ກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19

ກວດກາ, ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

12:52 | 07/04/2020

ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.

ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19 ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມ ທີ່ໄດ້ຄວບຄຸມການລະບາດຂອງພະຍາດ Covid-19 ເປັນຢ່າງດີ
ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19 ປະຊາຊົນຫວຽດນາມເຫັນດີເຫັນພ້ອມ ສະໜັບສະໜູນຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຫວຽດນາມ

ກອງປະຊຸມ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19, ມະຕິຕ່າງໆ ຂອງລັດຖະບານ ກໍ່ຄືມາດຕະການຕ່າງໆ ທີີ່ຄະນະສະເພາະກິດ ໄດ້ວາງອອກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ, ມາດຕະການໃນຕໍ່ໜ້າ ແລະ ຂໍ້ສະເໜີຕໍ່ລັດຖະບານ ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍຜ່ານການນໍາໃຊ້ລະບົບ ການປະຊຸມທາງໄກ.

ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19
ກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19.(ພາບ: ຂປລ)

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະສະເພາະກິດ ທັງສູນກາງ ແລະ ທ້ອງຖິ່ນ, ຂະແໜງການ ແລະ ທ້ອງຖິ່ນ ທີ່ໄດ້ສຸມທຸກກໍາລັງແຮງເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ 19 ທີ່ພວມເກີດຂຶ້ນຢູ່ປະເທດເຮົາ. ພ້ອມດຽວກັນນັ້ນ, ໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ ຄື: ຕ້ອງສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເຂົ້າໃຈ ກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດ ໂຄວິດ 19 ໂດຍສະເພາະ ຜູ້ທີ່ຖືກກັກກັນຢູ່ເຮືອນ, ຢູ່ບ້ານ ຫລື ສູນຕ້ອງເຂົ້າໃຈສະພາບການໃຫ້ດີ ແລະ ບໍ່ໃຫ້ປະໝາດ. ບຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ; ຕ້ອງເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາປະເທດເຮົາ, ແຕ່ອະນຸຍາດໃຫ້ ເປີດສຳລັບການ ຂົນສົ່ງສິນຄ້າເຂົ້າ-ອອກ ໂດຍຕ້ອງມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ.

ມອບໃຫ້ຄະນະສະເພາະກິດ ສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈະເປີດດ່ານໃດ. ພ້ອມກັນນີ້ ໃຫ້ບັນດາແຂວງທີ່ມີຊາຍແດນ ຕິດກັບປະເທດເພື່ອນບ້ານ ເຈລະຈາກັບ ແຂວງຂອງປະເທດດັ່ງກ່າວ ທີ່ເປັນຄູ່ດ່ານກັນ ເພື່ອຂໍການຮ່ວມມື ແລະ ມີມາດຕະການໃນການ ປ້ອງກັນແຜ່ລະບາດຂອງ ເຊື້ອພະຍາດຊ່ວຍກັນ ເປັນຕົ້ນ ການກັກຕົວ 14 ວັນ ໂດຍສະເພາະຕໍ່ແຮງງານລາວ ທີ່ຈະເດີນທາງກັບຄືນມາປະເທດ; ເນື່ອງຈາກສູນກັກກັນ ມີຄວາມສ່ຽງ ຍ້ອນມີຄວາມແອອັດ, ສະນັ້ນ ສຳລັບຜູ້ທີ່ຖືກໃຫ້ກັກກັນຕົນເອງ ຢູ່ເຮືອນໃຜເຮືອນລາວ ຕ້ອງມີຄວາມເຂັ້ມງວດ ຈຶ່ງຈະສາມາດຮັບປະກັນບໍ່ໃຫ້ເຊື້ອພະຍາດ ແຜ່ລາມອອກໄປສູ່ຄອບຄົວ ແລະ ສັງຄົມ ໃນກໍລະນີ ຜູ້ກັກກັນຕົນເອງມີການຕິດເຊື້ອ.

ທ່ານນາຍົກລັດຖະມົນຕີຍັງເນັ້ນໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມ ທົ່ວສັງຄົມ ໃຫ້ການຊ່ວຍເຫລືອ ແລະ ບໍລິຈາກເຄື່ອງມື, ອຸປະກອນການແພດ ແລະ ອື່ນໆ ເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ບັນດາແຂວງ, ພ້ອມທັງໃຫ້ຄະນະສະເພາະກິດ ຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງພໍ ເພື່ອຈັດສົ່ງໄປໃຫ້ບັນດາແຂວງ ແລະ ອື່ນໆ. ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຮ່ວມແຮງຮ່ວມໃຈກັນ ເຂັ້ມງວດຈັດຕັ້ງປະຕິບັດ ຄຳສັ່ງ 06/ນຍ, ກໍຄື ມາດຕະການຕ່າງໆ ທີ່ລັດຖະບານ ແລະ ຄະນະສະເພາະກິດ ວາງອອກຢ່າງເດັດຂາດ ແນໃສ່ຕ້ານ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19 ລາວ: ຫຼາຍພາກສ່ວນປະກອບສ່ວນອຸປະກອນການແພດເພື່ອຕໍ່ສູ້ COVID-19

ຫວ່າງແລ້ວນີ້, ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄືກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ໃນລາວ ຕາງໜ້າມອບໂດຍທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ ຕາງໜ້າຮັບແມ່ນທ່ານ ສົມດີ ...

ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19 ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.

ກວດກາ ປ ກສາຫາກ ຽວກ ບວຽກງານແກ ໄຂ ແລະ ສະກ ດກ ນການແຜ ລະບາດຂອງເຊ ອພະຍາດໂຄວ ດ 19 ສະຫະລັດອາເມລິກາ ຊ່ວຍເຫຼືອອຸປະກອນການແພດ ສຳລັບ ສປປ.ລາວ ເພື່ອປ້ອງກັນເຊື້ອໄວຣັດ Corona

ຍສໝ - ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID) ປະກາດວ່າ ໄດ້ສົ່ງມອບອຸປະກອນການແພດຕ່າງໆ ສຳລັບ ສປປ.ລາວ, ໃນນັ້ນມີແວ່ນຕາຄວາມປອດໄພ 440 ໜ່ວຍ ແລະ ຖົງມືການຜ່າຕັດ 1.500 ຄູ່.

ໄຊພອນ

ເຫດການ
302 Found

Found

The document has moved here.