ເພີ່ມທະວີຄວາມສະໜິດຕິດພັນແບບຍືນຍົງຂອງ ອາຊຽນ
ຍສໝ - ປີ 2020 ເປັນຂີດໝາຍ 5 ປີແຫ່ງວັນສ້າງຕັ້ງປະຊາຄົມ ອາຊຽນ. ບົນພື້ນຖານຂອງການພັດທະນາຢ່າງໜັກແໜ້ນກ່ວາ 50 ປີຜ່ານມາ, ບັນດາປະເທດສະມາຊິກ, ເຖິງວ່າມີຄວາມເປັນຫລາຍຮູບຫລາຍແບບທາງດ້ານເສດຖະກິດ, ປະຫວັດສາດ, ວັດທະນະທຳກໍ່ຕາມ, ແຕ່ກໍ່ພວມສືບຕໍ່ສະໜິດຕິດພັນກັນຢ່າງແໜ້ນແຟ້ນ ຍ້ອນມີບັນດາຄຸນຄ່າ, ນ້ຳໃຈປະຊາຄົມ ແລະ ຄວາມຮັບຜິດຊອບ, ຜົນປະໂຫຍດພາຍໃຕ້ຊາຍຄາລວມ.