ປະທານ ສຸພານຸວົງ ຕົ້ນແບບຜູ້ຮັກຊາດທີ່ຍິ່ງໃຫຍ່ສຳລັບຄົນຮຸ່ນສືບທອດ

08:23 2019/07/16

ທ່ານປະທານ ສຸພານຸວົງ ແມ່ນຜູ້ນຳອັດຍິ່ງໃຫຍ່ຂອງປວງຊົນລາວທັງຊາດ, ເປັນຜູ້ທີ່ອຸທິດຕົນເພື່ອການປະຕິວັດ, ປົດປ່ອຍຊາດ, ເປັນຜູ້ນຳໜ້າໃນການປົກປັກຮັກສາຄວາມເປັນເອກກະລາດ, ສິດພື້ຖານຂອງຄວາມເປັນມະນຸດ.

ປະທານ ສຸພານຸວົງ ຕົ້ນແບບຜູ້ຮັກຊາດທີ່ຍິ່ງໃຫຍ່ສຳລັບຄົນຮຸ່ນສືບທອດ
ປະທານ ສຸພາ​ນຸວົງ

ປະທານ ສຸພາ​ນຸວົງ ປະສູ​ດ​ເມື່ອ​ວັນ​ທີ 13 ກໍລະກົດ ປີ 1909 ທີ່​ນະຄອນຫຼວງພະ​ບາງ, ​ເມືອງ​ແຫ່ງ​ວັດທະນະທຳ​ຂອງ​ລ້ານ​ຊ້າງ, ​ເພີ່ນ​ກຳ​ເນີ​ດ​ໃນ​ເຊື້ອລາດ​ຊະ​ວົງ​ທີ່​ມີ​ຍົດ​ຖາ​ບັນດາສັກ​ອັນ​ສູງ​ສົ່ງ, ນັບ​ແຕ່​ມື້​ໄດ້​ກຳ​ເນີ​ດຂຶ້ນກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ລ້ຽງດູ, ​ເບິ່ງ​ແຍງ​ເປັນ​ຢ່າງ​ດີ, ​ໄດ້​ຮັບ​ການ​ຊຸກຍູ້​ສົ່ງ​ເສີມ​ໃນ​ການ​ສຶກສາ, ຫຼັງຈາກ​ຮຽນຈົບ​ປະຖົມ​ສົມບູນ​ແລ້ວ​ໃນ​ປີ 1920 ​ເພີ່ນ​ໄດ້​ເດີນທາງ​ໄປ​ຮຽນຕໍ່ມັດທະຍົມ “ອານ​ແບກ​ຊາ​ໂຣ” ທີ່​ຮ່າ​ໂນ້ຍ ປະ​ເທດ​ຫວຽດນາມ, ​ເພີ່ນ​ໄດ້​ຕັ້ງ​ໃຈ​ຮໍ່າ​ຮຽນຫຼາຍວິຊາ ​ແລະ ຫຼາຍພາສາ​ອີກ​ດ້ວຍ, ​ເມື່ອ​ມາ​ຮອດ​ປີ 1930 ​ເພີ່ນ​ໄດ້​ໄປ​ສຶກສາຕໍ່ທີ່​ປະ​ເທດ​ຝຣັ່ງ, ​ເພີ່ນ​ຮຽນຢູ່​ມະຫາວິທະຍາ​ໄລຂົວ​ທາງ​ແຫ່ງ​ຊາດ,ສາຂາ​ວິຊາ​ວິສະວະກອນ​ພົນລະ​ເຮືອນ ຢູ່​ປາຣີ, ​ເພີ່ນ​ເປັນ​ນັກຮຽນ, ຮຽນ​ໄດ້​ດີ ​ແລະ ມີຄະ​ແນນ​ດີ​ເລີດ, ສາມາດ​ເວົ້າ​ໄດ້​ດີ​ເຖິງ 10 ພາສາ​ທີ່​ໃຊ້ຫຼາຍ​ໃນ​ສາກົນ, ພາຍຫຼັງສິ້ນສຸດ​ການ​ສຶກສາ​ກໍ​ປະກອບໜ້າທີ່​ການ​ງານ​ຕາມ​ຄວາມ​ຮູ້-ຄວາມ​ສາມາດ.

​ໃນ​ເງື່ອນ​ໄຂ ​ແລະ ສິ່ງ​ແວດ​ລ້ອມ​ທີ່​ເອື້ອອຳນວຍ​ຄວາມ​ສະດວກ​ຄື​ແນວ​ນັ້ນຄວນ​ຈະ​ເປັນ​ເສັ້ນທາງ​ໃຫ້​ເພີ່ນ​ກາຍ​ເປັນ​ຂຸນ​ນາງ ​ແລະ ດຳລົງ​ຕໍາ​ແໜ່ງ​ໃດໜຶ່ງຂອງ​ກົງຈັກ​ປົກຄອງ​ສັກ​ດີ​ນາ, ​ແຕ່​ຊີວິດ ​ແລະ ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ເພີ່ນ​ໄດ້​ປ່ຽນປີ້ນຖານະ​ຊົນ​ຊັ້ນ, ຫັນປ່ຽນ​ແນ​ວຄິດ​ກໍ​ຄື​ແບບ​ແຜນ​ດໍາລົງ​ຊີວິດ​ແບບ​ບໍ່ໜ້າ​ເຊື່ອ, ​ເວົ້າ​ໄດ້​ວ່າ​ເພີ່ນ​ແມ່ນ​ເຊື້ອ​ເຈົ້າກະ​ສັດ​ອົງ​ດຽວຂອງ​ອານາຈັກ​ລ້ານ​ຊ້າງ​ທີ່​ໄດ້​ປ່ຽນ​ແປງ​ຕຳນານ​ແຫ່ງ​ວີ​ຖີຊີວິດ​ແບບ​ສັກ​ດີ​ນາມາ​ເປັນ​ສາ ມັນ​ຊົນ​ຜູ້​ຮ່ວມ​ສຸກ, ຮ່ວມ​ທຸກ, ຮ່ວມ​ຕໍ່ສູ້​ກັບ​ປະຊາຊົນ​ເພື່ອ​ເອກະລາດ​ແຫ່ງ​ຊາດ​ຈົນ​ກາຍ​​ເປັນຕົ້ນ​ແບບ​ຂອງ​ນັກຮົບ​ຕໍ່ສູ້​ປະຕິບັດ​ຮັກ​ຊາດ​ທີ່​ຍິ່ງ​ໃຫຍ່.

ປະທານ ສຸພາ​ນຸວົງ ​ໄດ້​ພົບ​ປະ ​ປະທານ ​ໂຮ່ຈິ​ມິນ, ​ເພີ່ນ​ໄດ້​ຮັບ​ການ​ຊີ້ນໍາ ​ແລະ ຊ່ວຍ​ເຫຼືອຈາກ ປະທານ ​ໂຮ່ຈິ​ມິນ ​ໃຫ້​ຈັດຕັ້ງກອງ​ທະຫານ​ປະສົມ ລາວ-ຫວຽດນາມ ຂຶ້ນຢູ່​ລາວ​ເພື່ອ​ດຳ​ເນີນ​ການ​ຕໍ່ສູ້​ກັບ​ຈັກກະພັດ​ລ່າ​ເມືອງ​ຂຶ້ນຝຣັ່ງ ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​ມາ​ໃຫ້​ລາວ ການ​ພົບ​ປະ​ໃນ​ຄັ້ງນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງທີ່​ສຸດ ​ໃນ​ຊີ​ວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ປະທານ ສຸພາ​ນຸວົງ, ​ໃນ​ປີ 1945 ​ເພີ່ນ​ໄດ້​ກັບ​ຄືນ​ລາວ​ຕາມ​ເສັ້ນທາງ​ເລກ 9 ທ່ານ​ໄດ້​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ຊາວ​ເຊ​ໂປ​ນທຸກ​ຊັ້ນຄົນ ​ແລະ ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່ໜ້າປະຊາຊົນ​ທີ່​ມາ​ໂຮມ​ຊຸມນຸມ​ຢ່າງຫຼວງຫຼາຍ ​ເພີ່ນ​ໄດ້​ເວົ້າວ່າ: “ ​ແຜ່ນດິນ​ລາວ​ຕ້ອງ​ແມ່ນ​ຄົນ​ລາວ​ເປັນ​ເຈົ້າຂອງ. ສະນັ້ນ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ສາມັກ​ຄີ​ກັນ​ໂຮມ​ແຮງກັນ​ຕໍ່ສູ້​ກູ້​ຊາດ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ຄືນ​ມາ​ໃຫ້​ໄດ້” ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນ​ແຫ່ງ​ພາລະ ກິດ​ປະຕິວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ປະທານ ສຸພາ​ນຸວົງ, ​ເພີ່ນ​ເປັນ​ນັກ​ປະຕິວັດ​ຜູ້​ຍິ່ງ​ໃຫຍ່, ຜູ້ກໍ່ຕັ້ງ ​ແລະ ​ເສີມ​ຂະຫຍາຍ​ລັດທິ​ມາກ-​ເລ​ນິນ, ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ໃນ​ການກໍ່ສ້າງ​ຄົນ​ຮຸ່ນ​ສືບ​ທອດ​ເພາະ​ມັນ​ພົວພັນ​ໂດຍ​ກົງ​ເຖິງ​ຊາຕະ​ກຳ ​ແລະ ອານາ​ຄົດ​ຂອງ​ການ​ປະຕິວັດ, ພັກ​ປະຊາຊົນ ປະ​ຕິ​ວັດ​ລາວ ​ບໍ່ວ່າ​ຈະ​ຢູ່​ສະ​ໄໝຕໍ່ສູ້​ປົດ​ປ່ອຍ​ຊາດ​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່, ກໍ​ຄື​ຍຸກ​ສະ​ໄໝ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໄດ້​ເອົາ​ໃຈ​ໃສ່​ແຕ່​ຫົວ​ທີ​ໃນ​ການກໍ່ສ້າງ​ຄົນ​ຮຸ່ນໜຸ່ມ ​ເພື່ອ​ສືບ​ທອດ​ພາລະກິດ ​ແລະ ອຸດົມ​ການ​ຂອງ​ພັກ​ໃຫ້ໝັ້ນຄົງ​ຍາວ​ນານ​ຕະຫຼອດ​ໄປ, ດັ່ງນັ້ນ ນັບ​ແຕ່​ພັກ​ເຮົາ​ໄດ້​ຮັບ​ການ​ສ້າງຕັ້ງບໍ່ພໍ​ເທົ່າ​ໃດ​ວັນ, ພັກ​ກໍ​ໄດ້​ປະກາດ​ສ້າງຕັ້ງອົງການ​ຈັດຕັ້ງມະຫາຊົນ​ຂຶ້ນ(ຊາວໜຸ່ມ) ​ໃນ​ວັນ​ທີ 14.4.1955 ​ແລະ ຕົກລົງ​ສ້າງຕັ້ງອົງການ​ເຍົາວະ​ຊົນ​ຂຶ້ນ​ອີກ​ໃນ​ວັນ​ທີ 2.12.1955, ທັງໝົດນັ້ນ​ແນ​ໃສ່​ສ້າງ​ຊາວໜຸ່ມ, ​ເຍົາວະ​ຊົນ​ໃຫ້​ກາຍ​ເປັນ​ຮຸ່ນ​ສືບ​ທອດ​ທີ່​ຈົງ​ຮັກ​ພັກດີ​ຕໍ່ອຸດົມ​ການ​ຄະຕິ​ຂອງ​ພັກ.

ການ​ສ້າງ​ຮຸ່ນ​ຄົນ​ນີ້ຫາ​ຮຸ່ນຄົນ​ຕໍ່ໄປ​ເຮັດ​ໃຫ້​ກຳລັງ​ການ​ປະຕິວັດ​ຂອງ​ພັກ​ເຮົາ​ບໍ່ມີ​ມື້ຈະ​ບົກ​ແຫ້ງ​ຈັກ​ເທື່ອ ​ແລະ ​ເຖິງ​ວ່າ​ພາລະກິດ​ປະຕິວັດ​ຂອງ​ພັກ​ເຮົາ​ຈະ​ຫຍຸ້ງຍາກ​ລຳບາກ, ຍືດ​ເຍື້ອຍາວ​ນານ​ປານ​ໃດ​ກໍ​ຕາມ, ສຸດ​ທ້າຍ​ກໍ​ສາ​ມາດ​ກ້າວ​ໄປ​ສູ່​ເປົ້າໝາຍ​ແຫ່ງ​ໄຊຊະນະ​ຕະຫຼອດມາ.

ປະທານ ສຸພາ​ນຸວົງ ກໍ​ແມ່ນ​ຮຸ່ນ​ຄົນ​ສືບ​ທອດ​ຮຸ່ນ​ທຳ​ອິດ​ຂອງ​ນັກ​ຕໍ່ສູ້​ປະຕິວັດ​ລາວ​ຜູ້​ເຄີຍ​ຮັບ​ການ​ສຶກສາ​ອົບຮົມ​ບົ່ມ​ເພາະ​ຈາກ​ພັກ​ກອມ​ມູນິດ​ອິນດູຈີນ​ໃນ​ເມື່ອ​ກ່ອນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສືບ​ທອດ​​ເອົາ​ແນວ​ຄິດ ​ແລະ ອຸດົມ​ການ​ອັນ​ຍິ່ງ​ໃຫຍ່​ຂອງ ​ປະທານ ​ໂຮ່ຈິ​ມິນ​ ບວກ​ໃສ່​ພຶດຕິ​ກຳ​ຂອງ​ການ​ເຄື່ອນ​ໄຫວ​ຕໍ່ສູ້​ປະຕິວັດ​ຈຶ່ງ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ຈາກ​ຊີວິດ​ນັກ​ຮຽນຮູ້​ປັນຍາ​ຊົນ, ຈາກ​ແນວ​ຄິດ​ສັກ​ດີ​ນາ​ກາຍ​ມາ​ເປັນ​ນັກ​ຕໍ່ສູ້​ປະຕິວັດ​ຜູ້​ຍິ່ງ​ໃຫຍ່​ຜູ້ໜຶ່ງບົນ​ຜືນ​ແຜ່ນດິນ​ລ້ານ​ຊ້າງ, ​ໃນ​ສະຕະວັດ​ທີ 20 ຊີວິດ​ການ​ເຄື່ອນ​ໄຫວ​ຕໍ່ສູ້​ປະຕິວັດ​ຂອງ​ເພີ່ນ ທັງໝົດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ທາດ​ແທ້​ຂອງ​ນັກ​ຕໍ່ສູ້​ປະຕິວັດ​ຜູ້​ຮັກ​ຊາດ​ຢ່າງ​ດູູດດື່ມ ​ແລະ ກາຍ​ເປັນ​ມູນ​ເຊື້ອ ​ແລະ ອຸດົມ​ການ​ອັນ​ປະ​ເສີດທີ່​​ລໍ້າ​ເລີດ​ໃຫ້​ແກ່​ຄົນ​ຮຸ່ນ​ໃໝ່, ​ເພີ່ນ​ໄດ້​ສຶກສາຄົ້ນຄວ້າ​ຮໍ່າຮຽນ​ເອົາ​ແບບຢ່າງ​ຂອງ​ປະທານ ​ໂຮ່ຈິ​ມິນ ​ເພື່ອກໍ່ສ້າງ​ຕົນ​ເອງ.

ພາຍຫຼັງທີ່​ເພີ່ນ​ຮຽນຈົບ​ຈາກ​ສະ​ຖາ​ບັນ​ຢູ່​ປະ​ເທດ​ຝຣັ່ງ​ໃໝ່ໆ ​ແລະ ກະກຽມກັບ​ຄືນ​ປະ​ເທດ​ນັ້ນໝູ່​ເພື່ອນ​ຕ່າງ​ປະ​ເທດ​ໄດ້​ຖາມ​ເພີ່ນ​ວ່າ: ຫຼັງຈາກ​ຮຽນຈົບ​ກັບ​ຄືນ​ປະ​ເທດ​ແລ້ວ ທ່ານ​ຈະ​ເຮັດ​ຫຍັງ? ປະທານ​ ສຸພາ​ນຸວົງ ຕອບ​ວ່າ: ຫຼັງຈາກ​ກັບ​ຄືນ​ປະ​ເທດ​ແລ້ວ​ຂ້າພະ​ເຈົ້າຈະ​ທຳ​ການ​ຕໍ່ສູ້​ກັບ​ຝຣັ່ງ.

ຄຳ​ຕອບ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ:

ໃນ​ເວລາ​ທີ່​ໃຊ້​ຊີວິດ​ຢູ່​ປະ​ເທດ​ເຈົ້າລ່າ​ເມືອງ​ຂຶ້ນ ​ເພີ່ນ​ບໍ່ພຽງ​ແຕ່ສຶກສາ​ຮໍ່າຮຽນ​ເອົາ​ວິຊາ​ຄວາມ​ຮູ້​ດ້ານ​ເຕັກນິກ, ວິທະຍາສາດ​ເທົ່າ​ນັ້ນ ​ເພີ່ນ​ຍັງ​ໄດ້​ຊອກ​ຮູ້​, ຄົ້ນຄວ້າ ​ແລະ ຕິດຕາມ​ສະພ​າບການບ້ານ​ເມືອງ​ຂອງ​ປະ​ເທດ​ຕົນ​ອີກ​ດ້ວຍ, ​ໂດຍ​ສະ​ເພາະ​ກໍ​ແມ່ນ​ສະພາບ​ການ​ປົກຄອງ​ຂອງຝຣັ່ງຢູ່​ອິນດູຈີນ​ເປັນຕົ້ນ​ແມ່ນ​ຢູ່​ລາວ. ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ການ​ຮໍ່າຮຽນນັ້ນ ປະທານ ສຸພາ​ນຸວົງ ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ​ແນວ​ຄິດ​ໃດ​ຕໍ່ປະຊາຊົນ​ຂອງ​ຕົນ. ​ເພີ່ນ​ມີ​ຄວາມ​ນຶກ​ຄິດ ຫຼື ມີ​ແຜນການ​ຢາກ​ເຮັດ​ສິ່ງ​ໃດໜຶ່ງຢູ່​ປະ​ເທດ​ຊາດ​ຂອງ​ຕົນ(ໝາຍ​ເຖິງ​ການ​ຕໍ່ສູ້​ຕ້ານ​ຝຣັ່ງ). ນີ້​ແມ່ນ​ຈຸດ​ເລີ່​ມຕົ້ນຂອງ​ການສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຊາດ​ທີ່​ຍັງ​ບໍ່ທັນ​ເປັນ​ລະບົບ​ຂອງ​ປະທານ ສຸພາ​ນຸວົງ ​ໃນ​ເວລາ​ເປັນ​ຊາວໜຸ່ມ.

ປະຫວັດສາດ​ການ​ຕໍ່ສູ້​ອັນ​ລື​ນາມ​ດັງ​ກ້ອງ​ໄປ​ທົ່ວ​ຜືນ​ແຜ່ນດິນ​ລາວ​ທີ່​ໄດ້ສະທ້ອນ​ໃຫ້​ເຫັນ​ຄວາມ​ຮັກ​ຊາດ, ຄວາມ​ເສຍສະຫຼະ, ຄວາມ​ຫ່ວງ​ໄຍ, ຄວາມ​ໃກ້ຊິດຕິດ​ແທດ ​ແລະ ຄວາມ​ເຊື່ອໝັ້ນຂອງ​ປະທານ​  ສຸພາ​ນຸວົງ ຕໍ່ກຳລັງ​ແຮງ​ຊາວໜຸ່ມກໍ​​ແມ່ນ​ເຫດການ​ປະຫວັດສາດ ວັນ​ທີ 21 ມີນາ ປີ 1946 ນັ້ນ​ເອງ​ໃນ​ເວລາ​ປະທານ ສຸພາ​ນຸວົງ ​ໄດ້​ລົງ​ມາ​ເມືອງ​ທ່າ​ແຂກ​ເພື່ອ​ວາງ​ແຜນ​ປ້ອງ​ກັນ ​ແລະ ຕໍ່ສູ້​ກັບ​ພວກ​ຝຣັ່ງນັ້ນກ່ອນ​ອື່ນໝົດ​ເພີ່ນ​ໄດ້​ເອົາ​ກຳລັງ​ຊາວໜຸ່ມ​ໂດຍ​ເຕົ້າ​ໂຮມ​ເອົາ​ອົງການ​ຊາວໜຸ່ມລາວ​ຮັກຊາດ​ອັນ​ມີ​ທ່ານ ສິງກະ​ໂປ ສີ​ໂຄດ​ຈຸນ​ລະ​ມະນີ ​ເປັນ​ຫົວໜ້າ ​ແລະ ອົງການ​ຊາວໜຸ່ມຫວຽດນາມ​ຕ່າງ​ດ້າວ​ອັນ​ມີ​ທ່ານ ຫງວ້ຽນ​ແຈງ  ​ເປັນ​ຫົວໜ້າ​ເຂົ້າມາ​ສົມທົບ​ກັນ​ເປັນ​ກຳລັງໜຶ່ງດຽວ​ເພື່ອ​ສ້າງຕັ້ງຄະນະ​ກອງ​ບັນຊາ​ການ​ທະຫານ​ປະສົມ ​ແລະ ຄະນະ​ກຳມະການ​ປ້ອງ​ກັນ​ຕົວ​ເມືອງ​ທ່າ​ແຂກ​ໂດຍ​ແມ່ນ​ປະທານ ສຸພາ​ນຸວົງ ​ເປັນ​ຫົວໜ້າ, ທ່ານ ສີ​ໂຄດ ຈຸນ​ລະ​ມະນີ, ທ່ານ ຫງວ້ຽນ​ແຈງ ​ເປັນ​ຮອງ ກໍ​ໄດ້​ມອບໝາຍ​ໃຫ້ 2 ຫົວໜ້າອົງການ​ຈັດຕັ້ງຊາວໜຸ່ມ​ເປັນ​ຜູ້​ລະດົມ​ຂົນຂວາຍ​ກຳລັງ​ຊາວໜຸ່ມ​ໃນ​ຕົວ​ເມືອງ​ທ່າ​ແຂ​ກ ​ແລະ ຈັດຕັ້ງການ​ກິນ​ຢູ່​ລວມ, ພ້ອມ​ນັ້ນກໍ​ຝຶກ​ແອບ​ວິຊາ​ການ​ທະຫານ.

​ໃນ​ສະໜາມຮົບ​ປະທານ ສຸພາ​ນຸວົງ ​​ໄດ້ລົງ​ບັນຊາ​ການສູ້​ຮົບ​ໂດຍ​ກົງ​ເຊັ່ນ: ບຸກ​ໂຈມ​ຕີ​ຝຣັ່ງ ຢູ່​ບ້ານ ຍົມ​ມະ​ລາດ; ບ້ານ ທ່າ​ເດື່ອ  ​ໃນ​ເວລາ​ຝຶກ​ແອບ ​ແລະ ກະກຽມການ​ສູ້​ຮົບ​ເພີ່ນ​ໄດ້​ລົງ​ກວດກາ​ປຸກລະດົມ​ຈິດ​ໃຈ, ​ໃຫ້​ຄວາມ​ເຊື່ອໝັ້ນຕໍ່ກຳລັງ​ຊາວໜຸ່ມ.

​ໃນ​ກອງ​ປະຊຸມ​ໄດ້​ວາງ​ແຜນ​ເຕົ້າ​ໂຮມ​ກຳລັງ ​ແລະ ​ໄດ້​ກະກຽມການ​ປ້ອງ​ກັນ, ​ເພີ່ນ​ໄດ້​ໃຫ້ການ​ສຶກສາ​ອົບຮົມ​ແນວ​ຄິດ​ຮັກ​ຊາດ, ປຸກລະດົມ​ນໍ້າ​ໃຈ​ເສຍສະຫຼະ, ພຶດຕິ​ກຳ​ແຫ່ງ​ການ​ຮ່ວມ​ຊີວິດ​ຕົວ​ຈິງ ​ແລະ ​ເອົາ​ໃຈ​ໃສ່​ໃກ້ສິດຕິດ​ແທດ​ໂຄສະນາ​ສຶກສາ​ອົບຮົມ​ຂອງ ປະທານ ສຸພາ​ນຸວົງ ຕໍ່ຊາວໜຸ່ມ ​ແລະ ປະຊາຊົນ​ດັ່ງກ່າວ​ນັ້ນມີ​ຄວາມໝາຍ​ເລິກ​ເຊິ່ງ ​ແລະ ໜັກ​ແໜ້ນທີ່​ສຸດ​ໃນ​ການ​ປຸກລະດົມ​ແນວ​ຄິດ​ຮັກ​ຊາດ, ນໍ້າ​ໃຈ​ເສຍ​ສະຫຼະຂອງ​ຄົນ​ຮຸ່ນໜຸ່ມ, ດັ່ງນັ້ນມີຫຼາຍຄັ້ງທີ່​ໄດ້​ໄປ​ກວດກາ​ຝຶກ​ແອບ, ຈຸດ​ທີ່​ຕັ້ງປ້ອງ​ກັນ ​ແລະ ​ໃນ​ກອງ​ປະຊຸມ​ຕ່າງໆກໍ​ໄດ້​ມີ​ພວກ​ຊາວໜຸ່ມກໍ​ຄື​ນັກຮົບ​ຜູ້ໜຸ່ມນ້ອຍ​ໄດ້​ປະຕິຍານ​ວ່າ:

ຂໍ​ສະໝັກຕາຍ​ເພື່ອ​ປ້ອງ​ກັນ​ເມືອງ​ທ່າ​ແຂກ, “ຕາຍ​ດີກ​ວ່າ​ເສຍ​ຊາດ” ຈະ​ສູ້​ຮົບ​ຈົນ​ເຖິງ​ລົມ​ຫາຍ​ໃຈ ​ແລະ ​ເລືອດ​ຢອດ​ສຸດ​ທ້າຍ. ຄໍາ​ປະຕິຍານ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ຕື້ນຕັນ​ໃຈ ​ແລະ ຄວາມ​ເຊື່ອໝັ້ນຢ່າງ​ສູງ​ຕໍ່​ເພີ່ນ​ຈົນ​ເຖິງ​ຂັ້ນບໍ່ສາມາດ​ອົດ​ກັ້ນຄວາມ​ຮູ້ສຶກ​ໄວ້​ໄດ້ ​ແລະ ​ເພີ່ນ​ໄດ້​ໃຫ້​ຄຳໝັ້ນສັນຍາ​ປຸກລະດົມວ່າ: “ພວກ​ເຮົາ​ຕ້ອງ​ສູ້​ຈົນ​ເຖິງ​ວິນາທີ​ສຸດ​ທ້າຍ” ສູ້, ສູ້, ສູ້!!!.

ໃນຄວາມເປັນຈິງແລ້ວ, ຄໍາປະຕິຍານ ຫຼື ຄໍາໝັ້ນສັນຍາເຫຼົ່ານັ້ນບໍ່ແມ່ນເປັນພຽງຄໍາເວົ້າທີ່ສວຍງາມເພື່ອປຸກລະດົມ ແລະ ຊັກຊວນກຳລັງໃຈເທົ່ານັ້ນແຕ່ໝາຍເຖິງໝາກຜົນຂອງການສຶກສາອົບຮົມດ້ານພຶດຕິກຳ ແລະ ແນວຄິດຮັກຊາດອັນຍິ່ງໃຫຍ່ຂອງ ປະທານ ສຸພານຸວົງ ທີ່ໄດ້ຢັ້ງເລິກເຂົ້າຈິດໃຈຊາວໜຸ່ມຈົນກາຍເປັນການກະທຳຕົວຈິງທີ່ໄດ້ສະແດງອອກໃນໄລຍະສຸດທ້າຍກ່ອນເມືອງທ່າແຂກຈະຖືກຈັກກະພັດຝຣັ່ງຍຶດໄດ້, ເຊິ່ງຄະນະກອງບັນຊາການສະໜາມຮົບ, ຫຼາຍສະຫາຍໄດ້ສະເໜີໃຫ້ ປະທານ ສຸພານຸວົງ ລົງຂ້າມໄປຝັ່ງຂວາເພື່ອຮັກສາຊີວິດເອົາໄວ້ກ່ອນ, ແຕ່ເພີ່ນກໍໄດ້ປະຕິຍານວ່າ: ຈະໃຫ້ໜີປະຖິ້ມປະຊາຊົນໄປໄດ້ແນວໃດ! ໃນເມື່ອຍັງມີນັກຮົບປະຕິວັດກຳລັງຕໍ່ສູ້ຢູ່, ນີ້ກໍແມ່ນການປຸກລະດົມກໍາລັງໃຈອັນໜັກແໜ້ນໃຫ້ແກ່ນັກຮົບທີ່ກໍາລັງຕໍ່ສູ້ຈົນເຖິງວິນາທີສຸດທ້າຍກ່ອນທີ່ຕົວເມືອງທ່າແຂກຈະແຕກ, ປະທານ ສຸພານຸວົງ ຈຶ່ງໄດ້ລົງເຮືອຈັກຮອດພຽງກາງຂອງເທົ່ານັ້ນ, ຍົນ 4 ລໍາຂອງພວກຝຣັ່ງກໍຍິ່ງສຸມໃສ່ຫວັງຈະເອົາຊີວິດຂອງເພິ່ນນັ້ນເອງ, ຈົນໄດ້ເຮັດໃຫ້ເພີ່ນໄດ້ຮັບບາດເຈັບສາຫັດ ແລະ ໄດ້ຮັບການນໍາສົ່ງໄປປິ່ນປົວຢູ່ໂຮງໝໍອຸດອນ(ປະເທດໄທ), ໃນຂະນະທີ່ພະຍາບານປົວຢູ່ນັ້ນ ປະທານ ສຸພານຸວົງ ກໍໄດ້ຕິດຕາມສະພາບການຜັນແປໃນປະເທດຢ່າງຈົດຈໍ່, ໃນເວລານີ້ແນວຄິດຮັກຊາດ, ນໍ້າໃຈເສຍສະຫຼະທີ່ໄດ້ຮັບການອົບຮົມບົ່ມເພາະມາກ່ອນແລ້ວນັ້ນກໍໄດ້ສະແດງອອກຢ່າງພິລະອາດຫານໂດຍມີນັກຮົບປະຕິວັດລາວ ແລະ ຫວຽດນາມສອງຄົນ ໄດ້ເສຍສະຫຼະຕົນເອງບັງກະສູນປືນທີ່ຍິງມາຈາກຍົນຝຣັ່ງເພື່ອປົກປ້ອງເອົາຊີວິດຂອງ ປະທານ ສຸພານຸວົງ ໄວ້.

ຄໍາສອນຂອງ ປະທານ ສຸພານຸວົງ ຕໍ່ຄົນຮຸ່ນສືບທອດ.

ໃນໄລຍະຕໍ່ສູ້ກູ້ຊາດອັນດູດດື່ມ, ສູນກາງແນວລາວຮັກຊາດເຊິ່ງແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້ານັ້ນ, ເພີ່ນຮ່ວມກັບໝູ່ຄະນະສ້າງນະໂຍບາຍການສຶກສາ, ສາທາລະນະສຸກ ໃນທ້ອງຖິ່ນທີ່ໄດ້ຮັບການປົດປ່ອຍ, ສ້າງໂຮງຮຽນກິນນອນ, ສ້າງໂຮງຮຽນນ້ອງນ້ອຍ, ໂຮງຮຽນຊົນເຜົ່າຫຼາຍແຫ່ງ, ເອົາໃຈໃສ່ສ້າງພະນັກງານຈາກຖັນແຖວຊາວໜຸ່ມ, ດັ່ງນັ້ນ ມະຕິທີ 16 ສະໄໝທີ I ຂອງ​ສູນ​ກາງ​ພັກ​ໄດ້​ເວົ້າວ່າ: “ຕ້ອງ​ມີ​ແຜນກໍ່ສ້າງ​ພະນັກງານ​ຮຸ່ນ​ສືບ​ທອດ, ພະນັກງານໜຸ່ມນ້ອຍ​ເປັນ​ຊຸດໆ​ເພື່ອ​ຕອບ​ສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກງານ”.

ປະຕິບັດ​ຕາມ​ມະຕິ​ດັ່ງກ່າວ​ປີ 1968 ​ໂຮງຮຽນອຸດົມຫຼັງທຳ​ອິດ​ຂອງ​ເຂດ​ປົ​ດປ່ອຍ​ເປີດ​ຂຶ້ນ ​ແລະ ​ໃນ​ມື້​ໄຂ​ສົກຮຽນນັ້ນ ປະທານ ສຸພາ​ນຸວົງ ​ໄດ້​ໃຫ້​ຄໍາ​​ໂອວາດຕັກ​ເຕືອນ​ວ່າ: “ພວກ​ລູກຫຼານຕ້ອງ​ຮຽນ​ໃຫ້​ເກັ່ງ​ເສັງ​ໃຫ້​ໄດ້, ນໍາ​ໃຊ້​ໃຫ້​ເປັນ”.

​ໃຕ້​ຮົ່ມ​ທຸງ​ຂອງ​ແນວ​ລາວ​ຮັກ​ຊາດ​ເຊິ່ງພັກ​ປະຊາຊົນ​ປະຕິວັດ​ລາວ​ເປັນ​ແກນ​ນຳ​ນັ້ນ, ອົງການ​ຈັດຕັ້ງຂອງ​ຊາວໜຸ່ມ ​ແລະ ອົງການ​ຈັດຕັ້ງ​ເຍົາວະ​ຊົນ​ທັນວາ ​ໄດ້​ຮັບ​ການ​ຊີ້ນໍາ-ນໍາພາ​ເບິ່ງ​ແຍງ​ຈາກ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂົນຂວາຍ​ກຳລັງ​ຢ່າງ​ກວ້າງຂວາງ, ຊາວໜຸ່ມ​ແຕ່​ເໜືອ​ເຖິງ​ໃຕ້​ໄດ້​ສະຫຼະຄອບຄົວ​ປະກອບ​ສ່ວນ​ເຂົ້າຮ່ວມ​ການ​ປະຕິວັດ​ນັບ​ມື້ນັບຫຼາຍຂຶ້ນ,​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ປະຕິວັດ​ຂອງ​ຊາວໜຸ່ມ​ໃຫ້​ຂຶ້ນສູ່​ກະ​ແສ​ສູງ​ນໍາ​ເອົາ​ກຳ​ລັງ​ຊາວໜຸ່ມ​ເປັນ​ກຳລັງ​ປະຈັນບານ, ກຽມພ້ອມ​ຕີ​ເອົາ​ຊະນະ​ກັບ​ຈັກກະພັດ​ຜູ້​ຮຸກ​ຮານ​ນັ້ນ ປະທານ ສຸພາ​ນຸວົງ ​ໄດ້​ໂອ້​ລົມ​ກັບ​ຊາວໜຸ່ມອ້ອມ​ຂ້າງ​ສູນ​ກາງ​ໃນ​ປີ 1970 ທີ່​ຖໍ້າ​ຊ້າງ​ລອດ, ​ເມືອງ​ວຽງ​ໄຊ, ​ແຂວງ​ຫົວພັນ, ​ເພີ່ນ​ໄດ້ຕັກ​ເຕືອນ​ໃຫ້​ຊາວໜຸ່ມຕ້ອງ​ມີ​ອຸດົມ​ຄະຕິ​ປະຕິວັດ,ຝຶກ​ຝົນຫຼໍ່ຫຼອມຕົນ​ເອງ​ດ້ານ​ຄຸນສົມບັດ ​ແລະ ຄວາມ​ສາມາດ, ຕ້ານ​ແນວ​ຄິດ​ຂີ້ຄ້ານ, ມັກງ່າຍ, ​ແນວ​ຄິດ​ມັກ​ສະຫງົບ​ສຸກ​ສ່ວນ​ຕົວ ຫຼື ໝົດຫວັງ, ຈາກ​ນັ້ນມາ​ຈຶ່ງ​ເຮັດ​ໃຫ້​ຂະ​ບວນການ​ແຂ່ງຂັນ​ຂອງ​ຊາວໜຸ່ມຟົດຟື້ນຂຶ້ນ, ຊາວໜຸ່ມຢູ່​ຕາມ​ສຳນັກງານ, ອົງການ​, ກົມ​ກອງ​ສູ້​ຮົບ​ຕ່າງໆ ​ໄດ້​ຫ້າວຫັນ​ປະຕິບັດ​ຄໍາ​ຂວັນ​ຂອງ​ຕົນ​ຄື: ບ່ອນ​ໃດ​ຍາກ​ຊາວໜຸ່ມຕ້ອງ​ບຸກ, ບ່ອນ​ໃດ​ທຸກ​ຊາວໜຸ່ມຕ້ອງ​ຜ່ານ, ບ່ອນ​ໃດ​ຊາດ​ຕ້ອງການ​ຊາວໜຸ່ມຕ້ອງ​ຂານ​ອາສາ.

(来源: ຫຼວງພະບາງໃໝ່)
;

同类别新闻