ລາວ-ໄທ ຫາລືການຮ່ວມມືດ້ານການຄ້າ
ກອງປະຊຸມພົບປະລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ຈັດຂຶ້ນວັນທີ 23 ກໍລະກົດ 2019 ຢູ່ສະ ພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິ່ງຝ່າຍລາວ ນຳໂດຍທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຝ່າຍໄທ ນຳໂດຍທ່ານ ຈະຕຸລົງ ບຸນນາກ ປະທານສະພາທຸລະກິດໄທ-ລາວ.ຈຸດປະສົງ ເພື່ອຮ່ວມປຶກສາຫາລືກ່ຽວກັບກົນໄກການຮ່ວມມືດ້ານການຄ້າ-ການລົງທຶນ ລວມໄປເຖິງແນວທາງແກ້ໄຂໃນຂະແໜງທຸລະກິດ ເຊັ່ນ: ການແລກປ່ຽນເງິນຕາຕ່າງປະເທດ ການສົ່ງອອກສາລີນອກລະດູການ ແລະ ບັນຫາອື່ນໆ ໂດຍສະເພາະບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນດານິຕິກຳ ແລະ ກຳນົດເວລາຂອງການສົ່ງອອກສາລີຈາກລາວໄປປະເທດໄທ ແນໃສ່ແກ້ໄຂຈຸດຂໍ້ຄົງຄ້າງໄລຍະຜ່ານມາ ເພື່ອເຮັດໃຫ້ການສົ່ງອອກມີຄວາມສະດວກສະບາຍ ນອກນີ້ ຍັງມີບັນຫາອື່ນໆອີກຈຳນວນໜຶ່ງ ເພື່ອເຮັດໃຫ້ການສົ່ງເສີມການຮ່ວມມືດ້ານການລົງທຶນໃຫ້ນັບມື້ມີການຂະຫຍາຍຕົວ ແລະ ໄດ້ຮັບປະສິດທິຜົນຢ່າງເປັນຮູບປະທຳ.
(ແຫຼ່ງຂໍ້ມູນ:
vientianemai.net)