ທ່ານປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ປະດັບຫຼຽນໄຊແຮງງານ ຊັ້ນສອງ ໃຫ້ແກ່ໜັງສືພິມ ຜູ້ແທນປະຊາຊົນ.( ພາບ: VOV )
ກ່າວຄຳເຫັນ ທີ່ກອງປະຊຸມ ຕ່າງໜ້າ ຄະນະກຳມະການ ປະຈຳສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດ ທ່ານ ຟຸ່ງກ໋ວກ ຫ້ຽນ ສັນລະເສີນ ຜົນສຳເລັດທີ່ ໜັງສືພິມຜູ້ແທນປະຊາຊາຊົນບັນລຸໄດ້ໃນ 30 ກວ່າປີທີ່ຜ່ານມາ; ຢັ້ງຢືນວ່າ ຫຼຽນໄຊແຮງງານ ຊັ້ນສອງ ແມ່ນຂອງຂວັນອັນລຳ້ຄ່າ ທີ່ພັກແລະ ລັດຖະບານມອບໃຫ້, ຮັບຮູ້ເຖິງຄຸນງາມຄວາມດີປະກອບສ່ວນຢ່າງເໝາະສົມ ຂອງໝູ່ຄະນະ ພະນັກງານການນຳ, ບັນນາທິການ, ນັກຂ່າວ, ພະນັກງານຂອງ ໜັງສືພິມ.
ທ່ານປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ປະດັບຫຼຽນໄຊແຮງງານ ຊັ້ນສອງ ໃຫ້ແກ່ໜັງສືພິມ ຜູ້ແທນປະຊາຊົນ.( ພາບ: VOV )
ທ່ານຮອງປະທານສະພາ ແຫ່ງຊາດ ຟຸ່ງກ໋ວກ ຫ້ຽນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ໜັງສືພິມ ຜູ້ແທນປະຊາຊົນ ແມ່ນໜັງສືພິມທີ່ມີຄວາມໜ້າເຊື່ອຖື ສະໜອງຂໍ້ມູນຂ່າວສານ ອັນຕໍ່ເນື່ອງລຽນຕິດ ຄົບຖ້ວນໂດຍພື້ນຖານ ແລະ ທ່ວງທັນເວລາ ກ່ຽວກັບການເຄື່ອນໄຫວຂອງ ສະພາແຫ່ງຊາດ, ຄະນະກຳມະການ ປະຈຳສະພາແຫ່ງຊາດ, ບັນດາອົງການກໍ່ຄືຫ້ອງການ ສະພາແຫ່ງຊາດ, ຜູ້ແທນສະພາແຫ່ງຊາດ, ສະພາປະຊາຊົນ ແລະ ຜູ້ແທນສະພາປະຊາຊົນ ທຸກໆຂັ້ນ; ປະກອບສ່ວນຍົກສູງບົດບາດທີ່ຕັ້ງ, ໜ້າທີ່ຂອງອົງການຜູ້ແທນປະຊາຊົນ, ຜູ້ແທນຂອງປະຊາຊົນ ປະກອບສ່ວນເຂົ້າໃນການເຜີຍແຜ່ ນຳເອົາລະບຽບກົດໝາຍສູ່ຊີວິດການເປັນຢູ່ຂອງປະຊາຊົນ ສະທ້ອນແນວຄິດ ຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນ ຂື້ນເຖິງສະພາແຫ່ງຊາດ , ສະພາປະຊາຊົນທຸກໆຂັ້ນ.
(ຫັດທະບູນ)