ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ

16:10 2018/06/01

ຍ​ສ​ໝ - ເມື່ອ 65 ປີກ່ອນ, ແຕ່ວັນທີ 13 ເມສາ ຫາ 18 ພຶດສະພາ ປີ 1953, ຄັ້ງທໍາອິດ, ກໍາລັງສູນກາງຂອງຫວຽດນາມ ໄດ້ເຄື່ອນພົນສູ່ ປະເທດລາວ, ປະສານສົມທົບກັບກອງກຳລັງ ປະເທດລາວ ເປີດບັ້ນຮົບ ຕີທຳລາຍ ຈັກກະພັດ ຝລັ່ງ ປົດປ່ອຍພື້ນທີ່, ການຂະຫຍາຍພື້ນຖານ ການຕໍ່ຕ້ານຂອງປະຊາຊົນລາວ ຢູ່ສອງທີ່ໝັ້ນ ແຂວງ ຊຳເໜືອ ແລະ ຊຽງຂວາງ (ພາກເໜືອ) ສ້າງສັນຍາລັກທີ່ສວຍງາມຂອງຄວາມສາມັກຄີ ຕໍ່ສູ້ ຫວຽດນາມ - ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນສອງປະເທດ.

ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ

ພົນ​ເອກ ຫວໍ໋​ຫງວຽນ​ຢາບ ແລະ ສົມ​ເດັດ​ ສຸ​ພາ​ນຸ​ວົງ ຮ່ວມ​ກັບ​ບັນ​ດາ​ ສະ​ຫາຍ ໃນ​ກອງ​ບັນ​ຊາ​ການ ປຶກ​ສາ​ຫາ​ລຶ ແຜນ​ການ​ເປີດ​ບັ້ນ​ຮົບ ພາກ​ເໜືອ​ລາວ ປີ 1953 (ພາບ: : btlsqsvn.org.vn)

ສ້າງ​ຄວາມ​ໄດ​ປຽບ ໂດຍ​ການປະ​ສານ​ຍຸດ​ທະ​ວິ​ທີ ລະຫວ່າງ ກາ​ນປະຕິວັດສອງຊາດ

ໃນຕົ້ນປີ 1953, ໃນການວິເຄາະທິດທາງ ການ​ຕໍ່​ສູ້ຍຸດທະສາດ ເພື່ອເພີ່ມ​ທະ​ວີ ໄຊຊະນະ ຂອງ ບັ້ນ​ຮົບ ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລະ​ດູ​ໜາວ 1952, ຜູ່​ບັນ​ຊາ​ການ​ທະ​ຫານ​ສູງ​ສຸດ ໄດ້​ຢັ້ງ​ຢື​ນ​ວ່າ:  " ພາກ​ເໜືອ​ຂອງ​ລາວ ເປັນ​ທີ່​ໝັ້ນ​ສຳ​ຄັນ ກ​ຂອງ​ຍຸດ​ທະ​ສາດ , ທັງ​ເໝາະ​ສົມ​ກັບ ຄວາມ​ສາ​ມາດ​ໃນ​ການ​ຕໍ່​ສູ້​ຂອງ​ພວກ​ເຮົາ…ທັງ​ເປີດ​ເປັນ​ທີ່​ໝັ້ນ​ໃຫ້​ຝ່າຍ​ລາວ​ອ້າຍ​ນ້ອງ, ສ້າງ​ຄວາມ​ໄດ້​ປຽບ​ອັນ​ໃໝ່​ໃຫ້​ກຳ​ລັງ​ປະ​ສົມ​ ຫວຽດ​-ລາວ ຕໍ່​ສູ້" ແລະ ສະເຫນີໃຫ້ ພັກແຮງງານສູນກາງຂອງຫວຽດນາມ ປະສານສົມທົບກັບກອງທັບ ປົດ​ປ່ອຍລາວ ເປີດ​ບັ້ນ​ຮົບພາກ​ເໜືອລາວ ເພື່ອ ທໍາລາຍກອງກໍາລັງຫຼັກ​ຂອງ​ສັດຕູ, ການປົດປ່ອຍ​ພື້ນ​ທີ່, ກໍ່ສ້າງຖານທີ່​ໝັ້ນ, ​ສ້າງ​ເງື່ອນ​ໄຂຍູ້​ແຮງໃຫ້​ການ​ຕໍ່​ສູ້​ຂອງ ຝ່າຍ​ລາວ; ເຮັດ​ໃຫ້​ກອງ​ກຳ​ລັງຕໍ່​ຕ້ານ​ຂອງ​ທະ​ຫານ ຝ​ລັ່ງ​ ຖຶກ​ແບ່ງ​ແຍກ. ຈັກ​ກະ​ພັດ​ຝ​ລັ່ງ ໄດ້​ເລືອກ ເມືອງ​ຊຳ​ເໜືອ ເປັນ​ທີ່​ໝັ້ນສຳ​ຄັນ, ມີ 3 ກອງ​ທະ​ຫານ, ເພື່ອ​ສ້າງ​ເປັນ ກອງ​ບັນ​ຊາ​ການ​ໃຫຍ່, ພ້ອມ​ກັນ​ນັ້​ນ ສັດ​ຕູກໍ່​ຍັງ​ເພີ່ມ​ທະ​ວີ​ກຳ​ລັງ​ໄປ​ສູ່​ເຂດ ທົ່ງ​ໄຫ​ຫີນ, ຊຽງ​ຂວາງ, ແຕ່​ລະ​ບ່ອນໜື່ງ​ກອງ​ພົນ. ບັນ​ດາ​ຜູ່​ນຳ ລັດ​ຖະ​ບານ​ຕໍ່​ຕ້າ​ນາ ແລະ ແນວ​ໂຮມ​ລາວ ອິດ​ສະ​ຫຼະ ເຫັນ​ດີ​ເປັນ​ເອກ​ກະ​ພາບ​ກັບ​ນະ​ໂຍ​ບາຍດັ່ງ​ກ່າວ​ຢ່າງ​ສຸດ​ໃຈ, ຍ້ອນ ເປົ້າ​ໝາຍ​ການ​ຕໍ່​ສູ້​ເໝ​າ​ະ​ສົມ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ການ​ປະ​ຕິ​ວັດ​ລາວ,… ພາຍຫຼັງບັ້ນ​ຮົບ, ຊຳ​ເໜືອ​ຈະ​ເປັນ ນະ​ຄອນ​ຫຼວງ​ຕໍ່​ຕ້ານ​ຂອງ​ລາວ ແລະ ພາກ​ເໜືອ​ລາວ ຈະ​ເປັນ​ຖານ​ທີ່​ໝັ້ນ ແລະ ການ​ປະ​ຕິ​ວັດ ລາວ" . ວັນທີ 3 ກຸມພາ 1953 ລັດຖະບານຫວຽດ​ນາມ ແລະ ລັດຖະບານລາວຕໍ່ຕ້ານໄດ້ຕັດສິນໃຈປະສານກັນເປີດບັ້ນຮົບ​ພາກ​ເໜືອລາວ. ກອງກໍາລັງ​ທີ່​ເຂົ້າ​ຮ່ວມ​ແມ່ນກອງ​ພົນ​ໃຫຍ່ຂອງ​ທະ​ຫານ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ທະ​ຫານ​ປະ​ເທດ​ລາວ. " ນີ້ແມ່ນຄັ້ງທໍາອິດທີ່ທະ​ຫານ​ປະ​ສົມ ປະ​ຕິ​ວັດ ຫວຽດ-ລາວ, ປະ​ກອບ​ມີ ທະ​ຫານກອງ​ພົນໃຫຍ່​ຂອງ(ຫວຽດນາມ) ແລະ ກອງພັນໃຫຍ່ທີ່ກຳ​ລັງ​ເຕີບ​ໃຫຍ່​ຂອງອ້າຍ​ນ້ອງ (ລາວ) ​ປະ​ສານ​ກັນ​ຕາມຍຸດ​ທະ​ວິ​ທີ​ຂອງການສູ້ຮົບຂະ​ໜາດ​ໃຫຍ່, ຈະ​ບໍ່​ແມ່ນ​ກອງ​ກຳ​ລັງ​ກອງ​ຫຼອນ​ທີ່​ນ້ອຍ​ອີກ​ແລ້ວ". ເນື່ອງຈາກຄຸນລັກສະນະ ແລະ ຄວາມສໍາຄັນຂອງບັ້ນ​ຮົບ​ຕໍ່​ກັບການຕໍ່ຕ້ານ ຈັກ​ກະ​ພັດຝຣັ່ງ ຂອງປະຊາຊົນບັນ​ດາ​ເຜົ່າສອງປະເທດຫວຽດນາມ-ລາວ, ມັນແມ່ນຄັ້ງທໍາອິດທີ່ກອງທັບໃຫຍ່ ໄປ​ຕໍ່​ສູ້ຮ່ວມ​ກັບ​ກຳ​ລັງ​ຂອງ​ທະ​ຫານ​ລາວ, ສະ​ນັ້​ນ ທ່ານ ພົນ​ເອກ, ຜູ່​ບັນ​ຊາ​ການ​ສູງ​ສຸດ ຫວໍ໋​ຫງວຽນ​ຢາບ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການ ການ​ສູ້​ຮົບ​ຮ່ວມ​ກັບ​ບັນ​ນ​ດາ​ພະ​ນັກ​ງານ​ລະ​ດັບ​ສູງ​ຂອງທະ​ຫານ​ປະ​ຊາ​ຊົນ ຫວຽດ​ນາມ. ສ່ວນ​ທາງ​ຝ່າຍລາວ, ທ່ານ​ສົມ​ເດັດ ສຸ​ພາ​ນຸ​ວົງ ນາຍົກລັດຖະມົນຕີ ລັດ​ຖະ​ບານ​ຕໍ່​ຕ້ານລາວ ແລະ ສະ​ຫາຍ ໄກ​ສອນ​ ພົມ​ວິ​ຫານ   ລັດຖະມົນຕີປ້ອງກັນປະເທດຮ່ວມກັນຊີ້​ນຳ​ການ​ຕໍ່​ສູ້​ຄັ້ງ​ນີ້.

ກອງ​ບັນ​ຊາ​ການ-​ການ​ຕໍ່​ສູ້ ໄດ້​ຕັດ​ສິນ​ໃຈ​ໂຈມ​ຕີ​ສັດ​ຕູ ສາມ​ເສັ້ນ​ທາງ : ຊຳ​ເໜືອ, ຊຽງ​ຂວາງ ແລະ ນ້ຳ​ອູ . ເສັ້ນ​ທາງ​ຫຼັກ​ຄື: ທາງ​ຊຳ​ເໜືອ, ຝ່າຍ​ຫວຽດ​ນາມ ມີ​​ບັນ​ດາກອງ​ພົນ​ໃຫຍ່ 308, 312 (2 ກອງ​ພັນ​ໃຫຍ່), 316 (1 ກອງພັນ) ແລະ ມີ​ກອງ​ທີ 80 ທ​ະ​ຫານອາສາສະຫມັກຫວຽດນາມ ​. ​ເບື້ອງລາວມີ​ທະ​ຫານທ້ອງຖິ່ນປະມານ 500 ຄົນ,​ໃນ​ນັ້ນ​ກອງ​ກຳ​ລັງ​ສ່ວນ​ໃຫຍ່​ແມ່ນ​ລວມ​ຢູ່​ແຂວງ​ຊຳ​ເໜືອ ແລະ ກຳ​ລັງ​ກອງ​ຫຼອນ ຢູ່​ບັນ​ດາ​ເມືອງ ຊຽງ​ຄໍ້, ເມືອງ​ຊອນ.  ທິດ​ຮອງ​ລົງ​ມາ​ແມ່ນ ຊຽງ​ຂວາງ ພວກດ​ເຮົາ​ມີ ກອງ​ພົນ​ໃຫຍ່ 304 ແລະ  ກອງທີ 81 ອາສາສະຫມັກຫວຽດນາມ. ​ເບື້ອງລາວມີກອງ​ທະ​ຫານທ້ອງຖິ່ນປະມານ 400 ຄົນ ແລະ  ມີ​ກອງ​ຫຼອນ​ປະ​ຊາ​ຊົນ ເມືອງໂມກ ແລະ ບ້ານ ຖິນ ປະ​ມານ 1.400 ຄົນ. ທາງເບື້ອງເຂດ​ນ້ຳ​ອູ ຂື້ນ​ກັບ​ແຂວງ ຫຼວງ​ພະ​ບາງ, ມີ​ກອງ​ພັນ​ໃຫຍ່ 148 (ເຂດຕະ​ເວັນ​ຕົກ​ສ່ຽງເຫນືອ) ແລະ ​ກອງທີ 82 ທ​ະ​ຫານອາສາສະຫມັກຫວຽດນາມ. ເບື້ອງ​ລາວ ມີ​ໜື່ງກອງ​ຮ້ອຍລວມ​ກັນ​ຢູ້ ແລະ​ ມີ​ກອງ​ສິບ​ທະ​ຫານ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ກຳ​ລັງ​ກອງ​ຫຼອນ​​ເມືອງງອຍ ອີກ 300 ຄົ​ນ​.

ທັງສາມທິດທາງ​ນັ້ນ, ​ໃນວັນທີ 8 ເມສາ 1953, ​ບັນ​ດາ​ກອງ​ກຳ​ລັງ​ທະ​ຫານ​ຫຼັກຂອງຫວຽດນາມ ຍົກ​ກຳ​ລັງ​ເຂົ້າ​ມາ​ລາວ. ສະ​ຫາຍ ຫວໍ໋​ຫງວຽນ​ຢາບ ຜູ່​ບັນ​ຊາ​ການ​ໃຫຍ່ ແລະ ສົມ​ເດັດ ສຸ​ພາ​ນຸ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ບານ​ຕໍ່​ຕ້ານ​ລາວ ໄດ້​ຮ່ວມ​ກັນ​ນຳ​ພາ​ທະ​ຫານ​ແຕ່​ລະ​ກົມ​ກອງ​ໄປ​ຕາມ​ເສັ້ນ​ທາງ​ທີ່​ສຳ​ຄັນ. ຈາກ ເຫງະ​ອານ, ກອງ​ພົນ​ໃຫຍ່ 304 ໄປ​ຕາມ​ເສັ້​ນ​ທາງ​ເລກ​ທີ 7 ໄປຍັງ ຊຽງ​ຂວາງ ສະ​ກັດ​ກັ້ນ​ເສັ້ນ​ທາງ​ຖອຍ​ໜີ​ຂອງສັດ​ຕູ ຈາກ​ແຂວງ​ຊຳ​ເໜືອ; ກອງ​ພັນ​ໃຫຍ່ 148 ຈາກ​ດ໋ຽນ​ບຽນ​ຟູ້ ເຄື່ອນ​ລົງ​ມາ​ທາງທິດເຫນືອ ຂອງຊໍາເຫນືອ, ຕີ​ສັດ​ຕູ​ຢູ່ຫລວງພະບາງ.

ຂີດໝາຍໃໝ່ຂອງການບຸໂຈມຕີສັດຕູຂອງກອງກຳລັງຫຼັກທະຫານຫວຽດນາມທີ່ເຄື່ອທັບມາປະເທດລາວ

ຕໍ່​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ​ຫວຽດ​ນາມ, ຊາ​ລັງ- ຜູ່​ບັນ​ຊາ​ການທະ​ຫານ​ຫຸ່ນ​ຝ​ລັ່ງ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຫັນ​ວ່າບໍ່​ສາ​ມາດ “ເອົາ​ໄຂ່​ທັບ​ຫີນ” ສະ​ນັ້ນ​ພາຍ​ໃນ​ຄືນ​ຂອງວັນ​ທີ 12 ມີ​ນາ ປີ 1953 ໄດ້​ສັ່ງ​ໃຫ້​ລວມ​ພົນ 3 ກອງ​ຮ້ອຍ​ຖອຍ​ລົງ​ມາ​ທາງ​ພາກ​ໃຕ້​.

ຕອນ​ທ່ຽງ​ຂອງວັນ​ທີ 13 ເມສາ 1953, ໄດ້ຮັບ​ຂ່າວ​ວ່າ​ສັດ​ຕູ​ໄດ້​ຖອນກຳ​ລັງ​ອອກ​ຈາກ ຊໍາເຫນືອ, ຜູ້ບັນຊາການ ບັ້ນ​ຮົບ​ຕັດ​ສິນ​ໃຈ “ໄລ່​ຕີ​ສັດ​ຕູ​ໃຫ້​ດັບ​ສູນ”; ໄດ້​ສັ່ງ​ບັນ​ດາ​ກອງ​ກຳ​ລັງ, ທຸກ​ພາກ​ສ່ວນ​ລວມ​ກຳ​ລັງ​ປະ​ກອບ​ອາ​ວຸດ, ຜ່ານ​ຜ່າ​ທຸກ​ໆ​ຄວາມ​ລຳ​ບາກ​ເພື່ອ "ດັບ​ສູນ​ກອງ​ກຳ​ລັງ​ສັດ​ຕູ ເພື່ອ​ເປັນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ ຫວຽດ​ນາມ​ທີ່​ເຄື່ອນ​ມາ​ພາກ​ເໜືອ​ຂອງ​ລາວ"(4 ), ບໍ່​ໃຫ້​ສັດ​ຕູ​ຫຼົບ​ໜີ​ໄປ​ສູ່​ທົ່ງ​ໄຫ​ຫີນ. ເພື່ອ​ແນ​ໃສ່​ປຸກ​ລະ​ດົມ​ພະ​ນັກ​ງານ, ນັກ​ຮົບ ໃນ​ຈົດ​ໝາຍ​ສົ່ງ​ເຖິງກອງ​ກຳ​ລັງ​ທີ່​ເຂົ້າ​ຮ່ວມ​ຕໍ່​ສູ້​ໃນ​ບັ້ນ​ຮົບ, ພົນ​ເອກ ຫວໍ໋​ຫງວຽນ​ຢາບ ໄດ້​ຂຽນ: "ສັດ​ຕູ​ໄດ້​ພ່າຍ​ໜີ​ຈາກ​ຊຳ​ເໜືອ, ຊຳ​ເໜືອ​ໄດ້​ຮັບ​ການ​ປົດ​ປ່ອຍ. ແຕ່​ວ່າ​ຕ້ອງ​ການ​ທີ່​ຈະ​ຊ່ວຍ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ​ທະ​ນຸ​ບຳ​ລຸງ​ຖານ​ທີ່​ໝັ້ນ​ນັ້ນ, ພ​ວກ​ເຮົາ​ຕ້ອງ​ໄດ້​ດັບ​ສູນ​ກຳ​ລັງ​ສຳ​ຄັນ​ຂອງ​ສັດ​ຕູ…ດັບ​ສູນ​ໄດ້​ພ​ວກ​ທີ່​ປົບ​ໜີ​ດັ່ງ​ກ່າວນັ້ນ, ພວກ​ເຮົາ​ຈະ​ມີ​ໄຊ​ໃນ​ການ​ປຸກ​ລະ​ດົມ, ໄຊ​ຊະ​ນະ​ດັ່ງ​ກ່າວ​ຈະ​ໂດ່ງ​ດັງ​ໄປ​ທົ່ວ​ສະ​ໜາມ​ຮົບ​ ຫວຽດ-ລາວ ແລະ ຈະ​ອຸ້ມ​ຊູໃຫ້​ຊຳ​ເໜືອໄດ້​ຮັບ​ການ​ປົດ​ປ່ອຍ​ກາຍ​ເປັນ​ຖານ​ທີ່​ໝັ້ນ​ຕໍ່​ຕ້ານ​ຂອງ​ປະ​ເທດ​ລາວ​ອ້າຍ​ນ້ອງ(ລາວ)ເຊື່ອມ​ກັບ​ເຂດ​ເອກ​ລາດ​ຂອງ​ພວກ​ເຮົາ(ຫວຽດ​ນາມ). ໃນເວ​ລານີ້, ພວກເຮົາຕ້ອງຈື່ຈໍາຄໍາເວົ້າຂອງ ລຸງໂຮ່ ​ສັ່ງ, ຕ້ອງ​ຕັດ​ສິນ​ໃຈ​ສູງ, ທຸນ​ທ່ຽງ, ຫມັ້ນຄົງ, ເພື່ອເຮັດ​ສຳ​ເລັດ​ພາ​ລະ​ກິດ.".

ເວລາ 10 ໂມງເຊົ້າ, ວັນທີ 13 ເມສາ 1953, ຕອນທີ່ກ​ອງ​ກຳ​ລັງ​ສຸດ​ທ້າຍ​ຂອງ​ສັດ​ຕູຖອນອອກຈາກ ຊໍາເຫນືອ, ກຳ​ລັງ​ແນວ​ໜ້າ​ຂອງ​ພວກ​ເຮົາ​ຢູ່​ຫ່າງ​ປະ​ມານ 5 ຫ​າ 10 ກມ, ແຕ່​ຍ້ອນ​ຈິດ​ໃຈ  " ແຊງ​ໜ້າ, ປະ​ຊິດ​ໂຕ ແລະ ແບ່ງ​ແຍກ​ສັດ​ຕູ, ສະ​ກັດ​ກັ້ນ​ການ​ປົບ​ໜີ​ຂອງ​ພວກ​ສັດ​ຕູ, ດັບ​ສູນ​ສັດ​ຕູ​ຢ່າງ​ຮາບ​ຄາບ", ບັນ​ດາ​ກອງ​ພົນ​ໃຫຍ່ 308, 312, 316 ໄດ້​ສ້າງກອງ​ກຳ​ລັງ​ 4 ກອງພັນ (888, 23, 79, 166) ແລະ ສອງ ກ​ອງ​ຮ້ອຍ​ກະ​ກຽມ​ຕີ​ໄລ່, ຫຼອນ​ຕີ,ດັບ​ສູນ ແລະ ຈັບ​ເປັນ​ສັດ​ຕູຫຼາຍຮ້ອຍຄົນ, ບັງຄັບໃຫ້ສັດ​ຕູສ່ວນທີ່ເຫຼືອຕ້ອງ​ໄດ້ຖອຍ​ໄປ​ສູ່ ທົ່ງ​ໄຫ​ຫີນ. ເສັ້ນ​ທາງ​ສຳ​ຮອງ, ທະ​ຫານ​ປະ​ສົມ ລາວ-ຫວຽດ ບຸກ​ໂຈມ​ຕີ​ດັບ​ສູນ​ສັດ​ຕູ ຢູ່​ບ້ານ ໜອງ​ແຮດ, ບ້ານ​ບານ, ບັງ​ຄັບ​ໃຫ້​ສັດ​ຕູ​ຕ້ອງ​ໄດ້​ຖອຍ​ໄປ​ຫາ ຄັງ​ໄຂ. ຈາກນັ້ນ ກອງ​ກຳ​ລັງ​ຂື້ນ​ກັບ​ກອງ​ພົນ 304 ໄດ້​ບຸກ​ຕີ​ສັດ​ຕູ ໄດ້​ກັບ​ບ້ານ ຊາວ, ບັງ​ຄັບ​ໃຫ້​ພວກ​ສັດ​ຕູ​ຕ້ອງ​ຖອຍ​ໄປ​ສູ່​ທົ່ງ​ໄຫ​ຫີນ. ແຂວງ ຊຳ​ເໜືອ ແລະ ເຂດ​ອ້ອມ​ຂ້າງ​ໄດ້​ຮັບ​ການ​ປົດ​ປ່ອຍ. ທາງ​ທິດ​ໃຕ້​ຂອງ​ເສັ້ນ​ທາງ​ເລກ​ທີ 7, ສອງກອງ​ຮ້ອຍ ທີ່​ຂື້ນ​ກັບ​ກອງ​ພົນ 312  ໄດ້ປະສານງານກັບກອງ​ກຳ​ລັງຝ່າຍ​ລາວໄລ່​ຕີສັດຕູ ກັບ​ໄປ​ສູ່ ຊຳ​ເຕີ້. ວັນທີ 18 ເມສາ ປີ 1953, ບັນ​ດາ​ກົມ​ກ​ອງ​ທີ່​ຂື້ນ​ກັບ ກອ​ງ​ພັນ​ທີ 81 ແລະ ກຳ​ລັງ​ທະ​ຫາ​ນ​ທ້ອງ​ຖິ່ນ ເມືອງ​ໂມກ, ໂຈມ​ຕີ ສາມ​ແຈ່ ປະ​ສານ​ກັບ ກອງ​ພັນທີ 57(ກອງ​ພົນ​ໃຫຍ່ທີ 304) ບຸກ​ໂຈມ​ຕີ ແລະ ເຄື່ອນ​ໄກ້​ເຂົ້າ​ໄປ​ເຖິງ​ເມືອງ ຊຽງ​ຂວາງ, ເຮັດ​ໃຫ້​ສັດ​ຕູ​ມີ​ຄວາມ​ຢ້ານ​ກົວ ແລະ ສະ​ທົບ​ສະ​ທ້ານ​ຖອຍ​ໄປ​ສູ່ ທົ່ງ​ໄຫ​ຫີນ. ທະ​ຫານ​ຂອງ​ສັດ​ຕູ​ທີ່​ຢູ່ ເມືອງ​ຫງະ, ເມືອງ​ງານກໍ່​ໄດ້​ປົບ​ໜີ​ຕາມ​ລຳ​ດັບ​ໄປ​ຍັງ ທ່າ​ເທີນ, ທ່າ​ວຽງ . ໃນ​ຄະ​ນະ​ດຽວ​ກັນ​ນັ້ນ, ກອງ​ກຳ​ລັງ​ຂອງ ສະ​ຫາຍ ທ້າວ​ຕູ່ ໄດ້​ສັ່ງ​ໃຫ້​ເຄື່ອນ​ກຳ​ລັງ​ໄປ​ສູ່​ເສັ້ນ​ທາງ​ເລກ​ທີ 7 , ຄຸ້ມ​ຄອງ​ເສັ້ນ​ທາງ​ແຕ່​ຊາຍ​ແດນ ຫວຽດ-ລາວ ຈົນ​ຮອດ ຊຽງຂວາງ. ພາຍຫຼັງໜື່ງ​ອາ​ທິດຂອງ​ການ​ໄລ​ຕີ​ສັດ​ຕູ ບົນ​ເສັ້ນ​ທາງ​ເຖິງ 270 ກິໂລແມັດ, ຈາກ ຊຳ​ເໜືອ  ໄປ​ເຖິງ ທົ່ງ​ໄຫ​ຫິນ, ບັນ​ດາ​ກອງ​ກຳ​ລັງສູ້ຮົບຂອງ​ຫວຽດ​ນາມ ແລະ ລາວ​ອ້າຍ​ນ້ອງ ດັບ​ສູນ, ຈັບ ແລະ ທໍາລາຍ ກຳ​ລັງ​ສັດ​ຕູ​ໄດ້ຫຼາຍກວ່າ 1.500 ​ຄົນ, ປົດ​ປ່ອຍ​ດິນ​ແດນ​ຢ່າງ​ກ້​ວາງ​ຂວາງ , ດັບ​ສູນ ແລະ ທີ່​ໝັ້ນ​ຂອງ​ສັດ​ຕູ​ຢ່າງ​ຫຼວງ​ຫຼາຍ, ສ້າ​ງເງື່ອນ​ໄຂ​ສະ​ດວກ​ໃຫ້​ຂະ​ບວນ​ການ​ຕໍ່​ຕ້ານ​​ຂອງລາວ​ພັດ​ທະ​ນາ .

ການປະສານງານກັບທະ​ຫານປະຊາຊົນຫວຽດນາມ, ປະຊາຊົນລາວ​ບັນ​ດາເຜົ່າ ຂອງ ຊໍາເໜືອ, ຊຽງຂວາງ, ຫຼວງພະບາງ ... ໄດ້​ປຸກ​ລະ​ດົມປະຊາຊົນຊາວ​ຜູ່​ອອກ​ແຮງ​ງານຫລາຍພັນຄົນ, ເຂົ້າ ແລະ ອາຫານຫລາຍຮ້ອຍໂຕນ. ນອກຈາກນັ້ນ, ປະຊາຊົນຍັງເປັນ​ຜູ່​ນຳ​ທາງ, ຮັກສາຄວາມລັບ, ເປັນ​ກອງ​ໜຸນ ແລະ ຮ່ວມກັບກອງທັບເພື່ອສືບ​ເສາະ​ຫາ ແລະ ຈັບສັດຕູ.

ສືບຕໍ່ບຸກ​ໂຈມ​ຕີທໍາລາຍສັດຕູ, ເປີດ​ທາງ​ໃຫ້​ເຂດປົດປ່ອຍ ໃຫ້ປະເທດລາວ, ກອງ​ບັນ​ຊາ​ການບັ້ນ​ຮົບ​ໄດ້​ຕັດ​ສິນ​ໃຈ ູ​ຍ້​ແຮງ​ການໂຈມຕີຢູ່ເຂດ ນ້ຳ​ອູ. ຫຼັງຈາກທໍາລາຍສັດ​ຕູ ຢູ່​ຈຸດຢູ່ເມືອງງອຍ (21 ເມ​ສາ), ​ປາກ​ຊ່າງ (26 ເມສາ), ​ເມືອງ ຂົວ (18 ພຶດສະພາ), ກອງ​ບັນ​ຊາ​ການຕັດສິນໃຈສິ້ນສຸດບັ້​ນ​ຮົບ, ແບ່ງ​ແຍກກອງ​ກຳ​ລັງ, ປະ​ສານ​ຮ່ວມ​ກັບ ທະ​ຫ​ານ ລາວ ກວດ​ລ້າງ ກຳ​ລັງ​ສັດ​ຕູ, ກໍ່​ສ້າງ​ທີ່​ໝັ້ນ ແລະ ກອງ​ພົນ​ບາງ​ສ່ວນ​ກັບ​ຄືນ​ບ້ານ.

ປະຫວັດສາດແຫ່ງຄວາມສາມັກຄີຕໍ່ສູ້ ອັນສະໜິດແໜ້ນ ຂອງຫວຽດນາມ - ລາວ

ພາຍຫຼັງການບຸກ​ໂຈມ​ຕີ​ຢ່າງຕໍ່ເນື່ອງເປັນ​ເວ​ລາ​ຫຼາຍ​ວັນ, ​ກອງ​ທະ​ຫານທີ່ເຂົ້າຮ່ວມໃນບັ້ນ​ຮົບ, ໄດ້ທຳ​ລາຍ​ກຳ​ລັງ​ສັດ​ຕູ​ໄດ້ ເຖິງ 2.800ຄົນ,ກວມ 1/5 ຂອງ​ລູກ​ແຫຼ້ງ​ຕີ​ມື​ຂອງ​ຈັກ​ກະ​ພັດ ຢູ່​ລາວ, ໃນ​ນັ້ນ ດັບ​ສູນສັດ​ຕູໄດ້ 500 ຄົນ, ຈັບ​ກຸມ​ໂຕ ໄດ້ 1.800 ຄົນ, ມ້າງ​ເພ​ທຳ​ລາຍກຳ​ລັງ​ສັດ​ຕູ​ໄດ້ອີກ 500 ຄົນ (​ປະ​ກອບ​ມີ ລະບົບການ​ປົກ​ຄອງ ຂອງ​ຈັກ​ກະ​ພັດ ທີ່​ຢູ່ ຊຳ​ເໜືອ); ຕີ​ແຕກ 3 ກອງ​​ພັນ ແລະ 3 ກອງ​ຮ້ອຍ ຢູ່ ຊໍາເຫນືອ, 8 ກອງ​ຮ້ອຍ ຢູ່​ແມ່​ນ້ຳ​ອູ ແລະ ລູກ​ແຫຼ່ງ​ຕີ​ມື​ຂອງ​ສັດ​ຕູ​ອີກ​ຫຼາຍ​ຮ້ອຍ​ຄົນ ຢູ່​ບັ້ນ​ຮົບ​ເສັ້ນ​ທາງເລກ​ທີ 7, ຊຽງ​ຂວາງ; ມ້າງ​ເພ​ທຳ​ລາຍ ເຂດ​ທີ່​ໝັ້ນ​ສັດ​ຕູ​ຢູ​ເຂດ: ເມືອງງອຍ,  ນ້ໍາບາກ, ເມືອງ​ຂໍ, ເມືອງ​ປາກ​ຊ່າງ, ເມືອງ​ໜອງ​ແຮດ. ຕີ​ຖອຍສັດ​ຕູ​ອີກ 25 ແຫ່ງຄື: ​ຊຳ​ເໜືອ, ຊຽງ​ຂວາງi, ເມືອງ​ໂຊຍ, ​ຄັງ​ໄຂ, ​ເມືອງ​ຫງາດ, ​ເມືອງ​ໂມ, ​ບ້ານ​ແສ້, ​ເມືອງ​ສູງ ... ; ​ປົດ​ປ່ອຍ​ດິນ​ແດນຫຼາຍກວ່າ 35,000 ຕາກິໂລແມັດ, ແຂວງ​ຊໍາເຫນືອທັງ​ໝົດ, ສ່ວນຫນຶ່ງຂອງຊຽງຂວາງ ແລະ ຫຼວງພະບາງ 1/5 ເນື້ອ​ທີ່​ທາງ​ພາກ​ເໜືອ​ຂອງລາວ ແລະ ປົດ​ປ່ອຍ​ປະ​ຊາ​ຊົນ​ໄດ້​ເຖິງ 40,000 ຄົນ, ໃນ​ນັ້ນ​ມີ​ ແມ່ນ້ໍາອູ ເປັນ​ເຂດ​ທີ່​ມີ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ, ເຂດ​ທີ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ຂອງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ລາວ.

ໄຊຊະນະຂອງບັ້ນ​ຮົບ ພາກ​ເໜືອ​ຂອງ​ລາວ ໄດ້ສ້າງໂສມຫນ້າໃຫມ່ຂອງການຕໍ່ສູ້​ກູ​ຊາດ​ຂອງປະຊາຊົນລາວ. ໄຊຊະນະນີ້ໄດ້​ສ້າງໃຫ້ການປະຕິວັດລາວ ມີຖານທີ່​ໝັ້ນ​ອັນ​ກ້​ວາງ​ຂວາງ ແລະ ຕິດ​ແທດ​ກັບ​ເຂດ​ປົດ​ປ່ອຍ​ຂອງ​ຫວຽດ​ນາມ. ລັດຖະບານຕໍ່ຕ້ານລາວ ແລະ ແນວ​ໂຮມ​ເອກ​ກະ​ພາບ​ລາວ ຈາກນັ້ນ​ໄດ້​ມີ​ເບື້ອງ​ຫຼັງ​ທີ່​ແໜ້ນ​ໜາ​ເພື່ອ​ການ​ເຄື່ອນ​ໄຫວ. ທະ​ຫານປົດປ່ອຍປະເທດລາວ ມີ​ຮາກ​ຖານ, ທີ່​ຕັ້ງ, ກໍ່​ສ້າງ ແລະ ພັດ​ທະ​ນາ​ກອງ​ກຳ​ລັງ. ຮາກ​ຖານ​ການ​ຕໍ່​ຕ້ານ​ຂອງ​ການ​ປະ​ຕິ​ວັດ​ລາວ ໄດ້​ເຊື່ອມ​ໂຍງກັບ​ເຂດ​ເອກ​ກະ​ລາດ​ຂອງ​ຫວຽດ​ນາມ, ສ້າງ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ ລະ​ຫວ່າງ ການ​ປະ​ຕິ​ວັດ ຂອງ​ສອງ​ປະ​ເທດ ຄື:​ຫວຽດ​ນາມ-ລາວ, ນຳ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊົນ​ເຜົ່າ​ຂອງ​ສອງ​ຝ່າຍພັດ​ທະ​ນາ​ເງື່ອນ​ໄຂ​ສະ​ດວກ.

ພາຍໃຕ້ການຊີ້ນໍາຂອງສູນ​ກາງພັກກຳ​ມະ​ກອນ ຫວຽດນາມ, ຂອງ​ແນວ​ໂຮມ ແລະ ລັດຖະບານຫວຽ​ດ​ນາມ ສາ​ທາ​ລະ​ນດ​ລັດ ປະ​ຊາ​ທິ​ປະ​ໄຕ​ ແລະ ລັດຖະບານຕໍ່​ຕ້ານລາວ, ໄຊຊະນະພາກ​ເໜືອແມ່ນ ໄຊຊະນະຂອງ​ຈິດ​ໃຈ​ກຳ​ມະ​ກອນສາ​ກົນສູງ​ສຸດ, ໄຊ​ຊະ​ນະ​ແຫ່ງ​ການ​ຮ່ວມ​ມື​ຕໍ່​ສູ້​ລະ​ຫວ່າງ ທະ​ຫານ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ທະ​ຫານ​ປົດ​ປ່ອຍ​ລາວ, ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ-ລາວ. ໃນ​ການບັ້ນ​ຮົບ​ພາກ​ເໜືອ​ລາວ, ການປະສານການ​ຕໍ່​ສູ້ ທາງ​ດ້ານ​ການ​ທະ​ຫານ ສອງ​ປະ​ເທດ ໄດ້​ພັດ​ທະ​ນາ​ຂື້ນ​ບົນ​ໃບ​ໜ້າ​ໃໝ່, ເປັນ​ຂີດ​ໝາຍ​ໃໝ່​ຂອງ​ການ​ປະ​ສາ​ນ​ສົມ​ທົບ​ຕໍ່​ສູ້​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ​ສອງ​ຊາດ ນັບ​ມື້​ນັບ​ຮັດ​ແໜ້ນ, ມີ​ປະ​ສິ​ດ​ທິ​ຜົນ ແລະ ມີ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່, ນຳ​ພາ​ລະ​ກິດ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ ຂອງ​ສອງ​ປະ​ເທດ ມີ​ຄວາມ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ກ້າວ​ສູ່​ຄວາມ​ມີ​ໄຊ​ຊະ​ນະ​ອັນ​ໃໝ່ ແລະ ຍິ່ງ​ໃຫຍ່ກວ່າ​ເກົ່າ.

ວັນທີ 19 ພຶດສະພາປີ 1953, ໃນງານ​ໂຮມ​ຊຸມ​ນຸມ​ມິງ​ຕິ້ງ ຊົມ​ເຊີຍ​ໄຊ​ຊະ​ນະ, ສົມ​ເດັດ​ ສຸ​ພາ​ນຸ​ວົງ ກ່າວວ່າ "ຊຳ​ເໜືອ​ໄດ້​ຮັບການປົດປ່ອຍ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ລາວ... ແມ່ນຜົນສຳ​ເລັດຂອງນ້ຳໃຈສາ​ມັກ​ຄີ​ຕໍ່​ສູ້ ຂອງປະ​ຊາ​ຊົນ​ອ້າຍ​ນ້ອງ ສອງ​ຊາດ​ ຫວຽດ​ນາມ-ລາວ, ແຫ່ງການຊ່ວຍເຫລືອໂດຍບໍ່ມີເງື່ອນໄຂຂອງປະຊາຊົນ, ທະ​ຫານ​ຫວຽດນາມ ເພື່ອດັບ​ສູນທໍາລາຍສັດຕູໂຕ​ດຽວ​ກັນ". ຄວາມສາມັກຄີດັ່ງ​ກ່າວເປັນ​ຮາກຖານ, ຫົວ​ວ​ຂໍ້​ເຮັດ​ໃຫ້​ທະ​ຫານ ປະ​ຊາ​ຊົນ​ສອງ​ຊາດ ບຸກ​ເອົາ​ໄຊ​ຊ​ະ​ນະ ອັນ​ຍິ່ງ​ໃຫຍ່ ໃນ​ສົງ​ຄາມ​ຕ້ານ​ສັດ​ຕູ​ໂຕ​ດຽວ​ກັນ, ສຳ​ເລັດ​ໜ້າ​ທີ່ ພາ​ລະ​ກິດ ຍາດ​ເອົາ ເອກ​ກະ​ລາດ ໃຫ້​ສອງ​ຊົນ​ເຜົ່າ ຫວຽດ-ລາວ. ຫວນ​ຄືນ​ໄຊ​ຊະ​ນະ​ຂອງ​ບັ້ນ​ຮົບ, ໃນ​ປື້ມ​ປະ​ຫວັດ​ສາດ " ເສັ້ນ​ທາງ​ສູ່ ດ໋ຽນ​ບຽນ​ຟູ້" ໂດຍ​ສຳ​ນັກ​ພິມ ກອງ​ທັບ ຈັດ​ພິມ​ ປິ 1999, ອິກ​ເທື່ອ​ໜື່ອງ, ທ່ານ​ພົນ​ເອກ ຫວໍ໋​ຫງວຽນ​ຢາບ ໄດ້​ຢ໊ນ​ຢືນ​ວ່າ: "ບັ້ນ​ຮົບ​ພາກ​ເໝືອ​ລາວ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທຸກ​ໆ​ເປົ້າ​ໝາຍ​ທີ່​ວາງ​ອອກໃນ​ເບື້ອງ​ຕົ້ນ. ລະ​ດູ​ບານ​ໃໝ່ ປີ 1953 ເປີດ​ສາກ​ຄວາມ​ຫັວງ​ທີ່​ຍິ່ງ​ໃຫຍ່​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ສອງ​ຊາດ ຫວຽດ​ນາມ-ລາວ ໃນ​ສົງ​ຄາມ, ດ້ວຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ໃໝ່ ລະ​ຫວ່າງ ການ​ປະ​ຕິ​ວັດ​ຂອງ​ສອງ​ຊາດ. ນັ້ນແມ່ນເຄື່ອງຫມາຍໃໝ່​ໃນ​ປະ​ຫວັດ​ສາດ​ແຫ່ງ​ຄວາມ​ສາ​ມັກ​ຄີ ສະ​ໜິດ​ແໜ້ນ ຫວຽດ-ລາວ. ທັງ​ເພື່ອນ ແລະ ເຮົາ​ຍັງ​ບໍ່​ເຄີຍມີ​ຈັກ​ເທື່ອ ທີ່​ຈຳ​ນວນ​ພົນ​ຖືກ​ບາດ​ເຈັບ ແລະ ເສຍ​ສະ​ຫຼະ​ຊີ​ວິດ ຂອງ​ທະ​ຫານ ພຽງ​ເລັກ​ໜ້ອຍ​ຄືໄຊ​ຊະ​ນະໃນ​ບັ້ນ​ຮົບ​ນີ້,… ກອງ​ທັບ​ຂອງ​ພວກ​ເຮົາ​ນຳ​ໄຊ​ຊະ​ນະ​ກັບ​ບ້ານ, ຍັງ​ເຕັມ​ໄປ​ດ້ວຍ​ພະ​ລະ​ກຳ​ລັງ​ຄື​ກັບ​ວ່າ​ຍັງ​ບໍ່​ທັນ​ໄດ້​ຜ່ານ​ການ​ສູ້​ຮົບ​ມາ​ກ່ອນ. ແຕ່​ລະ​ຄົນ​ຍັງ​ຮັກ​ສາ​ໄວ້ ເຖິງ​ຄວາມ​ຮູ້​ສືກ, ຮູບ​ພາບ​ອັນດີ​ງາມຂອງ​ໝູ່​ເພື່ອນ​ທີ່​ເຮົາ​ຕໍ່​ສູ້, ປ​ະ​ຊາ​ຊົນ ແລະ ດິນ​ແດນ​ລາວ. ບັນ​ດາ​ບ້ານ​ນ້ອຍໆ ກັບ​ບັນ​ດາ​ເຮືອນ ຮ້ານ​ອັນ​ສະ​ຫງົບ​ງຽບ, ປະ​ຊາ​ຊົນ ລູກຊາຍໃນປະຫວັດສາດຂອງການຕໍ່ສູ້ກັບຄວາມສາມັກຄີຂອງຫວຽດນາມ - ລາວ. ທ່ານບໍ່ເຄີຍໄດ້ຮັບໄຊຊະນະອັນໃຫຍ່ຫຼວງກັບການເສຍຊີວິດຈໍານວນຫນ້ອຍເຊັ່ນນີ້? ທີມງານຂອງພວກເຮົາກ່ຽວກັບເສັ້ນທາງກັບຄືນສູ່ໄຊຊະນະ, ຍັງເຕັມໄປດ້ວຍຜົນບັງຄັບໃຊ້ຊີວິດໃນເວລາທີ່ເລີ່ມຕົ້ນການສູ້ຮົບ. ແຕ່ລະຄົນຮັກສາຄວາມຮູ້ສຶກ, ຮູບພາບທີ່ດີກ່ຽວກັບການຕໍ່ສູ້, ປະຊາຊົນ​ເອື້ອ​ເຝື້ອ​ເພື່ອແຜ່, ພິ​ທີ​ຜູກ​ແຂນ, ຈັງ​ຫວະ​ຟ້ອນ ລຳ​ວົງ, ບົດ​ເພງ ຈຳ​ປາ…"

(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll