ຍິງລາວ ໃນຖານະ ເປັນລູກໄພ້ຄົນຫວຽດນາມ

12:56 2018/11/01

ຍສໝ - ເອົາກັນໄດ້ 30 ປີມີລູກນຳກັນ 4 ຄົນ ແຕ່ວ່າ ແມ່ເຖົ້າ ຈັນເທບ ບຸນທິລາດ ເປັນຄົນ ໂອນໃຫຍ່ ( ແຂວງ ສາລະວັນ) ຢູ່ນຳກັນໄດ້ ປະມານ 5 ປີ. ວັນເວລາທີ່ຍັງເຫຼືອ ເພິ່ນໄດ້ສະຫຼະໝົດທຸກສິ່ງຢ່າງໃຫ້ແກ່ຜູ້ເປັນຜົວເຂົ້າຮ່ວມໃນການຕໍ່ສູ້ທົ່ວສະໜາມຮົບ ຫວຽດນາມ ແລະ ລາວ. ເກືອບ 30 ປີ ພາຍຫຼັງກັບມາຫວຽດນາມ, ເພິ່ນຍັງມີຄວາມຕຶ້ນຕັນໃຈ ກັບຄວາມຫຼັງ ກໍ່ຄືຄວາມຊົງຈຳໃນອາດີດ.

ຍິງລາວ ໃນຖານະ ເປັນລູກໄພ້ຄົນຫວຽດນາມ

ໃນພາເຂົ້າສາມັກຄີ ສະຫະພັນ ອົງການມິດຕະພາບ ຫວຽດນາມ, ແຂວງນິງບິ່ງ ໄດ້ເຊີນຜູ້ແທນລາວ ຈຳນວນ 50 ທ່ານ ເຂົ້າຮ່ວມ ງານລ້ຽງ ມິດຕະພາບ ຫວຽດນາມ-ລາວ, ນັ່ງຢູ່ໂຕະທາງເຂົ້າປະຕູໃຫຍ່ ມີແມ່ເຖົ້າຜູ້ໜຶ່ງ ອາຍຸປະມານ 80ປີ ນັ່ງງຽບໆ ນຳ້ຕາກ້າມໜ່ວຍ. ຂ້ອຍນັ່ງລົງຂ້າງໆ ຖາມ “ ເປັນຫຍັງໃນວັນແຫ່ງຄວາມສຸກ ຂອງສອງປະເທດ ມື້ນີ້ ແມ່ເຖົ້າຄືໄຫ້?”

ແມ່ເຖົ້າ ຈັນເທບ ບຸນທິລາດ ຊື້ງໃຈຈົນນຳ້ຕາໄຫຼ ໃນພາເຂົ້າສາມັກຄີ.

ຍັງບໍ່ທັນເວົ້າຫຍັງຈັກຄຳ, ແມ່ເຖົ້າ ຈັນເທບ ບຸນທິລາດ  ນຳ້ຕານໄຼຫອອກມາທົ່ວໜ້າທົ່ວຕາ. ຕົນໂຕສັ່ນ ຈົກເອົາຮູບສອງໃບອອກມາຈາກ ກະເປົາ ເປັນຮູບຂາວດຳ ໃນຊອງຖົງຢາງນ້ອຍໆ ຫຍໍ້ຍ້ອນຜ່ານມາຫຼາຍປີແລ້ວ. ໃບໜຶ່ງແມ່ນຮູບຂອງຜູ້ເປັນຜົວຖ່າຍໃນປີ 1956 , ອີກໃບໜຶ່ງແມ່ນຮູບຂອງ ທັງສອງຄົນຜົວເມຍ ແລະ ລູກຊາຍຜູ້ທີສາມ. ໃຕ້ພາບ ຂຽນວັນທີ 15/9/1976. ສຳລັບເພິ່ນແລ້ວນີ້ແມ່ນສິ່ງທີ່ມີຄ່າອັນຫາແນວປຽບບໍ່ໄດ້ ຕິດຕົວຂອງເພິ່ນມາເປັນເວລາ ຫຼາຍສິບປີ ຜ່ານມາ. ດ້ວຍຄວາມຈົດຈຳພາສາຫວຽດຍັງໄດ້ດີ, ເພິ່ນໄດ້ເລົ່າສູ່ໝູ່ເພື່ອນຄົນຫວຽດນາມ ກ່ຽວກັບກັບເລື່ອງລາວຂອງການເປັນໄພ້ຄົນຫວຽດຂອງຕົນ.

ພາບຖ່າຍຂາວດຳ ສອງໃບ ທີ່ແມ່ເຖົ້າ ຈັນເທບ ນຳຕິດຕົວຢູ່ຕະຫຼອດເວລາ.

ເກີດແລະໃຫຍ່ຂື້ນມາຢູ່ບ້ານ ໂອນໃຫຍ່, ເມືອງ ເລົ່າງາມ, ແຂວງ ສາລະວັນ ພາກໃຕ້ລາວ ໃນຄອບຄົວ ມີອ້າຍນ້ອງ 6 ຄົນ, ແມ່ເຖົ້າ ຈັນເທບ ບຸນທິລາດ ແມ່ນຜູ້ຍິງຄົນດຽວ. ພໍ່ເປັນທະຫານ ຕໍ່ສູ້ຢູ່ສະໜາມຮົບລາວ, ແມ່ເຂົ້າຮ່ວມໃນວຽກງານ ສະຫະພັນແມ່ຍິງ, ອ້າຍນ້ອງທຸກຄົນ ລ້ວນແລ້ວແຕ່ເຂົ້າຮ່ວມໃນການຕໍ່ຕ້ານ. ຄອບຄົວມີມູນເຊື້ອປະຕິວັດ, ໃຫຍ່ໃນເວລາທີ່ປະເທດຕໍ່ສູ້ກັບຈັກກະພັດ ຝລັງ່ຜູ້ຮຸກຮານ, ແມ່ເຖົ້າຈັນເທບ ຮ່ວມກັບແມ່ເຂົ້າຮ່ວມໃນການເຄື່ອນໄຫວປະຕິວັດ ໃນ ກະຊວງພາຍໃນ, ວຽກທຳອິດແມ່ນການເຊື່ອງເອົາພະນັກງານຫວຽ,ນາມ ແລະ ສົ່ງຂ່າວ.

ສາຍແນນກໍ່ຄືວາດສະໜາພາມາພົບພໍ້ກັບ ຊາຍໜຸ່ມຫວຽດນາມ ຫວຽດ ໂຮ່ເຕິມ ( ເມືອງ ຕຸຍຮວ່າ, ແຂວງຟູ໋ອຽນ, ສສ ຫວຽດນາມ) ກໍ່ໄດ້ກໍ່ເກີດຂື້ນ ໃນສະໄໝຕໍ່ຕ້ານ. ປີ 1952, ຄອບຄົວຂອງແມ່ເຖົ້າ ຈັນເທບ ໄດ້ຮັບເອົາ ທະຫານຫວຽດນາມ 3 ສະຫາຍ ທີ່ຕໍ່ສູ້ຢູ່ລາວມາເປັນລູກຮັກ. ຕອນນັ້ນແມ່ເຖົ້າ ອາຍຸປະມານ 17 ປີ, ເປັນຜູ້ຍິງທີ່ງົດງາມ ອາດຈະເວົ້າໄດ້ວ່າງາມສຸດຂອງບ້ານ ໂອນໃຫຍ່. ແມ່ເຖົ້າຈັນເທບ ໄດ້ມອບຄວາມຮັກໃຫ້ຊາຍໜຸ່ມ ຕຸຍຮວ່າຍາມໃດກໍ່ບໍ່ຮູ້. ຕອນທີ່ທະຫານຫວຽດນາມ ລີ້ຊ່ອນໂຕຢູ່ໃນປ່າເລິກ, ແມ່ເຖົ້າຈັນເທບ ທິດໜຶ່ງ, ບາງເທື່ອກໍ່ອາດຈະທຸກໆມື້ ທີ່ເພີ່ນໄດ້ສົ່ງເຂົ້າສົ່ງນຳ້ ແລະ ອຳນວຍຄວາມສະດວກທຸກຢ່າງໃຫ້ແກ່ອ້າຍນ້ອງທະຫານ. ບາງເທື່ອກໍ່ເຮັດຄືໄປນາ, ບາງເທື່ອກໍ່ເຮັດຄືແບກຄາດແບກໄຖໄປໄຮ່, ບາງເທື່ອກໍ່ເຮັດຄືໄປຫາຟືນ....ເປັນແນວນັ້ນຈິ່ງເຮັດໃຫ້ເຄື່ອງໜູນຕ່າງໆໂດຍສະເພາະແມ່ເຂົ້າປາອາຫານ ໄປເຖິງອ້າຍນ້ອງທະຫານຫວຽດນາມໄດ້ທັນທ່ວງທີ. ແມ່ເຖົ້າຈັນເທບໄດ້ເລົ່າສູ່ຝັງວ່າ: “ ບາງເທື່ອກໍ່ຍ່າງປະມານ 4 ຫຼັກ, ບາງເທື່ອກໍ່7-8 ຫຼັກ, ບາງຄັ້ງກໍ່ຍ່າງຮອດ 10 ຫັຼກຈິ່ງເຂົ້າໄປເຖິງບ່ອນທີ່ອ້າຍນ້ອງທະຫານຫວຽດນາມລີ້ຊ່ອນຕົວ. ຕອນທີ່ບໍ່ສະບາຍ ກໍ່ຄືຕອນທີ່ຟ້າຕົກຝົນລົງ ແມ່ນຫຍຸ້ງຍາກຫາແນວປຽບບໍ່ໄດ້.

ແມ່ເຖົ້າຈັນເທບ ສົ່ງກໍ່ຄືການລຳລຽງອາຫານ ແລະ ຂ່າວສານ ໃຫ້ແກ່ທະຫານອາສາສະໝັກ ຫວຽດນາມ ໃນປ່າເລິກໄດ້2ປີ, ເພິ່ນໄດ້ຖືກພວກທະຫານສື່ສານຂອງ ພວກຝັ່ງຮູ້, ເດືອນສິງຫາ ປີ 1954 ເພື່ອຫຼີກລ້ຽງຄວາມສ່ຽງ ແມ່ເຖົ້າໄດ້ຮັບ ຄະນະການປະຕິວັດລາວ ສົ່ງໄປຫວຽດນາມ ເຄື່ອນໄຫວ ໃນບົດບາດເປັນ ເລຂາ ກະຊວງພາຍໃນ. ປີ 1956 ພາຍຫຼັງເວລາອັນຍາວນານ ແລະ ຄວາມຫຍຸ້ງຍາກ, ແມ່ເຖົ້າຈັນເທບ ແລະ ພໍ່ເຖົ້າ ໂຮ່ ຫວຽດເຕີມ ໄດ້ຮັບການຕົກລົງຈາກ ອົງການຈັດຕັ້ງ ໃຫ້ແຕ່ງງານກັນ ຢູ່ ເກິ້ມເວິນ, ເມືອງເກິ້ມທຸ້ຍ ແຂວງແທັງຫວ໋າ.

ເອົາກັນໄດ້ອາທິດໜຶ່ງ ພໍ່ເຖົ້າ ເຕິມ ກໍ່ໄດ້ຖືກສົ່ງໄປ ໂມກເຈົາ ຕໍ່ສູ້. ສູ້ຊົນຢູ່ບ້ານເພິ່ນເມືອງໄກ, ຫຼັງຈາກໄດ້ຮັບການອົບຮົມ ເດືອນໜຶ່ງ ເພິ່ນກໍ່ໄດ້ເຂົ້າເປັນແພດ ຢູ່ ເມືອງເກີ້ມທຸ້ຍ ຮອດປີ 1962 ຈັ່ງໄດ້ປ່ຽນມາເຮັດຢູ່ບໍລິສັດ ຕຳ່ແຜ່ນ 8 ເດືອນ 3. ປີ 1957 ໃຫ້ກຳເນີດລູກ ຜູ້ທຳອິດ ແລະ ອີກສອງໃນໄລຍະຕໍ່ມາຢູ່ຫວຽດນາມ ແຕ່ມີພຽງເພິ່ນຄົນດຽວທີ່ເປັນຜູ້ດູແລະ ເບິ່ງແຍງ ຍ້ອນຜູ້ເປັນເສົາຫຼັກຕ້ອງໄປຕໍ່ສູ້.

ປີ 1972 ພໍ່ເຖົ້າ ໂຮ່ ຫວຽດເຕິມ ຖືສັດຕູຈັບ ແລະ ສົ່ງໄປຂັງຢູ່ ເກາະ ໂກນດ້າວ. ເພື່ອຫຼີກລ້ຽງການສືບເສາະຫາຄອບຄົວຂອງຕົນ, ຄອບຄົວຂອງແມ່ເຖົ້າຈັນເທບ ໄດ້ຍ້າຍກັບເມືອລາວ. ເກືອບ 20 ປີຈາກບ້ານ, ພາສາລາວເລືອນລາງ, ສີ່ແມ່ລູກໄດ້ຮຽນພາສາລາວຄືນ. ແມ່ເຖົ້າຈັນເທບ ໄດ້ເຂົ້າເຮັດວຽກຢູ່ ໂຮງງານຕຳ່ແຜ່ນ ຢູ່ບ້ານເກີດ. ປີ 1977 ພາຍຫຼັງຫຼາຍປີຖືກສັດຕູທໍລະມານ, ຄຸກລົ້ນ(ເຕັມ) ພໍ່ເຖົ້າ ເຕິມ ໄດ້ກັບລາວ ໃນຄະນະທີ່ຕົນຕົວເຕັມໄປດ້ວຍຄວາມເຈັບປວດທໍລະມານ ແລະ ບາດເຈັບ. ແມ່ເຖົ້າຈັນເທບ ໄດ້ໃຫ້ກຳເນີດລູກຜູ້ທີ 4 . ແຕ່ຄິດວ່າເທື່ອນີ້ຄົງຈະແມ່ນເວລາທີ່ຄອບຄົວຈະຢູ່ຮ່ວມກັນຢ່າງປຸ້ມລຸມ ແລະ ເປັນສຸກບໍ່ຕ້ອງຈາກກັນໄກອີກ ຕອນທີ່ເຈັບໄຂ້ໄດ້ປ່ວຍ. ແຕ່ຢູ່ຮ່ວມກັນໄດ້ບໍ່ທັນເທົ່າໃດ ພໍ່ເຖົ້າເຕິມຕ້ອງໄດ້ກັບຫວຽດນາມເພື່ອໄປຮັກສາຢູ່ ໂຮງໝໍ ທະຫານ 108. ແມ່ເຖົ້າຈັນເທບ ກໍ່ຕ້ອງໄດ້ຫອບຜ້າຫອບແພ ໄປນຳຜູ້ທີ່ຮັກ ເພື່ອເບິ່ງແຍງດູແລຢູ່ໂຮງໝໍ.

ເດືອນມັງກອນ ປີ 1980 ແມ່ເຖົ້າຂໍຕົວຂອງຜູ້ເປັນຜົວກັບເມືອລາວ ເພື່ອສະດວກໃນການຮັກສາ ແລະ ເບິ່ງແຍງ. ປີ 1986, ຮູ້ຕົວວ່າສຸກຂະພາບຂອງຕົນບໍ່ແຂງແຮງແລ້ວ ພໍ່ເຖົ້າເຕິມ ໄດ້ພາຜູ້ເປັນເມຍກັບ ເມືອບ້ານເກີດ ຟູ໋ອຽນ 3 ເດືອນ, ກັບເມືອລາວໄດ້ 1 ປີ ພໍ່ເຖົ້າກໍ່ເສຍ. ແມ່ເຖົ້າຈັນເທບ ໄດ້ເລົ່າວ່າ: “ ນັ້ນແມ່ນຄັ້ງທຳອິດທີ່ຕົນໄດ້ໄປບ້ານເກີດຂອງຜູ້ເປັນທີ່ຮັກຂອງຕົນ. ໄດ້ຮັບການເປີດໂຕແນະນຳໃຫ້ຍາດຕິພີ່ນ້ອງທັງສອງກຳ້ສອງຝ່າຍ. ທັງໄປທັງກັບລວມແລ້ວພຽງແຕ່ 3 ເດືອນເທົ່ານັ້ນ. ສຳລັບຂ້ອຍແລ້ວນັ້ນແມ່ນຄວາມສຸກທີ່ສຸດຂອງຂ້ອຍ”.

ກັບມາຫວຽດນາມເທື່ອນີ້ ຮ່ວມພາເຂົ້າສາມັກຄີ ແມ່ເຖົ້າເວົ້າດ້ວຍຄວາມຊຶ້ງໃຈວ່າ: ແກງຜັກຫວານ, ແກງກະປູ, ສົ້ມໜາກເຂືອ ເຮັດໃຫ້ຂ້ອຍຄິດເຖິງຄວາມຫຼັງໃນອາດີດ 40 ປີກ່ອນ ທີ່ເຄີຍນັ່ງກິນກັບຄອບຄົວຂອງຕົນຢູ່ຫວຽດນາມ. ມາຮອດດຽວນີ້ຄວາມສຸກ ມີເພີ່ມຂື້ນເປັນຄູນສອງ ເມື່ອຂ້ອຍໄດ້ລູກໄພ້ສອງຄົນເປັນຄົນຫວຽດນາມ ຢູ່ ນະຄອນໂຮ່ຈີ໋ມິງ ແລະ ຮ່າໂນ້ຍ.

(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll