“ເລື່ອງການຮຽນພາສາລາວ” ຂອງທະຫານປ້ອງກັນຊາຍແດນ ຫວຽດນານ.

00:54 2019/05/15

ຍສມ - ຍາກທີ່ຈະມີຄໍາຕອບອັນຄົບຖ້ວນ ຄໍາຖາມທີ່ວ່າ: “ຮຽນພາສາລາວເພື່ອເຮັດຫຍັງ”, ແຕ່ພວກເຮົາມີນໍາເປົ້າໝາຍແມ່ນການເຮັດວຽກທີ່ດີຂຶ້ນ ແລະ ພາສາລາວໄດ້ຮັບການແລກປ່ຽນ, ເຂົ້າໃຈ, ພິເສດເແມ່ນ ເຂົ້າໃຈ, ພິເສດແມ່ນມີອ້ານນ້ອງເພີ່ມຂື້ນ, ສະຫາຍ ຕ່າງສັນຊາດ ຍັງຄົງຄຽງບ່າຄຽງໄຫຼ່ກໍ່ສ້າງ, ປົກປັກຮັກສາຊາຍແດນ ຍາວກ່ວາ 2.000 ກມ ແຕ່ ດ້ຽນບຽນ/ຜົ້ງສາລີ ຮອດ ກອນຕູມ/ອັດຕາປື...

“ເລື່ອງການຮຽນພາສາລາວ” ຂອງທະຫານປ້ອງກັນຊາຍແດນ ຫວຽດນານ.
ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ຈາລໍ, ຄ້າຍທະຫານປ້ອງກັນຊາຍແດນ ຣາມາຍ, ກ່າແຊ່ງ (ກອງທັບປ້ອງກັນຊາຍແດນ ແຂວງ ກວ້າງບີ່ງ, ຫວຽດນາມ) ພົບປະເຈລະຈາກັບ ກອງຮ້ອຍປ້ອງກັນຊາຍແດນ 311, 312 (ກອງປັນຊາການ-ການເມືອງ ແຂວງຄໍາມ່ວນ, ລາວ)

ເທື່ອທໍາອິດໄປຢ້ຽມຢາມພະນັກງານ, ທະຫານກອງຮ້ອຍປົກປັກຮັກສາຊາຍແດນ 531, ກອນບັນຊາການທະຫານ ແຂວງເຊກອງ, ຂ້າພະເຈົ້າ ມີຄວາມປະທັບໃຈທີ່ສູດ ຕໍ່ກັບ ຮອງຫົວໜ້າກອງຮ້ອຍ ສົມໄຊ ໄຊນາເມດທິລາດ ຍ້ອນຄວາມສາມາດເວົ້າພາສາຫວຽດຄືພາສາແມ່ເກີດ ແລະ ການຕ້ອນຮັບເຕັມໄປດ້ວຍຄວາມອົບອຸ່ນ, ເປັນກັນເອງ ຄືກັນກັບພີ່ນ້ອງໃນຄອບຄົວດຽວກັນ. ເທື່ອທີສອງ ແມ່ນການໄປແວ່ຢ້ຽມຢາມ ກອງຮ້ອຍປ້ອງກັນຊາຍແດນ 511 ແຂວງເຊກອງຄືກັນ, ພັນຕີ ສີສະຫວັນ, ກຳມະການການເມືອງ ຮອງຫົວໜ້າກອງຮ້ອຍ ຫຼື ນ້ອງສາວຂາຍຂອງກິນ ຢູ່ ຫ້ອງອາຫານຂອງບັນຊາການ ແລ້ວແຕ່ເວົ້າພາສາຫວຽດບໍ່ໄດ້, ແຕ່ໄດ້ມອບຄວາມອົບອຸ່ນ ແລະ ໃຫ້ຂອງຂວັນທີ່ເປັນສັນຍະລັກຂອງປະເທດລາວ. ຕໍ່ກັບຄົນລາວສຸພາບ, ອ່ອນໂຍນ ແລະ ມີນຳ້ໃຈເຕັມໄປດ້ວຍຄວາມສັດຊື່ຂອງພວກເຂົາ,  ຂ້ອຍສັນຍາກັບຕົນເອງວ່າ: ຄັ້ງໜ້າກັບມາ ຈະເວົ້າພາສາລາວ ພາສາຂອງອ້າຍນ້ອງຢູ່ຊາຍແດນໃຫ້ໄດ້.

ພັນຕີ ບຸ່ຍ ຕ໋ວນ ນາມ , ອາຈານສອນພາສາລາວ, ຄະນະພາສາຕ່າງປະເທດ-ຄອມພິວເຕິ້,  ໂຮງຮຽນທະຫານຊາຍແດນ ຊັ້ນກາງ ເລກ 1 - ຄົນຊ່ວຍພະນັກງານຊາຍແດນຫຼາຍມີ “ພາຫະນະ” ເພື່ອ “ຂວ້າມສາຍພູຫຼວງ” ຮັບອ້າຍນ້ອງ, ໝູ່ເພື່ອນ. ເຖິງວ່າຈະຍັງບໍ່ທັນພໍ້ໜ້າ, ແຕ່ຄິດວ່າ “ນີ້ແມ່ນເຫດຜົນທີ່ສົມຄວນຮຽນພາສາລາວ”, ອາຈານໄດ້ສົ່ງເອກະສານ ມາໃຫ້ຂ້ອຍຄົ້ນຄວ້າດ້ວຍຕົນເອງ ແລະ ແນະນຳ ບ່ອນໃດບໍ່ເຂົ້າໃຈໃຫ້ໂທຫາຖາມ.

ກ່ອນທີ່ຈະກາຍມາເປັນອາຈານ, ພັນຕີ ບຸ່ຍ ຕ໋ວນ ນາມ ມີອາຍຸການເຮັດວຽກ ຢູ່ ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແກນສາກົນ ເບີ່ອີ, ກອງທັບປ້ອງກັນຊາຍແດນ ກອນຕູມ. ບັນດາເລື່ອງລາວຕ່າງໆ “ຕອນທີ່ຢູ່ກັບຄົນລາວ” ຂອງອາຈານ ກາຍເປັນຄວາມມ່ວນຊື່ນ, ກໍາລັງຜັກດັ່ນໃຫ້ນັກຮຽນແຕ່ລະລູ້ນ ມີຄວາມຕັດສິນໃຈເພີ່ມຂື້ນໃນການເອົາຊະນະ ຕົວອັກສອນ“ມັງກອນບິນ ຫົງຟ້ອນ”, “ຮ້ອຍຄໍາຄືກັນໝົດ” ເພື່ອໃຫ້ມື້ໃດມື້ໜຶ່ງປະສົບຜົນສຳເລັດຄືອາຈານ. ດ້ວຍການຊ່ວຍຂອງ ອາຈານ ນາມ, ຂ້ອຍຮຽນພາສາລາວຕົນເອງ ຕາມປື້ມຂອງອາຈານ, ພຽງສອງເດືອນເທົ່ານັ້ນ ຂ້ອຍສາມາດອ່ານ, ຂຽນພາສາລາວໄດ້. ສະເພາະ “ການຟັງ”, ອາຈານບອກວ່າ: “ຍາດເວລາຝຶກຄວາມສາມາດ ເວົ້າກັບອ້າຍນ້ອງລາວ ຕອນທີ່ໄປຊາຍແດນ”.

ເມື່ອ “ມີພາສາລາວຕິດຕົວ” ໄດ້ໜ້ອຍໜຶ່ງ, ຂ້ອຍມີຄວາມໝັ້ນໃຈຕົນເອງ ແລະ ຕື່ນຕົວຊອກຮູ້ ຫົວຂໍ້ ຕ່າງໆກ່ຽວຂ້ອງກັບຄວາມສາມັກຄີ, ມິດຕະພາບ ລະຫວ່າງ ສອງປະເທດ. ຂ້ອຍຈື່ໄດ້ ໃນພາເຂົ້າສາມັກຄີ ກັບ ຕໍາຫຼວດ ເມືອງສະໝວຍ, ແຂວງສາລະວັນ  ກັບ ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນລາໄລ, ກອງບັນຊາການປ້ອງກັນຊາຍແດນ ແຂວງກວ້າງຈິ, ພະນັກງານ, ນາຍຕໍາຫຼວດລາວ ໃຜໆກໍ່ຖາມວ່າ: “ນ້ອງຮຽນພາສາລາວຢຸ່ວຽງຈັນ ຫຼື ປາກເຊ?”. ເມື່ອຮູ້ວ່າຂ້ອຍຮຽນຕົນເອງ, ໃຜກໍ່ຈັບມື້ຂ້ອຍແໜ້ນ ຍ້ອນ “ນໍ້າໃຈຂອງນ້ອງມອບໃຫ້ປະເທດລາວພວກເຮົາ”. ຈັງຫວະຟ້ອນລຳວົງ ອັນອ່ອນຊ້ອຍ, ອໍລະຊອນ ເປີດຂື້ນຈົນບໍ່ຢາກຈົບ.

ໃນການເດີນທາງຄັ້ງນີ້ມີ ພັນຕີ ໂຮ່ ເລ ລົ້ນ, ກຳມະການ-ການເມືອງ ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນລາໄລ. ພັນຕີ ໂຮ່ ເລ ລົ້ນ, ເປັນຄົນຊົນເພົ່າ ປາໂກ ຢູ່ແຂວງກວ້າງຈິ. ເປັນຄົນມັກຮຽນ ດັ່ງນັ້ນອາຍຸພຽງ 34 ປີ,  ໂຮ່ ເລ ລົ້ນ ໄດ້ເປັນກຳມະການ-ການເມືອງ ຄ້າຍທະຫານປ້ອງກັນຊາຍແດນສາກົນ. ເມື່ອຮູ້ວ່າ ສາມາດຮຽນພາສາລາວດ້ວຍຕົນເອງໄດ້ ຜ່ານປື້ມຮຽນ ຂອງໂຮງຮຽນທະຫານຊາຍແດນ ເລກ 1, ພັນຕີ ໂຮ່ ເລ ລົ້ນ, ດີໃຈຫຼາຍ. ກ່ອນຈະໄປ ໂຮງຮຽນ ວິທະຍາຄາມການເມືອງ ໄລຍະ ສອງປີ, ໂຮ່ ເລ ລົ້ນ, ລົ້ນ ໄດ້ພິມປື້ມເອກະສານຮຽນພາສາລາວ ເພື່ອ “ຝຶກຝົນຢ່າງໜັກ” ດ້ວຍຄວາມຫວັງວ່າ ເມື່ອກັບມາເຮັດວຽກ,ຈະສາມາດ “ເວົ້າລົມ ພາສາລາວ ກັບອ້າຍນ້ອງປະຊາຊົນລາວ”.

ເສັ້ນຊາຍແດນຜ່ານ ອານາເຂດແຂວງກວ້າງນາມ ແມ່ນຕິດກັບຊາຍແດນ ແຂວງເຊກອງ. ພິເສດ ແມ່ນປະຊາຊົນ ອາໄສຢູ່ ລຽບຕາມແນວຊາຍແດນ ລ້ວນແລ້ວແຕ່ແມ່ນຊົນເຜົ່າ ຕ່າຕ່ຽງ ຫຼື ແຢ້ຈຽງ ຫຼື ກະຕູບ ມີມູນເຊື້ອຄວາມສຳພັນທາງສາຍເລືອດ ແລະ ຕະກູນດຽວກັນ. ມີສິ່ງໜຶ່ງເຮັດໃຫ້ຫຼາຍຄົນມີຄວາມສະອື້ນໃຈ ເມື່ອມາຢ້ຽມຢາມ ບ້ານຂອງຄົນລາວ ລຽບຕາມແນວຊາຍແດນ ຕິດກັບ ແຂວງກວ້າງຈິ ຄື: ພາຍໃນເຮືອນຂອງຫຼາຍຄອບຄົວ, ມີຮູບຂອງ ປະທານ ໄກສອນ ພົມວິຫານ ຄຽງຄູ່ກັບ ປະທານ ໂຮ່ ຈີ໋ມີງ.

ຫຼັງຈາກການວາງແຜນຊາຍແດນ, ຄົນຫວຽດນາມຫຼາຍຄົນຖືສັນຊາດລາວ, ຍ້ອນ ມີຫຼາຍຄອບຄົງຍັງເກັບຮັກສາເອກກະສານໃບຢັ້ງຢື່ນ, ຫຼຽນໄຊຕໍ່ສູ້ ຂອງ ລັດຖະບານຫວຽດນາມ ມອບໃຫ້ ຍ້ອນປະກອບສ່ວນໃຫ້ແກ່ການປະຕິວັດ. ແຕ່ເຫດຜົນທີ່ຮ້ອຍເອກ ເຢີ ເຣີມ ຊຽດ, ຄ້າຍທະຫານປ້ອງກັນຊາຍແດນ, ກອງທັບປ້ອງກັນຊາຍແດນແຂວງກວ້າງນາມ ດີໃຈຫຼາຍ ເມື່ອມີລາຍຊື່ໃນບັນຊີ ຮຽນພາສາລາວ ຢູ່ ໂຮງຮຽນ ທະຫານຊາຍແດນ ຊັ້ນກາງ ເລກ 1, ເພາະຈະ “ມີໂອກາດເຂົ້າໃຈ ກ່ຽວກັບອ້າຍນ້ອງຢູ່ລຽບຕາມແນວຊາຍແດນ”.

ເຖິງວ່າຈະຮຽນຈົບແລ້ວ, ຮ້ອຍເອກ ເຢີ ເຣີມ ຊຽດ ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບການເມືອງ ຂອງກອງຝືກອົບຮົມກອງຮ້ອຍ, ກອງທັບປ້ອງກັນຊາຍແດນແຂວງ. ຖືກຖາມວ່າ ມີຄວາມຢ້ານບໍ່ວ່າຈະລືມ ພາສາລາວ ຖ້າບໍ່ໄດ້ໃຊ້ ແລະ ເວົ້າຕະຫຼອດ, ຮ້ອຍເອກ ຊຽດ ໃຫ້ຮູ້ວ່າ: “ທຸກມື້ນີ້ ກໍ່ຍັງມີເວລາ ອ່ານປື້ມເກົ່າ, ຍັງຄົງຕິດຕໍ່ກັບອາຈານ ແລະ ໝູ່ຮຽນນຳກັນຢູ່ເປັນປະຈຳ. ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງກວ້າງນາມ ແລະ ອຳນາດການປົກຄອງແຂວງ ຕໍ່ໜ້າ ເຊກອງ ກໍ່ ຈັດກອງປະຊຸມພົບປະເຈລະຈາ, ແລກປ່ຽນຢ່າງເປັນປະຈຳ. ນັ້ນແມ່ນໂອກາດທີ່ຈະໃຊ້ສິ່ງທີ່ຂ້ອຍໄດ້ຮຽນມາ”.

(ຫັດ​ທະ​ບູນ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll