ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ

19:11 2019/06/17

ໃນວັນທີ 14 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ພິຈາລະນາ ແລະ ຮັບຮອງ ຮ່າງກົດໝາຍ ວ່າດ້ວຍ ການຕອບໂຕ້ ການທຸ່ມຕະ ຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ ສະບັບສ້າງໃໝ່, ເຊິ່ງສະເໜີໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ທັງນີ້, ເພື່ອປົກປ້ອງ ຜູ້ຜະລິດພາຍໃນ ທີ່ໄດ້ຮັບຜົນກະທົບ ຈາກການ ແຂ່ງຂັນ ທີ່ບໍ່ເປັນທຳ, ແນໃສ່ຮັບປະກັນ ຜູ້ຜະລິດ ສິນຄ້າ ນຳເຂົ້າ ປະກອບສ່ວນ ເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ສະພາແຫ່ງຊາດ ຮັບຮອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ .

ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ໃຫ້ເຫັນ ສະພາບ ການຈັດຕັ້ງ ປະຕິບັດ ພັນທະພາຍຫລັງ ການເຂົ້າເປັນ ສະມາຊິກ ອົງການການຄ້າໂລກ ເຊິ່ງວຽກງານ ດັ່ງກ່າວນີ້ ແມ່ນວຽກງານໃໝ່ ພາຍໃຕ້ເງື່ອນໄຂ ການເຊື່ອມໂຍງ ເສດຖະກິດກັບພາກພື້ນ ແລະ ສາກົນ ທີ່ຍັງບໍ່ເຄີຍ ຈັດຕັ້ງປະຕິບັດ ມາກ່ອນຢູ່ລາວ. ໃນຄວາມໝາຍ ຂອງອົງການ ການຄ້າໂລກ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດ ຜູ້ສົ່ງອອກ ຖືວ່າເປັນການ ແຂ່ງຂັນ ດ້ານການຄ້າ ທີ່ບໍ່ເປັນທຳ ເນື່ອງຈາກ ຈະເຮັດໃຫ້ເກີດ ການບິດເບືອນ ທາງດ້ານລາຄາ ຂອງສິນຄ້າ; ຈຸດປະສົງ ຂອງການທຸ່ມຕະຫລາດ ແມ່ນເພື່ອກົດໜ່ວງ ລາຄາສິນຄ້າ ຂອງປະເທດຄູ່ຄ້າ ແລະ ເຮັດໃຫ້ ຜູ້ຜະລິດ ສິນຄ້າພາຍໃນ ຂອງປະເທດຄູ່ຄ້າ ບໍ່ສາມາດ ແຂ່ງຂັນ ກັບສິນຄ້າ ນຳເຂົ້າໄດ້. ສ່ວນການຊ່ວຍ ໜູນຂອງປະເທດ ຜູ້ສົ່ງອອກ  ໝາຍເຖິງ ການຊ່ວຍເຫລືອ ທາງດ້ານການເງິນ ໂດຍລັດຖະບານ ທັງທາງກົງ ຫລື ທາງອ້ອມ ໃຫ້ແກ່ແຜນການ, ໂຄງການ, ຂະແໜງອຸດສາຫະກຳ ຫລື ກະສິກຳໃດໜຶ່ງ ເພື່ອເຮັດໃຫ້ ເກີດຜົນປະໂຫຍດ ສະເພາະ. ສຳລັບສິນຄ້າ ທີ່ຖືກນຳໃຊ້ ມາດຕະການ ຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດ ຜູ້ສົ່ງອອກ ສ່ວນຫລາຍ ແມ່ນກຸ່ມຜະລິດ ຕະພັນໂລຫະ, ເຄມີ, ພລາສະຕິກ ຫລື ຢາງ, ເຄື່ອງກົນຈັກ ແລະ ອຸປະກອນ ເອເລັກໂທຣນິກ, ລວມທັງອາຫານ, ພືດຜັກ, ຢາສູບ, ສັດທີ່ມີຊີວິດ ແລະ ຜະລິດຕະພັນຈາກສັດ.

ພາຍໃຕ້ເງື່ອນໄຂ ການເຊື່ອມໂຍງ ເສດຖະກິດ ກັບພາກພື້ນ ແລະ ສາກົນ ກໍຄືເປີດກວ້າງ ເສລີທາງດ້ານ ການຄ້າ ແລະ ສະພາບແວດລ້ອມ ໃນການດໍາເນີນ ທຸລະກິດ ທີ່ມີການແຂ່ງຂັນ ນັບມື້ສູງຂຶ້ນ ເຊິ່ງຜູ້ສົ່ງອອກ ຫລື ລັດຖະບານ ຂອງປະເທດຜູ້ສົ່ງອອກ ອາດຈະໃຊ້ ມາດຕະການ ສົ່ງເສີມການຄ້າ ທີ່ເຮັດໃຫ້ເກີດ ການແຂ່ງຂັນ ທີ່ບໍ່ເປັນທໍາ; ເຮັດໃຫ້ເກີດການ ບິດເບືອນ ທາງດ້ານລາຄາ ຕົວຈິງ ຂອງສິນຄ້າ ເພື່ອຄວາມໄດ້ປຽບ ໃນການແຂ່ງຂັນ, ຜົນກະທົບທີ່ຕາມມາ ແມ່ນຈະສ້າງ ຄວາມເສຍຫາຍ ຕໍ່ຜູ້ຜະລິດສິນຄ້າ ພາຍໃນ ຂອງປະເທດ ຜູ້ນໍາເຂົ້າ ຄື: ເຮັດໃຫ້ສິນຄ້າ ຖືກກົດລາຄາ ໃຫ້ຕໍ່າລົງ, ສ່ວນແບ່ງ ຕະຫລາດ ຫລຸດລົງ ເຮັດໃຫ້ຜູ້ຜະລິດ, ຜະລິດຕະພາບ, ການຈ້າງງານ, ອັດຕາ ການຈະເລີນ ເຕີບໂຕ ຂອງຜູ້ຜະລິດ ສິນຄ້າພາຍໃນ ຫລຸດລົງເຊັ່ນກັນ ແລະ ໃນທີ່ສຸດກໍລົ້ມລະລາຍ. ຕໍ່ກັບບັນຫາດັ່ງກ່າວ, ອົງການຄ້າໂລກ ອະນຸຍາດໃຫ້ ສະມາຊິກຂອງຕົນ ສາມາດນໍາໃຊ້ ມາດຕະການ ຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດ ຜູ້ສົ່ງອອກ ເພື່ອປົກປ້ອງ ຜູ້ຜະລິດສິນຄ້າ ພາຍໃນ ທີ່ໄດ້ຮັບ ຄວາມເສຍຫາຍ ຈາກການຄ້າ ທີ່ບໍ່ເປັນທໍາ ດັ່ງກ່າວ ດ້ວຍການນໍາໃຊ້ ມາດຕະການ ຂຶ້ນອັດຕາພາສີ ນໍາເຂົ້າຂອງສິນຄ້ານັ້ນ ໃນໄລຍະເວລາ 5 ປີ ແລະ ສາມາດສະເໜີ ສືບຕໍ່ນໍາໃຊ້ ພາຍຫລັງ ມີການທົບທວນຄືນ ໂດຍແນໃສ່ ແກ້ໄຂຄວາມເສຍຫາຍ ທີ່ເກີດຂຶ້ນ ແລະ ເຮັດໃຫ້ຜູ້ຜະລິດສິນຄ້າພາຍໃນ ສາມາດສືບຕໍ່ ການເຄື່ອນໄຫວ ທຸລະກິດ ມີຄວາມເຂັ້ມແຂງ ເຕີບໃຫຍ່ຂະຫຍາຍຕົວ.

ທ່ານ ນາງ ເຂັມມະນີ ພົນເສນາ ລະບຸຕື່ມວ່າ: ການນໍາໃຊ້ມາດຕະການຕອບໂຕ້ ພາຍໃຕ້ຮ່າງກົດໝາຍສະບັບນີ້, ແມ່ນບໍ່ຂັດກັບ ກະແສການເປີດກວ້າງ ການຄ້າເສລີ ໃນຍຸກເຊື່ອມໂຍງ ເສດຖະກິດ ກັບສາກົນໃນປັດຈຸບັນ, ແຕ່ເປັນມາດຕະການທີ່ຈໍາເປັນ ຊຶ່ງອົງການການຄ້າໂລກອະນຸຍາດໃຫ້ປະເທດສະມາຊິກ ນໍາໃຊ້ເປັນເຄື່ອງມືເພື່ອປົກປ້ອງການຜະລິດພາຍໃນ ຈາກການຄ້າທີ່ບໍ່ເປັນທໍາ ໂດຍການປະຕິບັດມາດຕະການດັ່ງກ່າວ ຕ້ອງສອດຄ່ອງກັບເນື້ອໃນສັນຍາວ່າດ້ວຍ ການຕ້ານການທຸ່ມຕະຫລາດ ແລະ ສັນຍາວ່າດ້ວຍ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ແລະ ມາດຕະການຕອບໂຕ້ ຂອງອົງການຄ້າໂລກ. ການສ້າງກົດໝາຍ ສະບັບນີ້, ແມ່ນມີ ຄວາມຈໍາເປັນຢ່າງຍິ່ງ ເນື່ອງຈາກວ່າ ສປປ ລາວ ຕ້ອງປະຕິບັດຕາມ ພັນທະສັນຍາ ຂອງຂອງອົງການຄ້າໂລກ ທີ່ໄດ້ກໍານົດວ່າ: ລັດຖະບານລາວ ຕ້ອງສ້າງກົດໝາຍ ວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດ ຜູ້ສົ່ງອອກ ກ່ອນຈະມີການ ນໍາໃຊ້ມາດຕະການ ດັ່ງກ່າວ. ເພາະວ່າລາວ ຈະບໍ່ສາມາດນໍາໃຊ້ ທັງສອງມາດຕະການ ຕາມຫລັກການ ຂອງອົງການຄ້າໂລກ ຖ້າບໍ່ມີນິຕິກໍາພາຍໃນຮັບຮອງ.

ການສ້າງກົດໝາຍດັ່ງກ່າວ, ແມ່ນມີຄວາມສໍາຄັນ ແລະ ບໍ່ສາມາດສ້າງເປັນນິຕິກໍາລຸ່ມກົດ   ໝາຍ, ເນື່ອງຈາກ ມາດຕະການ ຕອບໂຕ້ນັ້ນ ແມ່ນການຂຶ້ນ ອັດຕາພາສີ ຕໍ່ສິນຄ້ານໍາເຂົ້າ ທີ່ມີການທຸ່ມຕະຫລາດ ຫລື ໄດ້ຮັບການ ຊ່ວຍເຫລືອ ຂອງປະເທດ ຜູ້ສົ່ງອອກ ທີ່ສ້າງຜົນ ກະທົບຕໍ່ສິນຄ້າ ທີ່ຄ້າຍຄືກັນ ທີ່ຜະລິດຢູ່ໃນລາວ. ໃນນີ້, ການປັບປ່ຽນ ຂຶ້ນອັດຕາພາສີ ແມ່ນສິດ ຂອງສະພາແຫ່ງຊາດ, ຖ້າສ້າງເປັນດໍາລັດ ຫລື ນິຕິກໍາອື່ນ ທີ່ອອກໂດຍ ລັດຖະບານ ແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້.

ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 9 ໝວດ ແລະ 69 ມາດຕາ, ເມື່ອຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະຊ່ວຍເຮັດໃຫ້ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນ ໃນການດໍາເນີນທຸລະກິດ ຢູ່ລາວຫລາຍຂຶ້ນ ດ້ວຍການຊ່ວຍເຫລືອ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທໍາ ຂອງຜູ້ຜະລິດ ສິນຄ້າພາຍໃນ ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີຄວາມສາມາດ ໃນການຜະລິດ ແລະ ການແຂ່ງຂັນ ຍັງບໍ່ສູງ; ສົ່ງເສີມໃຫ້ທຸລະກິດເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ສະພາບແວດລ້ອມ ໃນການແຂ່ງຂັນທຸລະກິດທີ່ເປັນທໍາ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ; ທັງຈະເປັນປະໂຫຍດ ໃຫ້ແກ່ການຮັກສາ ສະຖຽນລະພາບ ທາງດ້ານເສດຖະກິດ ໂດຍລວມ, ເຮັດໃຫ້ໜໍ່ແໜງ ການຜະລິດພາຍໃນ ມີການຂະຫຍາຍຕົວ, ການຈ້າງງານເພີ່ມຂຶ້ນ ເຊິ່ງເປັນຜົນດີ ໃຫ້ແກ່ການເກັບ ລາຍຮັບຂ ອງລັດຖະບານ. ສິ່ງສຳຄັນ ຈະເປັນເຄື່ອງມື ສໍາຄັນຂອງລັດຖະບານ ໃນການຕອບໂຕ້ ຕໍ່ກັບການຄ້າທີ່ບໍ່ເປັນທໍາ ຈາກການທຸ່ມຕະຫລາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ ເພື່ອໃຫ້ຜູ້ຜະລິດ ກໍຄື ທຸລະກິດພາຍໃນລາວ ສາມາດສືບຕໍ່ ການເຄື່ອນໄຫວທຸລະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍ ຕົວຢ່າງໝັ້ນທ່ຽງ.

ສສຊ ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ. (ພາບ: ສະຫວາດ+ເກດສະໜາ)

ກ່ອນໜ້ານັ້ນ ສສຊ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ ການທຸ່ມຕະຫລາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ. ຮ່າງກົດໝາຍດັ່ງກ່າວ, ສະເໜີ ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນວາລະດຳເນີນ ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ VIII ໃນວັນທີ 14 ມິຖຸນາ 2019, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ໂດຍຈະໃຊ້ເວລາ ປະກອບຄຳຄິດ ຄຳເຫັນ ເປັນເວລາ 1 ມື້ ຈຶ່ງຈະໄດ້ສະເໜີ ເພື່ອພິຈາລະນາ ຮັບຮອງເອົາ. ບົນພື້ນຖານ ຂອງການ ປະກອບຄຳເຫັນ, ສສຊ ເຫັນດີເປັນເອກະພາບ ແລະ ສະແດງ ຄວາມຍ້ອງຍໍ ຊົມເຊີຍ ຕໍ່ອະນຸກຳມະການ ກະກຽມຮ່າງກົດໝາຍ ສະບັບນີ້, ເຊິ່ງເຫັນວ່າ ມີເນື້ອໃນ ມີຫລາຍອັນທີ່ຈະແຈ້ງ ແລະ ສາມາດຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ຂອງການ ພັດທະນາ ເສດຖະກິດ ໃນຍຸກເຊື່ອມໂຍງ,​ ພ້ອມທັງເນັ້ນວ່າ ກົດໝາຍສະບັບນີ້ ມີຄວາມໝາຍ ຄວາມສໍາຫລາຍ ແລະ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງຮັບຮອງ ເນື່ອງຈາກວ່າ ຈະເຮັດໃຫ້ການຜະລິດ ໂດຍສະເພາະ ການຜະລິດພາຍໃນ ຂອງປະເທດ ມີຄວາມໝັ້ນຄົງ, ສືບຕໍ່ຂະຫຍາຍຕົວ, ມີການພັດທະ ນາ, ມີຄວາມເຂັ້ມແຂງ ແລະ ສາມາດ ແຂ່ງຂັນ ກັບປະເທດອື່ນໆໄດ້ ໃນເງື່ອນໄຂ ກົດກະຕິກາ ຂອງອົງ ການຄ້າໂລກ.

ການປະກອບ ຄຳເຫັນ ໂດຍສ່ວນໃຫຍ່ ແມ່ນໄດ້ສຸມໃສ່ ຕາມຄຳຖາມ ເຈາະຈີ້ມ ຂອງປະທານກອງປະຊຸມ ໂດຍສະເພາະ ຊື່ຂອງກົດໝາຍ, ມາດຕາ 2 ການຕອບໂຕ້, ການທຸ່ມຕະຫລາດ ແລະ ການຊ່ວຍໜູນ, ມາດຕາ 16 ການຄິດໄລ່ປະລິມານການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ, ການສືບຫາຂໍ້ມູນ, ການນຳໃຊ້ມາດຕະການ ຕອບໂຕ້ ແລະ ການແບ່ງຄວາມຮັບຜິດຊອບ. ຕະຫລອດເວລາ 1 ວັນເຕັມ, ບັນດາ ສສຊ ກໍໄດ້ສະເໜີບາງເນື້ອ ໃນທີ່ບໍ່ທັນຈະແຈ້ງ, ເລິກເຊິ່ງ, ລະອຽດ, ຮັດກຸມ, ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບສະພາບ ຕົວຈິງເທົ່າທີ່ຄວນ ເພື່ອໃຫ້ອະນຸກຳມະການ, ພາກສ່ວນທີ່ກ່ຽວ ຂ້ອງ ແລະ ສະພາແຫ່ງຊາດ ພິຈາລະນາຄືນ ໂດຍສະເພາະ ຊື່ຂອງກົດໝາຍ, ການກຳນົດເນື້ອໃນ ທີ່ບໍ່ທັນຊັດເຈນ, ການໃຊ້ຄຳສັບທີ່ເປັນເຕັກນິກ, ການອະທິບາຍນິຍາມ, ຕັດເນື້ອໃນຊໍ້າກັນອອກ, ຕື່ມບາງເນື້ອໃນທີ່ບໍ່ທັນມີ ແລະ ບັນຫາອື່ນໆ ເພື່ອບໍ່ໃຫ້ຜູ້ຜະລິດພາຍໃນເສຍປຽບ ຫລື ເສຍຜົນປະໂຫຍດ ແລະ ເຮັດໃຫ້ເສດຖະກິດ ຂອງປະເທດ ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll