ທ່ານ ສຸ​ພາ​ນຸ​ວົງ ປະ​ທານ​ປະ​ເທດ​ຄົນ​ທຳ​ອິດ​ຂອງ ສ​ປ​ປ ລາວ

07:45 2018/07/13

ຍ​ສ​ໝ - ທ່ານ​ປະ​ທານ ສຸ​ພາ​ນຸ​ວົງ ເຄີຍ​ເວົ້າ​ວ່າ: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍ່ຕາມ ຂ້າພະເຈົ້າກໍ່ຈະຕ້ອງ ປະລະນິໄສທີ່ປ່ອຍປະລະເລີຍ ໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດ ຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ ອັນຈະຕ້ອງກາຍເປັນເຫຍື່ອ ໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ”.

ທ່ານ ສຸ​ພາ​ນຸ​ວົງ ປະ​ທານ​ປະ​ເທດ​ຄົນ​ທຳ​ອິດ​ຂອງ ສ​ປ​ປ ລາວ
ປະ​ທານ​ປະ​ເທດ​ຜູ້​ທຳ​ອິດ​ຂອງ ສ​ປ​ປ ລາວ.

ປະ​ຫວັດ​ຂອງ​ທ່ານ ປະ​ທານ ສຸ​ພາ​ນຸ​ວົງ

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9

ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະ​ຖາ​ບັນ​ລີ​ເຊ​ອັນ​ແບ​ຊາ​ໂຣ ທີ່ ຮ່າ​ໂນ້ຍເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາ​ສາ​ຝ​ຣັ່ງ, ພາ​ສາ​ຫວຽດ​ນາມ ແລະ ພາ​ສາ​ອັງ​ກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາ​ຣີ ປ​ເທດຝ​ຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງ​ຄຳ ສຸ​ພາ​ນຸ​ວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງ​ທ່າ​ແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ລາວໃນ ເມືອງ​ຊຳ​ເໜືອ, ແຂວງ​ຫົວ​ພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮ່​ຈີ໋​ມິງ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງ​ຊຳ​ເໜືອ, ແຂວງ​ຫົວ​ພັນ ແລະ ແຂວງ​ຜົ້ງ​ສາ​ລີ.

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991.

ປະທານ ສຸພານຸວົງ.

ຄຸນ​ທາດ​ປະ​ຕິ​ວັດ ປະ​ທານ ສຸ​ພາ​ນຸ​ວົງ

ສຳລັບປະທານ ສຸພານຸວົງ ກັບເສັ້ນທາງຕໍ່ສູ້ປະຕິວັດ ເພື່ອປົດປ່ອຍຊາດ ບໍ່ແມ່ນເສັ້ນທາງທຳມະດາ. ເພາະວ່າເພີ່ນມີຕົ້ນ ກຳເນີດມາຈາກຄອບຄົວໃນລາດຊະວົງ. ຕົ້ນກຳເນີດສົມທົບກັບຄວາມຮູ້ຄວາມສາມາດ ແລະ ຄວາມສະຫລາດຫລັກແຫລມ ໂດຍເພີ່ນໄດ້ສຳເລັດ ການສຶກສາ ຢູ່ໃນລະດັບສູງທັງຈາກພາຍໃນ ແລະ ຈາກຕ່າງປະເທດ.ເພີ່ນມີເງື່ອນໄຂຄົບ ຖ້ວນທີ່ຈະໃຊ້ຊີວິດ ແບອຸດົມສົມບູນໃນການສ້າງຖານະທີ່ດີງາມ ໃຫ້ແກ່ຕົນເອງ ແຕ່ເພີ່ນຊ້ຳພັດເລືອກເອົາ ວິຖີຊີວິດຂອງນັກ ກອມມູນິດ ແລະ ຂອງນັກຕໍ່ສູ້ປົດປ່ອຍຊາດ. ເພີ່ນບໍ່ພຽງ ແຕ່ເສຍສະຫລະ ຕັດຂາດຈາກຊົນຊັ້ນ ຂອງຕົນເອງເທົ່ານັ້ນ ແຕ່ເພີ່ນຍັງກາຍເປັນ ຜູ້ທີ່ເດັດດ່ຽວໜຽວແໜ້ນ ຕໍ່ສູ້ກັບຊົນຊັ້ນນັ້ນເອງອີກດ້ວຍ. ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງສົ່ງ ໃນຊີວິດການເມືອງຂອງເພີ່ນ ເຊິ່ງໄດ້ສ່ອງ ແສງເຖິງຄຸນທາດ ປະຕິວັດຂອງນັກຮັກຊາດທີ່ດູດດື່ມ.ໃນທຸກການເຄື່ອນໄຫວ ປະຕິວັດອັນລະອິດລະອ້ຽວ ທັງເຕັມໄປດ້ວຍການ ທົດສອບນາໆປະການໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດປົດ ປ່ອຍຊາດ, ເສັ້ນ ທາງການປະຕິວັດ ຂອງນັກຕໍ່ສູ້ປົດປ່ອຍຊາດ ຂອງປະທານ ສຸພານຸວົງ ທີ່ໄດ້ສະແດງ ອອກໃຫ້ເຫັນ ເປັນພຶດຕິກຳຕົວຈິງ ນັນແມ່ນ ໄດ້ຮັບການຝຶກຝົນ ຫລໍ່ຫລອມການເສຍສະຫລະ ໃນສະໜາມຮົບຕໍ່ສູ້ ປ້ອງກັນຕົວເມືອງທ່າແຂກ ໃນເວລານັ້ນ ເພີ່ນໄດ້ ກ່າວ ໄວ້ວ່າ: “ເຖິງຕາຍກໍ່ບໍ່ກິນແໜງເພາະຕາຍ ເພື່ອປະເທດຊາດ, ຈະຕ້ອງສູ້ໄປເຖິງທີ່ສຸດ”. ເຖິງວ່າການຕໍ່ ສູ້ເພື່ອປ້ອງກັນ ຮັກສາຕົວເມືອງທ່າແຂກ ບໍ່ສຳເລັດຜົນກໍ່ຕາມ, ແຕ່ວິລະກຳອັນຍິ່ງໃຫຍ່ ແລະ ແບບຢ່າງການເສຍສະຫລະອັນ ໂດດເດັ່ນຂອງປະ ທານ ສຸພານຸວົງໃນວັນທີ 21 ມີນາ 1946 ປະຫວັດສາດ ນັ້ນຍັງຄົງຝັງເລິກຢູ່ ໃນຄວາມຊົງຈຳຂອງປະຊາຊົນ ເມືອງທ່າແຂກ ແລະ ປະຊາຊົນລາວ ໃນທົ່ວປະເທດມາຈົນເຖິງທຸກວັນນີ້.

ໃນວັນທີ 29 ຕຸລາ 1949 ເຊິ່ງ ແມ່ນໄລຍະທີ່ປະທານ ສຸພານຸວົງ ໄປລີ້ໄພຢູ່ປະເທດໄທ ແລະ ເພີ່ນໄດ້ປະກາດຕໍ່ສື່ມວນຊົນວ່າ: “ພວກ ຂ້າພະເຈົ້າຂໍຢ້ຳຄືນອີກເທື່ອໜຶ່ງ ເຖິງຄວາມເຊື່ອໝັ້ນ ໃນໄຊຊະນະ ແລະ ພວກຂ້າພະເຈົ້າ ຈະບໍ່ຢູ່ໂດດດ່ຽວບົນ ເສັ້ນທາງ ອັນເປັນທຳນີ້ ແຕ່ປະການໃດ, ເພື່ອນມິດອິນໂດເນເຊຍ, ຫວຽດນາມ,ກຳປູເຈຍ ກໍ່ພວມ ກ້າວເດີນບົນເສັ້ນທາງ ອັນດຽວກັນນີ້ ແລະ ພວກຂ້າພະເຈົ້າກໍ່ໄດ້ຮັບ ການສະໜັບສະໜູນອູ້ມຊູ ຈາກປະຊາຊົນຜູ້ຮັກ ຫອມອິດສະຫລະພາບທັງປວງໂດຍສະເພາະແມ່ນບັນດາ ປະເທດເພື່ອນບ້ານ ທີ່ຍິ່ງໃຫຍ່ ເຊິ່ງເປັນກຳລັງໃຈໃຫ້ແກ່ ພວກຂ້າພະເຈົ້າສະເໝີ”. ຄຳປະກາດດັ່ງກ່າວຢືນຢັນ ໄດ້ເຖິງຄວາມເຊື່ອໝັ້ນໃນກຳລັງແຮງ ຂອງມະຫາຊົນ ແລະ ທັງເປັນການປຸກລະດົມກຳລັງໃຈ ໃຫ້ປະຊາຊົນລຸກຂຶ້ນ ຕໍ່ສູ້ປົດປ່ອຍປະເທດຊາດ.

ນັບແຕ່ນັ້ນເປັນຕົ້ນມາ, ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວ ໄດ້ມີການນໍາພາ ແລະ ມີການເຄື່ອນໄຫວ ເປັນເອກະພາບໃນທົ່ວປະເທດ. ປະທານ ສຸພານຸວົງ ໄດ້ກາຍເປັນຄັນທຸງເຕົ້າໂຮມ ປະຊາຊົນລາວບັນດາເຜົ່າ, ນັກສຶກສາ, ປັນຍາ ຊົນ ແລະ ຊັ້ນຄົນ ຕ່າງໆ ນັບທັງວົງເຊື້ອເຈົ້າເຂົ້າ ຢູ່ໃນແນວໂຮມ ແຫ່ງຊາດຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກ. ຈາກນັ້ນ, ຂະບວນການຕໍ່ສູ້ປະຕິວັດ ໄດ້ຂະຫຍາຍຕົວ ໄປໃນຫລາຍຮູບຫລາຍສີ, ດ້ວຍກຳລັງປະກອບອາວຸດ, ການເມືອງຖືກກົດ ໝາຍ ແລະ ເຄິ່ງຖືກກົດໝາຍ ໄດ້ແຜ່ລາມໄປໃນທົ່ວປະເທດ ບຸກຕີສັດຕູຢ່າງຕໍ່ເນື່ອງ. ໃນເວລາທີ່ປະທານ ສຸພານຸວົງ ແລະ ບັນດາຜູ້ຂອງແນວລາວຮັກຊາດ ຖືກຈັບກຸມຄຸມຂັງຢູ່ທີ່ຄຸກໂພນເຄັງ, ຕໍ່ສະພາບການດັ່ງກ່າວນັ້ນ ປະທານ ສຸພານຸວົງ ກໍ່ມີຄວາມ ທຸ່ນທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ ການນຳພາ ຂອງພັກ ເພີ່ນໄດ້ກ່າວໄວ້ວ່າ: “ຖ້າກໍລະນີມີການຍິງເປົ້າເຮົາເອງ ຈະເປັນຜູ້ອອກໜ້າກ່ອນໝູ່ ເພາະເຮົາໄດ້ຢູ່ໃນນາມຜູ້ເປັນຫົວໜ້າ”.

ນ້ຳໃຈເດັດດ່ຽວຕໍ່ສູ້ປົດປ່ອຍຊາດ ແລະ ຄວາມເສຍສະຫລະຕໍ່ການ ປະຕິວັດຂອງປະທານ ສຸພານຸວົງ ໄດ້ສ່ອງແສງເຖິງຄຸນທາດ ການປະຕິວັດ ຂອງນັກກອມມູນິດແລະ ນັກຕໍ່ສູ້ປະຕິວັດທີ່ກ້າແກ່ນ, ເປັນບົດຮຽນ ແລະ ເປັນແບບຢ່າງທີ່ດີເດັ່ນ ໃຫ້ ພວກເຮົາ ແລະ ໃຫ້ແກ່ ຄົນຮຸ້ນ ສືບທອດໄດ້ຄົ້ນຄວ້າຮ່ຳຮຽນ ຕະຫລອດໄປ. ປະທານສຸພານຸວົງ ສົມແລ້ວທີ່ປະຊາຊົນລາວ ບັນດາເຜົ່າ ແລະ ປະຊາ ຊົນຜູ້ຮັກຫອມສັນຕິພາບຍົກຍ້ອງ ແລະ ພ້ອມທັງໃຫ້ນາມມະຍົດ ວ່າເພີ່ນເປັນ: “ວິລະບູລຸດ ແຫ່ງ ຊາດແລະ ເປັນເຈົ້າຊາຍແດງຂອງຊາດລາວ”.

ປະ​ທານ ສຸ​ພາ​ນຸ​ວົງ.

ປະ​ທານ ສຸ​ພາ​ນຸ​ວົງ ເປັນ​ແກ່ນ​ສານ ແລະ ໃຈ​ກາງ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ປອງດອງ​ຊາດ

ໃນຕະຫຼອດໄລຍະການເຄື່ອນ ໄຫວປະຕິວັດຂອງປະທານສຸພາ ນຸວົງ ໄດ້ເປັນຄັນທຸງໃນການເຕົ້າ ໂຮມຄວາມສາມັກຄີຂອງປວງ ຊົນລາວທັງຊາດ ເພິ່ນໄດ້ອຸທິດ ເຫື່ອແຮງ ແລະ ສະຕິປັນຍາປະ ສານສົມທົບຢ່າງກົມກຽວລະຫວ່າງຈິດໃຈຊາດອັນສູງສົ່ງກັບ ລັດທິມາກ-ເລນິນ, ປະທານສຸພາ ນຸວົງ ແມ່ນຕົວແທນຂອງລັດທິ ຮັກຊາດ, ຮັກຜືນແຜ່ນດິນຂອງ ປວງຊົນທັງມວນ ເພິ່ນໄດ້ສະຫຼະ ເຊື້ອເຈົ້າໜໍ່ກະສັດໂດຍເອົາຊີວິດ ຂອງຕົນເຈືອຈານລົງໃກ້ຊິດຕິດແໜ້ນກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ພ້ອມກັບບັນດາຊັ້ນຄົນ, ດຳເນີນການປະຕິ ວັດຕໍ່ສູ້ກູ້ຊາດເພື່ອຄວາມເປັນເອກະລາດ ແລະ ອິດສະ ຫຼະພາບແຫ່ງຊາດ.

ເລີ່ມແຕ່ຫົວທີປະທານສຸພານຸ ວົງ ແມ່ນຖືເອົາຄວາມສາມັກຄີ ເປັນອັນໜຶ່ງອັນດຽວຂອງປະຊາ ຊົນບັນດາເຜົ່າ ເປັນກ້ອນກຳລັງ ແຮງອັນມະຫາສານຂອງມະຫາ ຊົນ, ມີຄວາມເຊື່ອໝັ້ນຕໍ່ກຳລັງ ແຮງຂອງມະຫາຊົນ ໃນການຕໍ່ສູ້ ກັບພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່, ມີຄວາມເຊື່ອໝັ້ນໃນ ໄຊຊະນະຂອງການປະຕິວັດ ຊາດ ປະຊາທິປະໄຕ ອັນມີພັກ ຂອງຊັ້ນກຳມະກອນ ແລະ ຊາວ ນາ ໂດຍຍຶດຖືລັດທິມາກ-ເລນິນ ເປັນຜູ້ຈັດຕັ້ງ ແລະ ນຳພາ, ໃນ ກອງປະຊຸມໃຫຍ່ຜູ້ແທນປະຊາ ຊົນທົ່ວປະເທດຄັ້ງ ວັນທີ 13-15 ສິງຫາ 1950 ປະທານ ສຸພານຸ ວົງ ໄດ້ຮັບເລືອກຕັ້ງໃຫ້ເປັນປະ ທານສູນກາງແນວລາວອິດສະ ຫຼະ ທັງເປັນລັດຖະເສນາປ້ອງ ກັນ ປະເທດ ( ລັດຖະມົນຕີປ້ອງ ກັນປະເທດ ) ກອງປະຊຸມດັ່ງ ກ່າວໄດ້ຮັບຮອງເອົາໂຄງການ ການເມືອງ 12 ຂໍ້ ເຊິ່ງສະເໜີ ໂດຍປະທານ ສຸພານຸວົງ, ພ້ອມ ດຽວກັນນັ້ນປະທານຍັງໄດ້ຮຽກ ຮ້ອງໃຫ້ປະຊາຊົນລາວບັນ ດາ ເຜົ່າຈົ່ງສາມັກຄີກັນເຂົ້າເປັນອັນ ໜຶ່ງອັນດຽວທີ່ເຂັ້ມແຂງດຳເນີນ ການຕໍ່ສູ້ກັບສັດຕູຜູ້ຮຸກຮານອ້ອມ ຂ້າງສູນກາງແນວລາວອິດສະ ຫຼະເພື່ອຍາດເອົາໄຊຊະນະມາສູ່ ປະເທດຊາດໃນໄລຍະຕໍ່ມາ.
ປະທານ ສຸພານຸວົງ ເປັນຜູ້ມີ ບົດບາດສຳຄັນອັນພົ້ນເດັ່ນໃນ ການຮຽກຮ້ອງປຸກລະດົມຂົນ ຂວາຍ ບັນດາເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ບັນດາເຜົ່າ ແລະ ຊັ້ນຄົນຕ່າງໆເຂົ້າເປັນກ້ອນກຳ ລັງມະຫາສາມັກຄີ ກາຍເປັນກຳລັງສຳຄັນຂອງການປະຕິວັດ, ໂດຍອາໄສອິດທິພົນ ແລະ ບົດບາດຂອງປະທານໃນຖານະທີ່ເປັນເຊື້ອ​ເຈົ້າຜູ້ມີນ້ຳໃຈຮັກຊາດອັນດູດດື່ມ, ໂດຍເຫັນໄດ້ຈາກພຶດຕິກຳຂອງການເສຍສະຫຼະຄວາມສຸກໃນຊີວິດ ສ່ວນຕົວແລ້ວເອົາ ຕົວ ເຂົ້າສູ່ປ່າເລິກດົງໜາກິ້ງເກືອກລີເລືອນຳຂະບວນການປະຕິວັດ, ອຸທິດເຫື່ອແຮງສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເພື່ອຄວາມ ເປັນເອກະລາດແຫ່ງຊາດ ດ້ວຍ ທັດສະນະມະຫາຊົນທີ່ ສາມາດ ເຂົ້າໄດ້ທຸກຊົນເຜົ່າ ແລະ ຊັ້ນຄົນ ໃນທົ່ວສັງຄົມລາວ ນອກນັ້ນປະ ທານຍັງໄດ້ອອກແຮງເຄື່ອນໄຫວ ເຮັດວຽກງານການຕ່າງປະເທດ ເພື່ອເປີດກວ້າງການພົວພັນຮ່ວມ ມືກັບບັນດາປະເທດປະຊາທິປະ ໄຕສັນຕິ ພາບໃນທົ່ວໂລກ,  ເຕົ້າ ໂຮມໄດ້ກຳລັງມະຫາສາມັກຄີ ພາຍໃນ ແລະ ສາມັກຄີກັບສາ ກົນອັນໄດ້ກາຍເປັນພື້ນຖານໃຫ້ແກ່ການສ້າງເປັນກຳລັງແຮງ ສັງລວມ ໂຄ້ນລົ້ມພວກລ່າເມືອງ ຂຶ້ນຜູ້ຮຸກຮານໃຫ້ປະລາໄຊ.
ຊື່ສຽງຮຽງນາມ ແລະ ອິດທິ ພົນຂອງປະທານ ສຸພານຸວົງ ໄດ້ ຕິດແໜ້ນກັບປະຫວັດສາດແຫ່ງ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວບັນດາເຜົ່າ ຕິດແໜ້ນກັບ ວຽກງານແນວໂຮມ, ເພິ່ນໄດ້ອຸ ທິດເຫື່ອແຮງສະຕິປັນ ຍາ ຂອງຕົນເພື່ອເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ຂອງບັນດາຊັ້ນຄົນ, ສາສະໜາ, ເພດໄວ, ໄດ້ຕັ້ງໜ້າເຊີດຊູນ້ຳໃຈ ຮັກຊາດ, ຮັກບ້ານເກີດເມືອງ ນອນ, ສ້າງຄວາມສາມັກຄີປອງ ດອງພາຍໃນ ຊາດ ແລະ ເຮັດສຳ ເລັດພາລະກິດຊາດຢ່າງສົມບູນ.
ພາຍຫຼັງປະເທດຊາດໄດ້ຮັບ ການປົດປ່ອຍ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງສົມ ບູນໃນ ວັນທີ 2 ທັນວາ 1975 ປະທານ ສຸພານຸວົງ ກໍຍັງສືບຕໍ່ ເປັນຄັນທຸງເຕົ້າໂຮມ ຄວາມສາມັກຄີໃຫ້ແກ່ວຽກງານແນວໂຮມ ແຫ່ງຊາດ, ເຊິ່ງໃນ ວັນທີ 20 ກຸມ ພາ 1979 ກອງປະຊຸມໃຫຍ່ຜູ້ ແທນແນວລາວຮັກຊາດໄດ້ໄຂ ຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ຕົກລົງປ່ຽນແນວລາວຮັກ ຊາດມາເປັນແນວລາວ ສ້າງຊາດ ແລະ ປະທານ ສຸພານຸ ວົງ ກໍໄດ້ເລືອກຕັ້ງໃຫ້ເປັນປະ ທານແນວລາວສ້າງຊາດ.
ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງຊົນລາວທັງຊາດໄດ້ກ່າວ ສັນລະເສີນປະທານ ສຸພານຸວົງ ວ່າ: ໂດຍເດີນຕາມເສັ້ນທາງ ຂອງພັກຄວາມສາມາດ, ຄຸນນະ ທຳ ແລະ ອິດທິພົນຂອງສະ ຫາຍ ສຸພານຸວົງ ໄດ້ກາຍເປັນສິ່ງຊຸກຍູ້ ປຸກລະດົມ ແລະ ດຶງດູດເອົາປະ ຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນສ້າງ ກ້ອນກຳລັງມະຫາສາມັກຄີ ເປັນ ອັນໜຶ່ງອັນດຽວ ໃນແນວໂຮມເອກະພາບແຫ່ງຊາດ, ເຊິ່ງອັນນັ້ນໄດ້ເປັນປັດໄຈອັນໜຶ່ງໃນຫຼາຍໆປັດໄຈອັນສຳຄັນ ທີ່ຮັບປະກັນໃຫ້ແກ່ໄຊຊະນະຂອງການປະຕິວັດເຮົາໃນແຕ່ລະໄລຍະ.

ປະທານ ສຸພານຸວົງ.

ປະທານ ສຸພານຸວົງ ກັບພາລະກິດປະຕິວັດປົດປ່ອຍຊາດ – ປະທານປະເທດຄົນທຳອິດ ຂອງປະເທດເຮົາ!

ທົ່ວພັກ–ທົ່ວປວງຊົນລາວທັງຊາດ ຕ່າງກໍຮູ້ດີວ່າ ປະທານ ສຸພານຸວົງ ເປັນເຊື້ອເຈົ້າ ແລະ ແມ່ນປັນຍາຊົນຜູ້ໜຶ່ງ ທີ່ມີນ້ຳໃຈຮັກຊາດອັນດູດດື່ມ ທີ່ໄດ້ເອົາຊີວິດຕິດພັນກັບ ພາລະກິດການຕໍ່ສູ້ປົດປ່ອຍຊາດ ຕັ້ງແຕ່ຫົວທີ ແລະ ຕະຫລອດເຄິ່ງສະຕະວັດທີ່ຜ່ານມາ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດ ທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະເປັນທີ່ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ.

ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳ ເປັນຂໍ້ຄວາມຕອນໜຶ່ງໄວ້ວ່າ: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີຂ້າພະເຈົ້າໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍ່ຕາມ ຂ້າພະເຈົ້າກໍ່ຈະຕ້ອງ ປະລະນິໄສທີ່ປ່ອຍປະລະເລີຍ ໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດ ຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ ອັນຈະຕ້ອງກາຍເປັນເຫຍື່ອ ໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ”. ຄຳເວົ້າເຫລົ່ານີ້ຊ່ວຍຢືນຢັນໄດ້ວ່າ ປະທານ ສຸພານຸວົງ ໄດ້ເລືອກເສັ້ນທາງຊີວິດ ແລະພາລະກິດອັນຍິ່ງໃຫຍ່ ຂອງເພີ່ນໄວ້ແຕ່ດົນພຸ້ນແລ້ວ.

ປະທານ ສຸພານຸວົງ

ຫລັງຈາກການປະຕິວັດຂອງປະເທດຫວຽດນາມ ໃນເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ ແລະ ປະກາດຄວາມເປັນເອກະລາດ ຕໍ່ຊາວໂລກໄດ້ຮັບຮູ້ແລ້ວ. ປະທານ ໂຮ່ຈີ່ມິງ ໄດ້ເຊີນປະທານ ສຸພານຸວົງ ໄປນະຄອນຫລວງຮ່າໂນ້ຍ ເພື່ອພົບປະໂອ້ລົມກັນເປັນຄັ້ງທຳອິດ ຂອງປະຫວັດສາດ ແລະ ສຳຄັນຍິ່ງກວ່ານັ້ນ ແມ່ນຜູ້ນຳທັງສອງຝ່າຍ ໄດ້ຕົກລົງສ້າງກອງທະຫານປະສົມລາວ–ຫວຽດນາມຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຍາດເອົາຄວາມເປັນເອກະລາດໃຫ້ແກ່ລາວ ເພາະປະເທດລາວ ເປັນເອກະລາດ, ຫວຽດນາມຈິ່ງມີເອກະລາດທີ່ຖາວອນໄດ້. ພາຍຫລັງທີ່ໄດ້ເດີນທາງກັບຄືນມາເຖິງປະເທດລາວ ປະທານ ສຸພານຸວົງ ໄດ້ກ່າວ ປາໄສຕໍ່ປະຊາຊົນ ທີ່ມາເຕົ້າໂຮມກັນ ເພື່ອຕ້ອນຮັບເພີ່ນ ຢູ່ທີ່ເມືອງເຊໂປນ ໂດຍມີໃຈຄວາມວ່າ: “ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນພວກເຮົາ ທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດ ອັນແສນຮັກຂອງພວກເຮົາ ຄືນມາໃຫ້ໄດ້”. ໃນເວລານັ້ນເອງ, ເພິ່ນໄດ້ສືບຕໍ່ເຄື່ອນໄຫວ ປຸກລະດົມ ແລະ ສ້າງກຳລັງຢູ່ສະຫວັນນະເຂດ ແລະ ທ່າແຂກ ເພື່ອກະກຽມໃຫ້ແກ່ການຢຶດອຳນາດ ແລະ ປະກາດເອກະລາດ ເຊິ່ງມາຮອດວັນທີ 12 ຕຸລາ 1945 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດພິທີປະກາດເອກະລາດຢ່າງ ເປັນທາງການ, ລັດຖະບານລາວອິດສະລະ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍປະທານ ສຸພານຸວົງ ໄດ້ຮັບແຕ່ງຕັ້ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ດຳລົງຕຳແໜ່ງຜູ້ບັນຊາການສູງສຸດ ຂອງບັນດາກຳລັງ ປະກອບອາວຸດອິດສະລະ. ແຕ່ມາເຖິງວັນທີ 24 ເມສາ 1946 ກອງທັບຂອງພວກລ່າເມືອງຂຶ້ນແບບເກົ່າ ໄດ້ຢຶດເອົານະຄອນຫລວງວຽງຈັນ  ເຮັດໃຫ້ປະທານ ສຸພານຸວົງ ພ້ອມດ້ວຍພະນັກງານລັດຖະບານອິດສະລະ ຈຳນວນໜຶ່ງ ຕ້ອງໄດ້ລີ້ໄພໄປປະເທດໄທເປັນການຊົ່ວຄາວ ເຊິ່ງປະທານ ສຸພານຸວົງ ເພື່ອກ່າວປະນາມ ຢ່າງເຄັ່ງຂຶມວ່າ: “ຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າ  ເພື່ອປົດປ່ອຍຊາດຂອງປະຊາຊົນ ລາວຍັງຄົງດຳເນີນສືບຕໍ່ໄປ ຈົນເຖິງໄຊຊະນະສຸດທ້າຍ….”. ພ້ອມກັນນັ້ນ, ປະທານ ສຸພານຸວົງ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວທັງຊາດຈົ່ງລຸກຂຶ້ນຕໍ່ສູ້ຢ່າງທໍລະຫົດອົດທົນ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫລ້ງຕີນມືຂອງພວກເຂົາ ເພື່ອຍາດເອົາເອກະລາດ.

ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສ້າງຕັ້ງ ແນວໂຮມເອກະພາບແຫ່ງຊາດ ຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າ: ແນວລາວອິດສະລະ ແລະ ສ້າງຕັ້ງລັດ ຖະບານລາວຕໍ່ຕ້ານ. ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນ ປະທານກອງອຳນວຍການກາງ ຂອງແນວລາວອິດສະລະ ແລະ ເປັນນາຍົກລັດຖະມົນຕີຂອງລັດຖະບານລາວຕໍ່ຕ້ານ ຍິ່ງເປັນການຍົກສູງ ບົດບາດຂອງເພີ່ນ ໃຫ້ສູງເດັ່ນຂຶ້ນພ້ອມກັບພາລະກິດອັນໜັກໜ່ວງ. ແຕ່ຕົກໃນວັນທີ 28 ກໍລະກົດ 1959, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳ, ພະນັກງານຂອງແນວລາວຮັກຊາດຫລາຍທ່ານ ໄດ້ຖືກຂັງໄວ້ຢູ່ຄຸກໂພນເຄັງ ແຕ່ມາຮອດວັນທີ 23 ພຶດສະພາ1960, ປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງໝົດ ໄດ້ໂຕນອອກຈາກຄຸກ ກັບຄືນສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພເຊິ່ງເປັນເຫດການອັນໜ້າອັດສະຈັນໃຈ ເປັນຢ່າງຍິ່ງ ໃນໝູ່ປະຊາຊົນລາວໃນທົ່ວປະເທດ.

ໃນວັນທີ 1 ແລະ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຜ່ານບັນດາມະຕິ ຕົກລົງທີ່ມີລັກສະນະປະຫວັດສາດ ແລະ ເປັນເອກະສັນກັນ ໃນການແຕ່ງຕັ້ງ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເພ່ິນໄດ້ເຖິງແກ່ກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ.

(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll