ພາບລວມເສດຖະກິດຫວຽດນາມປີ 2015: ບັນດາບັນຫາທີ່ວາມອອກມາ ແລະ ຄາດຄະເນປີ 2016

14:50 2017/06/08

ວກ - ປີ 2015 ​ເປັນ​ປີ​ທີ່​ເສດຖະກິດ​​ໂລກ ​ແລະ ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ພົບ​ຄວາມ​ຫຍຸ້ງຍາກ ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍປະການ ​ແຕ່​ກໍ​ມີ​ຄວາມ​ສະດວກ ​ແລະ​ໂອກາດ​ອຳນວຍ​ຫຼາຍຢ່າງ. ​ເພື່ອ​ໃຫ້​ເສດຖະກິດ​ຫວຽດນາມ​ເຕີບ​ໂຕ​ດ້ວຍ​ຄວາມ​ໄວ​ສູງ​ໃນ​ປີ 2016 ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ວິທີ​ແກ້​ທີ່​​ເໝາະ​ສົມ​ທີ່​ສຸດ ​ແລະມີ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ ​ໃນ​ການຊຸກຍູ້​ກຳກັບຄຸ້ມ​ຄອງເສດຖະກິດ ຕາມ​ກົນ​ໄກ​ຕະຫຼາດທີ່​ສົມ​ບຸນ​ແບບ ​ແລະວິທະຍາສາດ.

ພາບລວມເສດຖະກິດຫວຽດນາມປີ 2015: ບັນດາບັນຫາທີ່ວາມອອກມາ ແລະ ຄາດຄະເນປີ 2016

ເສດຖະກິດ​ຫວຽດນາມປີ 2015 ​ແລະ​ບັນດາ​ບັນຫາ​ທີ່​ວາງອອກມາ​ໃນ​ວິວັດ​ການ​ປະຕິບັດ​ແຜນການ​ພັດທະນາເສດຖະກິດ - ສັງຄົມ​ໄລຍະ 2011 - 2015

ບັນດາ​ຕົວ​ເລກ​ພື້ນຖານ

ປີ 2015 ​ໄດ້​ຂີດ​ໝາຍ​ການ​ຟື້ນ​ຟູ​ຂອງເສດຖະກິດ​ຫວຽດນາມ, ຄາດໝາຍພັດທະນາ​ເສດຖະກິດ​ຫຼາຍ​ຕົວ​ເລກ​ໄດ້​ບັນລຸ​ຕາມ​ແຜນການທີ່​ວາງ​ໄວ້​ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ປີ 2015 ​ເວົ້າ​ໂດຍ​ສະ​ເພາະ ​ແລະ ​ໃນ​ແຜນການ 5 ປີ (2011 - 2015) ​ເວົ້າ​ລວມ.

ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ - GDP) ​ເພີ່ມ 6,68%. ນີ້​ແມ່ນ​ລະດັບ​ຄວາມ​ເຕີບ​ໂຕ​ສູງ​ທີ່​ສຸດ​ນັບ​ແຕ່​ປີ 2011 ​ແລະ ລື່ນ​ກາຍຄາດໝາຍແຜນການ​ທີ່​ໄດ້​ວາງ​ໄວ້ (​ແຜນ​ການ​ກຳນົດ 6,2%). ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​​ເພີ່​ມຂຶ້ນ​ເທື່ອ​ລະ​ກ້າວ, ​ໄຕ​ມາດ​ຫຼັງ​ສູງ​ກວ່າ​ໄຕ​ມາດ​ກ່ອນ ​ແລະ ​ເພີ່ມ​ຂຶ້ນ​ສູງ​ກວ່າປີກ່​ອນ (ປີ 2012 ​ບັນລຸ 5,25%; ປີ 2013 ​ບັນລຸ 5,47%; ປີ 2014: 5,98%) ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ເສດຖະກິດຫວຽດນາມ​ມີ​ຄວາມ​ເຕີບ​ໂຕ​ເປັນ​ປົກກະຕິ. ສະ​ເຫຼ່ຍ​ໃນ 5 ປີ 2011 - 2015, ຈີ​ດີ​ພີ ​ເພີ່ມ​ຂຶ້ນ 5,88% ຕໍ່​ປີ, ບໍ່​ບັນລຸ​ໄດ້​ຕາມ​ແຜນການ​ທີ່​ວາ​ງ​ໄວ້ (​ຄາດໝາຍ​ຂອງແຜນການ: 6,5% - 7%) ​ແລະ​ຕ່ຳ​ກວ່າ​ລະດັບ​ສະ​ເຫຼ່ຍຂອງ​ໄລຍະ 2006 -  2010 (7%).

ຈີ​ດີ​ພີ ປີ 2015 ບັນລຸ​ໄດ້​ລະດັບ​ສູງ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ຄວາມ​ເຕີບ​ໂຕ​ຂອງ​ການ​ຜະລິດ​ອຸດສາຫະກຳ, ​ໃນ​ນັ້ນ​ອຸດສາຫະກຳ​ແປ​ຮູບ, ປະດິດ​​ເຄື່ອງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ໄວ. ດັດ​ຊະ​ນີການ​ຜະລິດ​ອຸດສາຫະກຳ (IIP) ​ແຕ່​ຕົ້ນ​ປີ​ເຖິງ​ທ້າຍ​ເດືອນ​ພະຈິກ​ເພີ່ມ 9,7%, ສູງ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ (7,6%). ຜະລິດ​ຕະພັນ​ອຸດ​ສະຫະ​ກຳ​ບາງ​ປະ​ເທດ​ເພີ່ມ​ຂຶ້ນ​ສູງ​ກວ່າ​ທຽບ​ກັບ​ປີ​ກ່ອນ, ​ເຊັ່ນ ລົດ​ໂອ​ໂຕ ​ເພີ່ມ​ຂຶ້ນ​ເກືອບ 60%; ​ເຄື່ອງ​ໂທລະພາບ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 50%; ​ໂທລະສັບ​ມື​ຖື​ເພີ່ມ​ຂຶ້ນ​ເກືອບ 40%; ເກີບ​ແຕະ​​ ເກີບໜັງ ​ເພີ່ມ​ຂຶ້ນ​ເກືອບ 20%; ​ເຫຼັກ​ແຜ່ນ​ຮີດ ​ເພີ່ມຂຶ້ນ​ເກືອບ 20%. ຢູ່ຫຼາຍ​ທ້ອງ​ຖິ່ນ ​ດັດ​ຊະ​ນີການການ​ຜະລິດ​ອຸດສາຫະກຳ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014 ​ໂດຍ​ອາ​ໄສ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI), ​ເຊັ່ນ​ແຂ​ວາງ ຖາ​ຍງວຽນ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 110%, ​ແຂວງ​ກວ໋າງນາມ ​ເພີ່ມ​ຂຶ້ນ​ເດືອ​ບ 35%, ນະຄອນ​ຫາຍ​ຟ່ອງ ​ເພື່​ມຂຶ້ນ​ຫຼາຍ​ກວ່າ 15%, ນະຄອນ​ດ່າ​ໜັງ ​ເພີ່ມຂຶ້ນ​ເກືອບ 15%, ​ແຂ​ວງຫາຍ​ເຢືອງ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 10%... ທັງ​ປີ 2015, ດັດຊະນີ IIP ຂອງ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 9,8%. ນີ້​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງ​ສຸດ​ໃນ​ຮອບ 5 ປີ​ທີ່​ຜ່ານ​ມາ ​ເຊິ່ງ​ເປັນ​ປັດ​ໄຈ​ທີ່​ສຳຄັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕເສດຖະກິດຂອງ​ຫວຽດນາມ​ໃນ​ປີ 2015 (ປີ 2014 ​ເພີ່ມ 5,9%; ປີ 2013: 7,6%).

ກຳລັງ​ຊື້ ​ແລະ ລວມຍອດ​ຄວາມ​ຕ້ອງການ​ຂອງ​ລະບົບເສດຖະກິດສືບ​ຕໍ່​ໄດ້​ຮັກ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ລວມຍອດ​ລະດັບ​ຂາຍຍ່ອຍ​ສິນຄ້າ ​ແລະ ລາ​ຍຮັບ​ຈາກ​ການ​ບໍລິການ​ຜູ້​ບໍລິ​ໂພ​ກ​ ເພີ່ມ​ປະມານ 9,7% ທຽບ​ກັບ​ໄລຍະ​ດຽວ​ກັນຂອງ​ປະ 2014. ຖ້າຫາກບໍ່​ຄິດ​ໄລ່​ປັດ​ໄຈ​ລາຄາ ກໍ​​ເພີ່ມ​ຂຶ້ນ 9% ສູງ​ກວ່າ​ລະດັບ​ເພີ່ມ​ຂອງ​ປີ​ກ່ອນ (ປີ 2014: ບໍ່​ຄິດ​ໄລ່​ປັດ​ໄຈ​ລາຄາ, ​ເພີ່ມ​ຂຶ້ນ 6,3%; ປີ 2013 ​ເພີ່ມ 5,5%).

ຫຼາຍ​ທ້ອງ​ຖິ່ນ​ໄດ້​ຜັນ​ຂະຫຍາຍ​ໂຄງການ​​ໂຄສາ​ນາ​ສິນຄ້າ, ລົດ​ລາຄາສິນຄ້າ​ຕ່າງໆ ​ເຊິ່ງ​ໄດ້​ສົ່ງ​ເສີມກຳລັງ​ຊື້ ການ​ບໍລິ​ໂພ​ກຂອງ​ປະຊາຊົນ. ວຽກ​ງານ​ຄຸ້ມ​ຄອງ​ການ​ຄ້າ ​ແລະ ນະ​ໂຍບາຍ​ຮັກສາ​ລາຄາ​ສິນຄ້າ​ທີ່ຈຳ​ເປັນ​ໃຫ້​ເປັນ​ປົກກະ​ຕິ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຂະ​ແໜງ​ການ​ຂາຍຍ່ອຍ​ສິນຄ້າ, ບໍລິການ​ທີ່​ພັກ, ພັດ​ຕາ​ຄານ, ລາຍ​ຮັບ​ຈາກ​ການ​ບໍລິການ​ທ່ອງ​ທ່ຽວ... ລ້ວນ​ແຕ່​ເພີ່ມ​ຂຶ້ນ​ປະມານ 6% - 10% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂ​ອງ​ປີ 2014.

ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ​ຂອງ​ຫວຽດນາມ​ປີ 2015 ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຢູ່, ບັນລຸ​ປະມານ 162 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ປະມານ 8,1% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2014 (ປີ 2014 ບັນລຸ 150 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 13,6% ທຽບກັບປີ 2013). ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ແມ່ນ ​ສິນຄ້າ​ສົ່ງ​ນອກ​ຂອງ​ພາກ​ສ່ວນ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ບັນລຸ​ພຽງ 45 ຕື້​ໂດ​ລາ​ສະຫະລັດ, ຫລຸດ​ເກືອບ 2,5% ທຽບ​ກັບ​ປີ 2014 (ປີ 2014: ບັນລຸ 48,4 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 10,4% ທຽບ​ກັບ​ປີ 2013; ປີ 2013 ​ເພີ່ມ 16,7%, ປີ 2012 ​ເພີ່ມ 1,2%;). ການ​ສົ່ງ​ນອກ​ຂອງ​ພາກສ່ວນ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (ນັບ​ທັງ​ນ້ຳ​ມັນ​ດິບ) ບັນລຸ 110 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 15% ທຽບ​ກັບ​ປີ 2014 (ປີ 2014 ​ເພີ່ມ 15,2%). ​ເປັນ​ອັນວ່າ, ການ​ສົ່ງ​ນອກ​ບໍ່​ບັນລຸ​ໄດ້​ຕາມ​ຄາດໝາຍ (​ແຜນການ​ວາງ​ໄວ້​ແມ່ນ 165 ຕື້​ໂດ​ລາ​ສະຫະລັດ). ນີ້​ກໍ​ແມ່ນ​ລະດັບ​ເພີ່ມ​ການ​ສົ່ງ​ນອກ​ຕ່ຳທີ່​ສຸດ​ໃນ 5 ທີ່​ຜ່ານ​ມາ.

ບັນດາ​ປະ​ເພດ​ສິນຄ້າ​ທີ່​ມີ​ການ​ເຕີບ​ໂຕ​ສູງ​ຄື: ​ເຄື່ອງ​ໂທລະສັບ ​ແລະ ພາກສ່ວນ​ຂອງ​ມັນ​ເພີ່ມ​ເກືອບ 30%; ​ສິ່ງ​ທໍເຄື່ອງ​ຕັດຫຍິບ​ເພີ່ມ 10%; ​ເຄື່ອງ​ເອ​ເລັກ​ໂຕຣນິກ, ​ເຄື່ອງ​ຄອມ​ພີ​ວ​ເຕີ ​ແລະ ພາກສ່ວນ​ຂອງ​ມັນ​ເພີ່ມ​ເກືອບ 40%; ​ເກີບ​ແຕະ, ​ເກີບ​ໜັງ​ເພີ່ມ 16%.

​ແຕ່​ວ່າ, ມີ​ສິນຄ້າ​ບາງ​ປະ​ເພດ​ຫລຸດລົງ​ຫຼາຍ​ທຽບ​ກັບ​ປີ​ກ່ອນ​ເຊັ່ນ, ນ້ຳມັນ​ດິບ​ຫລຸດລົງ​ທັງ​ທາງ​ດ້ານ​ປະລິ​ມັນ ​ແລະ ມູນ​ຄ່າ, ຖ່ານ​ຫີນຫລຸດ​ກວ່າ 75% ທາງ​ດ້ານ​ປະລິມານ ​ແລະ 65% ທາງ​ດ້ານ​ມູນ​ຄ່າ; ​ເຂົ້າສານ ​ເຖິງ​ວ່າ​ປະລິມານ​ເຂົ້າສົ່ງ​ນອກ​ເພີ່ມ​ປະມານ 5% ​ແຕ່​ທາງ​ດ້ານ​ມູນ​ຄ່າ​ພັດ​ຫລຸດ​ປະມານ 5%; ຢາງພາລາ​ເພີ່ມ​ຫຼາຍ​ກວ່າ 5% ​ແຕ່​ຫລຸດ 15% ທາງ​ດ້ານ​ມູນ​ຄ່າ.

ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າ​ໃນ​ປີ 2015 ບັນລຸ​ປະມານ 165 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ປະມານ 12% ທຽບ​ກັບ​ປີ 2014 (ປີ 2014 ສິນຄ້າ​ນຳ​ເຂົ້າ​ບັນລຸ 148 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ 12,1% ທຽບ​ກັບ​ປີ 2013). ຂາດ​ດຸນ​ນຳ​ເຂົ້າ​ປະມານ 3,2 ຕື້​ໂດ​ລາ​ສະຫະລັດ. ອັດຕາ​ສ່ວນ​ຂາດ​ດຸນ​ນຳ​ເຂົ້າ​ຍັງ​ຢູ່​ໃນ​ລະດັບ​ເກືອບ 5% ທຽບ​ກັບ​ມູນ​ຄ່າ​ສົ່ງ​ນອກ.

ທຶນ​ລົງທຶນ​ທົ່ວ​ສັງຄົມ​ປະຕິບັດ​ໄ​ດ້ປະມານ 1.340 ພັນ​ຕື້​ໂດ່​ງ, ​ເພີ່​ມປະມານ 10% ທຽບ​ກັບ​ປີ 2014 (ປີ 2014 ​ເພີ່ມ​ 11,5% ທຽບ​ກັບ​ປີ 2013).

ນັບ​ແຕ່​ປີ 2014, ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ, ປ່ຽນ​ແປງ​ໃໝ່ ​ແລະ ຄຸ້ມ​ຄອງ​ການ​ລົງ​ທຶນ​ຕາມ​ແຜນການ​ໄລຍະ​ກາງ, ການ​ລົງທຶນ​ພາກ​ລັດ​ໄດ້​ຫລຸດລົງ​ເທື່ອ​ລະ​ກ້າວ​, ຫລຸດຜ່ອນ​ອັດຕາ​ສ່ວນ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ທຶນ​ຂອງ​ລັດ. ບັນດາ​ແຫຼ່ງພະລັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໃຫ້​ແກ່​ການ​ລົງທຶນ​ພັດທະນາ ​ໄດ້​ຮັບ​ການ​ລະດົມ ​ແລະ ນຳ​ໃຊ້​ນັບ​ມື້​ນັບ​ດີກ​ວ່າ​ແຕ່​ກ່ອນ.

ການ​ຜະລິດ​ກະສິກຳ, ປ່າ​ໄມ້, ປະມົງ​ໃນ​ປີ​ທີ່​ຜ່ານ​ມາ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ ຍ້ອນ​ຫຼາຍ​ປັດ​ໃຈ​ທີ່​ຂຶ້ນ​ກັບ​ທຳ​ມະ​ຊາດ ​ແລະ ສັງຄົມ​ເຊັ່ນ ​ໄພ​ແຫ້ງ​ແລ້ງ; ຕະຫຼາດ​ສົ່ງ​ນອກ​ມີ​ການ​ແກ່ງ​ແຍ້​ງກັນຢ່າງ​ຂຸ້ນຂ້ຽວ; ລາຄາ​ສິນຄ້າ​ສົ່ງ​ນອກ​ຕົກ​ຕ່ຳ, ພິ​ເສດ​ແມ່ນ​ເຂົ້າສານ, ບັນດາ​ຜະລິດ​ຕະພັນ​ຈາກ​ຕົ້ນ​​ໄມ້​ອຸດສາຫະກຳ; ຕະຫຼາດ​ສົ່ງ​ນອກ​ເຄື່ອງ​ທະ​ເລ​ຍັງ​ມີ​ຄວາມ​ຫຍຸ້ງຍາກ. ປີ 2015 ຄວາມ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ກະສິກຳ - ປ່າ​ໄມ - ການ​ປະມົງ​ ບັນລຸໄດ້​ພຽງ 2,4% ທຽບ​ກັບ 3,44% ຂອງ​ປີ 2014. ​ແຕ່ ບັນດາ​ຂະ​ແໜງ​ການ​ກະສິກຳ, ປ່າ​ໄມ້, ປະມົງ​ຍັງ​ຮັກສາ​ການ​ພັດທະນາ​ເປັນ​ປົກກະຕິ.

ເສດຖະກິດມະຫາພາກ​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ​ອັດຕາ​ເງິນ​ເຟີ້​ຢູ່​ໃນ​ລະດັບ​ຕ່ຳ​ທີ່​ສຸດ​ໃນ 10 ປີ​ທີ່​ຜ່ານ​ມາ​ມໍ່​ນີ້

ດັດຊະນີ​ລາຄາ​ບໍລິ​ໂພ​ກ (CPI - ຊີ​ພີ​ໄອ) ​ເດືອນ​ພະຈິກ 2015 ​ເພີ່ມ​ຂຶ້ນ​ພຽງ 0,07% ທຽບ​ກັບ​ເດືອນ​ຕຸລາ 2015 ​ແລະເພີ່ມ 0,58% ທຽບ​ກັບ​ເດືອ​ນທັນວາ 2014. ​ເດືອນ​ທັນວາ 2015, ດັດຊະນີ ຊີ​ພີ​ໄອ ​ເພີ່ມ​ຂຶ້ນ​ພຽງ​ໜ້ອຍ​ໜຶ່ງ ປະມານ 0,02% ທຽບ​ກັບ​ເດືອນ​ພະຈິກ, ​ແລະ​ຄື​ແນວ​ນັ້ນ​ແມ່ນ, ດັດຊະນີ​ລາຄາ​ບໍລິ​ໂພ​ກປີ 2015 ​ເພີ່ມ​ຂຶ້ນ​ພຽງ 0,63% ທຽບ​ກັບ​ເດືອນ​ທັນວາ 2014. ນີ້​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ຕ່ຳ​ສຸດ​ໃນ​ 10 ປີ​ທີ່​ຜ່ານ​ມາ​ມໍ່​ນີ້. ອັດຕາ​ເງິນ​ເຟີ້​ປີ 2015 ​ເພີ່ມ​ຂຶ້ນ​ພຽງ​ປະມານ 1,8% ທຽບ​ກັບ​ປີ​ກ່ອນ. ດັດຊະນີ​ລາຄາ​ບໍລິ​ໂພ​ກ​ເພີ່ມ​ໜ້ອຍ​ໜຶ່ງ​ ຕົ້ນຕໍ​ແມ່ນ​ຍ້ອນ​ລວມຍອດ​ຄວາມ​ຕ້ອງການຂອງ​ລະບົບ​ເສດຖະກິດ​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ, ​ໃນ​ເວລາ​ນັ້ນ ​ການ​ສະໜອງ​ເພີ່ມ​ຂຶ້ນ​ຢ່າງ​ໄວ. ຜະລິດ​ຕະພັນ​ກະສິກຳ, ສິນ​ໃນ​ນ້ຳ​ສົ່ງ​ນອກ​ບາງ​ປະ​ເພດພົບ​ຄວາມ​ຫຍຸ້ງຍາກ​ ໄດ້​ນຳ​ມາ​ຈຳໜ່າຍຊົມ​ໃຊ້​ຢູ່ພາຍ​ໃນ​ປະ​ເທດ; ສິນຄ້າ​ຊົມ​ໃຊ້​ຫຼາຍ​ປະ​ເພດ​ໄດ້​ນຳ​ເຂົ້າ​ດ້ວຍການ​ຄ້າ​ທ້ອງ​ຖິ່ນ​ ຫຼືການ​ຄ້າຕົ້ນຕໍ​ໄດ້​ເພີ່ມ​​ເຕີມແຫຼ່ງສະໜອງ​ໃຫ້​ແກ່​ຕະຫຼາດ. ລາຄາ​ນ້ຳມັນ​ຫລຸດ​ລົງ​ເລື້ອຍໆ ​ໄດ້​ປະກອບສ່ວນ​ດຶງ​ລະດັບ​ຄ່າ​ບໍລິການ​ລົງ.

ສິນ​ເຊື່ອ​ທີ່​ສະໜອງ​ໃຫ້​ລະບົບເສດຖະກິດ​​ໄດ້​ຮັບ​ການ​ປົວ​ແປງ. ລະດັບ​ເພີ່ມ​ຍອດ​ສິນ​ເຊື່ອ​ໃຫ້​ກູ້​ຄົງ​ຄ້າງ ສູງ​ກວ່າ​ລະດັບ​ເພີ່ມ​ເງິນ​ຝາກ​ຄົງ​ຄ້າງ. ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ ໄດ້​ເປັນ​ປົກກະຕິ. ອັດຕາ​ແລກປ່ຽນ​ເງິນ​ໂດ່​ງ/​ໂດ​ລາ​ສະຫະລັດ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ, ​ແຕ່​ຍັງ​ຢູ່​ໃນ​ລະດັບ​ທີ່​ດັບ​ສົມ​ໄດ້. ຍອດ​ສິນ​ເຊື່ອ​ໃຫ້ກູ້ຄົງ​ຄ້າງ​ຂອງ​ລະບົບເສດຖະກິດທັງ​ໝົດ​ຮອດ​ວັນ​ທີ 20 ພະຈິກ 2015 ບັນລຸ 14,47% (ເພີ່ມ 9,55% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2014). ທັງ​ປີ 2015 ບັນລຸ​ປະມານ 18%. ນີ້​ແມ່ນ​ລະດັບ​ສິນ​ເຊື່ອທີ່​ສູງ​ທຽບ​ກັບ​ຊຸມ​ປີ​ທີ່​ຜ່າ​ມມາ​ມໍ່​ນີ້. ​ແຕ່​ ສິ່ງ​ທີ່ຄວນ​ເອົາ​ໃຈ​ໃສ່ຄື ສິນ​ເຊື່ອ​ໃຫ້​ແກ່​ການ​ຜະລິດ, ທຸລະ​ກິດ​ກວມ​ພຽງ​ເກືອບ 50%, ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ລົງທຶນ​ເຂົ້າ​ໃນ​ໂຄງ​ສ້າງ​ພື້ນຖານ, ອະສັງຫາລິມະ​ຊັບ...

ລວມຍອດລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ແຕ່​ຕົ້ນ​ປີ​ຮອດ​ທ້າຍ​ເດືອນ​ພະຈິກ​ 2015 ໄດ້​ປະມານເກືອບ 810 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 88% ​ຄາດໝາຍ​ແຜນການ​ປີ, ​ໃນ​ນັ້ນ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ​ໄດ້ 600 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 93,7%. ລາຍ​ຮັບ​ຈາກ​ນ້ຳມັນ​ດິບ​ໄດ້​ເກືອບ 60 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 63% ຄາດໝາຍ​ແຜນການ​ປີ.

ລວມຍອດ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ຄິດ​ຮອດ​ທ້າຍ​​ເດືອນ​ທັນວາ 2015 ປະມານ 1.064 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 92% ຄາດໝາຍ​ແຜນການ​ປີ. ​ໃນ​ນັ້ນ, ລາຍ​ຈ່າຍ​ເພື່ອ​ການ​ພັດທະນາປະມານ 162 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 83%; ລາຍ​ຈ່າຍ​ພາລະກິດ​ສດຖະກິດ-ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄຸ້ມ​ຄອງ​ບໍລິຫານ ປະມານ 680 ພັນ​ຕື້​ໂດ່​ງ, ​ເທົ່າ​ກັບ 90% ຄາດໝາຍ​ແຜນການ​ປີ. ການ​ດຸນ​ດ່ຽງ​ລາຍ​ຮັບ, ລາຍ​ຈ່າຍ​ງົບປະມານ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຢູ່, ການ​ຈ່າຍ​ໃຫ້​ແກ່​ກົງຈັກ​ຄຸ້ມ​ຄອງ​ບໍລິຫານ​ຍັງ​ຢູ່​ໃນ​ລະດັບ​ສູງ​ໃນ​ງົບປະມານ​ແຫ່ງ​ລັດ. ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ໄດ້​ລື່ນ​ກາຍ​ລາຍ​ຮັບ​ປະມານ 179,7 ພັນ​ຕື້​ໂດ່​ງ.

ສິ້ນ​ສຸດ​ປີ 2015, ກໍ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນການ 5 ປີ (2011 - 2015), ອາດ​ຈະ​ຢັ້ງຢືນ​ໄດ້​ວ່າ ເສດຖະກິດ​ຫວຽດນາມ​ໄດ້​ຄ່ອຍໆ​ພົ້ນ​ອອກ​ຈາກ​ວິ​ກິດ​ການ ​ແລະ ພວມ​ຟື້ນ​ຟູ​ຢ່າງ​ຈະ​ແຈ້ງ. ຄວາມ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ບັນລຸ​ໄດ້​ລະດັບ​ສູງ​ສຸດ​ທຽບ​ກັບ 8 ປີ​ທີ່​ຜ່ານ​ມາ​ມໍ່​ນີ້. ເສດຖະກິດມະຫາ​ພາກ​​ເຂົ້າ​ສູ່​ຄວາມ​ສະຖຽນ​ລະ​ພາບ​ເທື່ອ​ລະ​ກ້າວ, ນະ​ໂຍບາຍການ​ເງິນ - ການຄັງ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ແລະ​ໄດ້ປະກອບສ່ວນ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ. ການ​ສົ່ງ​ນອກ​ພວມ​ເພີ່ມ​ຂຶ້ນ​​ເທື່ອລະ​ກ້າວ ​ໃນ​ຂະນະທີ່​ຕະຫຼາດ​ໂລກ​ເພີ່ມ​ມຂຶ້ນ​ຢ່າງ​ຊັກຊ້າ; ຕະຫຼາດ​ໃໝ່​ຫຼາຍ​ແຫ່ງ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ; ລວມຍອດ​ຄວາມ​ຕ້ອງການ​ຂອງ​ລະບົບ​ເສດຖະກິດ​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ; ​ອັດຕາ​ເງິນ​ເຟີ້​ກຳລັງ​ຢູ່​ໃນ​ລະດັບ​ຕ່ຳ...

ນັ້ນ​ແມ່ນ​ຜົນສຳ​ເລັດ​ທີ່​ສຳຄັນ​ຂອງ​ລະບົບເສດຖະກິດຫວຽດນາມ. ​ແຕ່​ວ່າ, ເສດຖະກິດຫວຽດນາມຍັງ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ປະການ ​ເຊິ່ງຕ້ອງ​ມີ​ຄວາມ​ຕັດ​ສີນ​ໃຈ​ການ​ເມືອ​ສູງ​ທີ່​ສຸດ ​ແລະ ຕ້ອງ​ມີ​ເວລາ​ເພື່ອ​ອາດ​ຈະ​ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃຫ້ປະກົດ​ເປັນ​ຈິງ.

ບັນດາ​ບັນຫາ​ທີ່​ປະກົດ​ຂຶ້ນ​ຂອງເສດຖະກິດ​ຫວຽດນາມ

​ໂຄງ​ປະກອບເສດຖະກິດຂະ​ແໜງ​ການ​ປີ 2015 ​ໄດ້​ຮັບ​ການ​ປົວ​ແປງ, ​ຂົງ​ເຂດ​ກະສິກຳ ປ່າ​ໄມ້ ປະມົງ​ໄດ້​ຮັດ​ແຄບ​ເຂົ້າ ຈາກ 21% ລົງ​ເປັນ 19%. ການ​ເພີ່ມ​ຂຶ້ນ​ຂອງ​ຂົງ​ເຂດ​ອຸດສາຫະກຳ ການ​ກໍ່ສ້າງ (ປະມານ 39%) ​ແລະ ການ​ຟື້ນຕົວ​ຂອງ​ຂົງ​ເຂດ​ການ​ບໍລິການ (41%). ການ​ຫັນປ່ຽນ​ໂຄງ​ປະກອບ​ຂະ​ແໜງ​ການ​ເຖິງ​ວ່າ​ຊ້າ ​ແຕ່​ກໍ່​ໄປ​ຖືກຕາມ​ທິດ​ທາງ.

​ແຕ່, ໂຄງ​ປະກອບ​ຂະ​ແໜງ​ການພັດທະນາ​ຢ່າງ​ບໍ່​ໝັ້ນ​ທ່ຽງ, ​ແລະ​ສິ່ງ​ທີ່​ສຳຄັນ​ຄື ​ໂຄງ​ປະ​ກອບ​ດັ່ງກ່າວ​ພວມ​ຢູ່​ໃນ​ຕົວ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ທີ່​ຫຼ້າ​ຫຼັງ, ອີງ​ໃສ່​ແຮງ​ງານ​ລາຄາ​ຖືກ, ການ​ຜະລິດຕົ້ນຕໍ​ແມ່ນ​ຮັບຈ້າງ​ຜະລິດ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ, ຂາຍ​ສົ່ງ​ນອກ​ວັດຖຸ​ດິບ.

​ໄພ​ແຫ່ງ​ຄວາມ​ຖອຍຫຼັງ​ຂອງເສດຖະກິດຫວຽດນາມ​ນັບ​ມື້​ນັບ​ຈະ​ແຈ້ງ ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​ຕ່ຳ​ກວ່າ​ບັນດາ​ປະ​ເທດ ມຽນມາ, ກຳປູ​ເຈຍ, ຟີ​ລິບ​ປີນ, ລາວ (​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ດັ່ງກ່າວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ​ໃນ​ລະດັບ​ສູງ​ໃນ​ຫຼາຍ​ປີ).

ປີ 1990, ຈີ​ດີ​ພີ ຄິດ​ສະ​ເຫຼ່ຍຕໍ່​ຫົວ​ຄົນ​ຂອງ​ຫວຽດນາມ​ຕ່ຳ​ກວ່າ​ລະດັບ​ສະ​ເຫຼ່ຍປະມານ 4.000 ໂດລາ​ສະຫະລັດຂອງ​ໂລກ; ພາຍຫຼັງ 20 ປີ, ​ເມື່ອ ຈີ​ດີ​ພີ ​ສະ​ເຫຼ່ຍຂອງຫວຽດນາມບັນລຸ 2.000 ​ໂດລາສະຫະລັດນັ້ນ ຈີ​ດີ​ພີ ສະ​ເຫຼ່ຍຂອງ​ໂລກ​ກໍ​ໄດ້​ຫຼາຍ​ກວ່າ 10.000 ໂດ​ລາ​ສະຫະລັດ, ຄວາມ​ແຕກ​ໂຕນ​ໄດ້​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ສິ່ງ​ດັ່ງກ່າວ​​ໄດ້​ໝາຍ​ຄວາມ​ວ່າ “ກຳລັງ​ແຮງ​ເສດຖະກິດ” ຂອງ​ຊາດ​ບໍ່​ໄດ້​ຮັບ​ການ​ປົວ​ແປງ​ພໍ​ປານ​ໃດ, ​ເຖິງ​ວ່າ​ຈຳນວນ​ພົນລະ​ເມືອງ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ຄວາມ​ຖອຍຫຼັງ​ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ, ຄຸນ​ນະພາ​ບ​ຊັບພະຍາກອນ​ມະນຸດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ລະບຽບ​ກົດໝາຍ, ສະມັດ​ຕະພາບ​ຂອງ​ງານ...

ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ທຸລະ​ກິດ​ຂອງຫວຽດນາມ ​ເຖິງ​ວ່າ​ມີ​ຄວາມ​ກ້າວໜ້າ​ກໍ​ຕາມ, ​ແຕ່​ກໍ​ຍັງ​ບໍ່​ທັນມີ​ຄວາມ​ຈັບ​ໃຈ​ຢ່າງ​ພຽງ ພໍ​ເພື່ອ​ດຶງ​ດູດນັກ​ລົງທຶນ; ການ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຜະລິດ​ຕະພັນ ​ແລະ ຂອງ​ຊາດ ກໍ​ຍັງ​ອ່ອນ​ຫຼາຍ. ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ຂອງຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ຊັກ​ຊ້າ; ການຈັດ​ອັນ​ດັບ​ກ່ຽວ​ກັບ​ລະດັບ​ຄວາມ​ສະດວກ​ໃນ​ການ​ທຸລະ​ກິດ​ຂອງຫວຽດນາມ​ ມີ​ຄວາມ​ກ້າວໜ້າ​ໜ້ອຍ (ປີ 2013: ຢູ່​​ອັນ​ດັບ​ທີ 72 ​ໃນ​ຈຳນວນ 189 ປະ​ເທດ; ປີ 2014: ຢູ່​ອັນ​ດັບ 78/189 ປະ​ເທດ). ​ໃນ​ຂະນະ​ນັ້ນ, ຫຼາຍ​ຂົງ​ເຂດ​ຖືກ​ຈັດ​ໃນ​ອັນ​ດັບ​ຕ່ຳ, ​ເຊັ່ນ ການ​ເສຍ​ພາ​ມີ (ອັນ​ດັບ​ທີ 173/189 ປະ​ເທດ); ການປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ນັກ​ລົງທຶນ (117/189); ການ​ຍຸບ​ເລີກ​ວິ​ສາ​ຫະກິດ (104/189); ການ​ເຂົ້າ​ເຖິງ​ພະລັງງານ​ໄຟຟ້າ (135/189). ​ແຕ່​ປີ 2014 ມາ​ຮອດ​ດຽວ​ນີ ສະພາບ​ການ​ໄດ້​ຮັບ​ການ​ປົ​ວ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ເມື່ອ​ລັດຖະບານ​ມີ​ວິທີ​ເຂົ້າ​ເຖິງ​ບັນຫາ​ຕາມ​ແບບ​ສາກົນ ​ແລະ ຢັ້ງຢືນ​ໃຫ້​ບຸລິມະສິດ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ຜະລິດ - ທຸລະ​ກິດ ດ້ວຍ​ການ​ປະກາດ​ໃຊ້​ມະຕິ​ຕົກລົງ​ຕ່າງໆ​ໃນ​ປີ 2014, 2015.

ຄວາມ​ສາມາດ​ແຂ່ງຂັນ​ຂອງຫວຽດນາມ​ມີ​ການ​ປ່ຽນ​ແປງ ​ແລະ ​ໄດ້​ຮັບ​ຄວາມ​ປົວ​ແປງ​ໃຫ້​ດີ​ຂຶ້ນ, ​ແຕ່​ກໍ​ພວມ​ຢູ່​ໃນ​ລະດັບ​ຕ່ຳ. ຕາມ​ລາຍ​ງານ​ກ່ຽວ​ກັບຄວາມ​ສາມາດ​ແຂ່ງຂັນທົ່ວ​​ໂລ​ກ, ການຈັດ​ອັນ​ດັບຄວາມ​ສາມາດ​ແຂ່ງຂັນຂອງຫວຽດນາມ​ຜ່ານ​ປີ​ຕ່າງໆ ລ້ວນ​ແຕ່​ມີ​ການ​ຜັນ​ປ່ຽນ ​ແລະ ​ໃນ​ເວລາຜ່ານ​ມາມໍ່​ນີ້ ​ໄດ້​ມີ​ການ​ປົວ​ແປງ, ປີ 2015, ຫວຽດນາມຢູ່​ໃນ​ອັນ​ດັບ​ທີ 56 ​ໃນ​ຈຳນວນ 140 ປະ​ເທດ, ບັນລຸ 4,3 ຄະ​ແນນໃນ 7 ຄະ​ແນນ.

ບັນດາ​ຂົງ​ເຂດ​ທີ່ຫວຽດນາມຖືກ​ຈັດ​ໃນ​ອັນ​ດັບ​ຕ່ຳ, ຢູ່​ເຄິ່ງທ້າຍຄື ລະບຽບ​ກົດໝາຍ (ຢູ່​ໃນ​ອັນ​ດັບ​ທີ 85 ​ໃນ​ຈຳນວນ 140 ປະ​ເທດ, ບັນລຸ 3,7 ຄະ​ແນນ​ໃນ 7 ຄະ​ແນນ); ການ​ພັດທະນາ​ຕະຫຼາດ​ການ​ເງິນ (ຢູ່​ໃນ​ອັນ​ດັບ​ທີ 84/140); ສຶກສາ​ແລະ​ກໍ່ສ້າງ​ເໜືອ​ປະຖົມ​ສຶກສາ (95/140); ​ໂຄງ​ສ້າງ​ພື້ນຖານ (76/140); ລະດັບ​ການ​ທຸລະ​ກິດ (100/140).

ວິວັດການຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່, ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ກຸ່ມ​ບໍລິສັດ​ແຫ່ງ​ລັດ​ໄລຍະ 2011 - 2015 ​ໄດ້ດຳ​ເນີນຊ້າ​ກວ່າ​ທຽບ​ກັບ​ຄວາມ​ຕ້ອງການ​ທີ່​ໄດ້​ວາງ​ອອກ​ມາ, ​ແລະ​ຍາກ​ທີ່​ຈະ​ປະຕິບັດ​ໄດ້​ຕາມ​ເປົ້າ​ໝາຍ​ຮອດ​ທ້າຍ​ປີ 2015. ປະສິດທິ​ຜົນ​ແຫ່ງ​ການ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ແຫ່ງ​ລັດ ບໍ່​ສົມ​ຄູ່​ກັບ​ແຫຼ່ງພະລັງ​ທີ່​ມີ​ຢູ່; ຄວາມ​ສາມາດ​ແຂ່ງຂັນຕ່ຳ, ທຶນ​ຂອງ​ລັດ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ​ແຕ່​ລາຍ​​ໄດ້ກຳ​ໄລ, ການ​ມອບ​ລາຍ​ຮັບ​ງົບປະມານ, ອັດຕະສ່ວນ​ກຳ​ໄລ/ທຶນ ລ້ວນ​ແຕ່​ບໍ່​ສົມ​ຄູ່​ກັບ​ທຶນ​ທີ່​ໄດ້​ລົງ.

ຂົງ​ເຂດ​ວິ​ສາ​ຫະກິດ​ແຫ່ງ​ລັດ ພວມ​ນຳ​ໃຊ້​ທີ່​ດິນ 70% ຂອງ​ເນື້ອ​ທີ່ ​ແລະ​ເງິນ​ທຶນ 70% ຂອງ​ການ​ຊ່ວຍ​ເຫຼືອ​​ພັດທະນາ​ເປັນ​ທາງ​ການ (ODA) ​ໃນ​ຂົງ​ເຂດ​ການ​ຜະລິດ ທຸລະ​ກິດ; ນຳ​ໃຊ້​ເງິນ​ກູ້ 60% ຂອງສິນ​ເຊື່ອ​​​ເສດຖະກິດ, ນຳ​ໃຊ້​ແຮງ​ງານ 14% ​ຂອງ​ຈຳນວນແຮງ​ງານ ​ເຊິ່ງ 70% ​ໄດ້​ຮັບ​ການ​ກໍ່ສ້າງ​ວິຊາ​ອາຊີບ, ​ເຖິງ​ວ່າ​ຈຳນວນ​ທຶນ​ຂອງ​ເຈົ້າ​ກຳມະສິດ​ໄດ້​ເພີ່ມ​ຂຶ້ນກໍ​ຕາ​ມ ​ແຕ່​​ປະກອບ​ສ່ວນພຽງ​ປະມານ 33% ​ໃນ​ຈີ​ດີ​ພີ ​ແລະ 22% ​ໃນ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ, ​ແລະ ພວມ​ມີ​ທ່າ​ອຽງ​ຫລຸດ​ໜ້ອຍ​ຖອຍ​ລົງ.

ຄວາມ​ຄືບ​ໜ້າ​ໃນ​ການຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່ ບໍ່​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ. ​ແຕ່​ປີ 2011 ຫາ​ປີ 2015, ​ແຜນການ​ວາງ​ອອກ​ມາ​ແມ່ນ 531 ວິ​ສາ​ຫະກິດ. ສະ​ເພາະ 2 ປີ 2014 - 2015 ​ແມ່ນ 432 ວິ​ສາ​ຫະກິດ. ​ແຕ່​ປີ 2011 ຮອດ​ເດືອນ​ສິງຫາ 2015 ຫັນ​ເປັນ​ຫຸ້ນ​ສ່ວນ​ໄດ້​ພຽງ 337 ວິ​ສາ​ຫະກິດ (ປີ 2011: ຫັນ​ເປັນ​ຫຸ້ນ​ສ່ວນ​ໄດ້ 12 ວິ​ສາ​ຫະກິດ; ປີ 2012: 13 ວິ​ສາ​ຫະກິດ; ປີ 2013: 74 ວິ​ສາ​ຫະກິດ; ປີ 2014: 143 ວິ​ສາ​ຫະກິດ; ​ແຕ່​ຕົ້ນ​ປີ 2015 ຮອດ​ທ້າຍເດືອນ​ສິງຫາ 2015: 95 ວິ​ສາ​ຫະກິດ). ວິວັດ​ການ​ອະນຸມັດ​ໂຄງການ​ຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃໝ່​ຍັງ​ຊັກ​ຊ້າ; ການ​ຍຸບ​ເລີກ​ວິ​ສາ​ຫະກິດ, ການ​ໃຫ້ວິ​ສາ​ຫະກິດລົ້ມ​ລາ​ລາຍ ກິນ​ເວລາ​ຫຼາຍ, ຫຼາຍ​ກໍລະນີ​ຖືກ​ແກ່ຍາວ 10 ກວ່າ​ປີ. ພາຍຫຼັງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ການ​ບໍລິຫານ​ຄຸ້ມ​ຄອງວິ​ສາ​ຫະກິດຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ປະການ, ການ​ບໍລິຫານ​ຄຸ້ມ​ຄອງວິ​ສາ​ຫະກິດຍັງ​ບໍ່​ທັນ​ມີ​ການ​ປ່ຽນ​ແປງ​ໃໝ່​ແທ້​ເທື່ອ, ຄວາມ​ສາມາດ​ແຂ່ງຂັນ​ຍັງ​ອ່ອນ​ຫຼາຍ. ການ​ເຄື່ອນ​ໄຫວ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່ວິ​ສາ​ຫະກິດຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ເຂົ້າ​ສູ່​ເນື້ອ​ແທ້​ເທື່ອ; ຫຸ້ນ​ສ່ວນ​ຕົ້ນຕໍ​ແມ່ນ​ຂາຍ​ໃຫ້​ພາຍ​ໃນ, ລັດ​ຍັງ​ຖື​ບົດບາດ​ຊີ້​ຂາດ. ຍັງ​ບໍ່​ທັນ​ຈຳ​ແນ​ກ​ແຍກ​ການ​ເຄື່ອນ​ໄຫວ​ຜະລິດ ທຸລະ​ກິດ ອອກ​ຈາກ​ການ​ເຄື່ອນ​ໄຫວ​ສາທາລະນະ​ປະ​ໂຫຍ​ດ. ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ພະນັກງານວິ​ສາ​ຫະກິດ​ແຫ່ງ​ລັດ​ບາງ​ຄົນ​ຍັງ​ຖືກ​ຈຳກັດ ພາ​ໃຫ້​ຕົກ​ເຮ່ຍ​ເສຍ​ຫາຍ​ທຶນ ຊັບ​ສິນ​ຂອງ​ວິ​ສາ​ຫະກິດ, ​ເຮັດ​ໃຫ້​ໜີ້​ສິນ​ຄົງ​ຄ້າງ ຂາດທຶນ​ລຽນຕິດ.

ກຳລັງ​ພັດ​ດັນການ​ພັດທະນາ​ຂອງ​ລະບົບເສດຖະກິດ​ມີ​ຫຼາຍ​ບັນຫາ: ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້, ​ເປັນ​ຕົ້ນ​ແມ່ນນັບ​ແຕ່​ປີ 2013 ມາ​ເຖິງ​ດຽວ​ນີ້, ​ເສດຖະກິດ​ໃນ​ປະ​ເທດ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ, ຄວາມເຕີບ​ໂຕ​ຂອງ​ເສດຖະກິດ​ພາຍ​ໃນ​ປະ​ເທດຍັງ​ບໍ່​ທັນ​ສູງ ​ແລະ ພວມ​ຢູ່​ໃນ​ທ່າອຽງຫລຸດ​ລົງ, ການ​ສົ່ງ​ນອກ​ຂອງ​ຂົງ​ເຂດ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່​ຫລຸດ​ລົງ, ຄວາມ​ຂາດ​ດຸນ​ການ​ນຳ​ເຂົ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ອັດຕາ​ການ​ຫັນ​ເປັນ​ພາຍ​ໃນ​ຂອງ​ອຸດສາຫະກຳ​ຢູ່​ໃນ​ລະດັບ​ຕ່ຳ (ປະມານ 10%). ພາກສ່ວນ​ເສດຖະກິດ​ເອກະ​ຊົນ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ແລະ ຍັງ​ບໍ່​ທັນ​ກາຍ​ເປັນກຳລັງ​ພັດ​ດັນ​ໃຫ້​ແກ່​ການ​ພັດທະນາ. ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ຂອງລະບົບ​ເສດຖະກິດ​ຫວຽດນາມ​, ​ເປັນ​ຕົ້ນ​ແມ່ນ​ໃນ​ຂະນະ​ທີ່​ພວມ​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ ​ເລິກ​ເຊິ່ງເຂົ້າກັບໂລກ, ປະຊາຄົນອາຊຽນໄດ້ເປັນຮູບເປັນຮ່າງຂຶ້ນແລ້ວ, ບັນດາ​ສັນຍາ​ສອງ​ຝ່າຍ, ຫຼາຍ​ຝ່າຍ​ໄດ້​ເຂົ້າສູ່​ການ​ຜັນ​ຂະຫຍາຍ​ປະຕິບັດ ດັ່ງ​ນັ້ນ ບັນຫາກໍ່ສ້າງເສດຖະກິດພາຍໃນປະເທດຍິ່ງ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ.

​ໃນ​ເວລາ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ໄວ. ​ເຖິງ​ວ່າ​ມັນ​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ບໍ່​ຫຼາຍ (ປະມານ 20%), ​ແຕ່​ໄດ້​ປະກອບສ່ວນ​​ເຂົ້າ​ໃນການ​ສົ່ງ​ນອກ​ຫຼາຍ​ກວ່າ 70% ຂອງ​ຍອດ​ມູນ​ຄ່າ​ການ​ສົ່ງ​ນອກ​ໃນ​ປີ 2014, 2015. ຄວາມ​ເຕີບ​ໂຕ ຈີ​ດີ​ພີ ຂອງຫວຽດນາມ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ຄວາມ​ເຕີບ​ໂຕ​ຂອງ​ບັນດາ​ຂະ​ແໜງ​ອຸດສາຫະກຳປຸງ​ແຕ່ງ​ ປະດິດ (ປີ 2015 ບັນລຸ​ລະດັບ​ເຕີບ​ໂຕ 9,7%); ​ແຕ່​ຄວາມ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ນີ້ ພັດ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ (ກວ່າ 65%).

ນະ​ໂຍບາຍ​ພັດທະນາ ​ແລະ ຮຽກຮ້ອງ​ການລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ​ແມ່​ນຖືກຕ້ອງ. ທຶນ​ທີ່ລົງໂດຍ​ກົງຈາກ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ພັດທະນາເສດຖະກິດ​, ປົວ​ແປງ​ໂຄງ​ປະກອບ​ເສດຖະກິດ, ​ແຕ່​ຄຸນຄ່າ​ເພີ່ມ​ປະກອບ​ເຂົ້າ​ໃນ​ການ​ເຕີບ​ໂຕຍັງ​ຢູ່​ລະດັບ​ຕ່ຳ. ການ​ໂອນ​ລາຄາຂ​ອງວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ກວດກາ​ຍາກສຳລັບອົງການ​ຮັບຜິດຊອບ​ຂອງຫວຽດນາມ. ​ໃນ​ຊຸມ​ປີຜ່ານມາ​ມໍ່​ນີ້, ດັດຊະນີ​ວັດ​ແທກ​ປະສິດທິ​ຜົນການ​ລົງທຶນ (ICOR) ຂອງ​ຂົງ​ເຂດ​ທີ່​ມີ​ການລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກ້າວ​ກະ​ໂດດ (ຖ້າ​ຫາກ​ຄິດ​ໄລ່​ຕາມ​ຊັບ​ສິນ ກໍ​ເຫັນ​ວ່າ ICOR ​ໄດ້​ບັນລຸ 8,5 ​ແລະ ຄິດ​ໄລ່​ຕາມ​ຈຳນວນ​ທຶນ​ທີ່​ລົງ ກໍ​ເຫັນ​ວ່າ ICOR ຂອງ​ຂົງ​ເຂດ​ທີ່​ມີ​ການລົງທຶນ​​ໂດຍ​ກົງຈາກ​ຕ່າງປະ​ເທດ ​ໄດ້​ຂຶ້ນ​ເຖິງ 13 ພາຍຫຼັງ​ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ - WTO), ນີ້​ເປັນ​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງທີ່​ສຸດ.

ນອກ​ນັ້ນ, ບັນດາ​ບັນຫາ​ໜີ້​ສາທາລະນະ, ໜີ້​ເສຍ​ຂອງ​ລະບົບເສດຖະກິດ​; ຄວາມ​ດຸນ​ດຽງ​ລະຫວ່າງ​ສະ​ສົມ ​ແລະ ​ບໍລິ​ໂພ​ກ; ນະ​ໂຍບາຍ​ການ​ຄັງ, ຄວາມ​ດຸນ​ດຽງ​ລະຫວ່າງ​ລາຍ​ຮັບ ​ແລະ ລາຍ​ຈ່າຍ​ງົບປະມານ​ປະຈຳ​ປີ ​ເປັນ​ບັນຫາ​ທີ່​ປະກົດ​ຂຶ້ນ​ໃນ​ວິວັດ​ການ​ພັດທະນາເສດຖະກິດ​​ໄລຍະ 2011 - 2015.

ຄາດ​ຄະ​ເນເສດຖະກິດ​ຫວຽດນາມປີ 2016

ຄາດ​ຄະ​ເນ​ບາງ​ຈຸດ​ກ່ຽວ​ກັບ​ເສດຖະກິດ​ໂລກ

ກ້າວ​ເຂົ້າ​ສູ່​ປີ 2016, ​ເສດຖະກິດ​ໂລກ​ຄາດກະ​ວ່າ​ຈະ​ໄດ້​ຟື້ນ​ຟູ​ຄືນ​ໃໝ່ ດ້ວຍ​ລະດັບ​ເຕີບ​ໂຕ 3,6% ພາຍຫຼັງ​ທີ່​ໄດ້​ຫລຸດ​ລົງ​ໃນ​ປີ 2015 (ຈາກ​ລະດັບ 3,4% ປີ 2014 ລົງ​ເປັນ 3,1% ປີ 2015). ​ໃນ​ນັ້ນ, ຄວາມ​ເຕີບ​ໂຕ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ​ແມ່ນ 2,3% (ທຽບ​ກັບ 2% ຂອງ​ປີ 2015); ຂອງ​ບັນດາ​ປະ​ເທດ​ຫາ​ກໍ່​ຈະ​ເລີ​ນ ​ແລະ ກຳລັງ​ພັດທະນາ​ແມ່ນ 4,8% (ທຽບ​ກັບ 4% ຂອງ​ປີ 2015). ຄາດ​ຄະ​ເນ​ການ​ຄ້າ​ສິນຄ້າ​ຂອງ​ໂລກ​ປີ 2016 ຈະ​ເພີ່ມ​ຂຶ້ນ​ສູງ​ກວ່າ​ປີ 2015 (3,9% ທຽບ​ກັບ 3%).

​ແຕ່​ວ່າ, ການ​ຟື້ນ​ຟູ​ດັ່ງກ່າວ​ບໍ່​ໝັ້ນຄົງ​ຍ້ອນ​ຄວາມ​ສ່ຽງ​ຕ່າງໆ​ຕໍ່​ກັບ​ຄວາມ​ເຕີບ​ໂຕ​ຂອງ​ບັນດາ​ປະ​ເທດ​ທີ່​ຫາ​ກໍ່​ຈະ​ເລີ​ນ ​ແລະ ກຳລັງ​ພັດທະນາ. ລາຄາ​ສິນຄ້າ​ໂລກ​ຄາດກະ​ວ່າ​ຈະ​ສືບ​ຕໍ່​ຫລຸດ​ລົງ ​ແຕ່​ລະດັບ​ຫລຸດ​ລົງ​ໜ້ອຍ​ກວ່າ​ປີ 2015, ຍ້ອນ​ຄວາມ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ ​ແລະ ບັນດາ​ປະ​ເທດ​ທີ່​ຫາ​ກໍ່​ຈະ​ເລີ​ນ.

ລາຄາ​ນ້ຳມັນ​ດິບ, ວັດຖຸ​ດິບ​ທີ່​ສຳຄັນ​ທີ່​ສຸດ​ ຈະ​ມີ​ການ​ຜັນ​ປ່ຽນ​ຢ່າງ​ຜິດ​ປົກກະຕິ. ພາຍຫຼັງ​ທີ່​ອາ​ເມຣິກາ​ຍົກເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ອີຣານ, ປະ​ເທດ​ນີ້​ຈະ​ເພີ່ມ​ປະລິ​ມາ​ນການ​ຂຸດ​ຄົ້ນ​ນ້ຳມັນທຳມະ​ຊາດ ​ແລະ ດັ່ງ​ນັ້ນປະລິມານ​ນ້ຳມັນສົ່ງ​ນອກ​ໄປ​ຍັງ​ຕະຫຼາດ​ໂລກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ໄວ; ອຳນາດ​ການ​ປົກຄອງ​ສະຫະລັດ​ອາ​ເມຣິກາ​ໄດ້ຍົກ​ເລີກ​ຄຳ​ສັ່ງ​ຫ້ານ​ການ​ສົ່ງ​ນອກ​ນ້ຳມັນ​ອາຍ​ແກັດ ຍ້ອນ​ປະລິມານ​ການ​ຂຸດ​ຄົ້ນ​ນ້ຳມັນ​ຂອງ​ອາ​ເມຣິກາ​ໄດ້​ເພີ່ມ​ຂຶ້ນຢ່າງ​ແຮງ ​ໂດຍ​ອາ​​ໄສ​ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ຫິນ​ນ້ຳມັນ; ບັນດາ​ປະ​ເທດ​ໃນ​ກຸ່ມ ​ໂອ​ເປ​ກ ຍັງ​ຄົງ​ຮັກສາ​ປະລິມານ​ການ​ຂຸດ​ຄົ້ນ​ນ້ຳມັນຢູ່​ຄື​ເກົ່າ ​ໂດຍ​ບໍ່​ຫລຸດ​ປະລິມານ​ການ​ສົ່ງ​ນອກ​ໃນ​ເວລາ​ສະ​ເພາະ​ໜ້າ, ​ໃນຂະນະ​ນັ້ນ ​ເສດຖະກິດ​ໂລກ​ເຕີບ​ໂຕ​ຊ້າ ຈະ​ພາ​ໃຫ້​ແຫຼ່ງສະໜອງ​ນ້ຳມັນ​ລື່ນ​ກາຍ​ຄວາມ​ຕ້ອງການ​ເປັນ​ຈຳນວນ​ຫຼາຍ. ລາຄາ​ນ້ຳມັນຈະ​ຢູ່​ໃນ​ລະດັບ​ຕ່ຳ​ໃນ​ເວລາ​ສະ​ເພາະ​ໜ້າ, ​ເປັນ​ຕົ້ນ​ແມ່ນ​ປີ 2016 (ຄາດກະ​​ປະມານ 40 ​ໂດ​ລາ​ສະຫະລັດ​ຕໍ່​ກະຖັງໜຶ່ງ) ​ແລະ​ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ເຖິງ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ມາ​ຈາກ​ນ້ຳມັນທຳ​ມະຊາດ​ເປັນ​ຕົ້ນຕໍ.

ຄາດ​ຄະ​ເນ​ກ່ຽວ​ກັບ​ຄວາມ​ເຕີບ​ໂຕ​ຂອງເສດຖະກິດ​ຫວຽດນາມ

- ກ່ຽວ​ກັບ​ຄວາມ​ເຕີບ​ໂຕເສດຖະກິດ​: ຄວາມ​ເຕີບ​ໂຕ​ໄລຍະ​ຍາວ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ, ຍ້ອນ:

+ ຕະຫຼາດ​ສົ່ງ​ນອກ​ໄດ້​ຮັບ​ການ​​ເປີດ​ກວ້າງ​ໂດຍ​ອາ​ໄສ​ບັນດາ​ສັນຍາ​ການ​ຄ້າ​ທີ່​ໄດ້​​ລົງ​ນາມ​ແລ້ວ(1).

+ ການ​ລົງທຶນ​ເພີ່ມ​ຂຶ້ນ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ທີ່​ແນ​ໃສ່​ສວຍ​ໃຊ້​ໂອກາດ​ອຳນວຍ​​ໂດຍ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກນຳ​ມາ​ໃຫ້.

+ ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ກົດໝາຍ​ໃໝ່ ທີ່​ມີ​ຄວາມ​ກ່ຽວ​ພັນ​ເຖິງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ, ​ເຊັ່ນ ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ສະບັບ​ປັບປຸງ; ​ແລະ​ບັນດາ​ວິທີ​ແກ້​ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ຕາມ​ມະຕິ​ຕົກລົງ​ສະບັບ​ທີ 19/NQ-CP ​ເຊິ່ງຈະ​ຊ່ວຍ​ປົວ​ແປງ​ສະມັດ​ຕະພາບ​ສັງ​ລວມຂອງ​ລະບົບເສດຖະກິດ​ (ປີ 2015 ​ເປັນ​ປີ​ທີ່​ສອງ ທີ່​ການຈັດ​ອັນ​ດັບ​ຄວາມ​ສາມາດ​ແຂ່ງຂັນ ​ແລະ ​ເງື່ອນ​ໄຂ​ທຸລະ​ກິດ​ໄດ້​ຮັບ​ການ​ປົວ​ແປງ).

​ແຕ່​ວ່າ, ຄວາມ​ເຕີບ​ໂຕ​ໄລຍະ​ສັ້ນຈະ​ຫລຸດ​ລົງ ຍ້ອນ​ສອງ​ກຳລັງ​ພັດ​ດັນ​ການ​ເຕີບ​ໂຕ​ໃນ​ປີ 2015 ຄື​ການ​ລົງທຶນ ​ແລະ ການ​ບໍລິ​ໂພ​ກ​ເອກະ​ຊົນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ ທັງ​ນີ້​ກໍ​ຍ້ອນ​ອັດຕາ​ດອກ​ເບ້ຍ​ເພີ່ມ​ຂຶ້ນ (ຈຳກັດ​ການ​ລົງທຶນ​ເອກະ​ຊົນ) ​ແລະ ​ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ (ຈຳກັດ​ການ​ບໍລິ​ໂພ​ກ​ເອກະ​ຊົນ). ​ໃນ​ພາກ​ຕົວ​ຈິງ, ປີ 2015, ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ທຽບ​ກັບ​ປີ 2014 ​ເຖິງ​ວ່າ​ບໍ່​ເພີ່ມ​ຂຶ້ນ​ທາງ​ດ້ານ​ນາມະຄຸນ​ກໍ​ຕາມ ​ແຕ່​ໄດ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຄຸນຄ່າ​ແທ້ (ພາຍຫຼັງ​ໄດ້​ຫັກ​ອັດຕາ​ເງິນ​ເຟີ້). ທຽບ​ກັບ​ຄວາມ​ເຕີບ​ໂຕ ຈີ​ດີ​ພີ ກໍ​ເຫັນ​ວ່າ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ພວມ​ຢູ່​ໃນລະດັບ​ສູງພໍ​ຄວນ (ທົບ​ສອງ​ເທົ່າ).

​ເມື່ອ​ຄິດ​ໄລ່​ສອງ​ທ່າ​ອຽງ​ດັ່ງກ່າວ​ເປັນ​ປະລິມານ (ຄວາມ​ເຕີບ​ໂຕ​ໄລຍະ​ຍາວ ​ແລະ ຄວາມ​ເຕີບ​ໂຕ​ໄລຍະ​ສັ້ນ) ຈະ​ໃຫ້​ເຫັນ​ວ່າ​ປີ 2016 ຄວາມ​​ເຕີບ​ໂຕ​ບໍ່ສາມາດສູງ​ກວ່າ 6,7%.

- ກ່ຽວກັບ​ຮັກສາຄວາມ​ໝັ້ນທ່ຽງ​ຂອງເສດຖະກິດມະຫາ​ພາກ

+ ​ເງິນ​ເຟີ້: ປີ 2015 ​ເປັນ​ປີ​ທີ່​ອັດຕາ​ເງິນ​ເຟີ້​ຕ່ຳ​ທີ່​ສຸດ​ໃນ 10 ປີ​ທີ່​ຜ່ານ​ມາ. ອັດຕາ​ເງິນ​ເຟີ້ຕ່ຳ​ຕົ້ນຕໍ​ແມ່ນ​ຍ້ອນ​ລາຄາ​ສິນຄ້າ​ໂລກ​ຫລຸດ​ລົງ ​ເຊິ່ງ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ລາຄາ​ສິນຄ້າ​ບໍລິ​ໂພ​ກ​ໃນ​ປະ​ເທດ ​ແລະ ສົ່ງ​ຜົນ​ກະທົບ​ໂດຍ​ທາງ​ອ້ອມ​ເຖິງ​ຄ່າ​ໃຊ້​ຈ່າຍ​ການ​ຜະລິດ.

​ໃນ​ປີ 2016, ອັດຕາ​ເງິນ​ເຟີ້​ຈະ​ສືບ​ຕໍ່​ຢູ່​ໃນ​ລະດັບ​ຕ່ຳ ຍ້ອງ​ລາຄາ​ສິນຄ້າ​ໂລກ​ຈະ​ສືບ​ຕໍ່​ຫລຸດ​ລົງ ​ໃນຂະນະ​​ນັ້ນ ​ລວມຍອດ​ຄວາມ​ຕ້ອງການ​ໃນ​ປະ​ເທດ​ບໍ່​ສາມາດ​ມີ​ການ​ຜັນ​ປ່ຽນ​ແບບ​ກ້າວ​ກະ​ໂດດ.

+ ອັດຕາ​ດອກ​ເບ້ຍ: ອັດຕາ​ດອກ​ເບ້ຍ​ຂຶ້ນ​ກັບ​ສອງ​ປັດ​ໄຈ: 1- ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ; 2- ຄວາມ​ຕ້ອງການ​ສິນ​ເຊື່ອ​ເພີ່ມ​ຂຶ້ນ​ໃນ​ສອງຂົງ​ເຂດ​ເອກະ​ຊົນ ​ແລ​ະ ລັດ. ​ໃນ​ພາກ​ຕົວ​ຈິງ, ອັດຕາ​ດອກ​ເບ້ຍ​ພັນທະບັດ​ລັດຖະບານ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ແຕ່​ເດືອນ​ມີນາ 2015 ​ແລະ​ຍັງ​ບໍ່​ທັນ​ມີ​ສັນຍານວ່າ​ຈະ​ຫລຸດ​ລົງ​ໃນ​ຊຸມ​ເດືອນ​ທ້າຍ​ປີ. ​ໃນຂະນະ​ນັ້ນ, ນະ​ໂຍບາຍ​ການ​ເງິນ​ຈຳ​ເປັນ​ຕ້ອງ​ຮັກສາ​ລະດັບອັດຕາດອກ​ເບ້ຍ​ທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອ​ບໍ່​ໃຫ້​ມັນ​ເປັນ​ຜົນ​ກະທົບ​ທາງ​ລົບ​ເຖິງ​ເປົ້າ​ໝາຍ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ອັດຕາ​ແລກປ່ຽນ​ເງິນ​ຕາ ກໍ​ຄື​ຄວາມ​ຕ້ອງການ​ຊັກ​ສ່ວນ​ແຮ​ໄວ້​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ຂອງ​ທະນາຄານ.

+ ອັດຕາ​ແລກປ່ຽນ​​ເງິນຕາມີ​ເງື່ອນ​ໄຂ​ເພື່ອ​ເປັນ​ປົກກະຕິ ​ເມື່ອ​ດຸນ​ການ​ຊຳລະ​ເງິນ​ໄດ້​ຮັບ​ການ​ປົວ​ແປງ​ໂດຍ​ອາ​ໄສ: 1- ການ​ລົງທຶນ​ໂດຍ​ທາງ​ອ້ອມ​ເຂົ້າຫວຽດນາມ​​ຈາກ​ແຫຼ່ງຕ່າງໆເພີ່ມ​ຂຶ້ນ​ເຊັ່ນ ການ​ລົງທຶນ​ໃນ​ຕະຫຼາດ​ຫຼັກ​ຊັບ ​ເມື່ອ​ອັດຕາ​ສ່ວນ​ກຳມະສິດ​ຂອງ​ຕ່າງປະ​ເທດ​​ໄດ້​ຮັບ​ການ​ຍົກ​ສູງ, ການຂາຍ​ຫຸ້ນ​ສ່ວນ​ວິ​ສາ​ຫະກິດ​ແຫ່ງ​ລັດ, ການ​ເຄື່ອນ​ໄຫວ​ຊື້​ຂາຍ ​ແລະ​ຮ່ວມ​ທະນາຄານ​ເຂົ້າກັນ. ຄະນະ​ກຳມາ​ທິການ​ກວດກາ​ການ​ເງິນ​ແຫ່ງ​ຊາດ ຄາດ​ຄະ​ເນ​ວ່າ, ການ​ລົງທຶນ​ໂດຍ​ທາງ​ອ້ອມຈາກ​ຕ່າງປະ​ເທດ​ປີ 2016 ອາດ​ຈະ​ໄດ້ 3,5 ຕື້​ໂດ​ລາ​ສະຫະລັດ; 2- ການຈຳໜ່າຍ​ພັນທະບັດ​ລັດຖະບານ​ໃນ​ຕະຫຼາດ​ຫຼັກ​ຊັບ​ສາກົນ​ໄດ້ 3 ຕື້​ໂດ​ລາ​ສະຫະລັດ. ​ແຕ່, ຕ້ອງ​ລະວັງ​ປ້ອງ​ກັນ​ການ​ກະທົບ​ດ້ານ​ຈິດຕະສາດ​ຕະຫຼາດ ​ເມື່​ອລະບົບ​ທະນາຄານ​ກາງ​ສະຫະລັດ​ອາ​ເມຣິກາ (FED) ​ເພີ່ມ​ອັດຕາ​ດອກ​ເບ້ຍ ​ແລະ ຈີນ​ດັດ​ປ່ຽນ​ອັດຕາ​ແລກປ່ຽນ​ສະກຸນ​ເງິນ​ຢ໋ວນ (ຄວາມ​ສາມາດ​ນີ້​ສູງ​ພໍ​ຄວາມ ຍ້ອນ​ວ່າ​ໃນ​ປີ 2015 ​ເຖິງ​ວ່າ​ລາຄາ​ນາ​ມະ​ຄຸນ​ຂອງເງິນ​ຢ໋ວນ​ເສຍ​ຄ່າ 4% ທຽບ​ກັບ​ເງິນ​ໂດ​ລາ​ສະຫະລັດກໍ​ຕາມ, ​ແຕ່​ລາຄາເງິນ​ຢ໋ວນກໍ​ໄດ້​ເພີ່ມ​ຂຶ້ນ​ທຽບ​ກັບ​ປີ 2014). ນອກຈາກ​ນັ້ນ, ກໍ​ຕ້ອງ​ຄິດ​ໄລ່​ເຖິງ​ຄວາມ​ຕ້ອງການດັດ​ປັບ​ອັດຕາ​ແລກປ່ຽນ​ເງິນຕາ ​ເພື່ອ​ຊ່ວຍ​ໜູນ​ໃຫ້​ແກ່​ການ​ຜະລິດ ​ແລະ ການ​ສົ່ງ​ນອກຂອງ​ລະບົບ​ເສດຖະກິດ​ໃນ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ກະສິກຳ./.

​ໂດຍ ດຣ. ​ເລ​ດິ່ງ​ເອິນ

ອະດີດ​ຜູ້ອຳນວຍການ​ສູນ​ສື່​ຂ່າວ ​ແລະ​ຄາດ​ຄະ​ເນ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ

;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll