ວັນຄ້າຍວັນເກີດ ປະທານປະເທດ ໄກສອນ ພົມວິຫານ ຄົບຮອບ 98ປີ

06:24 2018/12/13

ມື້ນີ້ 13 ທັນວາ 2018 ກໍ່ຄົບຮອບອີກວາລະໜຶ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ເພິ່ນເກີດໃນປີ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ (ປັດຈຸບັນແມ່ນ ເມືອງໄກສອນພົມວິຫານ), ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ.

ວັນຄ້າຍວັນເກີດ ປະທານປະເທດ ໄກສອນ ພົມວິຫານ ຄົບຮອບ 98ປີ
ປະທານປະເທດ ແຫ່ງ ສປປ ລາວ ທ່ານ ໄກສອນ ພົມວິຫານ ເກີດເມືອວັນທີ 13 ທັນວາ 1920.

ປະທານ ໄກສອນ ພົມວິຫານ ເພິ່ນເກີດໃນປີ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ (ປັດຈຸບັນແມ່ນ ເມືອງໄກສອນພົມວິຫານ), ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ.


ຊີວິດເມື່ອເຍົາໄວຂອງປະທານ ໄກສອນ ໄດ້ຮັບຄວາມອົບອຸ່ນ, ຄວາມຮັກແພງ, ຄວາມເອົາໃຈໃສ່ ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ການອົບຮົມສັ່ງສອນຈາກພໍ່,ແມ່ ໃຫ້ເປັນເດັກດີ ມີວິໄນ ແລະ ໄຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາລາວ, ຕໍ່ມາເປັນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນດີ. ພາຍຫລັງຮຽນຈົບ ຊັ້ນປະຖົມພາສາຝຣັ່ງ ທີ່ສະຫວັນນະເຂດ ເພີ່ນໄດ້ໄປຮຽນຕໍ່ທີ່ວິທະຍາໄລ ໂປຣເຕັກໂຕຣາ (ອາລັກຂາ) ທີ່ ຮ່າໂນ້ຍ ປະເທດຫວຽດນາມ.

 

ປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈີ໋ມິງ.

ໃນຊຸມປີ 1936-1939 ຢູ່ນະຄອນຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ເລັ່ງທວງເອົາສິດເສລີພາບ ແລະ ປະຊາທິປະໄຕ; ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມຂະບວນການດັ່ງກ່າວ. ເພິ່ນມັກຮຽນ ແລະ ມັກຊອກຮຽນ ຮູ້ສິ່ງໃໝ່ ໂດຍສະເພາະ ແມ່ນເພິ່ນມັກ ອ່ານໜັງສື “ ເລິຕຣາວາຍ ” (ແຮງງານ) ເຊິ່ງເປັນກະບອກສຽງຂອງພັກກອມມູນິດອິນດູຈີນ, ພ້ອມກັນນັ້ນ ເພິ່ນຍັງໄດ້ຮຽນມວຍ ຫວຽດນາມ, ມວຍຈີນ, ມວຍຢູໂດ  ເພື່ອປ້ອງກັນຕົວ.
ປະທານ ໄກສອນ ພົມວິຫານ ອອກກຳລັງກາຍ.

ປີ 1943 ເພິ່ນໄດ້ຮຽນຈົບອຸດົມສຶກສາພາສາຝຣັ່ງ, ຫລັງຈາກນັ້ນ ເພິ່ນກໍໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ໃນຂະແໜງກົດໝາຍທີ່ຮ່າໂນ້ຍ, ເພິ່ນເປັນຜູ້ໜຶ່ງໃນຈຳນວນຄົນທີ່ຮຽນເກັ່ງ ແລະ ມີພອນສະຫວັນທາງດ້ານນີ້. ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນ ສະມາຊິກສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທຳອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ໄດ້ປະກອບສ່ວນ ຢ່າງຫ້າວຫັນ ໃນຂະບວນການຫວຽດມິນ, ຕໍ່ມາໄດ້ ເຂົ້າຮ່ວມ ໃນຂະບວນການຢຶດອຳ ນາດການປົກຄອງຈາກກຳມື ຂອງ ພວກຍີ່ປຸ່ນ ຢູ່ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945. ເດືອນ 3-12 ປີ 1964 ປະທານ ໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ-ຫວຽດນາມ.
ປະທານ ໄກສອນ ພົມວິຫານ ພົບປະກັບ ການນຳຕ່າງປະເທດ.

ປີ 1947-1948 ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຊີວິດຂອງນັກປະຕິວັດໜຸ່ມ, ເພິ່ນໄດ້ເຮັດວຽກຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໜືອຫວຽດນາມ, ໄດ້ຄົ້ນຄວ້າ ເອກະສານ, ບົດຄວາມເຫັນ, ບົດຂຽນຕ່າງໆຂອງ ບັນດາຜູ້ນຳການປະຕິວັດຫວຽດນາມ ເປັນຕົ້ນ ແມ່ນຂອງປະທານ ໂຮ່ຈີມິນ, ທ່ານເຈືອງຈິງ, ທ່ານຟາມວັນດົງ, ທ່ານ ຫວໍຫງວຽນຢາຍ, ໄດ້ອ່ານປຶ້ມກ່ຽວກັບ ລັດທິມາກ-ເລນິນ ແລະ ບົດນິພົນທິດສະດີປະຕິວັດອື່ນໆ ເຊິ່ງໄດ້ກາຍເປັນພື້ນຖານທາງດ້ານແນວຄິດ ເປັນອາວຸດອັນແຫລມຄົມທາງ ດ້ານປັນຍາຄວາມຮູ້ ເພື່ອກ້າວສູ່ ຄວາມເປັນຜູ້ນຳ ຂະບວນການຕໍ່ສູ້ຂອງ ປະຊາຊົນເຮົາ ໃນເວລາຕໍ່ມາ.
ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ ພ້ອມຄະນະ ປຶກສາຫາລືນຳກັນ.

ວັນທີ 27 ກຸມພາ 1948 ສູນກາງ ພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນເຂດລາວ ເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ເປັນ ຫົວໜ້າກອງຕະລຸມບອນ, ເຮັດໜ້າທີ່ກໍ່ສ້າງຮາກຖານການ ເມືອງ,ຈັດຕັ້ງກອງກຳ ລັງປະກອບອາວຸດ, ສ້າງຖານທີ່ໝັ້ນທຳອິດ ຂອງການປະຕິວັດ ຢູ່ເຂດຕາເວັນອອກສ່ຽງເໜືອຂອງລາວ ໂດຍເອົາບໍລິເວນ ລາວຮຸ່ງ, ພຽງສາ, ມອງນ້ຳ, ຜາຫລວງ, ເມືອງຊຽງຄໍ້, ແຂວງຫົວພັນ ເປັນໃຈກາງເຄື່ອນໄຫວປະ ຕິວັດ ສ້າງຮາກຖານປະຊາຊົນ, ສ້າງອຳນາດການ ປົກຄອງໃໝ່, ທັງສູ້ຮົບ ທັງຂົນຂວາຍທະຫານສັດຕູ ທັງຈັດຕັ້ງທະຫານລາດ ກອງຫລອນ ແລະ ດ້ານການກວດລ້າງຂອງສັດຕູ.
ປະທານ ໄກສອນ ພົມວິຫານ.

ຍ້ອນໄດ້ຜ່ານການຝຶກຝົນທົດສອບ ຢ່າງລະອິດລະອ້ຽວໃນຂະບວນການປະຕິວັດ, ໃນວັນທີ 6 ມັງກອນ 1949  ປະທານ ໄກສອນ ໄດ້ສະ ໝັກເຂົ້າເປັນສະມາຊິກພັກ ກອມມູນິດ ອິນດູຈີນ ແລະ ໃນວັນທີ 28 ກໍລະກົດ 1949 ໄດ້ຖືກຮັບເປັນສະມາຊິກ ສົມບູນຂອງພັກ, ຕັ້ງແຕ່ນັ້ນມາ ປະທານ ໄກສອນ ໄດ້ກ້າວເດີນບົນເສັ້ນທາງ ອັນສະຫວ່າງສະໄຫວຂອງ ການປະຕິວັດຕາມລັດທິມາກ-ເລນິນດ້ວຍ ຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນ່ວແນ່ໂດຍບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍ ທົດສອບໃດໆ ແລະ ບໍ່ທໍ້ຖອຍຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ.
ແລະ ໃນວັນທີ 20 ມັງກອນ 1949 ປະທານ ໄກສອນ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫລະຂຶ້ນ ແລະ ເພິ່ນໄດ້ຖືກແຕ່ງຕັ້ງເປັນຜູ້ບັນຊາການກອງທັບລາວອິດສະຫລະເຊິ່ງເປັນກຳລັງ ປະກອບອາວຸດປະຕິວັດ ທີ່ຢູ່ພາຍໃຕ້ການນຳພາໂດຍກົງ ແລະ ຮອບດ້ານຂອງ ພັກ.
ປະທານ ໄກສອນ ພົມວິຫານ ເປົ່າແຄນລາວ.

ເດືອນ ສິງຫາ 1950 ໃນກອງ ປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນກຳມະການ ໃນຄະນະກຳມະການສູນກາງແນວລາວອິດສະຫລະ ແລະ ເປັນລັດຖະມົນຕີວ່າການ ກະຊວງປ້ອງກັນຊາດຂອງລັດຖະບານລາວຕໍ່ຕ້ານ. ເດືອນກຸມພາ 1951 ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ກອມມູນິດອິນດູຈີນ ທີ່ຫວຽດນາມ, ປະທານ ໄກສອນ ໄດ້ຮັບເລືອກຕັ້ງ ໃຫ້ໄປຮ່ວມ ແລະ ກອງປະຊຸມໄດ້ ມີມະຕິຈັດຕັ້ງພັກຕ່າງຫາກໃຫ້ແກ່ ຫວຽດນາມ. ລາວ ແລະ ຂະແມ, ປະທານ ໄກສອນ ໄດ້ຮັບມອບ ໝາຍຈາກກອງປະຊຸມໃຫ້ມາສ້າງ ຕັ້ງພັກປະຊາຊົນລາວ.
ໃນຊຸມປີ 1952-1954 ໃນຖານະເປັນລັດຖະມົນຕີວ່າການກະຊວງປ້ອງກັນຊາດ ແລະ ເປັນຜູ້ບັນຊາການກອງທັບ, ປະທານ ໄກສອນ ໄດ້ສຸມກຳລັງກາຍ, ກຳລັງໃຈໃສ່ບັນດາວຽກງານທີ່ສຳຄັນຄື: ກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ປຸກລະດົມຂະບວນ ການສົງຄາມ ກອງຫລອນ ດ້ານການກວາດລ້າງ, ປັບປຸງ ແລະ ຂະຫຍາຍຖານ ທີ່ໝັ້ນການປະຕິວັດ, ຊີ້ນຳບັນດາ ບັ້ນຮົບໂຈມຕີຕ່າງໆ ລວມທັງຂຶ້ນ ບຸກໂຈມຕີແນວປ້ອງກັນນ້ຳອູຂອງສັດຕູ, ປະກອບສ່ວນເຂົ້າ ໃນໄຊຊະນະດຽນບຽນຟູຂອງຫວຽດ ນາມ, ກະກຽມໃຫ້ແກ່ການ ສ້າງຕັ້ງພັກປະຕິວັດລາວ.
ວັນທີ 22 ມີນາ ປີ 1955 ປະທານ ໄກສອນ ໄດ້ພ້ອມກັບບັນດາສະຫາຍສະມາຊິກພັກ ກອມມູນິດອິນດູຈີນ ທີ່ເປັນຄົນລາວສ້າງຕັ້ງພັກປະຊາຊົນລາວ ແລະ ເພິ່ນໄດ້ຮັບເລືອກຕັ້ງ ໃຫ້ເປັນເລຂາທິການຄະນະຊີ້ນຳສູນກາງ ພັກປະຊາຊົນລາວ ທັງເປັນເລຂາທິການ ຄະນະພັກ ທະຫານສູນກາງ ແລະ ເປັນຜູ້ບັນຊາການສູງສຸດບັນດາ ກຳລັງປະກອບອາວຸດ.
ປີ 1955-1957 ປະທານ ໄກສອນ ໄດ້ຊີ້ນຳການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ ຫົວພັນ-ຜົ້ງສາລີ, ຊີ້ນຳການຕໍ່ສູ້ຂອງປະຊາຊົນ ໃນ 10 ແຂວງຂອງລາຊະອານາຈັກ ແລະ ຊີ້ນຳ ການຕໍ່ສູ້ການເມືອງ ໃນການເຈລະຈາກັບລາຊະອານາຈັກ. ໄດ້ຈັດຕັ້ງກອງປະຊຸມໃຫຍ່ ສ້າງຕັ້ງແນວລາວຮັກຊາດ, ໃນກອງປະຊຸມໃຫຍ່ນີ້ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນຮອງປະທານ ຄະນະກຳມະການ ສູນກາງແນວລາວຮັກຊາດ. ແລະ ປິ 1957 ປະທານ ໄກສອນ ໄດ້ຊີ້ນຳການປະຕິວັດການຮວມລາວ ແລະ ປະທານ ກໍໄດ້ເຂົ້າຮ່ວມການຮວມລາວຄັ້ງທີໜຶ່ງ.
ປີ 1959-1962 ປະທານ ໄກສອນ ພ້ອມປະທານ ຄຳໄຕ ສີພັນດອນ ໄດ້ອອກຈາກວຽງຈັນໄປເຂດທີ່ໝັ້ນຊຳເໜືອ ເພື່ອຊີ້ນຳການຫັນທິດການຕໍ່ສູ້, ຊີ້ນຳກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ, ຊີ້ນຳການໂຕນຄຸກຂອງ ປະທານ ສຸພານຸວົງ ແລະ ຜູ້ນຳອື່ນໆ, ຊີ້ນຳການ ປົດປ່ອຍຊຳເໜືອ ແລະ ການລຸກຮືຂຶ້ນຂອງປະຊາຊົນໃນແຫ່ງຕ່າງໆ, ຊີ້ນຳການປະຕິວັດແນວໂຮມລະຫວ່າງກຳລັງປະຕິວັດ ກັບກຳລັງເປັນກາງ, ຊີ້ນຳການປົດປ່ອຍເຂດຍຸດທະສາດທົ່ງໄຫຫີນ-ຊຽງຂວາງ ແລະ ຊີ້ນຳບັ້ນຮົບຫຼວງນ້ຳທາ.
ປີ 1963 ເປັນປີທີ່ຫຍຸ້ງຍາກສັບສົນ, ສັດຕູທຳລາຍແນວໂຮມສຳພັນທະມິດລະຫວ່າງແນວລາວຮັກຊາດ ກັບກຳລັງເປັນກາງຮັກຊາດໄວ້ໄດ້.
ປີ 1964 ປະທານ ໄກສອນ ໄດ້ຊີ້ນຳການສ້າງເຂດປົດປ່ອຍ ໃຫ້ກາຍເປັນຖານທີ່ໝັ້ນປະຕິວັດອັນໝັ້ນຄົງ ຕາມລັກສະນະຂອງລັດໜຶ່ງ ທີ່ເປັນເຈົ້າຕົນເອງ ເພື່ອສ້າງເປັນບ່ອນອີງໃນການຕໍ່ສູ້ອັນຍາວນານ, ຊີ້ນຳ ບັ້ນເຄື່ອນໄຫວຂົນຂວາຍກອງປຸ້ນດ້ວຍທິດນຳສາມດ້ານ ຄື: ເອົາການເມືອງເປັນພື້ນຖານ, ການທະຫານໜູນໜີບ, ເສດຖະກິດເປັນໄມ້ງັດ ພ້ອມກັນນັ້ນ ກໍປຸກລະດົມມະຫາຊົນຍິງຍົນສັດຕູ.
ປີ 1968-1970 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບປົດປ່ອຍນ້ຳບາກ, ບັ້ນຮົບປົດປ່ອຍຜາຖີ່, ຊີ້ນຳການໂຈມຕີກູ້ເອົາບໍລິເວນທົ່ງໄຫຫີນຊຽງຂວາງ ແລະ ຊີ້ນຳ ການທັບມ້າງ ແຜນການຍຸດທະສາດປິນຂັ້ນໄດສົງຄາມ ພິເສດຂອງສັດຕູ.
ປີ 1971-1973 ປະທານ ໄກສອນ ໄດ້ຊີ້ນຳບັ້ນຮົບທັບມ້າງຍຸດທະສາດ ປິນຂັນໄດສົງຄາມພິເສດລະດັບສູງຂອງສັດຕູ ແລະ ຊີ້ນຳການສ້າງ ສັນຕິພາບ ປະຕິບັດຄວາມຖືກຕ້ອງປອງດອງເທື່ອທີ 3 ຢູ່ປະເທດເຮົາ. ແລະ ປີ 1974-1975 ປະທານ ໄກສອນ ໄດ້ຊີ້ນຳການເສີມຂະຫຍາຍກຳລັງແຮງສັງລວມ ທ່າສະໜາມຂອງສາມເຂດ(ເຂດປົດປ່ອຍ, ເຂດຝ່າຍກົງກັນຂ້າມ, ເຂດເປັນກາງ) ສົມທົບ ລະຫວ່າງ ການຕໍ່ສູ້ການເມືອງ, ການທະຫານໜູນໜີບ ແລະ ດ້ານກົດໝາຍ ເພື່ອບັງຄັບ ໃຫ້ຝ່າຍກົງກັນຂ້າມຕ້ອງປະຕິບັດ ສັນຍາວຽງຈັນ, ສ້າງທ່າ, ສ້າງກຳລັງໃໝ່ເພື່ອສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ.
ເດືອນ 5-12/1975 ປະທານ ໄກສອນ ໄດ້ຊີ້ນຳການປຸກລະດົມທົ່ວປວງຊົນລຸກຮືຂຶ້ນຢຶດອຳນາດການປົກຄອງ ໃນທົ່ວປະເທດ ດ້ວຍ 3 ບາດຄ້ອນຍຸດທະສາດ, ສົມທົບກັບ ການຕໍ່ສູ້ດ້ານກົດໝາຍ ເພື່ອຍາດເອົາໄຊຊະນະຂັ້ນພື້ນຖານໃນໄລຍະສັ້ນ.
ວັນທີ 1-2 ທັນວາ 1975 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ປະກາດ ລົບລ້າງລະບອບປະຊາທິປະໄຕ ແລະ ສະຖາປະນາ ສປປ ລາວ, ປະທານ ໄກສອນໄດ້ຮັບເລືອກຕັ້ງເປັນປະທານສະພາລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 1976 ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍໂດຍສົມບູນ ປະທານ ໄກສອນ ໄດ້ຊິ້ນຳການປະຕິວັດສາມປະການຄື: ການປະຕິວັດການພົວພັນການຜະລິດ, ການປະຕິວັດ ວິທະຍາສາດ- ເຕັກນິກ ແລະ ການປະຕິວັດດ້ານແນວຄິດ ແລະ ວັດທະນະທຳ, ຊີ້ນຳການຟື້ນຟູ ເສດຖະກິດແຫ່ງຊາດ. ແລະ ປີ 1979 ໃນກອງປະຊຸມສູນກາງພັກ ຄັ້ງທີ 7 ສະໄໝທີ II ປະທານ ໄກສອນ ໄດ້ສະເໜີຕໍ່ພັກ ກ່ຽວກັບແນວທາງ ຫັນເສດຖະກິດທຳມະຊາດ ແລະ ເຄິ່ງເສດຖະກິດ ທຳມະຊາດໄດ້ສູ່ເສດຖະກິດສິນຄ້າ ໂດຍຜ່ານການນຳໃຊ້ຮູບການ “ ທຶນນິຍົມແຫ່ງລັດ” ເລີ່ມ ຕົ້ນມີແນວຄິດ ລິເລີ່ມ ແລະ ຊອກຫາແນວທາງປ່ຽນແປງໃໝ່. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ, ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນແລະ ໃນເດືອນສິງຫາ ປີ 1991 ເພິ່ນໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ຫັດ​ທະ​ບູນ
;

同类别新闻