ຄິດຮອດ ຊາເຢັນແຄມທາງຮ່າໂນ້ຍ ເມື່ອໄກຫ່າງ

14:35 2019/04/04

ຍສໝ - ໃຜທີ່ເຄີຍໃຊ້ຊີວິດ ຢູ່ຮ່າໂນ້ຍ, ຈະໄລຍະສັ້ນ ຫຼື ຍາວ ເມື່ອຕ້ອງຈາກໄປໄກ ຕ້ອງມີສິ່ງໃດສິ່ງໜຶ່ງຕິດເປັນຄວາມຊົງຈຳ...

ຄິດຮອດ ຊາເຢັນແຄມທາງຮ່າໂນ້ຍ ເມື່ອໄກຫ່າງ

ບາງຄົນຄິດຮອດ ຖະໜົນຫົນທາງ, ຮ່ອມຊອກຊອຍເກົ່າແກ່ ແລະ ຄັບແຄບ, ອຶດອັດ, ອຶກກະທຶກ ແຕ່ມັນຝັງໄວ້ໃນຫົວສະໝອງ, ບາງຄົນຄິດຮອດ ບັນຍາກາດແຄມໜອງເຕົ່າ, ກາເຟໃສ່ໄຂ່, ສາວຮ່າໂນ້ຍຜູ້ອ່ອນນ້ອມເວົ້າສຽງພາກເໜືອ ທີ່ມີຄວາມໜ້າຮັກ, ຄີງບາງ, ມີສະເໜ່.

ບາງຄົນກໍ່ຄິດຮອດ ອາຫານການກິນທີ່ເປັນເອກກະລັກ ບໍ່ປົນກັບພາກໃດ, ປະເທດໃດໝົດນອກຮ່າໂນ້ຍ ເປັນຕົ້ນແມ່ນ: ເຝີ, ເຂົ້າໜຽວ, ເຂົ້າປູ້ນ, ເສັ້ນລ້ອນ, ອາຫານນາໆຊະນິດຈ່ອງດຶງໃຈຄົນຢາກກັບ ແລະ ຜູກຕິດຄົນກໍາລັງຢູ່......


ຍັງມີອີກໜຶ່ງຄວາມຄິດຮອດອັນລຽບງ່າຍດາຍກວ່ານັ້ນ, “ລຽບງ່າຍ” ກວ່າທີ່ໜ້ອຍຄົນຈະໄດ້ເຫັນ, ໄດ້ນັ່ງຢູ່ບ່ອນນັ້ນ, ທົດລອງມັນ ແລະ ຄິດຮອດມັນ. ຄວາມຄິດຮອດຄິດເຖິງນັ້ນບໍ່ມີຄວາມພິເສດຄືອາຫານຫຼາຍຮ້ອຍພັນ, ບໍ່ຄືເຍື່ອງອາຫານທີ່ໄດ້ຮັບການຍົກວ່າເປັນຈານແຫ່ງຄວາມສຸດຍອດ, ບໍ່ເຮັດໃຫ້ຫົວໃຈພາກຊ້າຍຕ້ອງເຈັບປວດຄືກັນກັບສາວນະຄອນຫຼວງ, ບໍ່ເຮັດໃຫ້ຕ້ອງເກັບໄປຝັນຄືຄວາມງາມ ແລະ ເກົ່າແກ່ຂອງຖະໜົນເກົ່າຮ່າໂນ້ຍ, ແຕ່ມັນເປັນສິ່ງທີ່ທຳມະດາຂອງ ຮ່າໂນ້ຍ. ບໍ່ສົນໃຈວ່ານະຄອນຫຼວງຮ່າໂນ້ຍ ຈະນັບມື້ນັບປ່ຽນແປງ ຫັນທັນສະໄໝ-ຫັນເປັນອຸດສາຫະກຳແນວໃດ... 

“ມັນ” ຍັງຄົງຢູ່ຈຸດເດີມ, ມັນບໍ່ສະທົບສະທ້ານຕໍ່ກັບຄວາມທັນສະໄໝ ແລະ ເຕັກໂນໂລຊີທີ່ກັດເຂົ້າເລິກເຂົ້າໄປໃນຈິດສຳນຶກ ແລະ ພຶດຕິກາ ຂອງຜູ້ຄົນ. ມັນຍັງຄົງສະຫງ່າຜ່າເຜີຍ ຕັ້ງຢູ່ຕາມແຄມທາງ, ຮ່ອມ, ຊອຍທົ່ວໄປ. ມັນຍັງຄົງຕົວາຜ່ານການເວລາ, ບໍ່ສົນຕໍ່ກັບຄວາມສີວິໄລ ຂອງ Starbucks (ສະຕາບັກ), Highland Coffee (ຮາຍແລນ ຄອບຟີ້)  ທີ່ເປີດຢູ່ທົ່ວທຸກມຸມຂອງມະຫານະຄອນຕ່າງໆ...


ມັນ ແມ່ນຫຍັງ ຄືມາມີ “ຄົງກະພັນ”ແທ້ ? ຄຳຕອບແມ່ນ ຊາເຢັນແຄມທາງ(ພາສາຫວຽດເອີ້ນວ່າ: ຈ່າດ໋າ ເວ້ຍແຮ່)...

ເປັນເຄື່ອງດື່ມທໍາມະດາສາມັນນີ້ລະ ບໍ່ຮູ້ວ່າເກີດຂື້ນມາ ແລະ ຂາຍ ຢູ່ທົ່ວທຸກຫົນແຫ່ງ ຢູ່ນະຄອນຮ່າໂນ້ຍ ມາດົນປານໃດແລ້ວ, ຜູ້ຂຽນກໍ່ບໍ່ມີແນວຄິດທີ່ຈະຊອກຮູ້ຄວາມເປັນມາຂອງ “ຊາເຢັນແຄມທາງ” ນີ້ເລີຍ.

ຮູ້ແຕ່ວ່າ ແຕ່ຄາວເປັນເດັກນ້ອຍ ມາຮອດປະຈຸບັນ, ການຳ້ຊາຂອງພໍ່ດື່ມມາແຕ່ສະໃໝທີ່ຜູ້ຂຽນຍັງນ້ອຍໆ, ກວ່າ 30 ປີ ກິນນຳ້ຊານີ້ບໍ່ຮູ້ຈັກຈອກ, ບໍ່ຮູ້ກິນມາຈັກຮ້ານ ທົ່ວປະເທດທີ່ມີແຜນທີ່ໂຕ ເອສ (S) ນີ້...


ນຳ້ຊາເຢັນ ເປັນຄື ລົມຫາຍໃຈ, ໃນເມື່ອການຫາຍໃຈເປັນສິ່ງທີ່ເຮັດເປັນປະຈຳຈົນຄົນເຮົາບໍ່ຄ່ອຍໃຫ້ຄວາມສຳຄັນ ຈົນກະທັ້ງຫາຍໃຈຍາກຈັ່ງເຂົ້າໃຈ “ໂອ, ທີ່ຈິງເຮົາຍັງມີຊີວິດຢູ່, ຫາຍໃຈຍາກຈັ່ງແມ່ນເປັນສິ່ງທີ່ໜ້າຢ້ານ”.


 ນໍ້າຊາເຢັນກໍ່ຄືກັນ. 10 ປີ ກ່ອນ, ມີລາຄາພຽງຈອກລະ 1.000 ດົ່ງ, ລາຄາຖືກຈົນແຂກຜູ້ຊື້ບໍ່ຄ່ອຍສົນໃຈ, ພິຖີພິຖັນ ແລະ ຮຽກຮ້ອງວ່າຕ້ອງ ແຊບ ແລະ ບຳລຸງຮ່າງກາຍຢ່າງໃດໝົດ.

ປະເພດຊາ ທີ່ນຳມາຊົງ ຕາມຮ້ານແຄມທາງ ບໍ່ຕ້ອງຊັ້ນສູງ  “ເປັນເອກກະລັກ” ຄືຊາ ຖ໋າຍ ຫງວຽນ, ຍ້ອນລາຄາຖືກຊິໄປຮຽກຮ້ອງເຖິງຄຸນນະພາບໄດ້ແນວໃດ, ຊາແຫ້ງ ລາຄາປະມານ ຊາວ-ສາມສິບພັນຕໍ່ໂລ. ເຈົ້າຂອງຮ້ານແມ່ນແມ່ປ້າ, ນ້າສາວ ແຖວຮ່ອມເຮືອນດຽວກັນ, ບາງຮ້ານກໍ່ແມ່ນຮ້ານນຳ້ຊາທີ່ເກົ່າແກ່, ບາງຮ້ານກໍ່ແມ່ນຜູ້ທີ່ຍັງບໍ່ທັນມີວຽກເຮັດງານທຳ, ບາງຄົນກໍ່ບໍ່ມີວິຊາຊີບ, ໃນເມື່ອຕ້ອງປາກກັດຕີຖີບຊອກຢູ່ຫາກິນ ກໍ່ຕ້ອງຫັນມາຂາຍນຳ້ຊາເຢັນເພື່ອຊື້ເຂົ້າກິນ. 
(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll