ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ - ໜ້າທີ່ສຳຄັນອັນດັບໜຶ່ງ ໃນວິວັດການກໍ່ສ້າງສັງຄົມນິຍົມ ຢູ່ຫວຽດນາມ

14:50 2017/06/08

ວກ - ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນ​ກະສິກຳ ຊົນນະບົດ ມີ​ຄວາມ​ສຳຄັນ​ພິ​ເສດ​ຕໍ່​ການ​ພັດທະນາ​ກະສິກຳ ກໍ່ສ້າງ​ຊົນນະບົດ​ໃໝ່ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງຊາວກະສິກ​ອນ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ. ນັ້ນ​ແມ່ນ​ເສັ້ນທາງ​ທີ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ໄປ​ສຳລັບ​ປະ​ເທດກຳລັງ​ພັດທະນາທຸກ​ປະ​ເທດ ​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ຫວຽດນາມ ​ເຊິ່ງ​ເປັນ​ປະ​ເທດກະສິກຳ​ຫຼ້າ​ຫຼັງ ທີ່​ຢາກ​ກໍ່ສ້າງ​ລະບົບ​ເສດຖະກິດ​ທັນ​ສະ​ໄໝ.

ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ - ໜ້າທີ່ສຳຄັນອັນດັບໜຶ່ງ ໃນວິວັດການກໍ່ສ້າງສັງຄົມນິຍົມ ຢູ່ຫວຽດນາມ

1- ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນ​ກະສິກຳ ຊົນນະບົດ ມີ​ຄວາມ​ສຳຄັນ​ພິ​ເສດ​ຕໍ່​ການ​ພັດທະນາ​ກະສິກຳ ກໍ່ສ້າງ​ຊົນນະບົດ​ໃໝ່ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງຊາວກະສິກ​ອນ. ນັ້ນ​ແມ່ນ​ເສັ້ນທາງ​ທີ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ໄປ​ສຳລັບ​ປະ​ເທດກຳລັງ​ພັດທະນາທຸກ​ປະ​ເທດ ​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ຫວຽດນາມ ​ເຊິ່ງ​ເປັນ​ປະ​ເທດກະສິກຳ​ຫຼ້າ​ຫຼັງ ທີ່​ຢາກ​ກໍ່ສ້າງ​ລະບົບ​ເສດຖະກິດ​ທັນ​ສະ​ໄໝ, ຍ້ອນ​ເຫດຜົນ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ປະ​ເທດຫວຽດນາມມີ​ປະຊາກອນ​ສ່ວນ​ຫຼາຍ​ແມ່ນ​ຊາວນາ​ຢູ່​ຊົນນະບົດ, ​ເຊິ່ງພົນ​ລະ​ເມືອງ​ເກືອບ 70% ​ມີ​ຊີວິດ​ຢູ່​ຊົນນະບົດ, ຜູ້​ອອກ​ແຮງ​ງານຫຼາຍ​ກວ່າ 47% ​ເຮັດ​ການ​ກະ​ເສດ; ລະດັບ​ຄວາມ​ເພີ່ມ​ຈຳນວນ​ພົນລະ​ເມືອງ​ຢູ່​ຊົນນະບົດ​ປັດຈະ​ບັນ​ຍັງ​ສູງ; ​ເນື້ອ​ທີ່​ດິນ​ນາ​ຄິດ​ສະ​ເລ່ຍຕໍ່​ຫົວ​ຄົນ​ຕ່ຳ​ທີ່​ສຸດ ​ແລະ ມີ​ທ່າ​ອຽງ​ຫລຸດ​ລົງ ​ຍ້ອນ​ວິວັດ​ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ເປີດ​ກວ້າງການກໍ່ສ້າງໂຄງສ້າງພື້ນຖານ; ລະດັບ​ການ​ຜະລິດ​ກະສິກຳ​ຍັງ​ຕ່ຳ, ​ເຕັກນິກ​ຫັດຖະກຳ​ເປັນ​ຕົ້ນຕໍ...

ທີ​ສອງ, ກະສິກຳ ຊົນນະບົດປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ວິວັດການ​ສະ​ສົມ​ທຶນ​ໃຫ້​ແກ່​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ​ແມ່ນ​ຂົງ​ເຂດ​ເສດຖະກິດ - ສັງຄົມ​ທີ່​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ທີ່​ສຸດ, ພົວພັນ​​ເຖິງການ​ແກ້​ໄຂ​ບັນດາ​ບັນຫາ​ຊີວິດ​ຄວາມ​ເປັນ​ຢູ່ອັນ​ພື້ນຖານ​ ຂອງ​ປະຊາຊົນ​ພົນລະ​ເມືອງ​ສ່ວນ​ຫຼວງ​ຫຼາຍ, ​ເຊັ່ນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ຫວາງ​ວຽກ​ຢູ່​ຊົນນະບົດ, ​ເພີ່ມ​ລາຍ​ຮັບ​ລາຍ​ໄດ້​ໃຫ້​ຊາວ​ກະສິກອນ, ​ເພີ່ມ​ຄວາມ​ສາມາດ​ຊື້​ຂອງ​ຕະຫຼາດ​ຊົນນະ​ບົດ, ​ເພີ່ມ​ອັດຕາສ່ວນ​ໃນ ຈີ​ດີ​ພີ ​ແລະ ​ເພີ່ມ​ການ​ປະກອບສ່ວນ​ເຂົ້າ​ໃນງົບປະມານ.

ທີ​ສາມ, ​ເສດຖະກິດກະສິກຳ ຊົນນະບົດ ຍັງ​ບໍ່​ທັນ​ພົ້ນ​ອອກ​ຈາກ​ສະພາບ​ຄວາມ​ອ່ອນນ້ອຍ ດ້ອຍ​ພັດທະນາ. ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຜະລິດ​ໃນ​ກະສິກຳ​ກໍ່​ຍັງ​ຊ້າ, ສ່ວນ​ຫຼາຍ​ຍັງ​ແມ່ນ​ການ​ຜະລິດ​ນ້ອຍ ກະ​ແຈກ​ກະ​ຈ່າຍ; ສະມັດ​ຕະພາບ, ຄຸນ​ນະພາ​ບ, ມູນ​ຄ່າ​ເພີ່ມ​ຂອງ​ຜະລິດ​ຕະພັນກພສິກຳ​ສິນຄ້າ​ຫຼາຍ​ປະ​ເພດ​ຍັງ​ຕ່ຳ. ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ ຂອງພົນລະ​ເມືອງ​ຊົນນະບົດ​ ໄດ້​ຮັບ​ການ​ປົວ​ແປງ​ບໍ່ພໍ​ເທົ່າ​ໃດ, ບໍ່​ທັນ​ສົມ​ຄູ່​ກັບ​ຜົນງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນ​ປະ​ເທດ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກ; ຄວາມ​ແຕກ​ໂຕນ​ຮັ່ງມີ - ທຸກ​ຍາກ ລະຫວ່າງ​ຊົນນະບົດ​ແລະຕົວ​ເມືອງ, ລະຫວ່າງ​ເຂດ​ແລະ​ເຂດ ຍັງ​ແຕກ​ໂຕນ​ກັນ​ຫຼາຍ ​ເຊິ່ງໄດ້ກໍ່​ໃຫ້​ເກີດ​ບັນຫາ​ສັງ​ຄົນ​ທີ່​ເຄັ່ງຮ້ອນ​ຫຼາຍປະການ.

ທີ​ສີ່, ຄວາມ​ເປັນ​ຈິງ​ໃນ​ໂລກ​ໄດ້​​ໃຫ້​ເຫັນ​ວ່າ ມີຫຼາຍປະ​ເທດ​ໄດ້​ກ້າວໜ້າ​ພັດທະນາ​ດ້ວຍ​ການ​ສົ່ງ​ນອກ​ຜະລິດ​ຕະພັນ​ກະສິກຳ, ​ເຊັ່ນ​ອົດ​ສະຕຣາລີ ອາກຊັງ​ຕີນ ກາ​ນາ​ດາ... ສຳລັບ​ປະ​ເທດ​ຈຳນວນ​ໜຶ່ງ ​ພັດທະນາ​ກະສິກຳເປັນ​ມາດ​ຕະການ​ຕົ້ນຕໍ ​ເພື່ອກໍ່​ຕັ້ງ​ຕະຫຼາດ​ພາຍ​ໃນ​ປະ​ເທດ; ມີ​ບາງ​ປະ​ເທດ ​ໄດ້​ເອົາ​ການ​ພັດທະນາ​ກະສິກຳ ​ແລະ ອຸດສາຫະກຳ​ຊົນນະບົດ ​ເປັນມາດ​ຕະການ​ພື້ນຖານ ​ເພື່ອ​ແກ້​ໄຂຄວາມ​ຈຳ​ເປັນ​ຕ້ອງການ​ຂອງ​ຊີວິດ​ເສດຖະກິດ ​ໃນ​ໄລຍະ​ຕົ້ນ​ຂອງ​ການ​ຫັນ​ເປັນ​ອຸສາ​ຫະກຳ.

ທີ​ຫ້າ, ສຳລັບ​ປະ​ເທດ​ທີ່​ກ້າວ​ຂຶ້ນ​ສັງຄົມ​ນິຍົມ ​ເລີ່​ມຈາກ​ເສດຖະກິດ​ກະສິກຳ​ຫຼ້າ​ຫຼັງ​ນັ້ນ ບັນຫາ​ກຸນ​ແຈ​ແມ່ນ​ຕ້ອງ​ຂະຫຍາຍ​ການ​ຜະລິດ​ກະສິກຳ​ທີ່​ເປັນ​ສິນຄ້າ ​ເພື່ອ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕາມ​ທິດການ​ຜະລິດ​ຂະໜາດໃຫຍ່ ທັນ​ສະ​ໄໝ. ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ເຮົາ ກໍ່​ຄື​ບົນ​ຮຽນ​ປະສົບ​ການ​ຂອງບາງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຢັ້ງຢືນ​ບົດບາດ​ອັນ​ສຳຄັນທີ່​ສຸດ​ຂອງກະສິກຳ ​ແລະ ​ເສດຖະກິດ​ຊົນນະບົດ ຕໍ່​ກັບ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ກ້າວ​ຂຶ້ນ​ຈາກ​ກະສິກຳ. ​ໃນ​ສະ​ເພາະ​ໜ້າ​ກໍ່​ຄື​ຍາວ​ນານ, ພັດທະນາ​ກະສິກຳ ​ແລະ ​ເສດຖະກິດ​ຊົນນະບົດ ຕາມ​ທິດຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແມ່ນ​ພື້ນ​ຖານ​ເພື່ອ​ຍູ້​ແຮງການຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ ຕາມ​ທິດ​ສັງຄົມ​ນິຍົມ.

ທີ​ຫົກ, ຊົນນະບົດ​ເປັນ​ແຫຼ່ງສະໜອງ​ກຳລັງ​ຄົນ​ຕົ້ນຕໍ ​ເພື່ອ​ປະຕິບັດ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ວິວັດ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຊົນນະບົດຕາມ​ທິດ​ພັດທະນາ​ອຸດສາຫະກຳ ການ​ບໍລິການ ພ້ອມ​ດຽວ​ກັນ​ນັ້ນກໍ່​ເປັນ​ວິວັດ​ການ​ຍົກ​ຍ້າຍແຮງ​ງານ ຈາກ​ຂະ​ແໜງ​ກະສິກຳມາ​ໃນ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ບໍລິການ ​ເຊິ່ງຕາມ​ທິດ​ແຮງ​ງານ​ອຸດສາຫະກຳ ການ​ບໍລິການ​ເພີ່ມ​ຂຶ້ນ​ຢ່າງ​ເດັດ​ຖານ​ແລະ​ທຽບ​ຖານ, ສ່ວນ​ແຮງ​ງານ​ກະສິກຳ​ຫລຸດ​ລົງ​ຢ່າງເດັດ​ຖານ ​ແລະ ທຽບ​ຖານ.

2- ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັ​ກເຮົາ​ຍາມ​ໃດ​ກໍ່ຖື​ວ່າ “ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ ຂອງ​ວິວັດ​ການຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ” ຄື​ທີ່​ໄດ້​ລະບຸ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ X ວ່າ​ດ້ວຍກະສິກຳ ຊາວ​ກະສິກອນ ຊົນນະບົດ.

​ໃນ​ຊຸມປີ​ທີ່​ຜ່ານ​ມາ ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວທີ່​ສຳຄັນ. ​ໃບ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ແປງ​ໃໝ່, ກະສິກຳ​ຂະຫຍາຍຕົວຕາມ​ທິດ​ໝັ້ນຄົງຍືນ​ຍົງ, ລະບົບ​ການ​ເມືອງ​ຮາກ​ຖານ​ຢູ່​ເຂດ​ຊົນນະບົດ​ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ.

ກະສິກຳ​ສືບ​ຕໍ່​ຂະຫຍາຍຕົວ​ດ້ວຍ​ຄວາມ​ໄວ​ສູງ​ພໍ​ຄວນ, ຫຼາຍ​ກວ່າ 3% ຕໍ່​ປີ, ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ; ສະມັດ​ຕະພາບ ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຜະລິດກະສິກຳ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ; ສິນຄ້າ​ກະສິກຳ​ສົ່ງ​ນອກ​ບາງ​ປະ​ເພດ​ເຊັ່ນ ​ເຂົ້າສານ ກາ​ເຟ ຢາງພາລາ... ມີ​ທີ່​ຕັ້ງ​ສູງ​ໃນ​ຕະຫຼາດ​ໂລກ. ​ເສດຖະກິດ​ຊົນນະບົດຫັນປ່ຽນ​ຕາມ​ທິດ​ເພີ່ມ​ອຸດສາຫະກຳ ການ​ບໍລິການ ອາ​ຊິ​ບຫັດຖະກຳ; ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່. ​ໂຄງ​ສ້າງ​ພື້ນ​ຖານ​ເສດຖະກິດ-ສັງຄົມ ​ໄດ້​ຮັບ​ການ​ປັບປຸງ; ​ໃບ​ໜ້າ​ຊົນນະບົດ​ຢູ່​ຫຼາຍ​ແຫ່ງ ​ໄດ້​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ. ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ປະຊາຊົນ ຢູ່​ຊົນນະ​ບົດ​ເກືອບ​ທຸກເຂດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້ບັນ​ລຸ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ​ໄດ້​ຮັບ​ຄວາມ​ຊົມເຊີຍ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ. ປະຊາທິປະ​ໄຕ​ຢູ່​ຮາກ​ຖານ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ຄວາມ​ສະຫງົບ​ດ້າການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຄວາມ​ປອດ​ໄພ​ສັງຄົມ​ໄດ້​ຮັບ​ການ​ປົກ​ປັກຮັກສາ​ຢ່າງ​ໝັ້ນຄົງ. ນີ້​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ​ເພື່ອ​ປະຕິບັດ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

​ແຕ່​ວ່າ, ຄຽງຄູ່​ກັບ​ຜົນ​ງາມ​ຄວາມ​ກ້າວໜ້າ​ເຫຼົ່າ​ນັ້ນ, ກະສິກຳ ຊົນນະບົດຂອງ​ປະ​ເທດ​ເຮົາ​ຍັງ​ເປັນ​ຂົງ​ເຂດທີ່​ດ້ອຍ​ພັດ​ທະນາ, ຂະຫຍາຍຕົວ​ແບບ​ຂາດ​ຄວາມ​ຍືນ​ຍົງ; ພວມ​ປະສົບ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ ​ເຊັ່ນ​ການ​ລົງທຶນ​ໃຫ້​ແກ່​ກະສິກຳ ການ​ປ່າ​ໄມ້ ການລ້ຽງ​ປາ ​ປະມົງ ຍັງ​ບໍ່​ສົມ​ຄູ່​ກັບ​ບົດບາດທີ່​ຕັ້ງ​ຂອງ​ຂະ​ແໜງ​ເຫຼົ່າ​ນີ້; ຕົວ​ແບບ​ການຈັດ​ຕັ້ງ ຄຸ້ມ​ຄອງ​ການ​ຜະລິດ​ຍັງ​ບໍ່​ທັນ​ໝັ້ນຄົງ, ​ໂຄງ​ປະກອບ​ເສດຖະກິດ​ຍັງ​ມີ​ລັກສະນະ​ກະສິກຳ​ດຽວ​ລ້ວນ, ອຸດສາຫະກຳ ການ​ບໍລິການ​ຂະຫຍາຍຕົວ​ບໍ່ສົມ​ຄູ່​ກັບ​ຄວາມ​ຕ້ອງການ, ດັ່ງ​ນັ້ນ ​ແຮງ​ກົດ​ດັນຕໍ່​ກັບ​ວຽກ​ເຮັດ​ງານ​ທຳ​ຢູ່​ຊົນນະບົດ ຍັງ​ໜັກໜ່ວງ​ຫຼາຍ; ຕະຫຼາດ​ຊົນນະບົດຍັງ​ອ່ອນ​ນ້ອຍ ທີ່​ໄດ້​ເປັນ​ຜົນ​ກະທົບ​ທາງ​ລົບ​ຕໍ່​ກັບ “ສົ້ນ​ເຂົ້າ” ​ແລະ “ສົ້​ນ​ອອກ” ຂອງ​ການ​ຜະລິດ​ກະສິກຳ; ​ນະ​ໂຍບາຍ​ຂອງ​ລັດ ບາງ​ນະ​ໂຍບາຍມີ​ຄວາມ​ສັກສິດ​ໜ້ອຍ ບໍ່ພໍ​ເພື່ອ​ປຸກ​ກະ​ຕູ້ນ​ໃຫ້ການ​ຜະລິດ​ກະສິກຳຂະຫຍາຍຕົວ, ດັ່ງ​ນັ້ນ, ສະມັດ​ຕະພາບ​ຂອງ​ແຮງ​ງານ​ກະສິກຳ, ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​ກຳ​ສິກຳ​ຈຶ່ງ​ບໍ່​ສູງ... ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ ​ເຮັດ​ໃຫ້ກະສິກຳ ຊົນນະບົດ ຖຶກຖອຍຫຼັງ​ທຽບ​ກັບ​ອຸດສາຫະກຳ ການ​ບໍລິການ​ຢູ່​ໃນ​ຕົວ​ເມືອງ. ​ເພາະສະ​ນັ້ນ, ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ຈຶ່ງ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ ທັງ​ເປັນ​ເສັ້ນທາງທີ່​ສັ້ນ​ທີ່​ສຸດ ​ເພື່ອ​ພາກະສິກຳ ຊົນນະບົດຂອງ​ປະ​ເທດ​ເຮົາ​ພົ້ນ​ອອກ​ຈາກ​ສະພາບ​ຄວາມ​ຫຍຸ້ງຍາກ​ປັດຈຸບັນ ​ເພື່ອ​ພັດທະນາ​ການ​ຜະ​ລິດ​ສິນຄ້າ, ​ເພີ່ມ​ສະມັດ​ຕະພາບແຮງ​ງານ, ປົວ​ແປງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ພົນລະ​ເມືອງ​ຊົນນະບົດ.

ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ຢູ່​ປະ​ເທດ​ເຮົາ​ຕ້ອງ​ຮັບປະກັນ​ບັນດາຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ພື້ນຖານ: ຕາມ​ທິດ​ສັງຄົມ​ນິຍົມ, ຕິດ​ແໜ້ນ​ການ​ພັດທະນາ​ກຳລັງ​ການ​ຜະລິດ ກັບການ​ປັບປຸງ ບູລະນະ​ການ​ພົວພັນ​ການ​ຜະລິດ​ຢູ່​ຊົນນະບົດ, ກໍ່ສ້າງ​ຊົນນະບົດ​ໃໝ່; ຕັ້ງ​ຢູ່​ໃນ​ຍຸດ​ທະ​ສາດ​ການຫັນລະບົບ​ເສດຖະກິດ​ແຫ່ງ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ ​ເວົ້າ​ລວມ, ຮັບປະກັນ​ຜົນ​ປະ​ໂຫຍດ​ຮອບດ້ານຂອງປະ​ເທດ​ຊາດ ທັງ​ດ້ານ​ເສດຖະກິດ ສັງຄົມ, ຄວາມ​ສະຫງົບ ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ສິ່ງ​ແວດ​ລ້ອມ​ນິ​ເວດ​ວິທະຍາ; ຕັ້ງ​ຢູ່​ໃນ​ທ່າ​ອຽງ​ລວມ​ແຫ່ງ​ການ​ເຊື່ອມ​ໂຍງ​ເສດຖະກິດກັບ​ສາກົນ ​ແລະ ພາກ​ພື້ນ ແນ​ໃສ່​ຂຸດ​ຄົ້ນ​ທ່າ​ດີ​ປຽບທຽບ​ຂອງ​ປະ​ເທດ​ໃຫ້​ໄດ້​ຍິ່ງ​ຫຼາຍ​ຍິ່ງ​ດີ; ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ບົດຮຽນ​ອັນ​ເປັນ​ມູນ​ເຊື້ອ​ກັບ​ເຕັກ​ໂນ​ໂລ​ຊີ ​ເຕັກນິກ​ທັນ​ສະ​ໄໝຂອງ​ໂລກ​ຕາມ​ບາດກ້າວ​ທີ່​ສອດຄ່ອງ​ເໝາະ​ສົມ. ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດປັດຈຸບັນ​ຕ້ອງ​ປັບປຸງ​ສາຍ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງກະສິກຳ ຊາວ​ກະສິກອນ ຊົນນະບົດ ຕາມ​ທິດ: ຊາວ​ກະສິກອນ​ເປັນ​ເຈົ້າພາບ​ຂອງ​ວິວັດ​ການ​ພັດທະນາ ກໍ່ສ້າງ​ຊົນນະ​ບົດ​ໃໝ່ ​ໂດຍ​ຕິດ​ກັບ​ການ​ກໍ່ສ້າງ​ບັນດາ​ພື້ນຖານ​ອຸດສາຫະກຳ ການ​ບໍລິການ ​ແລະ ພັດທະນາ​ຕົວ​ເມືອງ​ຕາມ​ແຜນ​ກຳນົດ​ຜັງ​ເມືອງ​ເປັນ​ພື້ນຖານ, ພັດທະນາ​ຮອບດ້ານ, ຫັນກະສິກຳ​ເປັນ​ທັນ​ສະ​ໄໝ ​ເປັນ​ຫຼັກ​ແຫຼ່ງ.

​ເປົ້າ​ໝາຍ​ຂອງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດແມ່ນ ​ຍົກ​ສູງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງພົນລະ​ເມືອງ​ເຂດຊົນນະບົດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງເຂດ​ຕ່າງໆ, ​​ໃຫ້ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວ​ກວ່າ​ເຂດ​ອື່ນ, ​ໃຫ້​ຊາວ​ກະສິກອນ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ ມີ​ລະດັບ​ການ​ຜະລິດ​ເທົ່າ​ທຽມ​ກັບ​ລະດັບ​ຂອງ​ຊາວ​ກະສິກອນ​ໃນ​ບັນດາ​ປະ​ເທດກ້າວໜ້າ​ໃນ​ພາກ​ພື້ນ, ມີ​ຄຸນສົມບັດ​ທາງ​ການ​ເມືອງ ​ແລະ​ຄວາມ​ສາມາດ​ຢ່າງ​ພຽງພໍ​ ເພື່ອ​ເປັນ​ເຈົ້າ​ຊົນນະບົດ​ໃໝ່; ກໍ່ສ້າງ​ລະບົບ​ກະສິກຳ​ໃຫ້​ຂະຫຍາຍຕົວ​ຢ່າງຮອບດ້ານ​ຕາມ​ທິດ​ທັນ​ສະ​ໄໝ, ຍືນ​ຍົງ, ຜະລິດ​ເປັນ​ສິນຄ້າ​ຂະໜາດໃຫຍ່ ທີ່​ມີ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນສູງ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ; ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ມີ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມທັນ​ສະ​ໄໝ, ມີ​ໂຄງ​ປະກອບ​ເສດຖະກິດ ​ແລະ ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ທີ່​ສອດຄ່ອງ​ເໝາະ​ສົມ, ຕິດ​ແໜ້ນກະສິກຳ​ກັບ​ການ​ພັດທະນາ​ອຸດສາຫະກຳ ການ​ບໍລິການ ຕົວ​ເມືອງ​ຢ່າງ​ໄວ ​ຕາມ​ແຜນ​ກຳນົດ​ແຜນການ, ສັງຄົມ​ຊົນນະບົດ​ມີ​ສະຖຽນ​ລະ​ພາບ, ​ອຸດົມ​ໄປ​ດ້ວຍ​ສີສັນ​ວັດທະນະ​ທຳ​ແຫ່ງ​ຊາດ, ປັນຍາ​ຄວາມຮູ້​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ສິ່ງ​ແວດ​ລ້ອມ​ນິ​ເວດ​ວິ​ທະຍາ​ໄດ້​ຮັບການ​ປົກ​ປັກ​ຮັກສາ, ລະບົບ​ການ​ເມືອງ​ຢູ່​ຊົນນະບົດ​ພາຍ​​ໃຕ້​ການ​ນຳພາ​ຂອງ​ພັກ​ໄດ້​ຮັບ​ການ​ເພີ່ມ​ທະວີ.

ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝຈະ​ສ້າງ​ປະຖົມ​ປັດ​​ໄຈ​ດ້ານ​ວັດຖຸ-​ເຕັກນິກ ​ແລະ ​ເສດຖະກິດ-ສັງຄົມ ​ເພື່ອ​ດັດ​ປ່ຽນລະບົບ​ເສດຖະກິດ​ກະສິກຳ​ທີ່​ຍັງ​ດ້ອຍ​ພັດທະນາ ​ໃຫ້​ກາຍ​ເປັນ​ລະບົບ​ເສດຖະກິດ​ທີ່​ມີ​ໂຄງ​ປະກອບ​ນັບ​ມື້​ນັບ​ສົມ​ເຫດ​ສົມ​ຜົນ ບົນ​ພື້ນຖານ​ແຮ​ງງານ​ນຳ​ໃຊ້​ເຄື່ອງ​ຈັກ ​ແລະ ​ເຕັກນິກ ​ເຕັກ​ໂນ​ໂລ​ຊີ​ທີ່​ນັບ​ມື້​ນັບ​ທັນ​ສະ​ໄໝ. ກາຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝສ້າງ​ຮາກ​ຖານ ພື້ນຖານ​ວັດຖຸ​ເຕັກນິກ ​ໃຫ້​ແກ່​ການ​ສ້າງ​ຕັ້ງ ປັບປຸງ ບູລະນະ​ການ​ພົວພັນ​ການ​ຜະລິດ​ໃໝ່​ສັງຄົມ​ນິຍົມ ​ແລະ ປັບປຸງລະບົບ​ການ​ເມືອງ, ​ເພີ່​ມທະວີຄວາມ​ສະຫງົບ ປັບປຸງການ​ປ້ອງ​ກັນ​ປະ​ເທດ​ຢູ່​ເຂດ​ຊົນນະບົດ...

​ໃນ​ຊຸມ​ປີ​ສະ​ເພາ​ະໜ້າ, ຈະ​ເຕົ້າ​ໂຮມ​ບັນດາ​ແຫຼ່ງພະລັງ​ຢູ່​ພາຍ​ໃນ​ແລະ​ພາຍ​ນອກ ​ເພື່ອ​ຍູ້​ແຮງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ​ເຊິ່ງ​ເປັນ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ພາລະກິດການຫັນລະບົບ​ເສດຖະກິດ​ແຫ່ງ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ບັນຫາ​ນີ້​ກໍ່​ໄດ້​ຮັບ​ການ​ຢັ້ງຢືນ​ໃນຮ່າງ​ລາຍ​ງານ​ການ​ເມືອງຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XI ທີ່​ຈະ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ.

3- ກ່ຽວ​ກັບ​ທິດ​ທາງ, ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດຂອງ​ປະ​ເທດ​ເຮົາ​ຄວນ​ສຸມ​ໃສ່:

ທີ​ໜຶ່ງ, ຮັບ​ຮູ້​​ໃຫ້ເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງອັນສຳຄັນຂອງກະສິກຳ ຊົນນະບົດ ​ເຊິ່ງ​ເປັນ​ບ່ອນ​ດຳລົງ​ຊີວິດ​ຂອງ​ພົນລະ​ເມືອງ ​ແລະ ຄົນ​ຜູ້​ອອກ​​ແຮງ​ງານສ່ວນ​ຫຼາຍ​ໃນ​ສັງຄົມ ​ແລະ ກວມ​ເອົາທີ່​ດິນສ່ວນ​ຫຼາຍຂອງ​ປະ​ເທດ, ​ເປັນ​ບ່ອນ​ທີ່​ມີ​ເງື່ອນ​ໄຂ​ເພື່ອ​ພັດທະນາ, ​ເປັນ​ແຫຼ່ງພະລັງ​ພາຍ​ໃນ​ທີ່​ໃຫຍ່​ຫຼວງ ​ແລະ ພວມ​ເປັນ​ທ່າ​​ແຮງ​ຂອງ​ປະ​ເທດ​ເຮົາ.

ທີ​ສອງ, ​ເຕົ້າ​ໂຮມ​ລວມສູນ​ການ​ກໍ່ສ້າງ​ບັນດາ​ໂຄງການ​ລະອຽດ​ຕົວ​ຈິງຫຼາຍ​ກວ່າ​ອີກ ​ເພື່ອ​ຍູ້​ແຮງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ​ໃຫ້​ມັນ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ, ​ເຮັດ​ໃຫ້​ໃບ​ໜ້າ​ເສດຖະກິດ​ຊົນນະບົດ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ, ຫລຸດຜ່ອນ​ຄວາມທຸກ​ຍາກ ປົວ​ແປງ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ, ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ເທດ​ຊາດ​ມີ​ສະຖຽນ​ລະ​ພາບ ​ແລະ ​ພັດທະນາ​ແບ​ບຍືນ​ຍົງ​, ປະຕິບັດ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ.

ທີ​ສາມ, ຈັດ​ແບ່ງ​ແຫຼ່ງທຶນ​ທີ່​ລະດົມ​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ ເພື່ອ​ເອົາ​ສ່ວນທີ່​​ເໝາະ​ສົມລົງທຶນ​ໃຫ້ແກ່​ການ​ພັດທະນາກະສິກຳ ຊົນນະບົດ; ສ້າງ​ຕັ້ງບັນດາ​ສະຫະພັນ​ອຸດສາຫະກຳ-ກະສິກຳ-ການ​ບໍລິການ ຢູ່ບໍລິ​ເວນ​ທີ່​ມີ​​ເງື່ອນ​ໄຂ​ອຳນວຍ ​ເພື່ອ​ປຸງ​ແຕ່ງ​ສະບຽງ​ອາຫານ, ຜະລິດ​ເຄື່ອງມືການກະ​ເສດ, ຂະຫຍາຍ​ບັນດາ​ຂະ​ແໜງ​ບໍລິການ​ຮັບ​ໃຊ້​ການ​ຜະລິດ​ອຸດສາຫະກຳ ​ແລະ ການ​ຜະລິດ​ກະສິກຳ, ຍູ້​ແຮງ​ການ​ບໍລິການ​ວິທະຍາສາດ-​ເຕັກນິກ, ສະໜອງ​ວັດຖຸ​ອຸປະກອນ ​ແນວ​ພືດ​ແລະ​ພັນສັດ ​ແລະ ຮັບ​ຈຳໜ່າຍ​ຂາຍ​ຜະລິດ​ຕະພັນ​ກະສິກຳປ່າໄມ້ ສິນ​ໃນ​ນ້ຳ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ນະ​ໂຍບາຍ ​ແລະ ​ແກ້​ໄຂ​ “ຂອດ​ປຶກ​ຕັນ” ​ຕ່າງໆໃຫ້​ລຸລ່ວງ ​ເພື່ອ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ​ຢູ່​ຊົນນະບົດຢ່າງ​ແທ້​ຈິງ ​ແລະ ດຶງ​ດູ​ດ​ເອົາ​ແຫຼ່ງພະລັງ​ຕ່າງໆ​ ໃຫ້​ແກ່​ການ​ພັດທະນາຢ່າງຮອບດ້ານ ​ແລະ​ຍືນ​ຍົງ; ສົ່ງ​ເສີນ​ການ​ຂຸດ​ຄົ້ນ​ແລະ​ນຳ​ໃຊ້​ທີ່​ດິນຮົກ​ເຮື້ອ​ເປົ່າວ່າງ ພູດ​ອຍຫົວລົ້ນ ​ເຂົ້າ​ໃນ​ການ​ປູກຝັງ​ລ້ຽງສັດ; ຍູ້​ແຮງ​ການ​ກະ​ເສດ​ສຸມ, ​ເພີ່ມ​ສະມັດ​ຕະພາບ; ​ເພີ່ມ​ກຳລັງ​ຊື້ ​ແລະ ພັດທະນາ​ຕະຫຼາດ​ຊົນນະບົດ​ຢ່າງ​ໝັ້ນຄົງ.

ບົນ​ພື້ນຖານ​ດັ່ງກ່າວ​ນັ້ນ, ​ໃນ​​ໄລຍະ​ເວລາ​ຕໍ່ໜ້າ ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ຕ້ອງ​ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ວິທີ​ແກ້​ອັນ​ພື້ນຖານ 8 ໝວດ​ດັ່ງ​ນີ້:

ທີ​ໜຶ່ງ, ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດກະສິກຳ ຊົນນະບົດ ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ ບົນ​ພື້ນຖານ​ຮັບ​ປະ​ກັນຄວາມໝັ້ນຄົງດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. ກ່ອນ​ອື່ນ​ໝົດ ສ້າງ​ຕັ້ງ​ເຂດ​ຜະລິດ​ສິນຄ້າ​ລວມສູນ​ຂະໜາດ​ໃຫຍ່ ​ເພື່ອ​ໃຫ້​ມີ​ເງື່ອນ​ໄຂ​ໝູນ​ໃຊ້​ເຕັກນິກ ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ ເຂົ້າ​ໃນ​ການ​ປູກ​ພືດ​ລ້ຽງສັດ ປະ​ເພດ​ທີ່​ມີ​ຄຸນຄ່າ​ເສດຖະກິດ ​ແລະ ມີ​ລັກສະນະ​ສິນຄ້າ​ສູງ; ປະຕິບັດ​ການ​ປູກຝັງ​ແບບ​ສະ​ເພາະປະ​ເພດ ​ເພື່ອ​ໃຫ້​ມີ​ຜະລິດ​ຕະພັນ​ກະສິກຳ​ສິນຄ້າ​ເປັນ​ຈຳນວນ​ຫຼາຍ ມີ​ຄຸນ​ນະພາ​ບດີ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ອຸດສາຫະກຳ​ປຸງ​ແຕ່ງ, ​ເພີ່ມ​ມູນ​ຄ່າ​ຂາ​ອອກ​ຂອງ​ສິນຄ້າ​ກະ​ເສດຕະພັນ, ກວມ​ທັງ​ເຄື່ອງ​ປ່າ​ຂອງ​ດົງ ສິນ​ໃນ​ນ້ຳ ​ແລະ ຜະລິດ​ຕະພັນ​ການ​ປະມົງ, ບຸລິມະສິດ​ພັດທະນາ​ຕົ້ນ​ປູກ​ແລະ​ສັດລ້ຽງ​ທີ່​ມີ​ຂະໜາດ​ການ​ສົ່ງ​ນອກ​ໃຫຍ່​ພໍ​ຄວນ ​ແລະ ມີ​ຕະຫຼາດ​ຈຳໜ່າຍ​ທີ່​ໝັ້ນຄົງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຜະລິດ​ຕະພັນມີຄ່າ​ຫາ​ຍາກ​ທີ່​ປະ​ເທດ​ເຮົາ​ມີ​ທ່າ​ແຮງ. ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຊົນນະບົດ​ ຍັງ​ຕ້ອງ​ແນ​ໃສ່ຍົກອັດຕາ​ສ່ວນ ​ແລະ ຄວາມ​ໄວ​ໃນ​ການ​ພັດທະນາ​ ຂອງ​ອຸດສາຫະກຳແລະການ​ບໍລິການ ​ໃນ​ໂຄງ​ປະກອບ​ເສດຖະກິດ​ຊົນນະບົດ. ຢາກ​ໄດ້​ຄື​ແນວ​ນັ້ນ ​ແມ່ນ​ຕ້ອງ​ຖື​ເອົາ​ການພັດທະນາ​ເຕັກ​ໂນ​ໂລ​ຊີຊີວະ​ພາບ ເຕັກ​ໂນ​ໂລ​ຊີປຸງ​ແຕ່ງ ​ແລະ ເຕັກ​ໂນ​ໂລ​ຊີພາຍຫຼັງ​ການ​ເກັບ​ກ່ຽວ​ກະສິກຳ ປ່າ​ໄມ້ ປະມົງ ສິນ​ໃນ​ນ້ຳ ​ເພື່ອຍົກ​ສູງຄຸນຄ່າແລະຄວາມ​ສາມາດ​ແຂ່ງຂັນ​ຂອງສິນຄ້າ​ກະສິກຳ, ນັ້ນ​ເປັນ​ເນື້ອ​ໃນ​ແກ່ນສານ​ຂອງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝຕໍ່​ການ​ຜະລິດກະສິກຳ ​ແລະ ພັດທະນາ​ເສດຖະກິດຊົນນະບົດ.

ທີ​ສອງ, ພັດທະນາ​ອຸດສາຫະກຳ​ຊົນ​ນະ​ລົດ, ​ໂຄງ​ສ້າງ​ພື້ນຖານແລະ​ການ​ບໍລິການ ຢູ່​ຊົນນະບົດ, ດຳເນີນ​ການ​ແບ່ງ​ງານ​ຄືນ​ໃໝ່​ຢູ່​ຊົນນະບົດ ຕາມ​ທິດ​ຫລຸດຜ່ອນ​ແຮງ​ງາ​ກະສິກຳ​ດຽວລ້ວນລົງ ​ແລະ ​ເພີ່ມ​ແຮງ​ງານ​ໃນ​ບັນດາ​ຂະ​ແໜງ​ນອກ​ກະສິກຳ​ຂຶ້ນ ບົນ​ພື້ນຖານ​ພັດທະນາ​ບັນດາ​ຂະ​ແໜງ​ອາຊີບ, ອາຊີບ​ດັ້ງ​ເດີມ, ໝູ່​ບ້ານ​ອາຊີບ ອາຊີບອຸດສາຫະກຳ​ນ້ອຍ-ຫັດຖະກຳ, ອຸດສາຫະກຳ​ປຸງ​ແຕ່ງ, ອຸດສາຫະກຳ​ຊົນນະບົດ​ຜະລິດ​ເຄື່ອງ​ໃຊ້​ໄມ້​ສອຍ ​ແລະ ສິນຄ້າ​ສົ່ງ​ນອກ, ອຸດສາຫະກຳ​ຂຸດ​ຄົ້ນ​ແລະປຸງ​ແຕ່ງ​ວັດຖຸ​ດິບ​ນອກ​ກະສິກຳ, ອຸດສາຫະກຳ​ຜະລິດ​ອຸປະກອນ​ກໍ່ສ້າງ; ບັນດາ​ຮູບ​ການ​ບໍລິການ​ຮັບ​ໃຊ້​ການ​ຜະລິດ ​ແລະ ຊີວິດ​ຂອງ​ປະຊາຊົນ; ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມ​ກ່ຽວ​ກັບ​ໄຟຟ້າ, ຄົມມະນາຄົມ​ຂົນ​ສົ່ງ, ຂໍ້​ມູນ​ສື່​ສານ​ເຊື່ອມ​ຕໍ່​ລະຫວ່າງຕົວເມືອງ ແລະ ຊົນນະບົດ, ກໍ່​ຕັ້ງ​​ບັນດາ​ເຂດ​ຊຸມ​ຊົນ ບັນດາ​ສູນ​ບໍລິການ​ເສດຖະກິດ - ​ເຕັກນິກ - ການ​ຄ້າ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາລະບົບ​ກະສິກຳນິ​ເວດ​ວິທະຍາ ​ໃນ​ເຂດຊົນນະບົດ ​ແລະ ການ​ສ້າງ​ຊົນນະບົດ​ໃໝ່...

ທີ​ສາມ, ປະຕິບັດ​ນະ​ໂຍບາຍ​ທີ່​ດິນ​ຕາມ​ທິດ​ຊຸກຍູ້​ການ​ພັດທະນາກະສິກຳ​ຜະລິດ​ເປັນ​ສິນຄ້າ, ບົນ​ພື້ນຖານ​ນຳ​ໃຊ້​ດິນ​ນາ​ຢ່າງ​ມີ​ປະສິດທິ​ຜົນ. ອະນຸຍາດ​ໃຫ້ສະ​ສົມທ້ອນ​ໂຮມ​ດິນ​ນາ​ຢ່າງໂປ່​ງ​ໃສ, ​ແຕ່​ບໍ່​ເຮັດ​ໃຫ້​ຊາວ​ກະສິກອນພາກສ່ວນ​ໜຶ່ງ​ຕ້ອງ​ຕົກທຸກ​ໄດ້​ຍາກ. ການສະ​ສົມ​ທ້ອນ​ໂຮມ​ດິນ​ນາ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ຂະ​ແໜງອີ​ຊີບ, ພັດທະນາ​ອຸດສາຫະກຳ ​ແລະ ການ​ບໍລິການ​ຢູ່​ຊົນນະບົດ ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ຮັບ​ລາຍ​ໄດ້​ສູງ ​ໃຫ້​ພົນລະ​ເມືອງ​ຊົນນະບົດ.

ພັດທະນາ​ເສດຖະກິດ​ຟາ​ມກະ​ເສດ ດ້ວຍ​ບັນດາ​ຮູບ​ການ​ກຳມະສິດ​ທີ່​ຕ່າງ​ກັນ ຢູ່​ເຂດ​ທີ່​ມີ​ດິນ​ນາ​ຫຼາຍ, ບຸກ​ເບີດ​ທີ່​ດິນຮົກເຮື້ອວ່າງ​ເປົ່າ ​ເພື່ອ​ປູກຕົ້ນ​ໄມ້ນາມ​ປີ ລ້ຽງສັດ​ໃຫຍ່...

ທີ​ສີ່, ຍູ້​ແຮງ​ການ​ຄົ້ນຄວ້າ, ​ມອບ​ໂອນ, ປະ​ຢຸກ​ໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ປະຕິ​ບັດ​ການນຳ​ໃຊ້ຊົນລະປະທານ, ​ໄຟຟ້າ, ​ເຄື່ອງກົນ​ຈັກ; ​ເພີ່ມ​ທະວີ​ການ​ປະກອບ​ເຕັກນິກ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ການ​ຜະລິດກະສິກຳ ແລະ ຊົນນະບົດ, ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ເຕັກນິກທັນ​ສະ​ໄໝ​ໃຫ້​ຊາວ​ກະສິກອນ. ລັດ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ສ້າງ​ເງື່ອນ​ໄຂ​ເພື່ອ​ຍູ້​ແຮງ​ການ​ຜະລິດ​ເຄື່ອງ​ຈັກ ​ແລະ ນຳ​ໃຊ້​ເຄື່ອງ​ຈັກ​ຮັບ​ໃຊ້​ກະສິກຳ, ພິ​ເສດ​ແມ່ນ​ເຄື່ອງ​ຈັກ ​ເຄື່ອງ​ປະກອບ​ຂາ​ໜາດ​ກາງ ​ແລະ ນ້ອຍ. ຍົກສູງ​ເທື່ອລະ​ກ້າວລະດັບ​ເຕັກ​ໂນ​ໂລ​ຊີປຸງ​ແຕ່ງ​ຜະລິດ​ຕະພັນ​ກະສິກຳ, ​ເຕັກ​ໂນ​ໂລ​ຊີ​ພາຍຫຼັງ​ການ​ເກັບ​ກ່ຽວ. ຄັດ​ເລືອກ​ເຕັກ​ໂນ​ໂລ​ຊີ ​ແລະ ຮັບໂດຍໄວເອົາບັນດາ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ບັນດາ​ວິທີ​ຄຸ້ມ​ຄອງ​ທີ່​ກ້າວໜ້າ ​ຢູ່ໃນບັນດາ​ຂອດ ບັນດາ​ຂະ​ແໜງ​ຫຼັກ​ແຫຼ່ງ, ທີ່​ມີ​ຄວາມ​ໝາຍ​ຕັດສິນ ​ແລະ ກະທົບ​ໂດຍ​ກົງ​ເຖິງ​ການ​ປ່ຽນ​ແປງ​​ໃໝ່ ຍົກ​ສູງ​ລະດັບ​ເຕັກ​ໂນ​ໂລ​ຊີ​ຂອງ​ຫຼາຍ​ຂະ​ແໜງ​ການ​ທີ່​ຕ່າງ​ກັນ. ຊຸກຍູ້​ພັດທະນາ​ບັນດາ​ຂະ​ແໜງອຸດສາຫະກຳ​ຊົນນະບົດ ຕາມທ່າ​ແຮງທາງ​ດ້ານຄວາມ​ສາມາດ ​ແລະ ຝີ​ມື​ຄ່ອງ​ແຄ່ວຂອງ​ຄົນ​ຫວຽດນາມ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ນິຍົມ​ຂອງ​ຕະຫຼາດ. ອຸດສາຫະກຳ ​ແລະ ການ​ບໍ​ລິ​ການຈະ​ເປັນ​ຂະ​ແໜງ​ເສດຖະກິດ​ທີ່​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ສຳຄັນ ​ແລະ ກວມ​ເອົາ​ອັດຕາ​ສ່ວນ​ນັບ​ມື້​ນັບ​ຫຼາຍ ​ໃນ​ເສດຖະກິດ​ຊົນນະບົດ. ລັດ​ຊ່ວຍ​ເຫຼືອ​ກໍ່ສ້າງ​ພະນັກງານ​ວິທະຍາສາດ, ກຳມະກອນ​ເຕັກນິກ, ນັກທຸລະກິດ​ ໃຫ້​ແກ່ກະສິກຳ ຊົນນະບົດ.

ທີ​ຫ້າ, ​ເອົາ​ໃຈ​ໃສ່​ພັດທະນາ​ເປີດ​ກວ້າງ​ຕະຫຼາດ​ບໍລິ​ໂພ​ກຜະລິດ​ຕະພັນ​ກະສິກຳ​ຢູ່​ໃນປະ​ເທດ ​ແລະ ຕ່າງປະ​ເທດ. ​ເຮັດ​ໃຫ້​ທົ່ວ​ທັງ​ປະ​ເທດ​ກາຍ​ເປັນ​ຕະຫຼາດ​ໜຶ່ງ​ທີ່​ເປັນ​ເອກະ​ພາບ, ພັດທະນາ​ການ​ຜະລິດ ​ແລະ ເພີ່ມກຳລັງຊື້ ​ຂອງ​ພົນລະ​ເມືອງ, ປັບປຸງ​ລະບົບ​ການ​ຄ້າ​ຊົນນະບົດ. ສ້າງ​ໃຫ້​ມີ​ສິນຄ້າ​ກະສິກຳ​ສົ່ງ​ນອກ​ທີ່​ເປັນ​ຫຼັກ​​ແຫຼ່ງຈຳນວນ​ໜຶ່ງ ທີ່​ຫວຽດນາມ​ມີ​ທ່າ​ແຮງ ​ແລະ ມີ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ໂລກ. ລົງທຶນ​ໃຫ້​ວຽກ​ງານ​ຄົ້ນຄວ້າຕະຫຼາດ, ວຽກງານ​ການ​ຕະຫຼາດ ​ແລະ ການສົ່ງເສີມ​ການ​ຄ້າ ​ເພື່ອ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ນອກ​ຜະລິດ​ຕະພັນ​ກະສິກຳ. ຮັກສາ ​ແລະ ​ເປີດ​ກວ້າງ​ຕະຫຼາດ​ທີ່​ໄດ້​ສ້າງ​ຂຶ້ນ​ມາ​ແລ້ວ, ຍູ້​ແຮງ​ການ​ຊອກ​ຫາ​ຕະຫຼາດ​ໃໝ່, ​ເປີກກວ້າງການ​ພົວພັນ​ການ​ຄ້າ​ສາກົນ​ດ້ວຍ​ຫຼາຍ​ຮູບ​ແບບ ​ແລະ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ, ຫລຸດຜ່ອນ​ການ​ລວມສູນ​ໃສ່​ພຽງ​ແຕ່​ບາງ​ຄູ່​ຮ່ວມ ​ແລະ ຫລຸດຜ່ອນ​ການ​ຊື້​ຂາຍ​ຜ່າ​ນນາຍ​ໜ້າ ​ເພື່ອ​ແນໃສ່​ເພີ່ມ​ປະ​ສິດທິ​ຜົນ​ການ​ສົ່ງ​ນອກ ​ແລະ ສ້າງ​ຕະຫຼາດ​ໃຫ້ມີ​ຄວາມໝັ້ນຄົງ​.

ທີ​ຫົກ, ສົ່ງ​ເສີມ ແລະ ອຳນວຍ​ຄວາມ​ສະດວກ ໃຫ້​ທຸກ​ພາກສ່ວນ​​ເສດຖະກິດ​ໃນ​ຂົງ​ເຂດ​ກະສິກຳ ຢູ່​ເຂດ​ຊົນນະບົດ ​​ໄດ້ພັດທະນາ​ການ​ຜະລິດ ທຸລະ​ກິດ. ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ໃນກະສິກຳ ຊົນນະບົດຕ້ອງ​ຕິດ​ແໜ້ນ​ກັບ​ການ​ຫັນປ່ຽນ ກໍ່ສ້າງ ​ແລະ ພັດທະນາ​ບັນດາ​ຮູບ​ການ​ເສດຖະກິດຮ່ວມ​ມື ບົນ​ພື້ນຖານ​ສະໝັກ​ໃຈຂອງ​ຄອບຄົວ​ຊາວນາ ຕາມ​ທິດ​ຫັນປ່ຽນ​ສະຫະກອນ​ແບບ​ເກົ່າ ​ເປັນ​ສະຫະກອນ​ແບບ​ໃໝ່ ຫຼື​ສ້າງ​ຕັ້ງ​ສະຫະກອນ​ແບບ​ໃໝ່ທີ່​ເຮັດ​ການ​ບໍລິການ​ໃຫ້​ເສດຖະກິດ​ຄອບຄົວ, ​ເຊັ່ນ​ບໍລິການ​ເຕັກນິກ, ປາບ​ສັດຕູ​ພືດ, ຂະຫຍາຍ​​ແນວພັນ ​ແລະ ສະໜອງ​ແນວ​ພັນ; ບໍລິການ​ໄຟຟ້າ ນ້ຳ; ບໍລິການ​ການຄາດ​ໄຖ​ນາ; ບໍລິການ​ການ​ເງິນ; ບໍລິການ​ການ​ຄ້າ, ຊື້​ຂາຍ​ຜະລິດ​ຕະພັນ...

ຂະຫຍາຍກວ້າງຕົວ​ແບບ​ເຊື່ອນ​ໂຍງ​ເສດຖະກິດ​ຄອບຄົວ​ຊາວນາ, ບັນດາ​ຮູບ​ການ​ເສດຖະກິດ​ຮ່ວມ​ມື ​ແລະ ສະຫະກອນ, ບັນດາ​ນິຄົມ​ກະ​ເສດ ນິຄົມ​ປ່າ​ໄມ້, ​ເສດຖະກິດ​ຟາ​ມກະ​ເສດ ​ຕິດ​ກັບບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ແລະ​ຈຳໜ່າຍ​ຜະລິດ​ຕະພັນ, ຊ່ວຍ​ເຫຼືອ​ແນະນຳ​​ໃຫ້ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ ຮ່ວມ​ແຮງ​ພັດທະນາ​ການ​ຜະລິດ​ຂະໜາດ​ໃຫຍ່ ທີ່ມີ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ​ສູງ.

ທີ​ເຈັດ, ​ແກ້​ໄຂ​ຂໍ້ຄົງຄ້າງ​ຕ່າງໆ ທາງ​ດ້ານ​ນະ​ໂຍບາຍ ​ແລະ ລະບຽບ​ກົດໝາຍ ​ເພື່ອ​ສ້າງ​ກຳລັງໝູນ​ໃໝ່​ແນ​ໃສ່​ຊຸກຍູ້​ໃຫ້​ເສດຖະກິດ-ສັງຄົມ​ຊົນນະບົດ​ ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ໝັ້ນຄົງ, ສົ່ງ​ເສີມ​ການສ້າງ​ຄວາມ​ຮັ່ງມີທີ່​ຊອບ​ດ້ວຍ​ກົດໝາຍ ​ໄປ​ຄຽງ​ຄູ່​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ບັນດາ​ຊັ້ນ​ວັນນະ​ປະຊາຊົນ​ຢູ່​ຊົນນະບົດ. ​ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ແລະ ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ​ຂອງ​ບັນດາ​ທ້ອງ​ຖິ່ນ ​ແລະ​ຂັ້ນ​ຕ່າງໆ ​ໃນ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຄອບຄົວ​ຊາວນາ, ບັນດາ​ພາກສ່ວນ​ເສດຖະກິດ​ຢູ່​ຊົນນະບົດ ​ແລະ ທຸກ​ກຳລັງ​ທີ່​ມີ​ຄວາມ​ຕ້ອງການ​ແລະ​ຄວາມ​ສາມາດ​ລົງທຶນ​ພັດທະນາ​ກະສິກຳ ອຸດສາຫະກຳ ອຸດສາຫະກຳ​ນ້ອຍ-ຫັດຖະກຳ ​ແລະ ການ​ບໍລິການ​ຢູ່​ຊົນະ​ບົດ ຖືກຕ້ອງຕາມ​ກົດໝາຍ​ຂອງ​ລັດ.

ທີແປດ, ຕິດ​ແໜ້ນ​ຂະ​ບວນວິວັດ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ກັບ​ການ​ປະຕິບັດ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຖື​ເອົາ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ເປົ້າ​ໝາຍ ທັງ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ, ທັງ​ເປັນ​ໜ້າ​ທີ່​ອັນ​ຮີບ​ດ່ວນ ສຳຄັນ​ເປັນ​ພິ​ເສດ​ ໃນ​ພາລະກິດ​ການຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ເວົ້າ​ລວມ ​ແລະ ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນກະສິກຳ ຊົນນະບົດ ​ເວົ້າ​ໂດຍ​ສະ​ເພາະ. ຜ່ານ​ນັ້ນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງທັງ​ໝົດ, ຄວາມ​ຮ່ວມ​ຈິດ​ຮ່ວມ​ໃຈ ຮ່ວມ​ແຮງກັນ​ຂອງທົ່ວ​ສັງຄົມ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ. ບັນດາ​ອົງຄະ​ນະມະ​ຫາ​ຊົນ​ຂົນຂວາຍ​ໃຫ້ສະມາຊິກ​ຂອງ​ຕົນ ສະໜັບສະໜູນ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ໃນຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕິດ​ແໜ້ນ​ຂະ​ບວງການ​ແຂ່ງຂັນ ກັບການສືບ​ຕໍ່​ຍູ້​ແຮງການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ກັບ​ການສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ການ​ຂົນຂວາຍ​ທົ່ວປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ ​ຢູ່​ເຂດ​ຊຸມ​ຊົນ ​ແລະ ບັນດາ​ຂະ​ບວນການ​ແຂ່ງຂັນ​ອື່ນໆ./.

ຮສ.ດຣ. ຫວູ ວັນ ຝຸກ
 ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ, ກຳມະການ​ສະພາ​ທິດ​ສະ​ດີ​ສູນ​ກາງ

;

同类别新闻