ນັກປະພັນ ກາບແກ້ວ ທຳມະວົງ ຜ່ານຜ່າໂຊກຊາຕາອັນທໍລະຫົດຂອງຊີວິດ ກາຍມາເປັນນັກປະພັນ ໄດ້ແນວໃດ?

21:06 2018/06/18

ຍສໝ - ບົດປາໄສ ຂອງ ນັກຂຽນ ກາບແກ້ວ ທຳມະວົງ, ສະມາຄົມນັກປະພັນລາວ ທີ່ພິທີມອບລາງວັນ ວັນນະກຳແມ່ນ້ຳຂອງ ຄັ້ງທີ 9 , ທີ່ ຮ່າໂນ້ຍ ວັນທີ 15 ມິຖຸນາ 2018.

ນັກປະພັນ ກາບແກ້ວ ທຳມະວົງ ຜ່ານຜ່າໂຊກຊາຕາອັນທໍລະຫົດຂອງຊີວິດ ກາຍມາເປັນນັກປະພັນ ໄດ້ແນວໃດ?
ພິ​ທີ​ມອບ​ລາງວັນນັກ​ຂຽນ ແມ່​ນ້ຳ​ຂອງ ຄັ້ງ​ທີ 9 ຈັດ​ຂື້ນ​ທີ່ ຮ່າ​ໂນ້ຍ.

ພໍ​ແຕ່​​ຮູ້​ຂ່າວ​ວ່າ​ໄດ້​ຮັບ​ລາງວັນ​ ວັນ​ນະ​ກຳ​ແມ່​ນ້ຳ​ຂອງ, ຂ້າ​ພະ​ເຈົ້າ​ຈົນບໍ່​​ຢາກເຊື່ອ​ຫູຂອງ​ຕົນ​ເອງ ເພາະ​ມັນ​ຢູ່​ໄກ​ເກີນ​ຝັນສຳ​ລັບ​ເດັກ​ນ້ອຍ​ບ້ານນອກ​ຄອກ​ນາ​ຄື​ຂ້າ​ພະ​ເຈົ້າ ຜູ້​ທີ່​ເກີດ​ມາ​ແລ້ວ ບໍ່​ເຄີຍ​ເຫັນ​ໂຖ​ຊັກ​ໂຄກ, ຕ້ອງ​ໄປ​ຖ່າຍ​ທີ່​ປ່າ ທັງ​ຖ່າຍ​ທັງໄລ່ຍຸງ​ທີ່​ມາ​ກັດ​ກົ້ນ​ໄປ​ນຳ​.

ພໍ່​ຂ້າ​ພະ​ເຈົ້າ​​ຕິດ​ເຫຼົ້າ​ແມ່​ກືກ​ໜັງ​ສື​​ເປັນ​ຊາວ​ນາ​ເຂົ້າ​ບໍ່​ກຸ່ມ​ກິນ​ຢູ່​ແຂວງ​ສະ​ຫັວນ​ນະ​ເຂດ ມີ​ລູກ 14 ​ຄົນ, ຕາຍ 4 ຍັງ 10, ແຕ່ຕໍ່​ມາ​ເອື້ອຍ​ຄົນ​ໜຶ່ງຜູກ​ຄໍ​ຕາຍ ແລະ ​ອ້າຍ​ຜູ້​ທີ​ສາມ​ກໍ​ໜີ​ຈາກ​ບ້ານບໍ່​ກັບ​ມາ​ເລີຍ ລູກ​ເຕົ້າ​ຈິ່ງ​ຍັງ​ເຫຼືອ 8, ​ສ່ວນຂ້າ​ພະ​ເຈົ້າ​ເປັນ​ລູກ​ຜູ້​ທີ 8. ​ພີ່​ນ້ອງຊາວຫວຽດ​ນາມ​ອາດຈະ​ມັກ​​ຂ້າ​ພະ​ເຈົ້າ ຍ້ອນ​​ເປັນ​​ຄົນ​ທີ 8, ເພາະ​ເລກ 8 ເປັນ​ເລກ​ແຫ່ງ​​ຄວາມໂຊກ​ດີ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ຖ້າມື້​ໃດ​ໄດ້​ກິນ​ເຂົ້າ​ອີ່ມ​ທ້ອງ ແລະ ໄດ້​ນອນ​ອີ່ມ​ຕາ ນັ້ນ​ຖື​ເປັນມື້​ແຫ່ງ​​ຄວາມໂຊກ​ດີ​.

​ເມື່ອ​ອາ​ຍຸໄດ້ 14 ປີ ​ພໍ່​ໄລ່ຂ້າ​ພະ​ເຈົ້າ​ກໍ​ອອກ​ຈາກ​ບ້ານ​ ໂດຍມີເຄື່ອງ 3 ຊຸດ, ​ເງິນ​ໃນ​ຖົງ​ບໍ່​ຮອດ​ຫ້າ​ໂດ​ລາ, ເວ​ລາ​ມາ​ຢູ່​ວຽງ​ຈັນ​ບໍ່​ມີ​ພີ່​ນ້ອງ ຕ້ອງ​ອາ​ໄສ​ຢູ່​ກັບ​ເຮືອນ​ເອື້ອຍ​ຮັກ​ອ້າຍ​ແພງ ໂດຍ​ຫາ​ລ້ຽງ​ຊີບ​ຈາກ​ການ​ຂີ່​ລົດ​ຖີບ​ເລາະ​ຂາຍ​ເຄື່ອງ​ເບັດ​ຕະ​ເລັດ ແລະ ເປັນ​ສັດ​ຕູ​ກັບ​ໂຕ​ໝາ​ທີ່​ມັກ​ເຫົ່າ ແລະ ໄລ່​ກັດ, ລົດ​ຖີບອີ່​​ຮ້າງ​ທີ່ບໍ່​ມີ​ເບ​ຣກ ຕ້ອງ​ໃຊ້​ເກີບ​ຢຽບ​ແທນ​ເບຣກ​ຈົນ​ຄວັນ​ກຸ້ມ ​ເ​ກີບ​ຂາດ​ໝົດ. ມີ​ຄັ້ງ​ໜຶ່ງ​ປົບ​ໝາ ​ລົດ​ຖີບ​ລົ້ມ​ຈົນ​ຄໍ​ຫັກ​​ມາ​ປັກ​ສຽບ​ຄໍ ​ສະ​ຫຼົບ​ເປັດ​ຕາຍ​ຄືນ​ໄປ​ເປັນ​ຊົ່ວ​ໂມງ.

ທ່ານ ກາບ​ແກ້ວ ທຳ​ມະ​ວົງ (ຜູ່​ທີ​ສອງ​ຈາກ​ຊ້າຍ​ມື)ທີ່​ພິ​ທີ​ມອບ​ລາງວັນ ນັກ​ຂຽນ​ແມ່​ນ້ຳ​ຂອງ ຄັ້ງ​ທີ 9 ທີ່ ຮ່າ​ໂນ້ຍ.

ໂດຍ​ອາ​ໃສວັດ​ເປັນ​ບ່ອນ​ຮຽນ​ໜັງ​ສື, ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລສອງ​​ຄັ້ງ​ຈິ່ງ​ໄດ້, ຮຽນ​ກາງ​ຄືນ ແລະ ເຮັດ​ວຽກ​ກາງ​ເວັນ​ໂດຍ​ເປັນ​ຄົນ​ຊັກ​ເຄື່ອງ​ທີ່​ໂຮງ​ແຮມ ເພື່ອ​ຫາ​ເງິນ​ຈ່າຍ​ຄ່າຮຽນ, ຄ່າ​ຫ້ອງ​ແຖວ, ຄ່າ​ກິນ​ຢູ່ ແລະ ຄ່າ​ຮຽນ​ຂອງ​ນ້ອງ​ຊາຍຫຼ້າ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ມາ​ຢູ່​ນຳ, ​ຖືກ​​ໄລ່​ອອກ​ຈາກວຽກ ຍ້ອນ​ຖຽງ​ຫົວ​ໜ້າ, ບໍ່​ມີ​ຫຍັງ​ກິນ ພວກ​ເຮົາ​ສອງ​ອ້າຍ​ນ້ອງ​ຕ້ອງ​ໄປ​ເກັບ​ຜັກ​ບ້ວງ​ທີ່​ເກີດ​ຢູ່ລຸ່ມ​ເຕົາ​ເຜົາ​​ສົບຈູດ​ຄົນ​ຕາຍ​ທີ່​ວັດ ເພື່ອ​ປະ​ທັງ​ຊີ​ວິດ. 

​ໃນ​ທີ່​ສຸດ ກໍ​ໄດ້​ເຮັດ​ວຽກ​ໃນ​ບໍ​ລິ​ສັດ​ປັດ​ຈຸ​ບັນ​ນີ້ ຊີ​ວິດ​ຈິ່ງ​ດີ​ຂຶ້ນ, ເຮັດ​ວຽກ​ພຽງ 2 ປີ​ຈາກ​ພະ​ນັກ​ງານ​ທຳ​ມະ​ດາ ກໍ​ກາຍ​ເປັນ​ຫົວ​ໜ້າ​ພະ​ແນກ, ຫຼັງ​ຈາກນັ້ນ 4 ປີ ກໍ​ກາຍ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ແລະ ​ຮຽນ​​ຈົບ​ປະ​ລິນ​ຍາໂທ​ຈົນ​ໄດ້​ກ​ຽດ​ນິ​ຍົມ​ອັນ​ດັບ​ສອງຂອງ​ໂຮງ​ຮຽນ.

ການ​ເປັນ​ນັກ​ອ່ານ ແລະ ນັກຂຽນ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ຕອນ​ອົກ​ຫັກ ຍ້ອນນອນບໍ່ຫຼັບ ໄດ້​ຍິນ​ເຂົ້າ​ວ່າ ອ່ານ​ປຶ້ມ​ແລ້ວ​ຢາກນອນ ​ຈິ່ງ​ລອງ, ເພາະ​ເມື່ອ​ກ່ອນ​​ບໍ່​ມັກ​ອ່ານ, ແຕ່​ສຸດ​ທ້າຍມັກ​ອ່ານ​ປຶ້ມ​ຍ້ອນ​ຢາກໃຫ້​ຕົນ​ເອງນອນຫຼັບ, ພໍ່​ດີ​ຕອນນັ້ນ​ຂ້າ​ພະ​ເຈົ້າ​ເປັນ​ອາ​ຈານ​ສອນ​ພິ​ເສດ​ທີ່​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງເພື່ອ​ຫາ​ເງິນ​ເພີ່ມ, ກ່ອນ​ສອນ​ໜັງ​ສື ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຄຳ​ຄົມ​ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ນັກ​ຮຽນ​ຕາງ​ສອນ​ຕົນ​ເອງ​ໄປ​ນຳ, ມີ​ນັກ​ຮຽນ​ຄົນ​ໜຶ່ງ​ທ້ວງ​ຂຶ້ນ​ວ່າ ອາ​ຈານ​ຄືບໍ່​ຮິບ​ໂຮມ​ເປັນ​ປຶ້ມ, ນັບ​ແຕ່ມື້ນັ້ນ​ມາ​ຂ້າ​ພະ​ເຈົ້າ​ກໍ​ກາຍ​ເປັນ​ນັກ​​ຂຽນ ແລະ ໜຶ່ງ​ປີ​ຕໍ່​ກໍ​ໄດ້​ຮັບ​ລາງວັນ​ນາກ​ຄຳ ​ປະ​ເພດ​ນັກ​ຂຽນ​ບົດ​ຄວາມ​ດີ​ເດັ່ນ.

ທ່ານ ກາບ​ແກ້ວ ທຳ​ມະ​ວົງ ປາ​ໄສ​ທີ່​ພິ​ທີ​ມອບ​ລາງວັນ ນັກ​ຂຽນ​ແມ່​ນ້ຳ​ຂອງ ຄັ້ງ​ທີ 9 ທີ່ ຮ່າ​ໂນ້ຍ.

ຂ້າ​ພະ​ເຈົ້າ​ເວົ້າ​ ແລະ ຂ​ຽນ​ໄດ້​ດີ​ ​ກໍ​ຍ້ອນກ່ອນມື້​ທີ່​ຄົນ​ຮັກ​ຜູ້​ທີ່​ໄດ້​ໝັ້ນ​​ໝາຍ​ແລ້ວນັ້ນ ນາງ​ກຳ​ລັງ​ຈະ​ແຕ່ງ​ງານ​ກັບ​ຊາຍ​ອື່ນ, ໝາຍ​ຄວາມ​ວ່າມື້​ອື່ນນີ້ ຂ້າ​ພະ​ເຈົ້າ​ຈະ​ຂຶ້ນ​ບັນ​ຍາຍ, ນາງ​ກໍ​ຈະ​ແຕ່ງ​ງານ​ໃນ​ມື້​ແລງນີ້ ແລະ ບໍ​ລິ​ສັດທີ່​ຈະ​ໄປ​ບັນ​ຍາຍ​, ກໍ​ເປັນ​ບໍ​ລິ​ສັດ​ດຽວ​​ກັບ​ບ່ອນ​ທີ່​ນາງ​ເຮັດ​ວຽກ​ຢູ່ ແລະ ພະ​ແນກ​ທີ່​ພະ​ນັກ​ງ​ງານ​ຈະ​ເຂົ້າ​ຮ່ວມ​ຟັງ​ບັນ​ຍາຍ ກໍ​ເປັນ​ພະ​ແນກ​ບ່ອນ​ທີ່​ນາງ​ເຮັດ​ວຽກ​ຢູ່ ເຊິ່ງ​ທັງ​ໝົດ​ກໍ​ຮູ້​ຈັກ​ຂ້າ​ພະ​ເຈົ້າ ແລະ ນາງດ​ີ ໝາຍ​ຄວາມ​ວ່າ ກ່ອນ​ເພື່ອນ​ຮ່ວມ​ງານ​ນາງ​ຈະ​ມາ​ຟັງ​ຂ້າ​ພະ​ເຈົ້າ​ບັນ​ຍາຍ​ໃນ​ມື້​ອື່ນ​ເຊົ້າ, ມື້​ຄືນນີ້ ພວກ​ເຂົາ​ກໍ​ໄດ້​ໄປ​ຮ່ວມ​ງານ​ນາງ​ແຕ່ງ​ງານ​ກັບ​ຊາຍ​ອື່ນ, ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ແຕ່​ຮ້ອງ​ໄຫ້ຫຼັ່ງ​ນ້ຳ​ຕາໃນ​ເວ​ລາ​ທີ່​ກຳ​ລັງ​ເບິ່ງ​ບົດ​ຮຽນ​ກຽມໄປ​ບັນ​ຍາຍ, ຍິ່ງ​ເດິກ ຂ້າ​ພະ​ເຈົ້າ​ກໍ​ຍິ່ງນອນບໍ່ຫຼັບ ເພາະ​ຄິດ​ເຫັນ​ພາບ​ ປານນີ້ນາງ​ຄົງ​ນອນກອດ​ກັນ​ກັບ​ຜົວ​ຢູ່​ເທິງ​ຕຽງ​, ໝໍ​ນັ້ນ​ຄົງ​ກິນບໍ່​ໃຫ້​ເຫຼືອ​, ນ້ຳ​ຕາ​ຂ້າ​ພະ​ເຈົ້າ​ໄຫຼ​ອອກຫຼາຍ​ຈິ່ງ​ເຊື້ອບຫຼັບ​ຕອນ​ຂ້ອນ​ແຈ້ງ. ເມື່ອ​ຕື່ນ​ເຊົ້າ​ມາ​ກໍ​ກຽມ​ຂຶ້ນ​ບັນ​ຍາຍ​ໃຫ້​ໝູ່​ເພື່ອນ​ຂອງ​ນາງ​ທີ່​​ຫາ​ກໍໄປ​ດອງ​ມາ​​ຄືນນີ້, ສາຍ​ຕາ​ພວກ​ເຂົາ​ຕ່າງ​ກໍ​ຈັບ​ຈ້ອງ​ມາ​ເບິ່ງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ສ້າງ​ແຮງ​ບັນ​ດານ​ໃຈ​ໄດ້​ແນວ​ໃດ ຂອງວ່າມື້​ຄືນນີ້​ມັນ​ກໍ​ອົກ​ຫັກ, ບາງ​ຄົນ​ກໍ​ສົງ​ສານ, ແຕ່ບາງ​ຄົນ​ພັດ​ສົມ​ນ້ຳ​ໜ້າ. ຈາກມື້ນັ້ນ​ມາ ຂ້າ​ພະ​ເຈົ້າ​ກໍ​ກາຍ​ເປັນ​ນັກ​ຂຽ​ນ ແລະ ນັກ​ເວົ້າ​ທີ່​ໝັ້ນ​ໃຈ ເພາະ​ໄດ້​ຜ່ານ​ສະ​ໜາມ​ຮົບ​ທີ່​ໜັກ​ທີ່​ສຸດ.

ເມື່ອ​ກ່ອນ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສະ​ຫັວນ​ຕັ້ງ​ກັ່ນ​ແກ້ງ ແຕ່​ດຽວນີ້​ເຂົ້າ​ໃຈ​ແລ້ວ​ວ່າ ສະ​ຫັວນ​ພຽງ​ແຕ່​ຢາກ​ທົດ​ສອບ ຂ້າ​ພະ​ເຈົ້າ​ຈິ່ງ​ຢາກ​ຂອບ​ໃຈ​ສະ​ຫັວນ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຮອດມື້ນີ້​ໄດ້.

ຈາ​ກ​ປະ​ສົບ​ການ​ຊີ​ວິດທີ່​ຜ່ານ​ມາ ຂ້າ​ພະ​ເຈົ້າ​ເຊື່ອ​​ວ່າ ເຖິງຄົນ​ເຮົາ​​ຈະບໍ່​ສາ​ມາດ​ເລືອກ​ເກີດ​ໄດ້ ແຕ່ຄົນ​ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ເປັນ​ໄດ້, ຊີວິດນີ້ ບາງ​ຄັ້ງ​ມັນ​ກໍບໍ່ຍຸຕິທຳ, ເພາະຊີວິດໃນແຕ່ລະມື້ກໍຄ້າຍຄືລະຄອນສາກໜຶ່ງທີ່ຍັງບໍ່ທັນຈົບ ເຮົາຈິ່ງຕ້ອງພົບກັບບັນຫາຫຼາຍຢ່າງທີ່ບໍ່ເປັນໄປດັ່ງຫວັງ, ຊີວິດຈິ່ງຄ້າຍຄືດັ່ງກະແສນ້ຳທີ່ໄຫຼໄປຕາມສາຍນ້ຳ, ມີບາງຕອນກໍຄົດໂຄ້ງ ແລະ ໄຫຼ່ເວີນເປັນຍ່ານ, ເຖິງສ່ວນຫຼາຍ ຈະໄຫຼລື່ນ, ແຕ່ບາງຄັ້ງມັນຕ້ອງສະອື້ນໄຫ້ໃນຍາມໃດທີ່ປະທະແກ້ງ, ເຖິງຊີວິດຈະສົມຫວັງ ແລະ ມີຄວາມສຸກ, ແຕ່ບາງຄັ້ງກໍຜິດ ຫວັງ ແລະ ເຈັບປວດ, ແຕ່ສຸດທ້າຍແລ້ວ ໃນຕອນຈົບ ຊີວິດຈະມອບຮາງວັນແຫ່ງຄວາມສົມ​ຫວັງໃຫ້ເຮົາຢູ່ສະເໝີ​ ເໝືອນ​ດັ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮາງວັນ​​ແມ່​ນ້ຳ​ຂອງໃນ​ມື້ນີ້. 

​ດັ່ງ​ນັ້ນ, ຈຸດປະ​ສົງ​ໃນ​ການ​ຂຽນ​ປຶ້ມ “ຟ້າຫຼັງ​ຝົນ ຄົນ​ສູ້ຊີ​ວິດ” ກໍ​ເພື່ອ​ສ້າງ​ບັນ​ດານ​ໃຈ​ຊາວ​ໜຸ່ມ​ລາວ​ໃຫ້ມີ​ຄວາມ​ຫວັງ ແລະ ກຳ​ລັງ​ໃຈ​ໃນ​ການ​ສູ້​ຊີ​ວິດ, ໃນ​ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ໄດ້ ພວກ​ເຂົາ​ກໍ​ເຮັດ​ໄດ້​​ເຊັ່ນ​ກັນ, ພວກ​ເຂົາ​ກໍ​ມີ​ຟ້າຫຼັງ​ຝົນ​ໄດ້​ຄື​ກັນ. 

ສຸດ​ທ້າຍ ​​ຂໍ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​​ຖະ​ບານ ສ​ສ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ທີ່ມອບ​ຮາງວັນ ວັນ​ນະ​ກຳ​ແມ່​ນ້ຳ​ຂອງ​ເຊິ່ງ​ເປັນ​ຮາງວັນ​ທີ່​ຊົງ​ກ​ຽດ ເພື່ອ​ຕອບ​ຢ້ຳ​ໃຫ້​ຊີ​ວິດ​ຂ້າ​ພະ​ເຈົ້າ​ເປັນເໝືອນ​ດັ່ງ “ຟ້າຫຼັງ​ຝົນ” ​ມັນ​ຊ່າງ​ງົດງາມແທ້ໆ. ກໍ​ຍ້ອນ​ໄດ້​ສຳ​ຜັດ​ກັບ​ຟ້າຫຼັງ​ຝົນ​ໃນ​ມື້ນີ້ ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ອຸ​ທິດ​ຕົນ​ເພື່ອ​ສັງ​ຄົມ ໂດຍ​ໃຊ້ຄວາມ​ແຫຼມ​ຄົມ​ຂອງ​ປາຍ​ປາກ​ປາ​​ຂີດ​ຂຽນ​ແຕ່ງ​ແຕ້ມ ເພື່ອ​ສົ່ງ​ເສີມ​​ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ​ລະ​ຫວ່າງ 6 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງພວກ​ເຮົາ. 

ຂ້າ​ພະ​ເຈົ້າ​ລືມບອກ ຄົນ​ລາວພວກ​ເຮົາ​ມັກ​ເລກ 9, ພວກ​ເຮົາ​ເຊື່ອ​ວ່າ​ເປັນ​ເລກແຫ່ງ​ຄວາມ​ໂຊກ​ດີ, ຂ້າ​ພະ​ເຈົ້າ​ກໍ​ບັງ​ເອີນເກີດ​ວັນ​ທີ 9 ເດືອນ 9, ຂຽນ​ປຶ້ມ​ໄດ້ 9 ເຫຼັ້ມ ແລະ ກໍ​ເປັນ​ເຫຼັ້ມ​ທີ 9 ທີ່​ໄດ້​ຮັບ​​ຮາງວັນ​ ວັນ​ນະ​ກຳ​ແມ່​ນ້ຳ​ຂອງ​ໃນ​ຄັ້ງ​ທີ 9 ​ໃນ​ມື້ນີ້ ແລະ ປີນີ້ ຂ້າ​ພະ​ເຈົ້າ​ກໍ​ມີ​ອາ​ຍຸ​ໄດ້ 39 ພໍ​ດິບ​ພໍ​ດີ, “ຟ້າຫຼັງ​ຝົນ” ​ມັນ​ຊ່າງ​ງົດງາມ​ອີ່ຫຼີ.

(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

反馈
全名 :
电子邮箱 :
内容 :
   
 
 
 
 
   
Mobile
TieuDe
安全码 :  
发送
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll