ວັນທີ 12 ຕຸລາ, ຮອງນາງງາມຫວຽດນາມ 2018 ເຟືອງງາ ຈະມີການປະກວດຊຸດປະຈຳຊາດ ໃນຂອບເຂດການປະກວດ ນາງງາມສັນຕິພາບໂລກ (Miss Grand International) 2018. ໃນມໍ່ໆມານີ້ ເຟືອງງາ ໄດ້ຖະແຫຼງຂ່າວກ່ຽວກັບ ຊຸດຂອງລາວທີ່ຈະນຸ່ງເຂົ້າປະກວດໃນຄຳ່ຄືນດັ່ງກ່າວ. ຊຸດປະຈຳຊາດມີຊື່ວ່າ: “ຫງູ໋ຟຸ້ງ ເຕ່ຟີ” ຂອງນັກອອກແບບ ແຂັ໋ງ Shyna. ຊຸດດັ່ງກ່າວມີສີຫັຼກແມ່ນສີທອງຄຳ ລາດສະວັງ, ໃຊ້ວັດຖຸດິບ ຄື ໄໝມີ່ປະສົມກັບ ແພໄໝເກົ່າແກ່, ຕາມແນວຄວາມຄິດ ກ່ຽວກັບ ຫງູ໋ຟຸ້ງ ແລະ ຟ໊າບລາມ ເຫວ້.
ຊຸດປະຈຳຊາດ ອອກແບບໂດຍ ນັກອອກແບເສື້ອຜ້າ ແຂັ໋ງ Shyna . (ພາບ: Mr. AT)
ເຟືອງງາ ໄດ້ໃຫ້ສຳພາດວ່າ: ລາວມີຄວາມຕື່ນເຕັ້ນຫຼາຍ ຍ້ອນນີ້ແມ່ນຄັ້ງທຳອິດທີ່ຈະໄດ້ນຸ່ງຊຸດປະຈຳຊາດ ສະແດງ-ແນະນຳ ໃຫ້ແກ່ແຂກຜູ້ຊົມສາກົນ. ເຟືອງງາ ຫວັງເປັນຢ່າງຍິ່ງວ່າ ຈະເຮັດໄດ້ດີໃນການປະກວດເພື່ອຊ່ວຍໃຫ້ ຊຸດຍາວ ຫວຽດນາມ (ອ໋າວຢ່າຍ) ສ້າງຄວາມຊົງຈຳອັນຈົບງາມໃຫ້ແກ່ຜູ້ຊົມຕ່າງປະເທດ.
ຊຸດປະຈຳຊາດ ອອກແບບໂດຍ ນັກອອກແບເສື້ອຜ້າ ແຂັ໋ງ Shyna . (ພາບ: Mr. AT)
ຮູ້ມາວ່າ ນັກອອກແບບເສື້ອຜ້າ ແຂັ໋ງ Shyna ອົດນອນ 3ມື້ 3ຄືນ ເພື່ອຈະເຮັດສຳເລັດຊຸດປະຈຳຊາດດັ່ງກ່າວ ນັບແຕ່ມື້ເລີ່ມແຕ້ມໂຄງຮ່າງແນວຄວາມຄິດ, ຍ້ອນໄລຍະເວລາກະກຽມໃຫ້ແກ່ການປະກວດດັ່ງກ່າວນີ້ສັ້ນເກີນໄປ.
ເຟືອງງາ ສາມາດສື່ສານດ້ວຍພາອັງກິດີ ສະນັ້ນຈິງສາມາດເຂົ້າກັບຜູ້ຮ່ວມປະກວດໄດ້ໄວ.
ກ່ອນໜ້ານີ້ທີ່ຈະເລີ່ມງານການປະກວດ ໃນວັນທີ 12 ຕຸລານີ້, ເຟືອງງາ ໄດ້ໃຫ້ສຳພາດວ່າ: ລາວກໍ່ມີຄວາມຕື່ນເຕັ້ນຫຼາຍສົມຄວນ ເພາະນີ້ແມ່ນຄັ້ງທຳອິດ ຈະໄດ້ໃສຊຸດປະຈຳຊາດ ແນະນຳໃຫ້ແກ່ທ່ານຜູ້ຊົມທົ່ວໂລກ, ແຕ່ລາວໃຫ້ຄຳໝັ້ນສັນຍາວ່າຈະສະແດງ ແລະ ເຮັດໜ້າຂອງຕົນຢູ່ບົນເວທີຢ່າງສຸດຄວາມສາມາດເພື່ອນຳພາບລັກຂອງ ຊຸດຍາວ ຫວຽດນາມ(ອ໋າວຢ່າຍ)ສ້າງຄວາມປະທັບໃຈ ແລະ ເຮັດໃຫ້ທ່ານຜູ້ຊົມທົ່ວໂລກມີຄວາມຊົງຈຳທີ່ດີຕໍ່ກັບຊຸດປະຈຳຊາດຫວຽດນາມ.
ເຟືອງງາ ເກີດປີ 1998 ສູງ 1,72ມ, ສັດສ່ວນ 84-64-92
(ຫັດທະບູນ)