ປັດໄຈມະນຸດ ແລະ ວັດທະນະທຳ ໃນການພັດທະນາແບບຍືນຍົງຂອງປະເທດຊາດ

14:41 2017/06/06

ວກ. - ປັດ​ໄຈ​ມະ​ນຸດ ​ແລະ ວັດທະນະທຳມີ​ບົດບາດ​ສຳຄັນ​ທີ່​ສຸດ ​ໃນ​ພາລະກິດ​ການ​ພັດທະນາ. ຢາກ​ໃຫ້​ປະ​ເທດ​ພັດທະນາ​ແບບ​ຍືນ​ຍົງ ​ແມ່ນ​ບໍ່​ອາດ​ຈະ​ຂາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ບັນດາປັດ​ໄຈ​​ວັດທະນະທຳແລະມະ​ນຸດ. ​ແຕ່, ພິຈາລະນາ​ຈົນ​ສຸດ​ແລ້ວ ​ກໍ​ເຫັນວ່າ ປັດ​ໄຈ​ທີ່​ຕັດສິນ​ທີ່​ສຸດ​ແມ່ນ​ມະນຸດ ຍ້ອນມີ​ແຕ່​ມະນຸດ​ເທົ່າ​ນັ້ນ​ຈຶ່ງ​ມີວັດທະນະທຳ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ໜ້າ​ທີ່​ກໍ່ສ້າງ​ຄົນ​ຫວຽດນາມ​ໃຫ້​ຂະຫຍາຍຕົວ​ຢ່າງຮອບດ້ານ ຕ້ອງ​ກາຍ​ເປັນ​ເປົ້າ​ໝາຍ​ໜຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ.

ປັດໄຈມະນຸດ ແລະ ວັດທະນະທຳ ໃນການພັດທະນາແບບຍືນຍົງຂອງປະເທດຊາດ

1- ວິທີ​ວັດຖຸ​ນິຍົມ​ສັດຈະ​ວິພາກ​ເປັນ​ການ​ສືບ​ທອດ ​ພັດທະນາ, ທັງ​ເປັນ​ບາດກ້າວ​ກະ​ໂດດ​ຂັ້ນ ​ທຽບ​ກັບ​ບັນດາ​ທັດສະນະ​ສັດຈະ​ວິພາກ ​ແລະ ທິດ​ສະ​ດີ​ກ່ຽວ​ກັບ​ວິທີ​ສັດຈະ​ວິພາກ​ທັງ​ໝົດ ທີ່​ມີ​ມາ​ແຕ່​ສະ​ໄໝ​ບັນດາ​ນັກ​ປັດ​ຊະ​ຍາ​ບູຮານ​ຈົນ​ເຖິງ ​ເກ​ອອກ ວີນ​ແຮມ ຟຣີດຣິດ ​ເຮ​​ແກນ (Georg Wilhelm Friedrich Hegel) - ນັກ​ປັດ​ຊະ​ຍາ​ສັດຈະ​ວິພາກຈິດຕະນິຍົມ​ພາວະ​ວິ​ໄສ ຂອງ​ປັດ​ຊະ​ຍາກຼາຊິກ​ເຢຍລະ​ມັນ. ວິທີ​ວັດຖຸ​ນິຍົມ​ສັດຈະ​ວິພາກ, ຫຼື​ເພິ່ນເຄີຍ​ເອີ້ນ​ວ່າ​ວິທີ​ສັດຈະ​ວິພາກ​ມາດ​ຊິດ ຊຶ່ງ​ຖືກ​ຖື​ວ່າທິດ​ສະ​ດີ​ທີ່​ຄົ້ນຄວ້າ “ກ່ຽວ​ກັບ​ການ​ພັດທະນາ” ຂອງ​ໂລກ​ທຳ​ມະ​ຊາດ ​ແລະ​ສັງຄົມ​ມະນຸດທັງ​ໝົດ ກໍ​ຄື​ຂອງຈິນຕະນາການຂອງ​ມະນຸດ. ຄື​ແນວ​ນັ້ນ, ອາດ​ຈະ​ເຫັນ​ວ່າ, ຂອບ​ເຂດ​ຄົ້ນຄວ້າ ​ແລະ ຂົງ​ເຂດ​ນຳ​ໃຊ້ ​ຂອງວິທີ​ວັດຖຸ​ນິຍົມ​ສັດຈະ​ວິພາກ ​ແມ່ນ​ກວ້າງຂວາງ​ທີ່​ສຸດ; ບໍ່​ມີ​ຂົງ​ເຂດ​ໃດ​ຢູ່​ນອກ​ຂອບ​ເຂດ​ກະທົບ​ຂອງ​ມັນ.

ການ​ກຳ​ແໜ້ນ​ບັນດາມູນ​ຫຼັກ​ພື້ນຖານ ​ແລະ ບັນດາ​ກົດ​ເກນ​ຂອງວິທີ​ວັດຖຸ​ນິຍົມ​ສັດຈະ​ວິພາກ ​ແມ່ນກຳ​ໄດ້​ສິ່ງ​ທີ່​ເປັນ​ແກ່ນສານ​ທີ່​ສຸດ ​ໃນ​ບັນດາຫຼັກການ​ອັນ​ພື້ນຖານ​ ຂອງ​ການ​ພິຈາລະນາ, ຄົ້ນຄວ້າ, ຕີ​ລາຄາ ​ແລະ ຄາດ​ຄະ​ເນ​ກ່ຽວ​ກັບສິ່ງ​ການ​ທັງ​ໝົດ ກໍ​ຄື​ທຸກຂະ​ບວນວິວັດ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ທຳ​ມະ​ຊາດພາວະໄສ, ທັງ​ໃນ​ສັງຄົມ​ມະນຸດ​ກໍ​ຄື​ໃນ​ຈິນ​ຕະນາ​ການ​ຂອງ​ມະນຸດ. ​ເລື່ອງ​ນີ້​ສຳຄັນ​ທີ່​ສຸດ, ​ເປັນ​ຕົ້ນ​ແມ່ນ​ໃນ​ເມື່ອ​ພວກ​ເຮົາ​ໝູນ​ໃຊ້​ທິດ​ສະ​ດີ​ວັດຖຸ​ນິຍົມ​ສັດຈະ​ວິພາກ ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ພຶດຕິ​ກຳ, ລະອຽດ​ແມ່ນ​ໃນ​ການ​ຄົ້ນຄວ້າ​ວາງ​ກຳນົດ​ແນວທາງ ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ ເພື່ອ​ຂຸດ​ຄົ້ນ​ບັນດາ​ແຫຼ່ງພະລັງ, ນັບ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ, ​ເປັນ​ຕົ້ນ​ແມ່ງ​ແຫຼ່ງພະລັງ​ຊັບພະຍາກອນມະນຸດ ​ເພື່ອ​ກໍ່ສ້າງ ​ແລະ​ພັດທະນາ​ປະ​ເທດ​ຊາດ, ​​ແນ​ໃສ່​ພົ້ນອອກ​ຈາກ​ຄວາມ​ຖອຍຫຼັງ​ໄກ​ກວ່າ​ທຽບ​ກັບ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ຖ້າ​ຫາກ​ກຳ​ໄດ້​ພຽງ​ຄວາມ​ຮູ້​ຜິວ​ເຜີນ, ຄຳ​ພີ​ຈຳນວນ​ໜຶ່ງ ຫຼື​ເຂົ້າ​ໃຈ​​ແບບ​ປະສົມ​ປະສານ​ກ່ຽວ​ກັບວິທີ​ສັດຈະ​ວິພາກ ​ແມ່ນ​ບໍ່​ສາມາດ​ກຳນົດ​ໄດ້​ວ່າ ​ອັນ​ໃດ​ແມ່ນ​ປັດ​ໄຈ​ຫຼັກ​ແຫຼ່ງ, ອັນ​ໃດ​ແມ່ນຂອດ​ພື້ນຖານ ​ແລະ​ມີ​ລັກສະນະ​ຕັດສິນ​ຕໍ່​ກັບ​ການ​ເຄື່ອງ​ເໜັງ, ພັດທະນາ​ຂອງ​ສິ່ງ​ການ​ໜຶ່ງໆ ຫຼື​ພຽງ​ແຕ່​ເພື່ອ​ປະຕິບັດ​ໜ້າ​ທີ່​ອັນ​ລະ​ອຽດ​ໃນ​ໄລຍະ​ທີ່​ແນ່ນອນ​ໃດ​ໜຶ່ງ​ໃຫ້​ມີ​ປະ​ສີດ​ທິຜົນ​ເທົ່າ​ນັ້ນ.

ພັກ​ແລະ​ລັດ​ແຫ່ງ ສສ ຫວຽດນາມ, ​ໃນ​ເມື່ອ​ເວົ້າ​ເຖິງ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຍາມ​ໃດ​ກໍ​ຮັບຮູ້​ໄດ້​ວ່າ ພວກ​ເຮົາ​ປະຕິບັດ​ບັນດາ​ໜ້າ​ທີ່​ເຫຼົ່າ​ນີ້​ໃນ​ເງື່ອນ​ໄຂ​ຂອງ​ປະ​ເທດທີ່​ຖືກ​ຈຳກັດ​ຫຼາຍ​ທີ່​ສຸດ​ທາງ​ດ້ານວັດຖຸ - ​ເຕັກນິກ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ. ​ເພາ​ະສະ​ນັ້ນ ການ​ເນັ້ນ​ໜັກເຖິງໜ້າ​ທີ່​ກໍ່ສ້າງ​ພື້ນຖານ​ວັດຖຸ - ​ເຕັກນິກ ​​ແມ່ນ​ສົມ​ເຫດ​ສົມ​ຜົນ ​ແລະ ຈຳ​ເປັນ​ຕ້ອງການ​ທີ່​ສຸດ ​ສຳລັບ​ບັນດາ​ປະ​ເທດ​ທີ່​ຍັງ​ບໍ່ທັນຜ່າ​ນລັດ​ທິທຶນ​ນິຍົມ. ນັ້ນ​ກໍ​ແມ່ນ​ເຫດຜົນ​ທີ່​ທ່ານ​ ກາກ ​ມາກ ​ໄດ້​ເວົ້າ​ວ່າ, ມີ​ລັດທິ​ທຶນ​ນິຍົມ​ກໍ​ທຸກ ບໍ່​ມີ​ລັດ​ທະ​ທຶນ​ນິຍົມ​ກໍ​ທຸກ​ຍາກ​ລຳບາກ. ຍ້ອນ​ບໍ່ມີ​ພື້ນຖານ​ວັດຖຸ - ​ເຕັກນິກ​ທີ່​ລັດທິ​ທຶນ​ນິຍົມ​ກະກຽມ​ໄວ້​ໃຫ້, ເປັນ​ຕົ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ພ້ອມ​ດ້ວຍ​ບຸກຄະລາກ​ອນ​ທີ່​ມີ​ລະດັບທຽບ​​ເທົ່າ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການສ້າງສາ​ພັດທະນາ ດັ່ງ​ນັ້ນ ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ຈຶ່ງພົບຄວາມ​ຫຍຸ້ງຍາກ ​ແລະ ຈະປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ອີກ. ​ເພື່ອ​ພົ້ນ​ອອກ​ຈາກ​ຄວາມ​ຫຼ້າຫຼັງ ​ແລະ ​ເພື່ອ​ໄປ​ທັນ​ກັບ​ບັນດາ​ປະ​ເທດ​ຈະ​ເລີ​ນພັດທະນາ, ພວກ​ເຮົາ​ຕ້ອງ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ; ພ້ອມ​ກັນ​ນັ້ນ, ຕ້ອງ​ນຳ​ໃຊ້​ບັນດາ​ປັດ​ໄຈ​ພາຍ​ໃນ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ກ່ອນ​ອື່ນ​ແມ່ນ​ປັດ​ໄຈ​ມະ​ນຸດ ​ເຂົ້າ​ໃນ​ການ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ.

​ແຕ່​ຫາກ, ​ເງື່ອນ​ໄຂ​ປັດຈຸບັນ​ມັນ​ຕ່າງ​ກັນ​ກັບ​ບັນດາ​ສະຕະວັດ​ກ່ອນ, ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໄດ້​ຢ່າງ​ຍືນ​ຍົງ ​ແມ່ນ​ຕ້ອງ​ມີ​ສາຍຕາ​ຍາວ​ນານ, ສັງ​ລວມ ​ແລະ ຮອບດ້ານ. ​ແຕ່​ໜ້າ​ເສຍດາຍ​ວ່າ, ມາ​ເຖິງ​ປັດຈຸບັນ, ຢູ່​ຫວຽດນາມ, ຄື​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ຍອ​ມຮັບ: “ຫຼາຍ​ຂົງ​ເຂດ​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຍັງ​ບໍ່​ໄດ້​ຄົ້ນຄວ້າ​ຢ່າງ​ຄົບ​ຖ້ວນ... ຍັງ​ບໍ່​ທັນ​ກຳນົດ​ແຈ້ງ​ທິດ​ທາງ ​ແລະ​ບັນດາ​ໜ້າ​ທີ່​ທີ່​ມີ​ລັກສະນະ​ສັງ​ລວມ, ຄົບ​ຊຸດ...”(1). ດັ່ງ​ນັ້ນ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ​ໃນ​ເງື່ອນ​ໄຂ​ປັດຈຸບັນ, “​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ເມືອງ, ສັງຄົມ​ທຸກ​ຢ່າງ ລ້ວນ​ແຕ່​ຕ້ອງ​ເຊີດ​ຊູ​ປັດ​ໄຈວັດທະນະທ, ມະ​ນຸດ”(2). ຄື​ແນວ​ນັ້ນ, ​ເພື່ອ​ພັດທະນາ​ປະ​ເທດ​​ໄດ້​ຢ່າງ​ຍືນ​ຍົງ ​ແມ່ນ​ຄຽງ​ຂ້າງ​ການ​ພັດທະນາ​ເສດຖະກິດ ສັງຄົມ ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ​ນັ້ນ ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ບັນດາ​ປັດ​​ໄຈວັດທະນະທຳ ​ແລະມະນຸດ - ປັດ​​ໄຈພື້ນຖານ​ຂອງ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ພ້ອນນັ້ນ ກະ​ໂຕ​ມະນຸດ​ເປັນ​ໃຈກາງ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ ພ້ອມ​ທັງ​ເປັນ​ເຈົ້າພາບ​ຂອງ​ການ​ພັດທະນາ. ​ເມື່ອ​ຮັບ​ຮູ້​ໄດ້​ວ່າ​ ຕົນ​ເອງເປັນ​ເຈົ້າພາບ​ຂອງ​ການ​ພັດທະນາ, ມະນຸດ​ຈະ​ປຸກ​ຕື່ນ​​ຄວາມ​ສາມາດ​ທຸກ​ຢ່າງ​ຂອງ​ຕົນ ແລະ ​ສະ​ແດງມັນ​ອອກ​ໃນ​ພາກ​ຕົງ​ຈິງ, ນັບ​ແຕ່​ຄວາມ​ສາມາດ​ຈິນຕະນາການ ຈົນ​ເຖິງ​ຄວາມ​ສາມາດ​ເຄື່ອນ​ໄຫວ ພ້ອມດ້ວຍ​ສະຕິ​ກ່ຽວ​ກັບຄວາມ​ຮັບຜິດຊອບ​ພົນລະ​ເມືອງ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ວິວັດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ​ໃຫ້​ພາລະກິດ​ສ້າງສາ​ພັດທະນາ​ປະ​ເທດ.

2- ​ໃນ​ວິວັດ​ການ​ປ່ຽນ​ແປງ​ໃໝ່, ພວກ​ເຮົາ​ໄດ້​ພະຍາຍາມ​ຢ່າງ​ສຸຂີ​ດ​ ເພື່ອ​ຂຸດ​ຄົ້ນບັນດາ​ແຫຼ່ງພະລັງ​ທີ່​ມີ​ຢູ່​ເຊັ່ນ ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ, ບັນດາ​ແຫຼ່ງພະລັງ​ວິທະຍາສາດ, ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ. ການ​ຂຸດ​ຄົ້ນ ​ແລະ​ນຳ​ໃຊ້​ບັນດາ​ແຫຼ່ງພະລັງ​ດັ່ງກ່າວ ​ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ໜ້າ​ທະ​ນົງ​ໃຈ; ພາ​ໃຫ້​ປະ​ເທດ​ຊາດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ​ທີ່​ໜັກໜ່ວງ​ແກ່ຍາວ​ ໃນ​ຊຸມ​ປີທົດ​ສະ​ວັດ​ທີ 7 ​ແລະ 8 ຂອງ​ສະຕະວັດ​ທີ XX; ສ້າງ​ຄວາມ​ໄວ້​ວາງ​ໃຈ​ຄືນ​ໃໝ່​ໃນ​ປະຊາຊົນ ​ແລະ ຄວາມ​ໄວ້​ວາງ​ໃຈ​ນັ້ນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ປະຊາຊົນ​ທຸກ​ຄົນ ​ແລະ ​ໄດ້​ຮັບ​ຄວາມນິຍົມ​ນັບຖື, ຕີ​ລາຄາ​ສູງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ.

​ແຕ່, ຕ້ອງ​ຍອມຮັບ​ກົງ​ໄປ​ກົງ​ມາ​ວ່າ, ​ເຖິງ​ວ່າ ພັກ​ແລະ​ລັດ​ຍາມ​ໃດ​ກໍ​ຮຽກຮ້ອງ​ໃຫ້​ ​ເຊື່ອມຕິດຄວາມເຕີບ​ໂຕ​ເສດຖະກິດ ກັບ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ກໍ​ຕ້າມ ​ແຕ່​ໃນ​ວິວັດ​ການປະຕິບັດ​ແນວທາງພັດທະນາ​ປະ​ເທດ​ຂອງ​ພວກ​ເຮົາ ພັດ​ບໍ່ເຮັດ​ໄດ້​ຄື​ແນວ​ນັ້ນ. ພວກ​ເຮົາ “ຮັບ​ຮູ້​ຍັງ​ບໍ່​ທັນ​ຄົບ​ຖ້ວນ ​ແລະ ​ແກ້​ໄຂ​ຍັງ​ບໍ່​ທັນ​ດີ​ ກ່ຽວ​ກັບ​ຄວາມ​ພົວພັນ​ລະຫວ່າງການເຕີບ​ໂຕ​ເສດຖະກິດ ກັບການ​ພັດທະນາ​ວັດທະນະທຳ, ບຳລຸງກໍ່ສ້າງ​ຄົນ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະຄວາມ​ກ້າວໜ້າ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ”(3). ຄຽງ​ຂ້າງ​ກັບບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ພວກ​ເຮົາ​ກໍມີ​ຄວາມ​ຜິດພາດ​ຫຼາຍຢ່າງ​ທີ່​ບັນດາ​ປະ​ເທດ​ໄປ​ກ່ອນ​ເຄີຍ​ຕົກ​ໃສ່ ​ເຖິງ​ວ່າ​ພວກ​ເຮົາໄດ້​ຮັບ​ການ​ກ່າວ​ເຕື່ອນຂອງ​ນັກວິທະຍາສາດ​ແລ້ວກໍ​ຕາມ. ບາງ​ແຫ່ງ, ບາງ​ຄັ້ງ, ຊ້ຳບໍ່​ໜຳມີ​ການ​ຕັດສິນ​ຕົກລົງ ທີ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເກີນ​ຄວນ​ເຖິງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດຖະກິດ, ດຶງ​ດູດ​ການ​ລົງທຶນ ​ໂດຍ​ບໍ່​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ເຖິງ​ວ່າ​ລັດຖະບານ​ໄດ້ຕົກລົງ​ຍຸບ​ເລີກ​ຫຼາຍ​ໂຄງການ​ໄຟຟ້າ​ນ້ຳຕົກທີ່​ມີ​ຂະໜາດ​ຕ່າງ​ກັນ​ໃນ​ທົ່ວ​ປະ​ເທດ, ນັບ​ທັງ​ບັນດາ​ໂຄງການ​ຢູ່​ກາງ​ເຂດ​ປ່າ​ສະຫງ​ວນ​ແຫ່ງ​ຊາດກໍ​ຕາມ, ​ແຕ່ຍັງ​ມີ​ຫຼາຍ​ໂຄງການ​ໄຟຟ້າ​ນ້ຳຕົກ, ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ, ​ໂຄງການ​ຫັນປ່ຽນ​ຈຸດປະສົງ​ນຳ​ໃຊ້ “ປ່າ​ໂຄກ”,... ຖືກ​ສວຍ​ໃຊ້​ເພື່ອ​ທຳລາຍ​ປ່າ ​ແລະ ຂຸດ​ຄົ້ນ​​ໄມ້​ແບບ​ຜິດ​ກົດໝາຍ. ພິ​ເສດ, ​ເຈົ້າ​ຂອງ​ລົງທຶນ​ໂຄງການ​ຢູ່​ຫຼາຍ​ແຫ່ງ ​ໄດ້​ດຳ​ເນີນ​ຕີ​ລາຄາການກະທົບ​ສິ່ງ​ແວດ​ລ້ອມ​ແບບ​ຜິວ​ເຜີນ, ຂາດ​ຄວາມ​ຮັບຜິດຊອບ, ລໍ້​ລວງ​ຫາງ​ສຽງ; ຫຼັງ​ຈາກ​ນັ້ນ​ກໍ​ຖືກ​ເປີດ​ໜ້າ​ກາກຕໍ່ໜ້າ​ສາທາລະນະ​ ແລະ ຖືກສັງຄົມ​ຕຳ​ໜິຕິຕຽນ​ຢ່າງ​ຮຸນ​ແຮງ.

ຍ້ອນ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກວ່າ​ເຖິງ​ຈຸດປະສົງ​ເພີ່ມ​ຄວາມ​ເຕີບ​ໂຕ​ເສດຖະກິດ ດັ່ງ​ນັ້ນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຈຶ່ງ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ ຊຶ່ງ​ພາ​ໃຫ້​ຊັບພະຍາກອນ​ທຳ​ມະ​ຊາດທີ່​ບໍ່​ທົດ​ແທນ ຖືກສູນ​ເສຍ​ຫຼາຍ​​ໂພດ, ຖືກ​ຂຸດ​ຄົ້ນ​ຈົນ​ບົກ​ແຫ້ງ ​ແລະ ຖືກ​ຂາຍສົ່ງ​ນອກ​ດ້ວຍ​ລາຄາ​ຖືກ​ທີ່​ສຸດ ​ໂດຍ​ຜ່າ​ນ​ເສັ້ນທາງ​ການ​ຄ້າ​ເປັນ​ທາງ​ການ ທັງ​ສົ່ງ​ອອກ​ຜິດ​ກົດໝາຍ​ຂ້າມ​ຊາຍ​ແດນ. ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງ ​ສະພາບທີ່ຢູ່​ອາ​ໃສ ​ພ້ອມ​ດ້ວຍ​ແຫຼ່ງນ້ຳ​ຢູ່​ຫຼາຍ​ແຫ່ງ​ ຖືກມົນ​ລະ​ພິດ, ນັບ​ທັງ​ເຂດ​ຊົນນະບົດ​ພ້ອມ​ທັງ​ເຂດ​ຕົວ​ເມືອງ​ຫຼາຍ​​ແຫ່ງ​ຖືກ​ມົນ​ລະ​ພິດ​ຢ່າງ​ໜັກ, ພາ​ໃຫ້​ເກີດ​ສະພາບ​ການ​ປະຊາຊົນ​ຫຼາຍ​ຄົນ​ຂອງ​ບ້ານ​ໜຶ່ງ​ຖືກ​ຕິດພະຍາດ​ມະ​ເຮັງ, ຕິດພະຍາດ​ຫຼອດ​ລົມອັກ​ເສບ, ພະຍາດ​ປອດ​ບວມ​ຮຸນ​ແຮງ ຍ້ອນໝອກຄວັນ ມົນລະ​ພິດ ຫຼື​ທາດ​ອາ​ມີ​ອັງ ຫິນ​ຝຸ່ນ​ຈາກ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ຝຸ່ນ​ປູນຊີມັງ,... ​ເພາະ​ສາ​ນັ້ນ, ອາດ​ຈະ​ເຫັນ​ໄດ້​ຢ່າງ​ງ່າຍດາຍ​ວ່າ, ​ເຖິງ​ວ່າ​ເສດຖະກິດ​ໄດ້​ເຕີບ​ໂຕ​ຢ່າງ​ສະໜ່ຳສະ​ເໜີ​ພໍ​ຄວນ​ໃນ​ຫຼາຍ​ປີ​ລຽນຕິດ​ກໍ​ຕາມ ​ແຕ່​ຫວຽດນາມ​ກຳລັງ​ຢູ່​ໃນ​ສະພາບ “ພັດທະນາ​ຂາດ​ຄວາມ​ໝັ້ນຄົງ​ຍືນ​ຍົງ​ທັງ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ”(4).

