ໃນເມື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຫວຽດນາມຕ້ອງຍາດແຍ່ງໂອກາດ, ຜ່ານຜ່າສິ່ງທ້າທາຍ ເພື່ອພັດທະນາກະສິກຳ

14:51 2017/06/08

ວກ. - ການ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະຫວັດສາດ​ອັນ​ສຳຄັນ​ສຳລັບ 12 ປະ​ເທດ​ສະມາຊິກ, ​ໃນ​ນັ້ນ​ມີ ສສ ຫວຽດນາມ. ກ່ອນ​ເມື່ອ​ສັນຍາ​ສະບັບ​ນີ້​ໄດ້​ຮັບ​ການ​ສັດຕະຍາບັນ​ຢ່າງ​ເປັນ​ທາງ​ການ, ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ໄດ້​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ບັນຫາ​ອັນ​ສຳຄັນຂອງ​ການ​ກະ​ເສດ ຮັບ​ຮູ້​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ມັນ ​ເພື່ອ​ເປັນ​ເຈົ້າ​ການ​ພັດທະນາ​ກະສິກຳ ຊຶ່ງ​ໄດ້​ຖື​ວ່າ​ເປັນ​ຂະ​ແໜງການ​ທີ່​ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ຂອງ​ຫວຽດນາມ.

ໃນເມື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຫວຽດນາມຕ້ອງຍາດແຍ່ງໂອກາດ, ຜ່ານຜ່າສິ່ງທ້າທາຍ ເພື່ອພັດທະນາກະສິກຳ

ປະ­ຖົມ​ປັດ­ໃຈ​ໃຫ້​ແກ່​ການ​ພັດ­ທະ­ນາ​ກະ­ສິ­ກຳ​ ​ໃນເມື່ອຫວຽດ­ນາມເຂົ້າ​ຮ່ວມ​ໃນສັນ­ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP - ທີ​ພີ​ພີ)

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຄຽງ​ຄູ່​ກັບ​ບັນ­ດາ​ສາຍ­ເຫດ​ໂຄງ​ສ້າງ​ໃນ​ຕົວ​ແລ້ວ ​ຍັງ​ມີ​ຄວາ​ມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ​ກ່ຽວ​ກັບ​ເສດ­ຖະ­ກິດ​ພາຍ​ໃນ​ປະ­ເທດ ແລະ ​ສາ­ກົນ ​ທີ່​ໄດ້​ສົ່ງ​ຜົນ​ສະ­ທ້ອນທາງ​ລົບເຖິງ​ການ​ຜະ­ລິດ​ກະສິກຳ. ເຖິງ​ຢ່າງ​ນັ້ນ​ກໍ່​ຕາມ, ຂະ­ແໜງ­ການ​ກະ­ສິ­ກຳ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່​ຢ່າງ​ແທດ­ເໝາະ​ຂອງ​ພັກ, ລັດ ດ້ວຍ​ຫຼາຍ​ນະ­ໂຍ­ບາຍບຸລິ​ມະ​ສິດ​ໃນ​ການ​ລົງ­ທຶນ​ຈາກ​ງົບ­ປະ­ມານ​ແຫ່ງ​ລັດ ແລະ ດຶງ​ດູດ​ການ​ລົງ­ທຶນ​ຈາກ​ສັງ­ຄົມ ​ເພື່ອ​ໃຫ້​ມັນ​ພັດ­ທະ­ນາ. ໃນ​ໄລ­ຍະ​ 2011 - 2015, ແຫຼ່ງ​ກຳ­ລັງ​ໃຫ້​ແກ່​ການ​ກະ­ສິ­ກຳ​ໄດ້​ຮັບ​ການ​ລະ­ດົມ​ຫຼາຍ​ກວ່າ, ທຶນ​ລົງ­ທຶນ​ທັງ​ໝົດ​ຂອງ​ລັດໃຫ້​ແກ່​ການ​ກະ­ສິ­ກຳ, ຊົນ­ນະ­ບົດ​ບັນ­ລຸ​ໄດ້ 610 ພັນກ່ວ​າ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ເປັນ 1,83 ເທື່ອ​ທຽບ​ກັບ​ໄລ­ຍະ 2006 - 2010; ສະ­ເພາະ​ທຶນ​ລົງ­ທຶນ​ຈາກ​ງົບປະມານ​ແຫ່ງ​ລັດ ແລະ ພັນ­ທະ­ບັດ​ລັດ­ຖະ­ບານ ​ໄດ້​ບັນ­ລຸ​ 221,6 ພັນ​ຕື້​ດົ່ງ (ກວມ​ເອົາ​ 1,2% ຂອງ ຈີ​ດີ​ພີ), ​ເພີ່ມ​ຂຶ້ນເປັນ 1,9 ເທື່ອ​ທຽບ​ກັບ​ໄລຍະ​ກ່ອນ. ການ​ລົງ­ທຶນ​ຈາກ​ຂົງ​ເຂດ​ເສດ­ຖະ­ກິດ​ນອກພາກ​ລັດ (ລວມ​ມີ​ທັງ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ) ເຂົ້າ​ໃນ​ຂົງ­ເຂດ​ກະ­ສິ­ກຳ​ ໄດ້​ເພີ່ມ​ຂຶ້ນ​ແຕ່ 28.859 ຕື້​ດົ່ງ (ປີ 2009) ຂຶ້ນເປັນ 34.474 ຕື້​ດົ່ງ (ປີ 2013). ນັບ​ເຖິງ​ເດືອນສິງ­ຫາ 2015, ­ການ​ລົງ­ທຶນ​ໂດຍ​ກົງ​ຈາກຕ່າງປະ­ເທດ (FDI - ​ເອັບ​ດີ​ໄອ) ໃຫ້​ແກ່​ກະ­ສິ­ກຳ ຊົນ­ນະ­ບົດ ມີ 512 ໂຄງ­ການ, ກວມ​ເອົາ 3,1% ຂອງຈຳ­ນວນ​ໂຄງ­ການ ​ເອັບ​ດີ​ໄອ ທັງ​ໝົດຂອງ​ທົ່ວ​ປະ­ເທດ, ບັນ­ລຸ​ໄດ້​ປະ­ມານ 3,43 ຕື້ໂດລະ​ສະ­ຫະ­ລັດ (ກວມ​ເອົາ 1,4% ທຶນ ​ເອັບ​ດີ​ໄອ ຈົດ​ທະບຽນທັງ​ໝົດ​ຂອງ​ທົ່ວ​ປະ­ເທດ). ທຶນ​ສິນ​ເຊື່ອ​ໃຫ້​ແກ່​ການ​ກະ­ສິ­ກຳ ຊົນ­ນະ­ບົດ ​ໄດ້​​ເຕີບ​ໂຕ​ຢ່າງ​ແຂງ­ແຮງ ​ເປັນ​ປະ­ມານ 21% ຕໍ່​ປີ, ສູງ​ກວ່າ​ທຽບ​ກັບ​ຄວາມ​ໄວ​ແຫ່ງ​ການ​ເຕີບ​ໂຕ​ສິນ​ເຊື່ອ​ລວມ​ ຂອງ​ລະ­ບົບ​ເສດຖະກິດ (ຊຶ່ງ​ບັນ­ລຸ​ພຽງ 18,5%).

ແຕ່​ປີ 2013 ມາ​ຮອດປັດ­ຈຸ​ປັນ, ໂຄງ­ການ​ຈັດ​ວາງ​ໂຄງ​ປະກອບ​ຂະ­ແໜງ­ການ​ກະ­ສິ­ກຳ​ຄືນ­ໃໝ່ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຂອງ​ພັກແລະລັດ­ຫວຽດ­ນາມ ຊຶ່ງ​ໄດ້​ບຸລິ​ມະ​ສິດ​ແຫຼ່ງທຶນ​ເພື່ອ​ສືບ​ຕໍ່​ຜັນ​ຂະ­ຫຍາຍ ພ້ອມ​ກັບ​ການ​ປຸກລະ­ດົມ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ວິ​ສາ​ຫະ​ກິດ​ພາຍ​ໃນແລະຕ່າງ­ປະ­ເທດ ​ໃຫ້​ລົງ­ທຶນ​ເຂົ້າ​ໃນ​ຂົງ­ເຂດ​ກະ­ສິ­ກຳ ຊົນ­ນະ­ບົດ. ກະ­ຊວງ​ກະ­ສິ­ກຳ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ​ ໄດ້​ຜັນ​ຂະ­ຫຍາຍ​ໂຄງ­ການ​ນີ້​ໃນທຸກ​ຂົງ­ເຂດ​​ກະ­ສິ­ກຳ; ພ້ອມ​ທັງ​ພະ­ຍາ­ຍາມ​ປະ­ຕິ­ບັດມາດ​ຕະ­ການຕ່າງໆ​ ​ເພື່ອ​ປົວແປງ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ­ທຶນ​ທຸ­ລະ​ກິດ ​ຕາມ​ມະ­ຕິ​ຂອງ​ລັດ­ຖະ­ບານ. ດ້ວຍ​ເຫດ​ນັ້ນ, ບັນ­ດາ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ອັນ​ຕົ້ນ​ຕໍລ້ວນ​ແຕ່ໄດ້​ບັນລຸ​ລື່ນລະດັບ​ຄາດ​ໝາຍ​ທີ່​ວາງ​​ໄວ້​ໃນ​ໄລ­ຍະ 2011 - 2015, ແລະ ຢູ່​ລະ­ດັບ​ສູງ​ທຽບ​ກັບ​ບັນ­ດາ​ປະ­ເທດ​ສະ​ມາ​ຊິດອື່ນ​ຂອງ ທີ​ພີ​ພີ. ປີ 2014 ມູນ​ຄ່າ​ການ​ຜະ­ລິດ​ຂອງ​ຂະ­ແໜງ­ການ​ກະສິກຳ​​ເພີ່ມ​ຂຶ້ນ​ 3,9%, ອັດ­ຕາ​ການ​ເຕີບ​ໂຕ ຈີ​ດີ​ພີ ຂອງ​ຂະ­ແໜງ­ການ​ບັນ­ລຸ 3,49%, ສູງ​ກວ່າ​ປີ 2013 (ຊຶ່ງ​ປີ 2013 ​ໄດ້ 3% ແລະ 2,64%); ລວມ​ຍອດ​ມູນ​ຄ່າ​ສົ່ງ​ນອກ​ທັງ​ໝົດ ​ຂອງ​ຂະ­ແໜງ­ການກະສິກຳ​ບັນ­ລຸ 30,86 ຕື້​ໂດ​ລາ​ສະ­ຫະ­ລັດ, ເພີ່ມ​ຂຶ້ນ 11,2% ​ທຽບ​ກັບ​ປີ 2013, ມີຜະ­ລິດ​ຕະ​ພັນ​ກະ­ສິ­ກຳ 10 ປະ­ເພດ​ທີ່​ໄດ້​ບັນ­ລຸ​ມຸນ​ຄ່າ​ສົ່ງ​ນອກ 1 ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ. ​ສະ­ເພາະ​ແຕ່​ເດືອນ​ມັງ­ກອນ​ຫາ​ເດືອນ​ກັນ­ຍາ 2015, ເຖິງ​ວ່າ​ໄດ້​ປະສົບ​ຄວາມ​ຫຍຸ້ງ­ຍາກ​ຍ້ອນ​ໄພ­ພິ­ບັດ ແລະ ການ​ຜັນ​ປ່ຽນ​ຢ່າງ​ບໍ່​ສະ­ດວກ​ຂອງ​ຕະ­ຫຼາດກໍ​ຕາມ, ແຕ່​ອັດ­ຕາ​ການ​ເຕີບ​ໂຕ ຈີ​ດີ​ພີ ຍັງ​ບັນ­ລຸ​ 2,08%, ມູນ​ຄ່າ​ການຜະ­ລິດຂອງ​ຂະ­ແໜງ­ການກະສິກຳ​ເພີ່ມ​ຂຶ້ນ 2,1% ທຽບ​ກັບ​ໄລຍະ​ເວ­ລາ​ດຽວ​ກັນ​ຂອງ​ປີ 2014. ຄື​ແນວ​ນັ້ນ, ​ການ​ເຕີບ​ໂຕສະ​ເລ່ຍ​ໃນ​ໄລ­ຍະ 2011 - 2015 ຂອງ​ຂະແໜງ­ການ​ກະ­ສິ­ກຳ​​ບັນ­ລຸ​ 3,09% ຕໍ່ປີ, ລື່ນ​ກາຍ​ເປົ້າ​ໝາຍ​ແຜນການ​ທີ່​ໄດ້​ວາງ​ໄວ້: 2,6% - 3%. ຄຸນ​ນະ​ພາບ​ການ​ເຕີບ​ໂຕ​ກໍ່​ໄດ້​ຮັບ​ການ​ປົວ­ແປງ, ອັດ­ຕາ​ສ່ວນ​ມູນ​ຄ່າ​ເພີ່ມ​ໃນ​ມູນ​ຄ່າ​ການ​ຜະ­ລິດ​ທັງ​ໝົດ​ໄດ້​ເພີ່ມ​ຂຶ້ນແຕ່ 64,7% ປີ 2013, ຂຶ້ນ​ເປັນ 67,8% ​ປີ 2014 ແລະ ຄາດ​ວ່າ​ຈະ​ບັນ­ລຸ​ປະ­ມານ 68% ໃນ​ປີ 2015.

ໂຄງ­ການ​ເປົ້າ​​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່­ສ້າງ​ຊົນ­ນະ­ບົດ​ໃໝ່​ ໄດ້​ກາຍ­ເປັນ​ຂະ​ບວນ​ການ​ອັນ​ເລິກເຊິ່ງ​ກວ້າງ­ຂວາງ​ໃນ​ທົ່ວ​ປະ­ເທດ, ໄດ້​ລະ­ດົມ​ການ​ລົງ­ທຶນ​ຂອງ​ທົ່ວ​ສັງ­ຄົມ​ໃຫ້​ແກ່​ໂຄງ­ການ​ເປັນ​ຈຳ­ນວນ 851,854 ພັນ​ຕື້​ດົ່ງ; ໃນ​ນັ້ນ, ງົບ­ປະ­ມານ​ແຫ່ງ​ລັດ​ໄດ້​ກວມ​ເອົາ​ອັດ­ຕາ​ສ່ວນ​ 31,3%, ທຶນ​ສິນ​ເຊື່ອ​ກວມ​ເອົາ 51%, ທຶນ​ປະ­ກອບ­ສ່ວນ​ຂອງ​ປະ­ຊາ​ຄົມ: 12,7%, ທຶນ​ຂອງ​ວິ​ສາ​ຫະ​ກິດ: 4,9% ແລະ​ແຫຼ່ງ​ທຶນ​ອື່ນ: 2,1%. ງົບ­ປະ­ມານ​ແຫ່ງ​ລັດຕົ້ນຕໍ​​ແມ່ນ​ໃຊ້​​ໃນ​ການພັດ­ທະ­ນາ​ໂຄງ​ສ້າງ​ພື້ນ­ຖານ​ ​ເພື່ອຮັບ​ໃຊ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ​ແລະ ຂະຫຍາຍ­​ການ​ຜະ­ລິດ​. ຜົນ­ສຳ​ເລັດ​ທີ່​ໄດ້​ຮັບ​ຄື ​ເຂດ​ຊົນ­ນະ­ບົດຢູ່​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ປ່ຽນ­ແປງ​ໃໝ່, ສີ­ວິ­ໄລ​ກວ່າ​ແຕ່​ກ່ອນ, ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​​ໃນການ​ປະ­ຕິ­ບັດ​ເປົ້າ​ໝາຍ​ຫລຸດ­ຜ່ອນ​ຄວາມ​ອຶດ­ຫິວ​ແລະ​ຄວາມ­ທຸກ​ຍາກ, ປົວ­ແປງ​ເງື່ອນ­ໄຂ​ດຳລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ​ຢູ່​ຊົນ­ນະ­ບົດ, ຮັກ­ສາ​ສະ​ຖຽມ​ລະ​ພາບ​ຂອງ​ສັງ­ຄົມ​ໃຫ້​ໝັ້ນ­ຄົງ. ນັບ​ເຖິງ​ເດືອນ​ກັນ­ຍາ 2015, ຄິດ​ສະ­ເລ່ຍ​ໃນ​ທົ່ວ​ປະ­ເທດ ​ແຕ່​ລະ​ຕາ​ແສງ​ບັນ­ລຸ​ 11,64 ​ໃນ 19 ດັດຊະນີ​ກ່ຽວ​ກັບ​ຊົນນະບົດ​ໃໝ່ (ປີ 2011 ​ໄດ້​ພຽງ 4,7). ​ມີ 1.132 ຕາ​ແສງ ແລະ 9 ເມືອງ, ເທດ­ສະ­ບານ​ເມືອງ ​ໄດ້​ຮັບ​ການ​ຮັບ­ຮອງ​​ບັນ­ລຸ​​ມາດ­ຕະ­ຖານ​ກ່ຽວ​ກັບ​ຊົນ­ນະ­ບົດ​ໃໝ່​ ລວມ​ມີ: ເມືອງ​ຊວນ​ລົກ, ເທດ­ສະ­ບານ​ເມືອງລອງ​ແຄ໊ງ (ແຂວງດົ່ງ​ນາຍ); ບັນ­ດາ​ເມືອງ​ ກູ໋​ຈີ, ຮ໊ອກ​ມົນ, ຍ່າ​ແບ່ (ນະ­ຄອນໂຮ່​ຈີ​ມີນ); ເມືອງດົງ​ຈ່ຽວ (ແຂວງກວ໋​າງ​ນິນ); ເມືອງ​ຫາຍ​ເຮົ້າ (ແຂວງນາມ​ດິ້ງ); ເມືອງເດີນ​ເຢືອງ (ແຂວງເລີມ​ດົ່ງ) ແລະ ເທດ­ສະ­ບານ​ເມືອງຫງ໊າ​ໄບ໋ (ແຂວງເຮົ້າ​ຢາງ).

​ຮອດ​​ປີ 2014, ລາຍ​ຮັບ​ສະ­ເລ່ຍ​ຢູ່​ເຂດ​ຊົນ­ນະ­ບົດ​ບັນ­ລຸ​ 24,49 ລ້ານ​ດົ່ງ​ຕໍ່​ຄົນ, ໄດ້​ເພີ່ມ​ຂຶ້ນ​ເປັນ 1,9 ເທື່ອ​ທຽບ​ກັບ​ປີ 2010. ອັດ­ຕາ​ສ່ວນ​ຄອບ​ຕົວທຸກ​ຍາກ​ຢູ່​ຊົນ­ນະ­ບົດ​ຄາດ​ວ່າ​ຮອດ​ທ້າຍ​ປີ 2015 ຍັງ​ກວມ​ປະ­ມານ 9,3%, ຫລຸດລົງ​ສະ­ເລ່ຍ 2% ຕໍ່​ປີ​ ໃນ​ໄລ­ຍະ 2008 - 2015.

ເມື່ອ​ເຂົ້າ​ຮ່ວມ​ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ຕ້ອງ​ຮັບ​ຮູ້​ກາ­ລະ​ໂອ­ກາດ​ຢ່າງ​ຈະ­ແຈ້ງ​ ເພື່ອ​ມີ​ການ​ສວຍ​ໃຊ້

ຕ້ອງ​ຢືນ­ຢັນ​ວ່າ, ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ເປັນ​ສັນ­ຍາ​​ທີ່​ຮອບ​ດ້ານ​ພໍ​ສົມຄວນ, ມີ​ຄຸນ​ນະ​ພາບ​ສູງ​ບົນ​ພື້ນ­ຖານ​ຄວາມ​ສົມ​ດຸນ​ທາງ​ດ້ານ​ຜົນ​ປະ­ໂຫຍດ, ພ້ອມ​ທັງ​ມີ​ຄວາມ​ຄາດ​ຫວັງ​ຈະ​ຊຸກ­ຍູ້​ການ​ເຕີບ​ໂຕ​ເສດຖະ­ກິດຂອງ​ບັນ­ດາ​ປະ­ເທດ​ສະ​ມາ​ຊິດ​ທັງ​ໝົດ​ຄື ​ສ້າງ​ວຽກ​ເຮັດ​ງານ​ທຳ, ປະກອບ­ສ່ວນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມ­ທຸກ​ຍາກ ແລະ ຍົກ​ສູງ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ; ສົ່ງ​ເສີມ​ຄວາມ­ຄິດ​ປະ­ດິດ​ສ້າງ, ຍົກ​ສູງ​ປະສິດຕິພາບ​ຂອງ​ແຮງ​ງານ ​ແລະ ຄວາມ​ສາ­ມາດ​ແຂ່ງ­ຂັນ, ຊຸກ­ຍູ້​ການ​ຫັນ​ເປັນ​ໂປ່ງ​ໃສ ​ແລະ ການ​ບໍ­ລິ­ຫານ​ຈັດ­ການ​ດີ; ປົວ­ແປງ​ກ່ຽວ​ກັບ​ມາດ­ຕະ­ຖານ​ການອອກ​ແຮງ​ງານ ແລະ ສິ່ງ­ແວ­ດລ້ອມ... ພາກ​ຕົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ບັນ­ດາ​ປະ­ເທດ​ທີ່​ເຂົ້າ​ຮ່ວມສັນ­ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ມີ​ລະດັບ​ພັດ­ທະ­ນາ​ແຕ​ກຕ່າງ​ກັນ ເຊິ່ງຫວຽດ­ນາມມີ​ລະ­ດັບ​ການ​ຜະ­ລິດ ແລະ ຕະ­ຫຼາດ​ຕ່ຳ​ກວ່າ​ໝູ່ທຽບ​ກັບ 11 ປະ­ເທດ​ສະ­ມາ­ຊິກອື່ນ. ໂດຍ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ­ແຈ້ງ​ກ່ຽວ​ກັບ​ສະ­ພາບ​ຕົວ​ຈິງ​ນີ້, ໃນ​ຕະ­ຫຼອດ​ຂະ​ບວນ​ການ​ເຈລະ­ຈາກ່ຽວ​ກັບສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ຫວຽດ­ນາມ​ໄດ້​ຢຶດໝັ້ນ​ຫຼັກ­ການ​ຮັບປະກັນ​ຜົນ​ປະ­ໂຫຍດ​ຂອງປະ­ເທດ​ຊາດ​ບ້ານ​ເມືອງຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ດັ່ງ­ນັ້ນ​ບັນ­ດາ​ຂົງ­ເຂດ​ທີ່​ບໍ່​ສະດວກທາງ​ດ້ານ​ລະ­ດັບ​ການ​ຜະ­ລິດ ແລະ ຄວາມ​ສາ­ມາດ​ແຂ່ງຂັນ, ຫວຽດ­ນາມກໍ​ປົກ​ປັກ​ຮັກ­ສາ​ໄດ້​ ລຳ­ດັບ​ການ​ດຳ­ເນີນ​ທີ່​ເໝາະ​ສົມ​ກັບ​ຈິດ­ໃຈ ຈັດ​ວາງໂຄງ​ສ້າງ​​ເສດຖະກິດພາຍ​ໃນ​ປະເທດ​ຄືນ­ໃໝ່​ຢ່າງ​ແຂງ­ແຮງ​ ເພື່ອ​ພັດທະ­ນາ​ຢ່າງ​ໄວ​; ຮັບ­ປະ­ກັນ​ຫຼັກ­ການ​ຕະ­ຫຼາດ. ໃນ​ຂົງ­ເຂດ​ກະ­ສິ­ກຳ, ຫວຽດ­ນາມ​ກຳ­ລັງ​ຢືນ​ຕໍ່­ໜ້າ​​ກາ­ລະ​ໂອ­ກາດ​ອັນສຳຄັນຄື​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຂອງ​ຫວຽດ­ນາມ ອາດ​ສາ­ມາດ​ຍູ້​ແຮງ​ການ​ສົ່ງ​ນອກ ແລະ ​ດັດສົມຕະ­ຫຼາດຢ່າງ​ໄຫວພິບ ມີ​ຜົນ​ປະ­ໂຫຍດ​ກວ່າ. ຫວຽດ­ນາມ​ຈະ​ມີ​ທ່າ​ດີ​ ​ໃນເມື່ອຫຼາຍ​ປະ​ເທດ​ສະ­ມາ­ຊິກ​ຂອງ ທີ​ພີ​ພີ ​ເປັນ​ຕະ­ຫຼາດ​ບໍ­ລິ­ໂພກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຂະໜາດ​​ໃຫຍ່ ແລະ ພວມ​ມີ​ທ່າ​ອຽງ​ເປີດ​ກວ້າງ​ກວ່າ​ອີກ, ນັ້ນ​ແມ່ນ ອາ­ເມ­ຣິ­ກາ, ຍີ່­ປຸ່ນ, ອົກ​ສະຕຣາ​ລີ ແລະ ສິງ​ກະ​ໂປ. ບັນ­ດາ​ຕະ­ຫຼາດ​ນີ້​ຈະ​ຊ່ວຍ​ໃຫ້ ຫວຽດ­ນາມມີ​ໂອ­ກາດ​ຫລຸດ­ຜ່ອນ​ຄວາມ​ກົດ​ດັນ​ຈາກ​ບາງ​ຕະ­ຫຼາດ​ທີ່​ເປັນ​ມູນ­ເຊື້ອ​ແຕ່​ມັກ​ມີ​ການ​ປ່ຽນ­ແປງ. ສົມມຸດ​ເຊັ່ນ ​ຕະ­ຫຼາດຈິນ, ​ໃນ 8 ເດືອນ​ຕົ້ນ​ປີ 2015 ຈີນ​ໄດ້​ນຳ​ເຂົ້າ​ສິນ­ຄ້າ​ກະ­ສິ­ກຳທີ່​ກວມ​ເອົາ 35% ມູນ​ຄ່າ​ສິນ­ຄ້າ​ກະ­ສິ­ກຳສົ່ງນອກ​​ທັງ​ໝົດ​ຂອງຫວຽດ­ນາມ; ໃນ​ນັ້ນ ຢາງພາ­ລາ​ກວມ​ເອົາ 48%, ສິນ­ຄ້າ​ປະ­ເພດ​ຜັກ-ໝາກ​ໄມ້: 64%, ​ເຄື່ອງໄມ້: ຫຼາຍ​ກວ່າ 13,2%, ໝາກມ່ວງ​ຫິມະ­ພານ: 12,3%. ນີ້​ກໍ່​ເປັນ​ຕະ­ຫຼາດ​ທີ່ ຫວຽດ­ນາມ​ໄດ້​ຊື້​ສິນຄ້າ​ເປັນ​ຈຳ­ນວນ​ຫຼາຍ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະລິດ​ກະ­ສິ­ກຳ ຊຶ່ງກວມ​ເອົາ​ 53,5% ມູ​ນ​ຄ່າ​ຜະ­ລິດ​ຕະ​ພັນນຳ​ເຂົ້າ​​​ຮັບ​ໃຊ້​ການ​ກະ​ເສດຂອງ​ຫວຽດນາມ.

ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກຈະ​ໄຂຕະ­ຫຼາດ​ໃໝ່​ທີ່ກວ້າງ­ຂວາງ​ອອກມາ ​ແລະ ຫວຽດ­ນາມຈະມີ​ຄວາມ​ສາມາດ​ດັດ​ແປງ​ໂຄງ​ສ້າງ​ຕະ­ຫຼາດ​ສົ່ງ​ນອກ ​ກໍ​ຄື​ໂຄງສ້າງ​ຕະຫຼາດນຳ​ເຂົ້າ​ສິນຄ້າ​ກະ­ສິ­ກຳ​ ຢ່າງ​ໄຫວພິບ​ເໝາະ​ສົມ ແລະ ຫລຸດຜ່ອນ​ສະ­ພາບ​ການ “​ເກັບ​ກ່ຽວ​ໄດ້​ຫຼາຍ​ແຕ່​ລາ­ຄາ​ພັດ​ຕົກ​ຕ່ຳ”.

ທີ​ສອງ, ​ຜະ­ລິດ​ຕະ​ພັນ​ສິນຄ້າກະ­ສິ­ກຳມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງ­ຂັນ ຍ້ອນ​ໄດ້​ຮັບ​ຜົນ​ປະ­ໂຫຍດຈາກ​ຄຳ​ໝັ້ນ​ສັນ­ຍາ​​ຍົກ­ເວັ້ນ​ແລະຫລຸດ​ພາ­ສີ. ເມື່ອ​ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກມີ​ຄວາມສັກ­ສິດ​ແລ້ວ, ສິນຄ້າກະສິກຳ​ສົ່ງ​ນອກ​ເກືອບ​ທຸກ​ປະ​ເພດ​ຈະ​ໄດ້​ຮັບ​ການ​ຫລຸດ​ພາ­ສີ​ລົງ​ເປັນ 0%, ຫຼື​ຍັງ​​ຢູ່​​ໃນລະ­ດັບ​ຕ່ຳ. ຫວຽດ­ນາມມີ​ທ່າ​ດີ​ໃນ​ການ​ແຂ່ງ­ຂັນ​ຫຼາຍ​ທີ່​ສຸດ ​ທຽບ​ກັບ​ບັນ­ດາ​ປະ­ເທດ​ສົ່ງນອກ​​ສິນ​ຄ້າກະ­ສິ­ກຳ​ປະ­ເພດ​ດຽວ​ກັນ ​ແຕ່​ບໍ່​ແມ່ນ​ສະມາຊິກ​ຂອງ​ສັນ­ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ພິ­ເສດ​ແມ່ນບັນ­ດາ​ສິນ­ຄ້າກະສິ­ກຳ​ຕົ້ນ​ຕໍ່​ເຊັ່ນ: ສິນ​ໃນ​ນ້ຳ, ເຄື່ອງ​ເຟີ​ນີ​ເຈີ, ຢາງ­ພາ­ລາ, ໝາກມ່ວງ​ຫິ­ມະ­ພານ, ຜິກ​ໄທ... ສິ່ງ​ທີ່​ພົ້ນ​ເດັ່ນ​ຄື ປັດ​ຈຸ​ບັນ​ເຄື່ອງ​ເຟີ​ນີ​ເຈ​ສົ່ງ​ນອກຂອງຫວຽດ­ນາມໄປຍັງປະ­ເທດ​ອາ­ເມ­ລິ­ກາ​ໄດ້​ກວມ​ເອົາ 39%, ຍິ່​ປຸ່ນ: 15% ຂອງ​ລວມ​ຍອດມູນຄ່າ​ສົ່ງ​ນອກ​ທັງ​ໝົດ... ຄື​ແນວ​ນັ້ນ ຫວຽດ­ນາມມີທ່າ​ດີ​​ຫຼາຍ​ທີ່​ສຸດ​​ທຽບ​ກັບ​ບັນ­ດາ​ປະ­ເທດ​ທີ່​ມີ​ເງື່ອນ­ໄຂ​ຜະ­ລິດ​ຄື​ຫວຽດນາມ.

ທີ​ສາມ, ກ່ຽວ​ກັບ​ຄວາມ​ຈັບ­ໃຈ​ໃນ​ການ​ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ. ​ແນ່­ນອນ​ວ່າ, ເມື່ອ​​ມີ​ທ່າ​ດີ​ທາງ​ດ້ານ​ການ​ຄ້າ​ສິນ­ຄ້າ, ພາ­ສີ​ຂາ​ເຂົ້າ­ຂາ​ອອກ​ຕ່ຳ, ພ້ອມ​ກັບ​ມີ​ທີ່​ຕັ້ງ​ພູ­ມີ­ສາດ - ເສດ­ຖະ­ກິດ​ອັນ​ສະ­ດວກ​ກ່ຽວ​ກັບ​ທາງ​ທະ­ເລ, ທາງ​ອາ­ກາດ, ດັ່ງ­ນັ້ນ ຫວຽດ­ນາມຈຶ່ງມີ​ຄວາມ​ຈັບ­ໃຈ​ໃນການ​ດຶງ​ດູດການ​ທຶນ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ​ຫຼາຍກວ່າ​ອີກ. ບັນ­ຫາ​ອັນ​ສຳ­ຄັນ​ແມ່ນ​ຕ້ອງ​ຮູ້​ດັດສົມ ຮັບ​ເອົາ​ທຶນ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງປະ­ເທດ ເຂົ້າ​ໃນ​ບັນ­ດາ​ຂົງ­ເຂດ​ທີ່​ມີ​ປະ​ສິດ­ທິ​ຜົນໃຫ້​ແກ່​ການ​ພັດ­ທະ­ນາ, ຍົກ​ລະ­ດັບ​ປະ­ສິດທິພາ​ບ ແລະ ​ຄຸນ​ນະ​ພາບຂອງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ໃຫ້​ສູງ​ຂຶ້ນ.

ທີ​ສີ່, ​ມີໂອ­ກາດ​ເປົ້າ​ໝາຍແລະ​ກຳ­ລັງ​ໜູນ​ ເພື່ອ​ຍູ້​ແຮງ​ການ​ຈັດ​ວາງ​ໂຄງ​ປະ­ກອບກະສິກຳ​ຄືນ­ໃໝ່​. ການ​ເຊື່ອມ​​ໂຍງ​ຢ່າງ​ແຂງ­ແຮງ​ແລະຮອບ­ດ້ານກັບ​ສາກົນ ຮຽກຮ້ອງ​ໃຫ້ການ​ກະ­ສິ­ກຳຫວຽດ­ນາມ ທັງ​ຕ້ອງ​ປະຕິ­ບັດ​ກົດ​ເກນ​ຕະ­ຫຼາດ, ທັງ​ຕ້ອງ​ຮັບ­ປະ­ກັນ​ບັນ­ດາ​ເປົ້າ​ໝາຍ​ອັນ​ພື້ນ­ຖານ​ກ່ຽວ​ກັບ​ສະ­ຫວັດ­ດີ​ການ​ໃຫ້​ແກ່​ຊາວ​ກະສິກອນ; ລັດ­ຖະ­ບານ​ຕ້ອງ​ຊ່ວຍ­ເຫຼືອ, ສ້າງ​ສະ­ພາບ​ແວດ​ລ້ອມ​ອັນ​ສະ­ດວກ​ໃຫ້​ແກ່​ການເຄື່ອນ­ໄຫວ​ຂອງ​ບັນ­ດາ​ພາກ­ສ່ວນ​ເສດ­ຖະ­ກິດ; ມີ​ການ​ຄົ້ນ​ຄ້ວ​າ, ມອນ​ຮັບ​ດ້ານ​ວິ­ທະ­ຍາ­ສາດ - ເຕັກ​ໂນ​ໂລ​ຊີ, ພັດທະນາ​ຕະ­ຫຼາດ, ໂຄງ​ສ້າງ​ພື້ນ­ຖານ​ທີ່​ຮັບ​ໃຊ້​ການ​ຜະ­ລິດ ແລະ ຊີ­ວິດ​ການ​ເປັນ​ຢູ່; ຫັນ​ເປັນ​ສັງ­ຄົມ​ໃນ​ການ​ລົງ­ທຶນ​ຢ່າງ​ແຂງ­ແຮງ​ກວ່າ​​ອີກ, ຖື​ເປັນ​ສຳ­ຄັນ​ບົດ­ບາດ​ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ຊຸມ​ຊົນ ແລະ ບັນ­ດາ​ຮູບ​ການ​ເຊື່ອມ​ຕໍ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ ໃນ​ພວງ​ພະ­ນັງ​​ການ​ຜະ­ລິດ ​ແລະ ຈຳໜ່າຍ​​ສິນຄ້າ. ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ຈະ​ເປັນ​ກຳ­ລັງ​ໜູນ ແລະ ຄວາມ​ຮຽກ­ຮ້ອງຕ້ອງການ​ຊຸກ­ຍູ້​ການ​ຈັດ​ວາງ​ໂຄງ​ປະ­ກອບ​ກະ­ສິ­ກຳ​ຄືນ­ໃໝ່ຢ່າງ​ໄວ ແລະ ມີ​ປະ​ສິດ­ທິ​ຜົນ.

ລວມຄວາມ​ວ່າ, ເມື່ອ​ເຂົ້າ​ຮ່ວມ​ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ຫວຽດນາມຈະ​ມີ​​ໂອກາດ​ອັນ​ສະດວກ​ດີ​ເພື່ອພັດ­ທະ­ນາ​ກະ­ສິ­ກຳ​. ຕ້ອງ​ຖື​ວ່າ ສັນ­ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ​ເປັນ​ໄມ້​ງັດເສດ­ຖະ­ກິດ​ ເພື່ອ​ຊອກ​ຮູ້​ແລະໝູນ​ໃຊ້​ບັນ­ດາ​ມາດ​ຕະ­ການ​ພັດ­ທະ­ນາ​ແບບ​ບຸກ​ທະ­ລຸ. ​ກະ­ສິ­ກຳ​ຕ້ອງ­​ກຳ​ໂອກາດ​ຢ່າງ​ໄວ­ວາ, ປັບ​ຕົວຢ່າງ​ທັນ​ການ ​ເພື່ອ​ຫັນ​​ໂອ­ກາດ​ແຫ່ງສັນ­ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ເປັນ​ປະ​ສິດ­ທິ​ຜົນ​ຕົວ​ຈິງ​. ດ້ວຍ​ມູນ­ເຊື້ອ​​ແຫ່ງ​ຄວາມ​ດຸໝັ່ນ, ຂະ­ຫຍັນ​ຂັນ​ເຄື່ອນ, ມີ​ຫົວ­ຄິດ​ປະ­ດິດ​ສ້າງ ແລະ ມີ​ບົດ­ຮຽນ​ພາຍ­ຫຼັງ 30 ປີ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່​ແລະການ​ເຊື່ອມ​​ໂຍງ​ສາ­ກົນ​ຂອງ​ປະ­ເທດ, ການ​ກະ­ສິ­ກຳ​ໄດ້​ກາຍ­ເປັນ​ຂະ­ແໜງ­ການ​ເສດ­ຖະ­ກິດ​ເປີດ​ຢ່າງ​ແທ້​ຈິງ ​ແລະ ຈະ​​ໄດ້​ຜົນ​ປະ­ໂຫຍດ​ຫຼາຍ​ຢ່າງຈາກ​ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກຢ່າງ​ແນ່­ນອນ.

ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ພັດ­ທະ­ນາ

​ເຖິງ​ວ່າ​ໂອ­ກາດເປັນ​ທ່າ​ອຽງ​ອັນ​ພື້ນ­ຖານກໍ​ຕາມ, ແຕ່​​ເມື່ອ​ເສີມ​ຂະ­ຫຍາຍ​ມັນ, ການກະສິກຳ​ຫວຽດນາມກໍຕ້ອງ​ປະ​ເຊີນ​ໜ້າ​ກັບ​​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ທີ່​ຕ້ອງ​ຜ່ານ​ຜ່າ​ເພື່ອ​ການພັດ­ທະ­ນາ ຊຶ່ງ​ພົ້ນ​ເດັ່ນ​​ແມ່ນບັນ­ດາ​ບັນ­ຫາ​ລຸ່ມ​ນີ້:

ທີ​ໜຶ່ງ, ​ການ​ກະ­ສິ­ກຳຂອງຫວຽດ­ນາມ ສ່ວນ​ຫຼາຍແມ່ນ​ການ​ຜະ­ລິດ​ຂະ­ໜາດ​ນ້ອຍ, ຂະ­ໜາດ​ຄອບ​ຄົມ​ເປັນຕົ້ນ​ຕໍ່; ການ​ສົ່ງນອກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ແບບ​ວັດ­ຖຸ​ດິບ. ​ປັດ­ຈຸ​ປັນ, ​ໃນຂົງ­ເຂດ​ກະ­ສິ­ກຳ​​ມີ​ວິ​ສາ​ຫະ​ກິດ​ປະ­ມານ 3.500 ແຫ່ງ, ກວມ​ເອົາພຽງ 1,01% ຂອງ​ຈຳ­ນວນ​ວິ​ສາ​ຫະ​ກິດ​ທັງ​ໝົດ​ຂອງ​ທົ່ວ​ປະ­ເທດ, ​ແລະສ່ວນ​ຫຼາຍ​ແມ່ນ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ນ້ອຍ​ທີ່​ສຸດ (​ວິ​ສາ​ຫະ​ກິດ​ທີ່​ມີ​ທຶນ​ແຕ່ 5 ຕື້​ດົ່ງ​ລົງ​ມາ ກວມເຖິງ 60% ຂອງ​ຈຳນວນວິ​ສາ​ຫາ​ກິດ​ກະ​ສິກຳ), ບໍ່​ມີຄ​ວາ​ມສາມາດ​ແຊກ​ຊືມ​ເຂົ້າ​ໃນ​ລະ­ບົບຈໍລະ​ຈອນ​ຈຳ­ໜ່າຍ​​ຕົ້ນ​ຕໍ່ ດັ່ງ­ນັ້ນການ​ສົ່ງນອກຈຶ່ງ​ບໍ່​ມີ​ຄວາມ​ຍືນ​ຍົງ, ບໍ່​ສາມາດຄອບ​ຄອງ​​ການ​ຜະ­ລິດ ແລະ ຕະ­ຫຼາດ.

​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ຫວຽດ­ນາມ ​ເປັນ​ໜ່ວຍ​ຜະ­ລິດ​ອັນ​ພື້ນ­ຖານ​ໃນ​ກະ­ສິ­ກຳ ​ແຕ່ສ່ວນ​ຫຼາຍມີ​ກຳລັງ​ຄວາມ​ສາ­ມາດ​ດ້ານ​ເສດ­ຖະ­ກິດ​ນ້ອຍ​ທີ່​ສຸດ, ພັດ​ຍັງທຳການ​ຜະ­ລິດ​ແບບ​ເອກະ​ເທດ ບໍ່​ສອດຄ່ອງກັບ​ເສດຖະກິດ​ຕະ­ຫຼາດ ແລະ ການ​ເຊື່ອມ​ໂ​ຍງສາກົນ​ໃນ​ປັດ­ຈຸ​ປັນ. ໃນ​ທົ່ວ​ປະ­ເທດ​ ​ມີ​ປະ­ມານ 11,9 ລ້ານ​ຄອບ­ຄົວ​ຜະ­ລິດ​ກະ­ສິ­ກຳ ເຊິ່ງ​ໃນ​ນັ້ນ​ 35% ຂອງ​ຈຳນວນຄອບ­ຄົວ ​ມີ​ເນື້ອ­ທີ່​ດິນ​ປູກ​ຝັງສະ​ເລ່ຍ​ເກືອບ 0,2 ແຮັກ​ຕາຕໍ່​ຄົວ​, 65% ຂອງ​ຈຳນວນຄອບ­ຄົວ​ມີ​ເນື້ອ­ທີ່​ດິນ​ປູກຝັງ​ສະ​ເລ່ຍ 0,5 ແຮັກ​ຕາຕໍ່​ຄົວ. ​ຄອບ­ຄົວ​ປູກ​ພືດ​ປະຈຳ​ປີມີ 10,36 ລ້ານຄອບ­ຄົວ, ຄິດ​ສະ­ເລ່ຍ​ແຕ່​ລະ​ຄອບ­ຄົວ​ໄດ້ທຳ​ການ​ປູກຝັງ​ໃນ​ເນື້ອ​ນທີ່ 0,62 ແຮັກ​ຕາ. ​ຄອບ­ຄົວ​ປູກ​ຕົ້ນໄມ້​ໄລ­ຍະ​ຍາວ​ມີ 5,1 ລ້ານ​ຄອບ­ຄົວ ຄິດ​ສະ­ເລ່ຍ​​ແຕ່​ລະ​ຄອບ­ຄົວທຳ​ການ​ປູກຝັງ​ໃນ​ເນື້ອ​ທີ່ 0,7 ແຮັກ​ຕາ. ​ຄອບ­ຄົວ​​ລ້ຽງ​ໝູ​ມີ 4 ລ້ານ​ຄອບ­ຄົວ, ໃນ​ນັ້ນ​ 77% ຂອງ​ຈຳນວນຄອບ­ຄົວ​ໄດ້​​​ລ້ຽງ​ໝູ​ສະ​ເລ່ຍ 5 ໂຕ​ຕໍ່​ຄົວ; ​ຄອບ­ຄົວ​ລ້ຽງ​ໄກ່ມີ 7,9 ລ້ານ​ຄອບ­ຄົວ, ​ໃນ​ນັ້ນ​ 90% ຂອງຈຳນວນ​ຄອບຄົວ​ໄດ້ລ້ຽງ​ໄກ່ສະ​ເລ່ຍ 47 ໂຕຕໍ່​ຄົວ. ຫວຽດນາມ​ມີ​ແຮງ​ງານ​ກະສິກຳ​ທັງ​ໝົດ 21 ລ້ານ​ຄົນ ​ໃນ​ນັ້ນ 97,25% ຍັງ​ບໍ່​ໄດ້​ຮັບ​ການ​ກໍ່­ສ້າງ​ວິ­ຊາ​ຊີບ, ຜູ້​ທີ່​ໄດ້​ຮັບ​ການ​ກໍ່­ສ້າງ​ວິ­ຊາ​ຊີບ​ຊັ້ນ​ຕົ້ນກວ​ມພຽງ 1,5%, ຜູ້​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ວິ­ຊາ​ຊີບ​ຊັ້ນ​ກາງ​ກວມ 1,23%, ຜູ້​ທີ່​ໄດ້​ຮັບ​ການ​ກໍ່­ສ້າງ​ວິ­ຊາ​ຊີບ​ຊັ້ນ​ສູງ​ກວມ 0,21%. ຖ້າ​ທຳການ​ຜະລິດ ທຸ­ລະ​ກິດ​ແບບ​ເອກະ​ເທດ ​ຄອບ­ຄົວ​ຊາວ​ກະ­ສິ­ກອນ​ຈະບໍ່​ມີ​ກຳລັງ​ແຮງ​ເສດຖະກິດ ​ແລະ ຈະ​ບໍ່​ທົນ​ຕໍ່​ຄວາມ​ສ່ຽງ​​ໄດ້.

ຫວຽດ­ນາມ​ສົ່ງນອກ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​​ໃນຮູບແບບ​ວັດ­ຖຸ​ດິບ​ເປັນ­ຕົ້ນ​ຕໍ່, ຈຳນວນ​ໜຶ່ງ​ໄດ້​ຜ່ານ​ການ​ປຸງ​ແຕ່ງ​ເບື້ອງ​ຕົ້ນ ຫຼືການຮັບ​ເໝົາປຸງ​ແຕ່ງ, ດັ່ງ­ນັ້ນ​ລາ­ຄາ, ຄຸນ​ນະ​ພາບ, ຄຸນ​ຄ່າ​ເພີ່ມ​ຂອງ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ສົ່ງນອກ​ກໍ່​ຍັງ​ຕ່ຳ​ທີ່​ສຸດ.

ທີ​ສອງ, ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ໄດ້​ນຳ​ເອົາ​ໂອ­ກາດ​ຫລຸດ­ຜ່ອນ​ພາ­ສີ​ລວມ ມາ​ໃຫ້​ຄູ່​ສັນ­ຍາ​ທັງ​ໝົດ, ເຮັດ​ໃຫ້​​ແຫຼ່ງ​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ​ຈາກ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກທີ​ພີ​ພີ ເຂົ້າ​ສູ່ຫວຽດ­ນາມ ກໍຈະ​ເພີ່ມ​ຂຶ້ນ​ດ້ວຍ​ລາ­ຄາ​ແຂ່ງ­ຂັນ​ກວ່າ, ​ສ້າງ​ຄວາມ​ກົດ​ດັນ​ໃຫ້​ແກ່​ການ​ຜະ­ລິດ​ພາຍ​ໃນ​ປະ­ເທດ. ສັນ­ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ຖືກ​ຖື​ວ່າເປັນ “ຢາ​ທົດສອບ” ສຳລັບ​ການ​ຈັດ​ວາງ​ໂຄງ​ສ້າງ​ກະ­ສິ­ກຳຄືນ​ໃໝ່, ຖ້າຫາກ​ລະ­ບົບ​ການ​ຄຸ້ມຄອງບໍລິຫານ, ຊາວ​ກະ­ສິ­ກອນ ແລະ ວິ​ສາ​ຫະ​ກິດ ​ບໍ່​ມີ​ການ​ປະ­ຕິ​ຮູບແລະເຊື່ອມ​ຈອດ​ກັນ ​ໃນ​ສະໜາມ​ຫຼິ້ນ​ລວ​ມທີ່​ສະ­ເໝີ­ພາບ ​ໂດຍ​ການດັດສົມ​ຢ່າງ​ພາ­ວະ​ວິ​ໃສ​ຂອງ​ຕະ­ຫຼາດ, ກໍ​ອາດຈະຖືກ “ປະ​ລາ​ໄຊ​ໃນ​ສະໜາມພາຍ​ໃນ​ປະ­ເທດ” ຢ່າງ​ງ່າຍ­ດາຍ. ຂົງ­ເຂດ​ຜະ­ລິດ​ຈຳ­ນວນ​ໜຶ່ງ, ​ສິນ­ຄ້າອັນ​ເປັນ​ມູນ​ເຊື້ອບາງປະ­ເພດ ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະ­ບານ​ໃຫ້​ມີ​ການ​ພັດທະນາ​​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ແຕ່​ເມື່ອ​ເຂົ້າ​ຮ່ວມສັນ­ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ຈະ​ບໍ່​ມີ​ທ່າ​ດີ​ໃນ​ການ​ແຂ່ງ­ຂັນ​​ທາງ​ດ້ານ​ປະສິດທິພາບ ລາຄາ ຄຸມ​ນະ​ພາບ ແລະ ຄວາມ​ປອດ​ໄພອີກ ກໍ​ຈະ​ພົບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຂະ­ຫຍາຍ­ຕົວ. ພິ­ເສດ​ແມ່ນ​ຂະແໜງການ​ລ້ຽງ­ສັດ, ​ເມື່ອ​ເຂົ້າ​ຮ່ວມສັນຍາ​ຄູ່​ຮ່ວມ​ມື​ຂ້າມປາຊີ​ຟິກ ຂະ​ແໜງ​ການ​ລ້ຽງສັດຂອງຫວຽດ­ນາມຈະ​ຕົກ​ໃນ​ທ່າ​ຮັບ​ຍ້ອນ​ລະດັບ​ຕ່ຳ, ໃນ​ຂະ­ນະນັ້ນ​ມັນ​ເປັນ​ທ່າ​ດີ​ຂອງ​ຫຼາຍ​ປະເທດ​ທີ່​ຈະ​ເລີ​ນພັດ­ທະ­ນາ​​ເຊັ່ນ: ກາ​ນາ​ດາ, ອົດສະຕຣາລີ, ອາ­ເມ­ລິ­ກາ. ດັ່ງ­ນັ້ນ, ການ​ຈັດ​ວາງ​ໂຄງ​ປະ­ກອບ​ຂະ­ແໜງ­ການ​ລ້ຽງ­ສັດ​ຄືນ­ໃໝ່​ ຕ້ອງ​ໄດ້​ປະຕິ​ບັດຢ່າງ​ຮີບ​ດ່ວນ, ຕາມ​ທິດ​ຍູ້​ແຮງ​ການ​ຜະ­ລິດ​ຕາມ​ພວງ​ພະ­ນັງ​ຜະ­ລິດ​ຕະ​ພັນ, ຖື​ເອົາ​ວິ​ສາ​ຫະ​ກິດ​ເປັນ­ໃຈ​ກາງ, ຕິດ​ກັບ​ບັນ­ດາ​ສະ­ຫະ­ກອນ​​ແບບ​ໃໝ່ ​ແລະ ຄອບ­ຄົວ​ທີ່​ລ້ຽງ­ສັດ; ກ່ອນ​ອື່ນ​ໝົດ ​ຜະ­ລິດ​ຕະ​ພັນ​ການລ້ຽງສັດ​ຕ້ອງ​ສະ­ອາດ, ປອດ​ສານ​ພິດ, ຄຸນ​ນະ​ພາບ​ດີ. ຕ້ອງ​​ຈຳ­ກັດ​ການ​ນຳ​ເຂົ້າວັດຖຸ​ສົ້ນ​ເຂົ້າ, ພິ­ເສດ​ແມ່ນຫົວ​ອາ­ຫານ​­ສັດ; ຫັນ­ປ່ຽນ​ເນື້ອ­ທີ່​ດິນປູກ​ພືດ​ສະບຽງ​ອາ­ຫານ​ສ່ວນ​ໜຶ່ງ​ທີ່​ມີ​ຄຸນ­ຄ່າ​ຕ່ຳ​ ມາ​​ປູກ​ພືດ​ວັດ­ຖຸ​ດິບ​ເພື່ອ​​ລ້ຽງ­ສັດ, ສຸມ​ໃສ່​ການ​ຜະ­ລິດ​ບັນ­ດາ​ປະ­ເພດ​ອາ­ຫານ​ເພີ່ມ​ເຕີມ​ເພື່ອ​ຫລຸດ​ລາ­ຄາ​ສຳ​ເລັດ​ຮູບ​ຂອງ​ການ​ລ້ຽງສັດ; ນຳ​ເຂົ້າ​ແນວ​ພັນ​ໃໝ່​ທີ່​ມີ​ປະສິດທິ​ພາບ, ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ​ສູງ​ ເພື່ອ​ເພີ່ມ​ຄວາມ​ສາ­ມາດ​ແຂ່ງ­ຂັນ ​ແລະ ​ຮັບ­ປະ­ກັນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ.

ທີ​ສາມ, ການຈຳ​ໜ່າຍຂາຍ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ກະ­ສິ­ກຳຈຳ­ນວນ​ໜຶ່ງຂອງຫວຽດ­ນາມ ​​ ກໍ່​ຈະ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ­ຍາກ ຍ້ອນ​ສິ່ງ​ກີດ­ຂວາງ​ທີ່​ບໍ່​ແມ່ນ​ພາ­ສີສຸລະກາກອນ, ຖ້າຫາກ​ຫວຽດນາມ​ຍັງ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ຜະ­ລິດ​ຕະ​ພັນ​ຄື​ປັດ­ຈຸ​ປັນ.

ດ້ວຍ​​ການ​ວິ­ເຄາະ​ເທິງ​ນີ້, ເພື່ອ​ປັບ​ຕົວ​ໃຫ້​ສອດຄ່ອງ​ກັບ​ສັນ­ຍາ​​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ແລະ​ມີ​ປະ​ສິດທິ​ຜົນ, ໃນ​ຂະ­ນະ​ທີ່ສັນ­ຍາຍັງ​ບໍ່​ໄດ້ຮັບ​ການ​ສັດຕະຍາບັນຢ່າງ​ເປັນ​ທາງ​ການນັ້ນ, ກ່ອນ​ອື່ນຕ້ອງ​ປະ­ກາດ​ເຜີ​ຍ​ແຜ່​ຄວາມ​ຮູ້​ອັນ​ພື້ນ­ຖານ ແລະ ຂໍ້​ກຳ­ນົດ​ຕ່າງໆ​ ຂອງສັນ­ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ໃຫ້​​ປະ­ຊາ­ຊົນ​​ແລະ​ວິ​ສາ​ຫະ​ກິດຊາບ​ໂດຍ​ໄວ. ເປັນ­ຕົ້ນ​ແມ່ນ​ໂຄ­ສະ­ນາ​ເຜີຍ​ແຜ່​ຢ່າງ​ກວ້າງ­ຂວາງ ​ກ່ຽວ​ກັບສິ່ງ​ທ້າ​ທາຍແລະຄວາມ​ສະດວກ​ຕ່າງໆ, ລຳ­ດັບ​ການ​ດຳ­ເນີນ​ກ່ຽວ​ກັບ​ການ​ຫລຸດ­ຜ່ອນ​ພາ­ສີ ການເປີດ​ຕະ­ຫຼາດ; ກວດຄືນ​ແລະ​ປັບປຸງ​ເພື່ອ​ໃຫ້​​ຂໍ້​ກຳ­ນົດ​ຂອງ​ກົດ­ໝາຍ​ພາຍ​ໃນ​ປະ­ເທດສອດຄ່ອງ​ກົມ​ກຽວ​ກັບ​ສັນ­ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ; ສືບ​ຕໍ່​ສຸມ​ໃສ່​ປະ­ຕິ­ບັດ​ໂຄງ­ການຈັດ​ວາງ​ໂຄງ​ປະ­ກອບ​ຄືນ­ໃໝ່​ ​ເພື່ອແນໃສ່​ຍົກ​ສູງ​ປະ​ສິດ­ທິ​ຜົນ​ຂອງ​ການ​ກະ­ສິ­ກຳ, ຍົກ​ສູງ​ຄວາມ​ສາ­ມາດ​ແຂ່ງຂັນ ​ແລະ ພັດ­ທະ­ນາ​ພວງ​ພະ­ນັງ​ລຳ­ລຽງ​ສະ­ໜອງ​ກະ­ສິ­ກຳ./.

​ປອ. ຮ່າ​ກົງ​ຕວນ

ຮອງ​ລັດ­ຖະ­ມົນ­ຕີກະ­ຊວງ​ກະ­ສິ­ກຳ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ

;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll