸກລາວຍັງໄດ້ຈັດຕັ້ງປະຕິບັດ ຕາມມາດຕະການທີ່ລັດຖະບານ ສປປ.ລາວ ໄດ້ກຳນົດໄວ້ໃນເມື່ອກ່ອນ ເພື່ອສະກັດກັ້ນພະຍາດ Covid-19, ເຊິ່ງໄດ້ຮຽກຮ້ອງໃຫ້ອົງການສາທາລະນະສຸກທີ່ກ່ຽວຂ້ອງຂອງຕົນ ເພີ່ມທະວີຄວາມພະຍາຍາມ, ກຽມພ້ອມອຸປະກອນແພດ ເພື່ອຮັບມືກັບການພັດທະນາໃໝ່ຂອງ Covid-19.

ໂດຍສະເພາະ, ກະຊວງສາທາລະນະສຸກ ໄດ້ມອບໝາຍໃຫ້ ພະແນກປິ່ນປົວ ແລະ ຟື້ນຟູ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ອອກແຈ້ງການຮຽກຮ້ອງ ປິດໂຮງໝໍ ແລະ ຄລີນິກເອກະຊົນທັງໝົດຢ່າງຊົ່ວຄາວ. ບັນດາກໍລະນີຄົນເຈັບຜູ້ທີ່ໄດ້ຮັບກ່ອນໜ້ານີ້ ຍັງສືບຕໍ່ໄດ້ຮັບການປິ່ນປົວເຊົາເຈັບຫາຍດີຂຶ້ນ.

ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19 ຫວຽດນາມ ໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງແຮງ ເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid-19

ຍສໝ​ - ນັບແຕ່ວັນທີ 1 ເມສາ, ລັດຖະບານ ຫວຽດນາມ ໄດ້ຢຸດຕິຄົນເຂົ້າເມືອງຊົ່ວຂາວສໍາລັບບັນດາບຸກຄົນທີ່ບັນດາດ່ານຊາຍແດນສະກົນ ແລະ ດ່ານຊາຍແດນປະເພນີ ຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ ແລະ ຫວຽດນາມ - ລາວ.

ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19 ແຂວງກຽນຢາງ ສສ.ຫວຽດນາມ ໄດ້ມອບສົ່ງອຸປະກອນປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ທະຫານຊາຍແດນ ກຳປູເຈຍ

ຍສໝ​ - ອຳນາດການປົກຄອງ ແຂວງຮ່າຢາງ (ກຽນຢາງ) ໄດ້ມອບນໍ້າຢາລ້າງມືຂ້າເຊື້ອແມ່ພະຍາດຈຳນວນ 100 ແກັດ ແລະ ຜ້າປິດປາກ 5.500 ຜືນ ໃຫ້ແກ່ທະຫານຊາຍແດນກໍາປູເຈຍ.

ກະຊວງສາທາລະນະສ ກ ສປປ ລາວ ໄດ ບ ນທ ກກ ລະນ ທ 10 ຖ ກຕ ດເຊ ອໄວຣ ດ covid 19 ປະເທດລາວ ໄດ້ບັນທຶກກໍລະນີຕິດເຊື້ອພະຍາດ Covid-19 ທີ 9, ແຫຼ່ງຕິດຕິດທີ່ຍັງບໍ່ທັນຮູ້ເທື່ອ

ຍສໝ - ຕອນບ່າຍວັນທີ 30 ມີນາ, ກະຊວງສາທາລະນະສຸກ ສປປ.ລາວ ຢືນຢັນວ່າ ປະເທດນີ້ໄດ້ບັນທຶກກໍລະນີຕິດເຊື້ອໄວຣັດ Covid - 19 ເພີ່ມຂຶ້ນອີກ 1 ຄົນ, ເຊິ່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອທັງໝົດ ຢູ່ລາວ ເປັນ 9 ຄົນແລ້ວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.