ມີ​ຫຼາຍ​ສາ​ເຫດ​ທີ່​ພາ​ໃຫ້​ສະພາບ​ການ​ຂາດ​ຄວາມ​ໝັ້ນຄົງ​ຍືນ​ຍົງ​ໃນ​ຫຼາຍ​ດ້ານ​ຄື​ກ່າວ​ມາ​ເທິງ​ນີ້. ກ່ອນ​ອື່ນ​ແມ່ນມຸມ​ມອງ​ດ້ານ​ດຽວ, ພຽງ​ແຕ່​ມອງ​ເບິ່ງ​ຂົງ​ເຂດ​ໜຶ່ງ ຫຼື​ຂະ​ແໜງ​ການ​ໜຶ່ງ ​​ແຕ່​ບໍ່​ເບິ່ງ​ກວມ​ລວມ​ໄປ​ຍັງ​ບັນດາ​ຂະ​ແໜງການ ຫຼື​ບັນດາ​ຂົງ​ເຂດ​ອື່ນ, ດັ່ງ​ນັ້ນ​ ໃນ​ເມື່ອ​ປະຕິບັດ​ແຜນການຈຶ່ງ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ທາງ​ດຽວ​ກັນ. ຫຼົງຮັບກ່ຽວກັບ​ຄວາມ​ຮັ່ງມີ​ທີ່​ບໍ່​ສິ້ນ​ສຸດທາງ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ; ບໍ່​ເຫັນ​ໄດ້ວ່າ ​ຊັບພະຍາ​ກອມ​ທຳ​ມະ​ຊາດ​ທີ່​ບໍ່​ທົດ​ແທນ​ຂອງ​ປະ​ເທດ​ເຮົາ​ຖືກ​ຈຳກັດຫຼາຍ​; ກົດໝາຍ​ຍັງ​ບໍ່​ທັນ​ຄົບ​ຖ້ວນ​ບໍລິບູນ ​ແລະ​ການ​ປະຕິບັດ​ກົດໝາຍ​ກໍບໍ່​ເຂັ້ມ​ງວດ; ບໍ່​ມີ​ການ​ກວດກາ​ນັບ​ແຕ່​ຫົວ​ທີ່​ເມື່ອ​ໃຫ້​ໃບ​ອະນຸຍາດ​ລົງທຶນ​ຂຸດ​ຄົ້ນ​ຊັບພະຍາກອນ,... ກໍ່​ພາ​ໃຫ້ການ​ພັດທະນາ​ບໍ່​ໝັ້ນຄົງ​ຍືນ​ຍົງ.

ການ​ມອບ​​ໃຫ້​ທ້ອງ​ຖິ່ນມີ​ສິດອອກ​ໃບ​ອະນຸຍາດ​ລົງທຶນ​ກໍ່ສ້າງ​ໂຄງການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ຕ່າງໆ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ ​ແຕ່​ພັດຂາດ​ການ​ກວດກາ, ຕິດຕາມ​ກວດກາ, ກວດສອບ​ຂອງອົງການ​ຮັບ​ຜິດຊອບ​ສະ​ເພາະຂອງ​ສູນ​ກາງ. ບາງ​ທ້ອງ​ຖິ່ນອອກ​ໃບ​ອະນຸຍາດ​ການ​ລົງທຶນດ້ວຍ​ແນວ​ຄິດ​ຊ່ວງ​ເສັງ​ກັນ, ບໍ່​ຢາກ​ໃຫ້​ຖ້ອງ​ຖິ່ນ​ຕົນ​ດ້ອຍ​ກວ່າ​ທ້ອງຖິ່ນ​ເພື່ອນ ​ໃນ​ການ​ດຶງ​ດູ​ດ​ເອົາ​ເງິນ​ລົງທຶນ, ຍ້ອນ​ແນວ​ນັ້ນ​ຈຶ່ງ​ຫລຸດຜ່ອນ​ມາດຕະຖານ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພາ​ໃຫ້​ສິ່ງ​ແວດ​ລ້ອມ​ຖືກ​ມົນ​ພິດ​ແຜ່​ລາມ ​ແລະ ​ເຄັ່ງຮ້ອນ​ທີ່​ສຸດ. ຫ້ວຍ​ນ້ຳ​ລຳ​ເຊ​ຫຼາຍ​ສາຍ​ໄດ້​ກາຍ​ເປັນ ຫຼື​ພວມ​ກາຍ​ເປັນ “ລຳ​ເຊ​ມໍລະນະ” ຍ້ອນ​ນ້ຳ​ເສຍ​ເປັນ​ພິດທີ່​ບໍ່​ຜ່ານ​ການ​ແກ້​ໄຂ​ໃນ​ໂຮງງານ ​ໄດ້​ໄຫຼ​ຫຼັ່ງ​ທັ່ງ​ເທ​ອອກ​ສູ່​ລຳ​ເຊທັງ​ວັນທັງ​ຄືນ. ບັນດາ​ສວນ​ມອນ, ຊາຍ​ຫາດ​ອ້ອຍ​ທີ່​ອຸດົມ ກໍ​ຖືກ​ນ້ຳ​ເຊາະ, ດິນ​ເຈື່ອນ​ລົງລຳ​ເຊ ຍ້ອນ​ເຮືອ​ຂຸດ​ເຮືອ​ດຸດຂີ້​ຊາຍ, ທຳລາຍ​ສາຍ​ນ້ຳ​ທັງ​ວັນ​ທັງ​ຄືນ ​ແຕ່​ບໍ່​ຖືກ​ບັນດາ​ອົງການ​ທີ່​ຮັບຜິດຊອບ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແກ້​ໄຂ​ປັບ​ໄໝ ຫຼື​ພຽງ​ແຕ່​ແກ້​ໄຂ​ແບບ​ຜິວ​ເຜີນ, ບໍ່​ທັນ​ການ. ຫ້ວຍ​ນ້ຳ​ລຳ​ເຊ​ມໍລະນະ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຂດ​ດິນ​ປູກຝັງ​ທຳ​ການ​ກະ​ເສດ​ຖືກ​ເສຍ​ຫາຍ​ເທົ່າ​ນັ້ນ ຫາກ​ຍັງ​ທຳລາຍ​ທັງ​ບັນດາພື້ນ​ທີ່ລ້ຽງສັດ​ນ້ຳ, ຂຸດ​ຄົ້ົ້ົ້ົ້ົ້ົ້ົ້ນສິນ​ໃນ​ນ້ຳ​ ຢູ່ຕາມ​ຝັ່ງ​ແມ່​ນ້ຳ, ຝັ່ງ​ທະ​​ເລ ​ແລະ​ແລ້ວ​ຊີວິດ​ຂອງ​ຄົນ​ກໍ​ພວມ​ແລະ​ຈະ​ຖືກ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ, ໜັກໜ່ວງທີ່​ສຸດ. ​ເຫດການ​ປາ​ຕາຍ​ຢູ່​ທະ​ເລ​ຂອງ 4 ​ແຂວງ​ແຕ່ ຮ່າ​ຕິ໊ງ ຈົນ​ເຖິງ ​ເທື່ອ​ທຽນ-​ເຫວ້ ​ໃນ​ເວລາທີ່​ຜ່ານ​ມາ ບໍ່​ແມ່ນ​ຍ້ອນ​ສາ​ເຫດ​ທຳ​ມະ​ຊາດ​ແຕ່​ຢ່າງ​ໃດ ຫາດ​ແນ່ນອນ​ວ່າ​ຍ້ອນ​ການ​ກະທົບ​ໂດຍ​ກົງ​ຈາກ​ນ້ຳ​ເສຍ​ທີ່​ເປັນ​ພິດ​ຂອງ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ແຄມ​ຝັ່ງ​ທະ​​ເລ​ໃນ​ເຂດ​ນີ້.

ຄຽງ​ຂ້າງ​ນັ້ນ, ສິ່ງ​ທີ່​ເປັນ​ອັນຕະລາຍ​ບໍ່​ໜ້ອຍ​ຄື ຍ້ອນ​ແຮງ​ໜີບ​ທີ່​ຕ້ອງ​ຈັດ​ວາງ​ສັບ​ຊ້ອນ​​ໂຮງ​ຈັກ​ໂຮງງານ​ເຂົ້າ​ເຕັມ​ໃນ​ບັນດາ​ເຂດ​ອຸດສາ​ຫະກຳ​ທີ່​ມີ​ຢູ່ ​ເດັ່ງນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສັບ​ຊ້ອນຂະ​ແໜງ​ການ​ຜະລິດ​ທີ່​ເປັນ​ພິດ ​ທີ່​ອາດ​ຈະກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ຂະ​ແໜງ​ການ​ຜະລິດ​ອື່ນ ​ເຂົ້າ​ໃນ​ເຂດ​ອຸດສາຫະກຳ​ດຽວ​ກັນ ​ແລະ ວິທີ​ເຮັດ​ແບບ​ນີ້​ກໍ​ພາ​ໃຫ້​ເກີດ​ໄພ​ອັນຕະລາຍ​ທີ່​ບໍ່​ອາດ​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້. ​ເປັນອັນ​ຈະ​ແຈ້ງວ່າ ຍ້ອນ​ວິ​ໄສ​ທັດ ​ແລະ​ວັດທະນະທຳ​ສິ່ງ​ແວດ​ລ້ອມ​ຖືກ​ຈຳກັດ​ຮັດ​ແຄບ ດັ່ງ​ນັ້ນ​ເຂົາ​​ເຈົ້າຈຶ່ງ​ເຫັນ​ແຕ່​ພາກສ່ວນ, ສະ​ເພາ​ໜ້າ​ເທົ່າ​ນັ້ນ ​ໂດຍ​ບໍ່​ເຫັນມັນ​ເປັນ​ຜົນ​ເສຍ​ຫາຍຢ່າ​ງ​ໃຫຍ່​ຫຼວງ​ແລະຍາວ​ນານ ​ໃຫ້​ແກ່​ທຳ​ມະ​ຊາດ ​ແລະ ສຸຂະພາບ​ຂອງ​ປະຊາຊົນ.

ອາດ​ຈະ​ຍົກ​ໃຫ້​ເຫັນ​ສາ​ເຫດ​ອື່ນ​ອີກຫຼາຍ​ສາ​ເຫດທີ່​ໄດ້​ພາ​ໃຫ້ການ​ພັດທະນາ​ບໍ່​ໝັ້ນ​ທ່ຽງ ຊຶ່ງບັນດາ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ​ທີ່​ຜ່ານ​ມາ​ມໍ່​ນີ້ ກໍ​ຄື​ນັກ​ຄົ້ນ​ຄວ້າ​ຫຼາຍ​ຄົນ​ ໄດ້​ຊີ້​ອອກ​ມາ​ແລ້ວ. ຕົວຢ່າງ​ເຊັ່ນ, “ຜົນ​ປະ​ໂຫຍ​ດໝູ່​ພວກ” ຂອງ​ບັນດາ​ກຸ່ມ​ຜົນ​ປະ​ໂຫຍ​ດຫຍໍ້​ທໍ້, ຜິດ​ກົດໝາຍ, ການ​ສວຍ​ໃຊ້​ສິດ​ອຳນາດ​ເພື່ອ​ສໍ້​ລາດ​ບັງ​ຫຼວງ ​ແລະ ​ເກັບ​ເອົາ​ຜົນ​ປະ​ໂຫຍ​ດອະທຳ ​ໃນ​ການ​ໃຫ້​ໃບ​ອະນຸຍາດ​ລົງທຶນ(5). ​ແຕ່, ສາ​ເຫດ​ກວມ​ລວມທີ່​ສຸດ​ທີ່​ຕ້ອງ​ເວົ້າ​ເຖິງ ​ແມ່ນ​ລະດັບວັດທະນະທຳ, ​ໃນ​ນັ້ນມີວັດທະນະທຳປະພຶດ​ຕໍ່ທຳ​ມະ​ຊາດ, ວັດທະນະທຳຄຸ້ມ​ຄອງລັດ​ ຂອງ​ຂັ້ນ​ຕ່າງໆ​ ຍັງ​ຕ່ຳ​ຕ້ອຍ, ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ.

​ແຕ່​ກ່ອນ​ມາ​ເຖິງ​ປັດຈຸບັນ, ​ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ ຫຼື ການ​ພັດທະນາ​ແບບ​ຍືນ​ຍົງ ​ເຂົາ​ເຈົ້າ​ເຄີຍ​ເວົ້າ​ເຖິງ​ສານ​ເສົາ​ຄ້ຳ​ຄື ຍືນ​ຍົງ​ທາງ​ດ້ານ​ເສດຖະກິດ, ຍືນ​ຍົງ​ທາງ​ສັງຄົມ ​ແລະ ຍືນຍົງ​ທາງ​ດ້ານ​ສິ່ງແວດ​ລ້ອມ ​ແຕ່​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ຖືກ​ລະດັບ​ເຖິງ​ບົດບາດ​ຂອງ​ເສົາ​ຄ້ຳ​ອື່ນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ຄື ພັດທະນາ​ແບບ​ຍືນ​ຍົງ​ທາງ​ດ້ານວັດທະນະທຳ. ​ແມ່ນ​ຄວາມຍືນ​ຍົງ​ທາງ​ດ້ານວັດທະນະທຳ, ​ໃນ​ນັ້ນ​ມີວັດທະນະທຳປະ​ພືດ​ຕໍ່​ທຳ​ມະ​ຊາດແລະສິ່ງ​ແວດ​ລ້ອມ ນີ້​ເອງ ​ຈຶ່ງ​ເປັນ​ແກ່ນ​ເພົາທີ່​ຮັບປະກັນ​ໃຫ້​ແກ່ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຍາວ​ນານ​ຂອງ​ປະ​ເທດ​ຊາດ. ​ເພາະສະ​ນັ້ນ, ຕ້ອງ​ມີ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ ການ​ພັດທະນາ​ແບບ​ຍືນ​ຍົງ​ທາງ​ດ້ານວັດທະນະທຳ ຕ້ອງ​ໄດ້​ຖື​ວ່າ​ເປັນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ຕົ້ນຕໍ​ທີ່​ສ້າງ​ຄວາມ​ພັດທະນາ​ແບບ​ຍືນ​ຍົງ. ການ​ພັດທະນາ​ເສດຖະກິດ - ສັງຄົມ​ຈະ​ບໍ່​ໝັ້ນຄົງ​ໄດ້​ ຖ້າ​ຫາກ​ບໍ່​ໝູນ​ອ້ອມ​ເສົາ​ຄ້ຳ​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ​ທາງ​ດ້ານວັດທະນະທຳ, ຊຶ່ງ​ວັດທະນະທຳມີ​ຢູ່​ໃນ​ມະ​ນຸດ, ຢູ່​ໃນ​ສັງຄົມ​ມະນຸດ.

ລະດັບວັດທະນະທຳຕ່ຳ, ​ເປັນ​ຕົ້ນ​ແມ່ນວັດ​ທະນະ​ທຳ​ປະພຶຕໍ່​ທຳ​ມະ​ຊາດ, ​ໄດ້ແລະຈະ​ປະ​ໄວ້ຊຶ່ງ​ຜົນ​ຕາມ​ມາ​ທີ່​ບໍ່​ຄາດ​ຫວັງ ​ແລະ ບໍ່​ອາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

ຈາກ​ບັນດາ​ເຫດການ​ສິ່ງ​ແວດ​ລ້ອມ​ຕົວ​ຈິງທີ່​ໜັກໜ່ວງ ທີ່​ສະ​ແດງ​ອອກ​ໃນ​ຕະຫຼອດ​ເວລາ​ທີ່​ຜ່ານ​ມາ ​​ໃນ​ທົ່ວ​ປະ​ເທດ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ່ XII ຂອງ​ພັກ​ໄດ້ຢັ້ງຢືນ: “ການ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ”(6); “ວັດທະນະທຳ, ສັງຄົມ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຫຼາຍ​ດ້ານ​ຍັງ​ຂາດ​ຕົກ​ບົກພ່ອງ, ​ແກ້​ໄຂ​ຜ່ານ​ຜ່າ​ຢ່າງ​ຊັກ​ຊ້າ”(7); “ການ​ຄຸ້ມ​ຄອງ ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນ ຍັງບໍ່​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; ຊັບພະຍາກອນ​ບາງ​ປະ​ເພດຖືກ​ຂຸກ​ຄົ້ນ​ເກີນ​ຄວນ ພາ​ໃຫ້​ມັນ​ເສື່ອ​ມ​ເສຍ, ໝົກ​ກ້ຽງ. ມົນ​ພິດ​ສິ່ງ​ແວດ​ລ້ອມ​ສື​ບຕໍ່​ເພີ່ມ​ຂຶ້ນ, ມີ​ບ່ອນຖືກ​ມົນ​ພິດ​ຢ່າງ​ຮ້າຍ​ແຮງ”(8). ​ເພາະສະ​ນັ້ນ, ໜ້າ​ທີ່​ທີ່​ວາງ​ອອກ​ມາ​ໃນ​ເວລາ​ນີ້​ແມ່ນ​ຕ້ອງ “ກີດ​ກັ້ນ ​ແລະ ​ແກ້​ໄຂ​ເທື່ອ​ລະ​ກ້າວ​ຄວາມ​ເສື່ອ​ມ​ໂຊມ​ຂອງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໂດຍ​ຍ້ອນມະນຸດ, ​ເປັນ​ຕົ້ນ​ແມ່ນ​ຍ້ອນ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ກໍ່​​ໃຫ້​ເກີດ​ຂຶ້ນ. ຈຳກັດ, ກ້າວ​ໄປ​ເຖິງ​ແກ້​ໄຂ​ຜ່ານ​ຜ່າ​ໂດຍ​ພື້ນຖານ ​ສະພາວະ​ການ​ທຳລາຍ​ຊັບພະຍາກອນ, ກໍ່​ໃຫ້​ເກີດ​ມົນ​ພິດ​ສິ່ງ​ແວດ​ລ້ອມ​ຂອງ​ບັນດາ​ພື້ນຖານ​ການ​ຜະລິດ, ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຕົວ​ເມືອງ” ຢ່າງ​ທັນ​ການ(9).

ຍ້ອນມີ​ຄວາມ​ເຂົ້າ​ໃຈ​ຮັບ​ຮູ້​ໜ້ອຍ ​ແລະ ລະດັບວັດທະນະທຳນິ​ເວດ​ວິທະຍາ​ຕ່ຳຕ້ອຍ​ ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ບໍ່​ຮັບ​ຮູ້​ໄດ້​ວ່າ ສັງຄົມ​ແລະ​ມະນຸດຊາດ​ຈະ​ສາມາດ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ໄດ້ ກໍ່​ຕໍ່​ເມື່ອມີບັນດາ​ແຫຼ່ງພະລັງ​ວັດຖຸ​ທີ່​ທຳ​ມະ​ຊາດ​ສະໜອງ​ໃຫ້; ​ເມື່ອ​ແຫຼ່ງພະລັງ​ວັດຖຸ​ເຫຼົ່າ​ນີ້​ຖືກ​ເສຍ​ຫາຍ​ຫຼື​ໝົດ​ກ້ຽງ​​ແລ້ວ​ ກໍ​ຈະ​ບໍ່​ມີ​ການ​ເຕີບ​ໂຕຫຼື​ການ​ພັດທະນາ​ໃດ​ໆ​ຂອງ​ສັງຄົມ​ກໍ​ຄື​ຂອງ​ມ​ະນຸດ​ເລີຍ. ​ເມື່ອ​ເວົ້າເຖິງວັດທະນະທຳນິ​ເວດ​ວິທະຍາ ​ແລະ ​ແບບ​ແຜນ​ປະພຶດ​ຕໍ່​ທຳ​ມະ​ຊາດ, ພວກ​ເຮົາ​ຕ້ອງ​ຈື່​ຈຳຄຳ​ຕັກ​ເຕືອນ​ຂອງ​ທ່ານ ຟ.ອັງ​ແກນ ກ່ອນ​ໜ້າ​ນີ້​ຮ້ອຍ​ກວ່າ​ປີ ທີ່​ວ່າ: “ພວກ​ເຮົາ​ກໍ​ບໍ່​ຄວນ​ທະ​ນົງ​ໃຈຫຼາຍ​ເກີນ​ຄວນກ່ຽວ​ກັບບັນດາ​ໄຊຊະນະ​ຂອງ​ພວກ​ເຮົາ​ຕໍ່​ກັບ​ໂລກ​ທຳ​ມະ​ຊາດ. ຍ້ອນ​ວ່າ ​ແຕ່​ລະ​ຄັ້ງ​ທີ່​ພວກ​ເຮົາ​ບັນລຸ​ໄຊຊະນະ​ໜຶ່ງ, ​ແມ່ນ​ໂລກ​ທຳ​ມະ​ຊາດ​ກໍແກ້​ແຄ້ນ​ພວກ​ເຮົາ​ຄັ້ງໜຶ່ງ”(10). ​ແມ່ນ​ການ​ແກ້​ແຄ້ນ​ນີ້​ເອງ​ຂອງ​ທຳ​ມະ​ຊາດ ​ໄດ້​ເຮັດ​ໃຫ້ຫຼາຍ​ປະ​ເທດ​ທີ່​​ເຄີຍມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ສະ​ໄໝ​ໜຶ່ງ ກາຍ​ເປັນ​ເຂດ​ແດນ​ທີ່​ສະຫຼັກ​ຫັກ​ພັງ ຫຼື​​ເຮັ​ດ​ໃຫ້​ພື້ນຖານ​ສີ​ວິ​ໄລ​ໜຶ່ງສູນຫາຍ​ໄປ. ບັນດາ​ບົດຮຽນ​ເຫຼົ່ານັ້ນ​ຄວນ​ທີ່​ສຸດ​ທີ່​ຈະ​ລື້​ມຄືນ ​ແລະ ຄິດ​ຫງຳ!

3- ສິ່ງ​ທີ່​ຄວນ​ເວົ້າ​ອີກ​ປະການ​ໜຶ່ງ​ຄື ບໍ່​ພຽງ​ແຕ່ວັດທະນະທຳປະພຶດ​ຂອງ​ຄົນ​ຕໍ່ກັບ​ທຳ​ມະ​ຊາດທີ່​ບໍ່​ດີ​ເທົ່າ​ນັ້ນ ຫາກວັດທະນະທຳປະພຶດ​ຂອງ​ຄົນ​ໃນ​ຄອບຄົວ, ​ໃນ​ສັງຄົມ ກໍ​ມີ​ຫຼາຍ​ບັນຫາ​ທີ່​ຄວນ​ກ່າວ​ເຕືອນທີ່​ສຸດ. ມີ​ປະກົດ​ການ​ຫຼາຍ​ຢ່າງ​ທີ່​ສະ​ແດງ​ເຖິງ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ລະອຽດ​ຄື ​ໃນ​ການ​ພົວພັນ​ລະຫວ່າງ​ຄົນ​ກັບ​ຄົນ​ນຳ​ກັນ, ຄຽງ​ຂ້າງ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ, ມີ​ເມດ​ຕາ​ຈິດ ​ແລະ ອະນຸ​ໂລມ​ຜ່ອນຜັນ ທີ່ສອດ​ຄ່ອງກັບ​ຄ່າ​ນິຍົມ​ອັນ​​ເປັນ​ມູນ​ເຊື້ອ​ທີ່​ລ້ຳ​ຄ່າ​ຂອງ​ຊາດນັ້ນ ​ກໍ​ຍັງ​ມີ​ຫຼາຍ​ອັນ​ຫຼາຍ​ແນວ​ທີ່​ສຸດ​ທີ່​ຕ້ອງ​ກ່າວ​ເຕືອນ​ຢ່າງ​ຮີບ​ດ່ວນ​ແທ້ໆ. ຄວາມ​​​ໂຫດຮ້າຍ, ​ການ​ກະທຳ​ປ່າ​ເຖື່ອນ​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ຝືນ​ຕໍ່​ມະນຸດ​ອະລິຍະ​ທຳ, ​ເສຍ​ລັກສະ​ນະມະນຸດ ​ໃນ​ບາງຄົນ, ພິ​ເສດ​ແມ່ນ​ໃນ​ໝູ່​ເຍົາວະ​ຊົນ, ​ໄດ້​ພາ​​ໃຫ້​ເກີດ​ກໍລະນີ​ຂ້າ​ຄົນ​ທີ່​ໜ້າ​ເສົ້າ​ໃຈ​ທີ່​ສຸດ, ກໍລະນີ​ທຳລາຍ​ຊີວິດ​ຍາດຕິ​ ນັບ​ທັງພໍ່​ແມ່​ຂອງ​ຕົນ ຊຶ່ງ​ພວມ​ມີ​ທ່າ​ງອຽງ​ເພີ່ມ​ຂຶ້ນ. ຖ້າ​ຫາກ​ບໍ່​ມີ​ມາດ​ຕະການ​ກີດ​ກັ້ນ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ສູງ, ຮອດ​ເວລາ​ໃດ​ໜຶ່ງ ສະພາບ​ອາ​ຊະ​ຍາ​ກຳ​ນີ້​ຈະ​ກາຍ​ເປັນ​ໄພພິບັດ ນາບ​ຂູ່​ຄວວາ​ມສະຫງົບ​ສຸກ​ຂອງ​ແຕ່ລະຄົນ​ແລະ​ຂອງ​ທົ່ວ​ສັງຄົມ​ ທີ່​ຄາດ​ຄະ​ເນ​ບໍ່​ໄດ້. ດັ່ງ​ນັ້ນ, ຈະ​ບໍ່​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃດໆ​ໃນ​ປະ​ເທດ​ເລີຍ ຖ້າ​ຫາກ​ບໍ່​ມີ​ການ​ພັດທະນາ​ແບບ​ຍືນ​ຍົງ​ທາງ​ດ້ານ​ວັດທະນະທຳ.​ ແຕ່, ​ດັ່ງ​ທີ່​ກ່າວ​ມາ​ເທິງນີ້, ວັດທະນະທຳ​ຢູ່​ສະ​ເພາະ​ໃນ​ມະນຸດ, ດັ່ງ​ນັ້ນ ຢາກ​​ໃຫ້​ປະ​ເທດ​ຊາດ​ພັດທະນາ​ແບບ​ຍືນ​ຍົງ ​​ກ່ອນ​ອື່ນ​ຕ້ອງມີ​ການພັດ​ທະນາຢ່າງ​ຍືນ​ຍົງ​ທາງ​ດ້ານມະນຸດ​, ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ມະນຸດ​ໃຫ້​ໄດ້​ໃນ​ລະດັບ​ສູງສຸດ.

​ເມື່ອ​ບັນດາ​ຄ່າ​ນິຍົມ​ອັນ​ດີງາມ​ຂອງ​ບັນດາ​ເຜົ່າ​ໃນ​ວົງ​ຄະນາ​ຍາດ​ຊາດ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄຸນສົມບັດ, ປະຫວັດສາດ, ວັດທະນະທຳອັນ​ເປັນ​ມູນ​ເຊື້ອ ຖືກ​ສູນ​ຫາຍ​ໄປ​ເທື່ອ​​ເລັກ​ເທື່ອ​ນ້ອຍ ຫຼືຖືກແຫ້ນ​ກັດ​ໃຫ້ຫາ​ຍ​ໄປ​ເທື່ອ​ລະ​ກ້າວ ​ໂດຍ​ຍ້ອນວັດທະນະທຳ, ຄຸນສົມບັດ​ຕ່າງ​ຊາດ​; ຍ້ອນ​ບັນດາ​ຮູບ​ພາບ​ແຫ່ງ​ຄວາມ​ຮຸນ​ແຮງ, ການຄາດ​ຕະກຳ​ບໍ່​ມີ​ເຫດຜົນ ທີ່​ໄດ້​ປາກົດເຕັມ​ອະ​ຍະໃນ​ບັນດາ​ສື່​ທັນ​ສະ​ໄໝ​ປະຈຳ​ວັນ, ​ໃນ​ປຶ້ມ​ໜັງສືພິມ, ​ໃນ​ພາບ​ກາ​ຕູນ​ສຳ​ລັບ​ເດັດ​ນ້ອຍ ​ແລະ ​ເປັນ​ຕົ້ນ​​ແມ່ນຍ້ອນ​ບັນດາ​ຕົວຢ່າງ​ທີ່​ບໍ່​ດີກ່ຽວ​ກັບການ​ສໍ້​ລາດ​ບັງ​ຫຼວງ, ກິນ​ສິນ​ບົນ, ຈົນ​ເຖິງ “ສະພາບ​ການ​ວິ້ງ​ເຕັ້ນ​​ໃຫ້​ມີ​ຍົດ​ສັກ, ​ວິ້ງ​ເຕັ້ນ​​ໃຫ້​ມີ​ສິດ​ອຳນາດ, ວິ້ງ​ເຕັ້ນ​ໃຫ້​ໄດ້ຫ​ລຸດ​ອາຍຸ, ວິ້ງ​ເຕັ້ນ​ໃຫ້​ໄດ້​ຮັບປະກາດ​ສະ​ນິຍະ​ບັດ”(11),... ຊຶ່ງ​ຈະ​ເປັນ​ໄພພິບັດ​ອັນ​ໜັກໜ່ວງໃຫ້​ແກ່​ສັງຄົ​ມ, ​ໃຫ້ຊາດ, ​ໃຫ້​ແກ່​ບັນດາ​​ເຊັ່ນຄົມ​ປັດຈຸບັນ ​ແລະ ​ໃນ​ພາຍ​ໜ້າ.

​ເມື່ອວັດທະນະທຳ​ແຫ່ງ​ມະນຸດ​ອະລິຍະ​ທຳ ​ແລະ ຄວາມ​ຜ່ອນຜັນ ເອື້ອ​ເຟື້ອ​ເຜື່ອ​ແຜ່ ພ້ອມ​ດ້ວຍດ້ານ​ອື່ນ​ອີກຫຼາຍ​ດ້ານ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ໂຮງຮຽນ, ຄອບຄົວ ​ແລະ ຊຸມ​ຊົນ​ສັງຄົມ ​ເພື່ອ​ບຳລຸງ​ຄູນ​ສ້າງ​ໃຫ້​ຜູ້​ຄົນ​ ນັບ​ແຕ່​ຍັງ​ເຍົາ​ໄວຈົນ​ເຖິງ​ໄວ​ສູງ​ອາຍຸ ​ແມ່ນ​​ເວລາ​ນັ້ນ​ເຮົາໄດ້​ສ້າງ​ດິນ​ທີ່​ອຸດົມສົມບູນ​ໂດຍ​ບໍ່​ຕັ້ງ​ໃຈ​ ໃຫ້ບັນດາ​ການ​ກະທຳທີ່​ຝືນ​ມະນຸດສະທຳ​ ແຕກ​ດອກ​ອອກ​ໜໍ່, ​ແຜ່​ລາມ ​ແລະ ກີດ​ກັ້ນການ​ກຳ​ເນີ​ດ​ເກີດ​​ໃໝ່​ຂອງ​ບຸກຄະ​ລິກກະພາບ​ທີ່​ດີ​ແຫ່ງ​ມະນຸດ, ​ເປັນ​ຕົ້ນ​ແມ່ນ​ໃນ​ໝູ່​ຊາວ​ໜຸ່ມ ຊຶ່ງທົ່ວທົງສັງ​ຄົມປາຖະ​ໜາ. ​ເພາະສະ​ນັ້ນ, ຄຽງ​ຄູ່​ກັບ​ວຽກ​ທີ່​ຕ້ອງ “ມີ​ວິທີ​ກີດ​ກັ້ນ ​ແລະ ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ສັງຄົມ, ​ແກ້​ໄຂ​ຜ່ານ​ຜ່າ​ດ້ານຫຍໍ້​ທໍ້​ຈຳກັດ​ຂອງຜູ້​ຄົນ​ຫວຽດນາມ”(12) ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ “​ການກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ທີ່​ຂະຫຍາຍຕົວ​ຢ່າງຮອບດ້ານ ຕ້ອງ​ກາຍ​ເປັນ​ເປົ້າ​ໝາຍ​​ແຫ່ງຍຸດ​ທະ​ສາດ​ຂອງ​ການ​ພັດທະນາ”(13), ​ໃນ​ນັ້ນ “ກໍ່ສ້າງ​ຜູ້​ຄົນ​ຫວຽດນາມ​ທີ່​ງາມ​ທາງ​ດ້ານ​ບຸກຄະ​ລິກກະພາບ, ຄຸນສົມບັດ, ຈິດ​ວິນ​ຍານ; ສູງ​ທາງ​ດ້ານ​ສະຕິ​ປັນຍາ, ຄວາມ​ສາມາດ, ທັກ​ສະ​ປະດິດ​ສ້າງ; ​ແຂງ​ແຮງ​ທາງ​ດ້ານກາຍະພາບ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ສັງຄົມ, ພັນທະ​ພົນລະ​ເມືອງ, ສະຕິ​ເຄົາລົບ​ນັບຖື​ກົດໝາຍ; ​ເສີມ​ຂະຫຍາຍ​ບົນ​ບາດ​ເປັນ​ເຈົ້າພາບ​ທີ່​ປະດິດ​ສ້າງ​ໃນ​ພາລະກິດ​ການ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”(14) ຊຶ່ງ​ຕ້ອງ​ຖື​ວ່າ ​ນີ້​ເປັນ​ວຽກ​ງານ​ປະຈຳ, ​ເນືອງນິດ​ລຽນຕິດ ​ຂອງ​ທົ່ວ​ສັງ​ຄົມ.

ບັນດາ​ຄຸນ​ທາດ​ເທິງ​ນີ້ ​ຂອງ​ມະນຸດ​ໃນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ່ XII ຂອງ​ພັກວາງ​ອອກ​ມາ​ນັ້ນ ພຽງ​ແຕ່​ສາມາດ​ເກີດ​ຂຶ້ນ ​ແລະ ຂະຫຍາຍຕົວ​ຢູ່​ໃນ​ສິ່ງ​ແວດ​ລ້ອມວັດທະນະທຳ - ສັງຄົມ​ທີ່​ສົດ​​ໃສ​ເທົ່າ​ນັ້ນ. ຍ້ອມ​ວ່າ, ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ - ສັງຄົມ​ທີ່​ສົດ​ໃສ​ຂຶ້ນ​ມາ​ໄດ້ ຈຶ່ງມີ​ບັນດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ແລະ ພື້ນຖານ​ອັນ​ສຳຄັນ ​ເພື່ອ​ກໍ່ສ້າງມະນຸດ​ທາງ​ດ້ານ​ຄຸນສົມບັດ, ບຸກຄະ​ລິກກະພາບ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ ຈຶ່ງ​ສາ​ມາດຍົກ​ລະດັບສະ​ຕິ​ປັນຍາ​ແລະ​ສຸຂະພາບ​ ກໍ​ຄື​ຄວາມ​ສາມາດ​ເຮັດ​ວຽກ​ຂອງ​ມະນຸດ​ແຕ່ລະຄົນ ຂຶ້ນ​ໄດ້; ຍ້ອນ​ວ່າ ມີ​ແຕ່​ຮອດ​ເວລາ​ນັ້ນ ມະນຸດ​ຈຶ່ງ​ອຸ່ນ​ອຽນ​ໃຈ​ເຄື່ອນ​ໄຫວ, ຈຶ່ງ​ບໍ່​ລັ່ງ​ເລໃຈ ​ແລະ​ ບໍ່ຖືກ​ແຊກ​ຄຸມ​ຍ້ອນ​ການ​ກະທົບທີ່​ບໍ່​ປະສົງ​ຈາກ​ສິ່ງ​ແວດ​ລ້ອມ​ອ້ອມ​ຂ້າງ.

ຄຽງຂ້າງ​ນັ້ນ, ຕ້ອງ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະກໍ່​ສ້າງ​ຢ່າງ​ພື້ນຖານ ​ແລະ ຮອກ​ບດ້ານ; ແບບ​ແຜນ, ວິທີ​ສຶກສາແລະກໍ່ສ້າງ ​ໄດ້​ຮັບ​ການປ່ຽນ​ແປງ​ໃໝ່​ ຈຶ່ງສ້າງ​ບັນດາ​ຄຸນ​ທາດ​ທີ່​ສຳຄັນ​ເທິ​ງນີ້​ຂຶ້ນ​ມາ​ໄດ້. ສະ​ໄໝ​ແຫ່ງ​ການ​ໃຊ້​ແຕ່​ວິທີ​ທີ່​ມີ​ລັກສະນະ​ບັງຄັບ, ​ໃຊ້​ແຕ່ “​ຄຳ​ເວົ້າ​ນ້ຳ​ເຕົ້າ​ເປົ່າ​ທີ່​ມີ​ປີກ”, ​ເວົ້າ​ບໍ່​ໄປ​ຄຽງ​ຄູ່​ກັບ​ເຮັດ ຫຼື​ໃຫ້​ຄຳ​ຕັດ​ເຕືອນ​ຄຸນສົມບັດ​ສິນ​ທຳ ​ແຕ່​ບໍ່​ກ້າ​ຊີ້​ແຈງ​ແລະ​ໄຈ້​ແຍກ​ສາ​ເຫດ​ຂອງ​ຄວາມ​ຫຍໍ້​ທໍ້ ສິ່ງ​ຈຳກັດຕົວ​ຈິງ​ນັ້ນ ​ໄດ້​ຜ່ານພົ້ມ​ໄປ​ແລ້ວ. ​ເພາະສະ​ນັ້ນ, ຈຳ​ເປັນ​ຕ້ອງ​ເຊີດ​ຊູ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ, ​ເລື່ອງ​ດີ ຄົນ​ເດັ່ນ; ບັນດາ​ແບບຢ່າງ​ທີ່​ໃສ​ແຈ້ງ​ກ່ຽວ​ກັບ​ຄຸນສົມບັດ ​ແລະ ບຸກຄະ​ລິກກະພາບ; ບັນດາ​ແບບຢ່າງ​ແຫ່ງ​ຄວາມ​ປະດິດ​ສ້າງ ​ແລະ ຄວາມ​ຮັບຜິດຊອບ​ສູງ​ຕໍ່​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ, ສັງຄົມ​ກໍ​ຄວານ​ກ່າວ​ປະນາມ​ຢ່າງ​ແຂງ​ແຮງ ​ແລະ ​ເດັດດ່ຽວ​ຕ້ານ​ການ​ປະພຶດ​ຫຍໍ້​ທໍ້​ຜິດພາດ; ​ເຊີນ​ຊູ​ການ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ; ​ຕຳ​ໜິຕິ​ຊົມ​​​ການ​ກະທຳ​ຝືນ​ສັງຄົມ, ຝືນ​ມະນຸດສະ​ທຳ, ຝືນ​ວັດທະນະທຳ ຢ່າງ​ເປີດ​ເຜີຍ​ແລະ​ແຂງ​ແຮງ.

ພວກ​ເຮົາ​ກຳ​ລັງ​ມີ​ຊີວິດ​ຢູ່​ໃນ​ບັນດາ​ເງື່ອນ​ໄຂ​ຂອງ​ສັງຄົມ​​ຂ່າວສານ; ຂ່າວສານ​ທັງ​ເປັນ​ສິນ​ຄ້າ ທັງ​ໄດ້​ນຳ​ໃຊ້​ໂດຍ​ບໍ່​ເສຍຄ່າ; ຂ່າວສານ​ທຸກ​ປະ​ເພດ​ພວມ​ຖ້ວມ​ລົ້ນ​ຖ້ວນ​ເຫຼືອ​ໃນ​ບັນດາ​ເຄືອ​ຂ່າຍ​ສັງຄົມ, ດັ່ງ​ນັ້ນ ​ເມື່ອຂ່າວສານ​ກ່ຽວ​ກັບນິ​ໄສ​ບໍ່​ດີ ຄວາມ​ຊົ່ວ​ຮ້າຍ ການ​ສໍ້​ລາດ​ບັງ​ຫຼວງ ການ​ກິນ​ສິນ​ບົນ... ທີ່​ປິດ​ບັງ​ແຕ່​ຖືກ​ເຜີຍ​ອອກ​ມາ ຫາກ​ບໍ່​ໄດ້​ແກ້​ໄຂຢ່າງຮອບ​ຄອບ ມັນ​ຈະ​ມີ​ຜົນ​ກະທົບ​ທາງ​ລົບ​ຢ່າງ​ໃຫຍ່​ຫຼວງ, ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຫລຸດ​ລົງ ​ແລະ ​ເວລາ​ນັ້ນ ວຽກ​ງານ​ອົບຮົມ​ສຶກສາ​ການ​ເມືອງ, ​ແນວ​ຄິດ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ຍ້ອນ​ແນວ​ນັ້ນ, ການ​ດຳ​ເນີນ​ວຽກ​ງານ​ອົບຮົມ​ສຶກສາ​ດ້ວຍ​ວິທີຊວນ​ເຊື່ອ​ຢ່າງ​ມີ​ຫຼັກ​ຖານ​ວິທະຍາສາດທີ່​ໜັກ​ແໜ້ນ, ຫຼີກ​ລ່ຽງການບັງຄັບ, ສ້າງ​ສິ່ງ​ແວດ​ລ້ອມ​ປະຊາທິປະ​ໄຕ ​ແລະ “ປະຕິບັດ​ປະຊາທິປະ​ໄຕ, ​ເຄົາລົບ​ນັບຖື ​ແລະ ​ເສີມ​ຂະຫຍາຍ​ເສລີພາບ​ທາງ​ດ້ານ​ແນວ​ຄິດ”(15) ​ເພື່ອ​ປຸກລຸກ​ຄວາມ​ຕັ້ງໜ້າ​ຂອງ​ມະ​ນຸດ​ທີ່​ເປັນ​ເຈົ້າພາບ ຈະ​ມີ​ປະສິດທິ​ຜົນ​ທີ່​ສຸດ. ພຽງ​ແຕ່​ຫຼັງ​ຈາກ​ນັ້ນ ການ​ຊວນ​ເຊື່ອ​ດ້ວຍ​ຕົນ​ເອງ, ສະຕິ​ຮູ້ສຶກ​ດ້ວຍ​ຕົນ​ເອງ​ຂອງ​ມະນຸດ​ແຕ່ລະຄົນ ​ຈຶ່ງ​ມີ​ບົດບາດ​ຕັດສິນ​ສຳລັບການ​ກະທຳ​ທີ່​ຖືກຕ້ອງ, ສຳລັບ​ຄວາມ​ສາມາດ​ປະດິດ​ສ້າງ ພ້ອມ​ກັນ​ນັ້ນ ​ກໍ​ສະ​ແດງ​ອອກ​ເຖິງຄວາມກະຫາຍ​ຢາກ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂົາ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ກິດຈະການ​ພັດທະນາ​ປະ​ເທດ​ຊາດ./.

ສຈ, ປອ, ຫງວຽນ​ຈ້ອງ​ຈ໋ວນ

ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ

;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll