ທ່ານນາງ ດາລານີ ພົມມະວົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ.
ທ່ານນາງ ດາລານີ ພົມມະວົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: 25 ຄັ້ງຜ່ານມາ ມີຜູ້ສຳເລັດຫຼັກສູດເຝິກອົບຮົມພະນັກງານນຳທ່ຽວແລ້ວ 1.300 ກວ່າຄົນ ມາຮອດປີ 2013 ໄດ້ຈັດຕັ້ງທົດລອງປະຕິບັດນະໂຍບາຍ 3 ສ້າງ ຫຼັກສູດດັ່ງກ່າວ ໄດ້ມອບໃຫ້ບັນດາແຂວງນຳໄປຈັດຕັ້ງປະຕິບັດ ເຊິ່ງມີ 3 ແຂວງ ຄື: ຫຼວງພະບາງ ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ໄລຍະປີ 2014-2018 ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຸ່ມໃສ່ປັບປຸງຫຼັກສູດໃຫ້ໄດ້ມາດຕະຖານ ສອດຄ່ອງກັບມາດຕະຖານອາຊຽນ ມາຮອດປີ 2018 ຫຼັກສູດສະບັບປັບປຸງໄດ້ສຳເລັດ ແລະ ໄດ້ຮັບການອະນຸມັດໃຫ້ຈັດຕັ້ງປະຕິບັດ ຈາກລັດຖະມົນຕີກະຊວງ ຖວທ ຈັດການໄຂຊຸດອົບຮົມ ຄັ້ງທີ 26 ຂຶ້ນ.
ສຳມະນາກອນເຂົ້າຮ່ວມເຝິກອົບຮົມຄັ້ງນີ້ມີ 64 ຄົນ ທີ່ຜ່ານການຄັດເລືອກຈາກ 108 ຄົນ ທີ່ໄດ້ສົ່ງຄຳຮ້ອງຂໍເຂົ້າຮ່ວມເຝິກອົບຮົມ ເຊິ່ງຈະໄດ້ລົງເລິກພາກຄວາມຮູ້ທົ່ວໄປ 6 ບົດ ພາກຄວາມຮູ້ພື້ນຖານ 5 ບົດ ແລະ ພາກຄວາມຮູ້ສະເພາະອາຊີບ 13 ບົດ ລວມ 24 ວິຊາ ເພື່ອສ້າງພະນັກງານນຳທ່ຽວໃຫ້ມີຄວາມຮູ້-ຄວາມສາມາດໄດ້ມາດຕະຖານລະດັບສາກົນ ໃນນີ້ ຈະໃຊ້ເວລາເຝິກອົບຮົມ 55 ວັນ.
ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ທ່ານຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ.
ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ໄລຍະຜ່ານມາ ພັກ-ລັດຖະບານ ຍາມໃດກໍໃຫ້ຄວາມເປັນຫວ່ງເປັນໄຍຕໍ່ການສ້າງ ແລະ ປັບປຸງຄຸນນະພາບຂອງພະນັກງານນຳທ່ຽວ ດ້ວຍຫຼາຍຮູບແບບ ໃນນີ້ ມີການສ້າງ ແລະ ປັບປຸງຫຼັກສູດການເຝິກອົບຮົມ ຈັດຕັ້ງອົບຮົມພະນັກງານນຳທ່ຽວລະດັບຊາດ ລະດັບແຂວງ ແລະ ລະດັບພື້ນທີ່ສະເພາະ ຢັ້ງຢືນ ແລະ ອອກບັດນຳທ່ຽວ ອອກນິຕິກຳຕ່າງໆທີ່ກ່ຽວຂ້ອງ ເພື່ອປົກປ້ອງ ແລະ ຄຸ້ມຄອງພະນັກງານນຳທ່ຽວ ເພື່ອພັດທະນາຕົນເອງ ກ້າວຂຶ້ນມາເປັນຜູ້ປະກອບການທຸລະກິດ ທີ່ມີຄວາມເຂັ້ມແຂງປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ.
(ແຫຼ່ງຂໍ້ມູນ:
ແວ່ນຂາວ/vientianemai.net)