ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

14:20 2019/11/18

ຍສໝ - ປະເທດລາວມີຊາຍແດນຕິດຈອດກັບ 5 ປະເທດ ແຕ່ໃນນັ້ນມີຊາຍແດນ ແລະ ແຜ່ນດິນຕິດຈອດກັບຫວຽດນາມ ຍາວກ່ວາໝູ່ ( 2069 ກມ). ຖ້າຫາກເວົ້າເຖິງພູມສັນຖານແລ້ວ, ລາວເປັນປະເທດບ້ານໄກ້ເຮືອນຄຽງ ແລະ ສະໜິດສະໜົມທີ່ສຸດຂອງຫວຽດນາມ.

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ຊຶ່ງອັນນັ້ນມັນໄດ້ກາຍເປັນປັດໄຈທີ່ສຳຄັນທາງດ້ານພູມສາດ ແລະ ການເມືອງ ຊຶ່ງ ຝຣັ່ງ ໄດ້ລ້ຽງຄວາມຫວັງໄວ້ວ່າ ຈະໂຮມເອົາກຳປູເຈຍ, ລາວ ແລະ ຫວຽດນາມເຂົ້າເປັນອັນໜຶ່ງອັນດຽວກັນທີ່ເອີ້ນວ່າ "ສະຫະພັນ ອີນດູຈີນ" ໃນປີ 1893 ນັ້ນເອງ... ນອກຈາກສອງປະເທດມີຄວາມຜູກພັນກັນຢ່າງເລິກເຊິ່ງ ແລະ ໝັ້ນຄົງຂະນົງແກ່ນແລ້ວ, ປະຊາຊົນສອງຊາດລາວ-ຫວຽດນາມ ຍັງມີຄວາມຮູ້ສຶກ, ນຶກຄິດ, ອາລົມຈິດ, ແລະ ຕິດພັນກັນດ້ວຍຊີວິດຈິງ ກໍຄືທາງດ້ານປະຫວັດສາດ ທີ່ຍິ່ງໃຫ່ຍເໝືອນດັ່ງແມ່ນໍ້າຂອງ ແລະ ສາຍພູຫຼວງຕັ້ງສະຫງ່າ.

ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວໃນປັດຈຸບັນຍັງມີຊືເອີ້ນອີກວ່າ: ລ້ານຊ້າງ, ອ້າຍລາວ, ລາວໃຫ່ຍ... ປະຫວັດສາດໃນອະດີດປະເທດລາວເກີດມີຫຼາຍຫົວເມືອງນ້ອຍໃຫ່ຍເອກະລາດພໍໃຜພໍລາວ, ປຸ້ນຈີ້ຕີກັນຢູ່ບໍ່ເຊົາ, ຈົນມາເຖິງສະຕະວັດທີ 14 ເຈົ້າຟ້າງຸ່ມ ມະຫາລາດແຫຼ່ງຫຼ້າທໍລະນີ ຈຶ່ງໄດ້ຕີເອົາບັນດາຫົວເມືອງເຫຼົ່ານັ້ນເຂົ້າມາເປັນວົງຄະນະຍາດໜຶ່ງດຽວ ຈຶ່ງໃສ່ຊື່ວ່າ: 'ປະເທດລ້ານຊ້າງ' .  ຊຶ່ງເປັນຕົ້ນກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປັດຈຸບັນ ແລະ ເປັນປະເທດຕົ້ນກຳເນີດຂອງຈັ່ງຫວະລຳວົງຫຼາຍຮູບແບບ ແລະ ສຽງແຄນແດນຈຳປາ ເທົ້າທຸກວັນີ້. ປະເທດລາວເປັນປະເທດທີມີວັດທະນະທຳ, ຮີດຄອງປະເພນີທີ່ດີງາມຫຼາຍຢ່າງ, ແຕ່ລະປີຄົນລາວຈະຈັດຕັ້ງບຸນປະເພນີຂຶ້ນຕາມຮີດ 12 ຄອງ 14, ຕາມຮີດເຄົ້າຄອງເດີມເປັນປະຈຳ. ແຕ່ໃນນັ້ນບຸນທີ່ໃຫ່ຍ ແລະ ມີຊື່ສຽງກ່ວາໝູ່ໄດ້ແກ່: ບຸນປີໃໝ່ ຫຼື ບຸນກຸດສົງການ (ເດືອນ 5 ລາວ), ບຸນເຂົ້າພັນສາ(ເດືອນ 9 ລາວ), ບຸນອອກພັນສາປະວໍລະນາ (ຊ່ວງເຮືອເດືອນ 11 ລາວ), ບຸນນະມັດສະການພະທາດຫຼວງ (ເດືອນ 12 ລາວ).

ຈັ່ງຫວະລຳວົງ ແລະ ສາຍໃຈລາວ-ຫວຽດນາມ

ລຳວົງລາວ ແມ່ນສິລະປະການສະແດງປະເພດໜື່ງທີ່ມີຄວາມສວຍສົດງົດງາມ ແລະ ອ່ອນຊ້ອຍ. ລຳວົງລາວ ແມ່ນສິລະປະວັນະຄະດີທີ່ມີມາແຕ່ບູຮານນະການຂອງຊາດລາວ, ແມ່ນວັນນະກຳ ແລະ ຫົວຄິດປະດິດສ້າງຂອງຄົນລາວ. ຄົນລາວຈະພ້ອມກັນລຳວົງໃນງານຕ່າງໆເຊັ່ນ: ຍາມສິ້ນສຸດລະດູເກັບກູ້ຜົນລະປູກແລ້ວ ຄົນລາວມັກຈະຈັດຕັ້ງການສະຫຼອງ ຕ້ອນຮັບຜົນລະປູກດ້ວຍການຮ້ອງລຳທຳເພງ, ຟ້ອນລຳວົງ ເພື່ອຜ່ອນຄາຍຄວາມອິດເມື່ອຍອອກຈາກຮ່າງກາຍໄປ ແລະ ໃນງານພົບປະສ້າງສັນຕ່າງໆທີ່ສຳຄັນ. ຈັ່ງຫວະຟ້ອນລຳວົງມີຫຼາຍຈັ່ງຫວະ ແລະ ຫຼາຍຮູບແບບແຕກຕ່າງກັນ. ແຕ່ລະຈັ່ງຫວະ, ແຕ່ລະ ຮູບແບບລ້ວນແຕ່ສື່ຄວາມໝາຍອັນຮັກໄຄ່ ອາໄລຮັກ, ອາລົມຈິດ, ມິດຕະພາບ ແລະ ຄວາມມ່ວນຊື່ນຕໍ່ກັນ ແລະ ກັນ ຂອງຄູ່ຍິງຊາຍ. ລຳວົງລາວແມ່ນການຟ້ອນເປັນຄູ່ໆລະຫ່ວາງຍິງກັບຊາຍ. ຜູ້ຊາຍຈະເປັນເຈົ້າການໄປເຊີນຊວນເອົາຜູ້ຍິງໄປຟ້ອນ. ຖ້າໃຫ້ຖືກຕາມຮີດຄອງປະເພນີແທ້ໆ ຜູ້ຊາຍຕ້ອງມີພວງມະໄລ ຫຼື ດອກຈຳປາໄປມອບໃຫ້ຜູ້ຍິງທີ່ຕົນຂໍຟ້ອນນຳ. 

ຈາກນັ້ນຈຶ່ງພ້ອມກັນຢ່າງເຂົ້າສູ່ວົງຟ້ອນ. ກ່ອນຈະຟ້ອນຜູ້ຊາຍຕ້ອງໃຫ້ກຽດຜູ້ຍິງດ້ວຍປະນົມມືໄຫ້ວກ່ອນຈຶ່ງຟ້ອນຕໍ່ໄປ. ເມື່ອສິ້ນສຸດລຳວົງ ທັງຄູ່ກໍຍໍມືນົບຫວ້າຍກັນເພື່ອແທນຄວາມຂອບໃຈ. ການລຳວົງລາວ ເປັນການມ່ວນຊື່ນລວມໝູ່ໂດຍຄູ່ຍິງ-ຊາຍຟ້ອນເປັນຮອບວົງມົນ, ຜູ້ຍິງຢູ່ວົງນອກ ຜູ້ຊາຍຢູ່ວົງໃນ. ຟ້ອນລຽງລາຍ ຢາຍຫ່າງກັນເປັນຈັ່ງຫວະຕາມສຽງເພງ ແລະ ສຽງເສບເຄື່ອງດົນຕຣີ. ເວລາຟ້ອນຄູ່ຍິງ-ຊາຍຕ້ອງສົ່ງສາຍຕາ ແລະ ຮອຍຍິ້ມໃຫ້ກັນຢູ່ຕະຫຼອດ ຊຶ່ງເປັນສາຍສຳພັນ ໄມຕີຈິດມິດຕິພາບທີ່ດີ. ລຳວົງລາວ ອາດຈະຟ້ອນເຂົ້າໄດ້ກັບເພງຕ່າງປະເທດບາງເພງບາງຈັ່ງຫວະໄດ້ເຊັ່ນດຽວກັນ ໂດຍສະເພາະແມ່ນເພງຫວຽດນາມ. ຖ້າແມ່ນຄົນລາວ ເລືອດລາວ ຈະເປັນລຳວົງມາແຕ່ຍັງນ້ອຍ ເພາະລຳວົງ ເປັນສິລະປະ ແລະວັດທະນະທຳທີ່ໂດດເດັ່ນທີ່ສຸດຂອງຊາດລາວ, ໃກ້ສິດຕິດພັນກັບຊີວິດຈິດໃຈຂອງຄົນລາວມາແຕ່ນ້ອຍໆ ຄົນລາວທຸກຄົນບໍວ່າແຕ່ຜູ້ເຖົ້າເຖິງຊາຍໜຸ່ມຍິງສາວ ແລະ ຜູ້ນ້ອຍກໍຮູ້ລຳວົງ. ລຳວົງຄືຊີວິດຈິດໃຈຂອງຄົນລາວ ຊຶ່ງບໍ່ສາມາດຈະຂາດຫາຍມັນໄປໄດ້ ປຽບສະເໝືອນເຂົ້າ ແລະ ນໍ້າລ້ຽງຊີວິດຂອງຄົນເຮົາ.

ລຳວົງລາວ ແມ່ນສິລະປະການສະແດງປະເພດໜື່ງທີ່ມີຄວາມສວຍສົດງົດງາມ ແລະ ອ່ອນຊ້ອຍ.

ເມື່ອເອີ່ຍເຖິງລຳວົງລາວ ບໍ່ຫອນບໍ່ເອີ່ຍເຖິງແຂວງຊຽງຂວາງ ເພາະແຂວງຊຽງຂວາງມີຈັ່ງຫວະລຳວົງທີ່ໂດດເດັ່ນ ທີ່ທຸກຄົນໃຜໆແຕ່ເໜືອເຖິງໃຕ້, ນ້ອຍໜຸ່ມຍິງສາວ ຄົນລາວທຸກຄົນນິຍົມຊົມຊອບ ແລະ ເຕັ້ນໄດ້ດ້ວຍກັນທັງນັ້ນ, ນັ້ນຄືຈັ່ງຫວະເຕັ້ນ ບາສລົບ ໃນບົດເພງ 'ສາວຊຽງຂວາງ ທັງງາມທັງເກັງ'  ແຂວງຊຽງຂວາງເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ, ພູມສັນຖານແຂວງຊຽງຂວາງເປັນລັກສະນະພູພຽງ, ອາກາດຊຸ່ມເຢັນຕະຫຼອດປີ, ມີທົ່ງຫຍ້າກ້ວາງໃຫ່ຍໄພສານເໝາະໃຫ້ແກ່ການປູກຝັງ-ລ້ຽງສັດ. ໂດຍສະເພາະແມ່ນລ້ຽງສັດໃຫ່ຍ ເຊັ່ນ: ງົວ, ຄວາຍ, ມ້າ... ໃນພື້ນດິນກໍ່ອຸດົມສົມບູນໄປດ້ວຍແຮ່ທາດຕ່າງໆ: ບໍ່ເຫຼັກ, ບໍ່ຄຳ, ບໍ່ຊືນ, ບໍ່ກົ່ວ, ບໍ່ທອງ, ສັງກະສີ... ມີຫ້ວຍນໍ້າລຳເຊຫຼາຍສາຍທີ່ເໝາະສົມແກ່ການພັດທະນາແຫຼ່ງພະລັງງານໄຟຟ້ານໍ້າຕົກຂະໜາດນ້ອຍ. ມີພູປາປ່າດົງທີ່ຍັງຄົງສະພາບເດີມຫຼາຍແຫ່ງ ເຊັ່ນ: ພູໄຫຼແລ້ງ, ພູສຸມ, ພູຫວດ, ພູຊາວ, ພູຜາວີ... ມີສັດສາວາສິ່ງທີ່ມີຄ່າຫຼາຍຢ່າງ ເຊັ່ນ: ເສືອ, ສິງ, ຊ້າງ, ເໝີຍ...

ຊາວຊຽງຂວາງເປັນຄົນດຸໝັ່ນຂະຫຍັນພຽນ, ມີຈິດໃຈຮັກຊາດອັນສູງສົ່ງ, ອາດຫານຊານໄຊໃນການຂ້າເສິກສັດຕູຜູ້ຮຸກຮານ, ມີມູນເຊື້ອປະເພນີ, ຮີດຄອງອັນດີງາມ, ຂະໜົບທຳນຽມທີ່ອ່ອນນ້ອມ, ມີອາຫານການກິນທີ່ລືຊື່ ແລະ ເປັນເອກະລັກຫຼາຍຢ່າງ ເຊັ່ນ: ເຂົ້າໄກ່ນ້ອຍ, ນົກແອ່ນຕຸ້ງ, ໝາກຈອງ, ໝາກຄາຍ, ໝາກເຫຼີ້ງ...ວັດທະນາທຳທີ່ໂດດເດັ່ນເຊັ່ນ ລຳພວນ ຫຼື ອັນທີ່ເຄີຍເອີ້ນກັນວ່າ ຂັບຊຽງຂວາງ, ຊຶ່ງເປັນສຽງຂັບທີ່ຟັງບໍ່ຮູ້ເບື່ອ, ປະສານກັບສຽງແຄນ ແລະ ປະເພດດົນຕີອື່ນໆໄດ້ຢ່າງກົມກຽວ ສາມາດປະສານຈັ່ງວະໄດ້ທຸກຈັ່ງວະ. ມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຫຼາຍແຫ່ງທີ່ຂຶ້ນຊື່ລືຊາ ເຊັ່ນ: ທົ່ງໄຫຫີນ ຫາຖືກຮັບຮອງຈາກອຸຍແນັດສະໂກເຂົ້າເປັນມໍລະດົກໂລກໃນວັນທີ 6 ກໍລະກົດທີ່ຜ່ານມາຢູ່ທີ່ ອາແຊັກໄບຢານ, ບໍ່ນໍ້າອຸ່ນເມືອງຄຳ, ຖໍ້າປິວ, ຖໍ້າພະ- ເມືອງພູກູດ, ວັດເພຍວັດ, ທາດຝຸ່ນ, ທາດຈອມເພັດ, ພູຈົງ, ພູຈອງວອງ, ສາຍນໍ້າງິ້ວ, ສາຍນໍ້າຊັນຢູ່ເມືອງຄູນ... ຄົນຊຽງຂວາງມີທຳນອງສຽງເວົ້າທີ່ເປັນເອກະລັກ, ໃຜໆຍິນແລ້ວກໍ່ຢາກສອນຄວາມ (ໄປກະເລີອໍ່, ເອັດພິເລີອໍ່, ເຈົ້າກໍ່ຄ່ອຍຢູ່ອ່ໍ, ເມື່ອເຫັນແຂກຄົນມາຢ້ຽມຢາມ ກໍ່ວ່າ: ມາອິ້ນອີ້ອໍ່...).

ກ່ອນຈະຟ້ອນຜູ້ຊາຍຕ້ອງໃຫ້ກຽດຜູ້ຍິງດ້ວຍປະນົມມືໄຫ້ວກ່ອນຈຶ່ງຟ້ອນຕໍ່ໄປ.

ໃນປະຫວັດສາດ ເມືອງພວນ ເປັນເມືອງເກົ່າແກ່ບູຮານເມືອງຫນຶ່ງຂອງຊົນຊາດລາວໃນປາງອະດີດອັນຍາວນານ. ປະມານ 600 ປີ ກ່ອນ ຄ.ສ ຊົນຊາດລາວ ທີ່ອາໄສຢູ່ດິນແດນທົ່ງພູພຽງແຫ່ງນີ້ ໄດ້ຕັ້ງຕົນເປັນນະຄອນຣັດເອກະລາດປົກຄອງຕົນເອງ ຄ້າຍຄືກັບນະຄອນຣັດອື່ນໆ ໃນອ່າງແມ່ນ້ຳຂອງຕອນໃຕ້ ໃນຮູບແບບການປົກຄອງແບບສັກດິນານ້ອຍ ກະແຈກກະຈາຍຍັງບໍ່ທັນລວມສູນ. ໃນໄລຍະເວລານັ້ນ ມີຫຼາຍນະຄອນ ຣັດຂອງຊົນຊາດລາວທີ່ປົກຄອງຕົນເອງເປັນນະຄອນຣັດເອກະລາດພໍໃຜພໍລາວ ເຊັ່ນ ເມືອງສີໂຄດຕະບູນ, ເມືອງສຸວັນນະພູມ (ວຽງຈັນ), ເມືອງຫນອງຫານຫຼວງ, ເມືອງຫນອງຫານນ້ອຍ, ເມືອງສາເກດຮ້ອຍເອັດປະຕູ. ເມືອງຊວາ, ເມືອງພວນ, ເມືອງແຖນ ຫຼື ແຖງ, ເມືອງຊຽງແສນ, ໃນໄລຍະເວລານັ້ນ ບັນດານະຄອນຣັດເອກະລາດເຫຼົ່ານີ້ ຕ່າງກໍຢູ່ຮ່ວມກັນແບບສາມັກຄີທໍາບາງນະຄອນຣັດກໍມີ ຄວາມສຳພັນກັນທາງດ້ານສາຍຍາດ ໂດຍການເປັນສ່ຽວເປັນດອງກັນ ຈຶ່ງສາມາດຢູ່ຮ່ວມກັນມາໄດ້ຢ່າງສັນຕິສຸກ.

ໃນສົງຄາມອີນດູຈີນ, ຕ້ານພວກຈັກະພັດລ່າເມືອງຂຶ້ນ, ແຂວງຊຽງຂວາງໄດ້ກາຍເປັນສະໝໍລະພູມທີ່ດຸເດືອດ, ເຮືອນຊານບ້ານຊ່ອງຖືກຍິງທຳລາຍເຜົາຜ່ານດ້ວຍລູກບົ່ມລູກແຕກຂອງພວກຈັກະພັດຜູ້ຮຸກຮານ ແມ່ນແຕ່ເສົາຊີ້ຟ້າກໍ່ເກືອບຈະບໍ່ມີ, ປະຊາຊົນດຳລົງພໍສືບມື້ສືບວັນ, ອົບພະຍົບລົບລີ້ຢູ່ໃນຖໍ້າໃນຮູ, ພູຜາປ່າດົງ, ເອົາຂຸມຕັງເຊ ເປັນເຮືອນຢູ່, ຢູ່ໃນດິນກິນຫຍ້າ. ປີ 1968 ຫາ 1970 ສົງຄາມປິນຂັ້ນໃດຂອງພວກຈັກະພັດນັບມື້ຮ້າຍແຮງຂຶ້ນ, ແຕ່ລະມື້ພວກເຂົາຂົນເອົາລູກບົ່ມມາຖິ້ມໃສ່ແຂວງຊຽງຂວາງຈົນມຸ່ນທະລາຍ, ປະຊາຊົນຈຳຕ້ອງໄດ້ອົບພະຍົບຫຼົບໜີໄປອາໃສຢູ່ນຳເພື່ອນບ້ານຫວຽດນາມ. ຊີວິດເວລານັ້ນສຸດແສນລຳບາກກາກກຳ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປານາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວໃນປີ 1975 ແລ້ວ, ຊາວແຂວງຊຽງຂວາງກໍໄດ້ພ້ອມກັນຟື້ນຟູ, ປົວແປງຮຳບາດແຜສົງຄາມ ເພື່ຶອສ້າງສາພັດທະນາເສດຖະກິດສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງຂອງຕົນໃຫ້ສູງຂື້ນເປັນກ້າວໆມາ. ຕະຫຼອດໄລຍະ 43 ປີທີ່ຜ່ານມາ, ເສດຖະກິດແຂວງຊຽງຂວາງມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ, ຜະລິດຕະພັນພາຍໃນ ຫຼື ຈີດີພີຂະຫຍາຍຕົວຢູ່ໃນລະດັບ 6-7%/ປີ, ປັດຈຸບັນລາຍຮັບສະເລ່ຍຕໍ່ຫົວຄົນຢູ່ທີ່ 1,600 ໂດລາສະຫະລັດ/ຄົນ/ປີ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂື້ນຢ່າງໜ້າເພີ່ງພໍໃຈ. ແຂວງຊຽງຂວາງຖືກຕີລາຄາ ແລະ ຈັດອັນດັບການພັດທະນາປານກາງ.

ແຂວງຊຽງຂວາງເປັນແດນວິມານຄວາມງາມແຫ່ງເມກໝອກ, ທົ່ງຫຍ້າປ່າຄັງ, ດິນແດນແຫ່ງປ່າແປກ ແລະ ວິລະຊົນ. ຄົນຊຽງຂວາງທັງງາມທັງເກັ່ງ, ອາດຫານຊານໄຊຕີເອົາຊະນະສັດຕູຜູ້ຮຸກຮານ. ດຽວນີ້ຄົນຊຽງຂວາງເປັນຈິດໜຶ່ງໃຈດຽວພ້ອມກັນປົວແປງຮຳບາດແຜສົງຄາມສ້າງສາພັດທະນາແຂວງຂອງຕົນຈົນຈະເລີນຮຸ່ງເຮືອງກ້າວໜ້າ ຈາກສອງຝາມືເປົ່າ, ຈາກເທົ່າຖ່ານການທຳລາຍມ້າງຂອງພວກຈັກະພັດຜູ້ຮຸກຮານ. ໃຜໄດ້ໄປຊຽງຂວາງຈະມີຄວາມຮູ້ສຶກຢ່າງໜຶ່ງວ່າ: ຄົນຊຽງຂວາງມີຈິດໃຈໂອບເອື້ຶອອາລີ, ມີນໍ້າໃຈຕໍ່ແຂກບ້ານແຂກເມືອງທີ່ໄປຢ້ຽມເຢືອນ, ຄົນຊຽງຂວາງອ່ອນນ້ອມຖອມຕົນ ແຕ່ເປັນຄົນເດັດຂາດບໍ່ຍອມຈຳນົນ. ຊຽງຂວາງມີສັນຍານາມ ແລະ ສັນຍາລັກຫຼາຍຢ່າງເມື່ອເວົ້າເຖິງໃຜໆກໍຮູ້, ນັ້ນຄື: ເມືຶອງພວນ, ທົ່ງໄຫຫີນ, ນົກແອ່ນຕຸ້ງ, ດອກຈອງ-ດອກຄາຍ.

ລຳວົງຄົງຢູ່ກັບຄົນລາວຕັ້ງແຕ່ເກີດ, ໃນສົງຄາມອີນດູຈີນ ໂດຍສະເພາະແມ່ນສົງຄາມຕ້ານພວກຈັກະພັດຜູ້ຮຸກຮານແບບເກົ່າ ແລະ ແບບໃໝ່ຂອງສອງຊາວລາວ-ຫວຽດນາມ

ຊຽງຂວາງມີສຽງຂັບ, ສຽງລຳເປັນທຳນອງທີ່ອ່ອນຊ້ອຍ, ມີບົດເພງຫຼາຍບົດທີ່ໄດ້ປະພັນເຖິງຄວາມງາມທຳມະຊາດ ແລະ ຜູ້ຄົນແຂວງຊຽງຂວາງ, ຄວາມດຸໝັ່ນຂະຫຍັນພຽນ, ຄວາມອົງອາດກ້າຫານ ແລະ ຄວາມທຸກມໍລະມານຂອງຄົນຊຽງຂວາງໃນອະດີດທີ່ຜ່ານມາເປັນຕົ້ນແມ່ນສຽງເພງ "ສາວຊຽງຂວາງ" ດັງຂື້ນຄັ້ງໃດຊຸມບ່າວສາວ, ເຖົ້າແກ່ຍິງຊາຍ ກໍພ້ອມກັນເຕັ້ນຈັ່ງຫວະ "ບາສລົບ" ເປັນລຽງລາຍອ່ອນຊ້ອຍໄປມາເໜືອນວ່າສາຍນໍ້າງິ້ວທີ່ໃສເຢັນກຳລັງລ່ອງໄຫຼໄປຕາມກະແສວັນເວລາທີ່ບໍ່ມີຍາມຢຸດເຊົາ, ເໝືອນສາຍພູຈອງວອງທີ່ຕັ້ງສະຫງ່າໂດດເດັ່ນງາມຕາ, ເໝືອນພູຈົງໂດ່ງດັງ ແລະ ອາດຫານ.

ຄົນຊຽງຂວາງຈະກັ້ນນໍ້າຕາໄວ້ບໍ່ໄດ້ໃນເມື່ຶອໄດ້ຍິນສຽງເພງ "ຫວນຄືນເມືອງຊຽງ" ດັງຂື້ນມາ: ຫຼາຍປີຫ່າງລາ ຈື່ງໄດ້ກັບມາຊຽງຂວາງບ້ານເກົ່າ, ນໍ້າຕານອງເບົ້າບໍ່ມີຄວາມເວົ້າອອກມາ, ບ້ານເກີດຊຽງເຮົາຈະສິ້ນຄວາມເຫງົາໄປແລ້ວບັດນີ້, ຊີວິດຊາວຊຽງສຸຂີຈະບໍ່ໄດ້ໜີຫ່າງຈາກເມືອງຊຽງ, ກິ່ນຫອມ... ດອກຈອງດອກຄາຍເຮົາລືມບໍ່ໄດ້ທັງໜອງປາໄນກ້ອງຮົ່ມໄຜ່ແຄມນາບ້ານເຮົາ...

ລຳວົງຄົງຢູ່ກັບຄົນລາວຕັ້ງແຕ່ເກີດ, ໃນສົງຄາມອີນດູຈີນ ໂດຍສະເພາະແມ່ນສົງຄາມຕ້ານພວກຈັກະພັດຜູ້ຮຸກຮານແບບເກົ່າ ແລະ ແບບໃໝ່ຂອງສອງຊາວລາວ-ຫວຽດນາມ, ລຳວົງໄດ້ໄດ້ກາຍເປັນວິນຍານແຫ່ງການຕໍ່ສູ້ຂ້າຟັນສັດຕູຂອງສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນຂອງອ້າຍນ້ອງທະຫານລາວ ແລະ ຫວຽດນາມ. ເມື່ອໄດ້ໄຊຊະນະສັດຕູຢູ່ບັ້ນຮົບຕ່າງໆ ທະຫານສຳພັນສູ້ຮົບລາວ-ຫວຽດນາມກໍພ້ອມພາກັນລຳວົງອ້ອມກອງໄຟ ຕ້ອນຮັບໄຊຊະນະຂອງຕົນ. ຍ້ອນແນວນັ້ນ, ລຳວົງລາວຈຶ່ງເປັນທີ່ຮູ້ຈັກກັນດີຂອງຊາວຫວຽດນາມ ໂດຍສະເພາະແມ່ນນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍໄປຊ່ວຍເຫຼືອລາວ ແລະ ດຳລົງຊີວິດຢູ່ລາວຫຼາຍສິບປີ. ປັດຈຸບັນລຳວົງລາວໄດ້ກາຍເປັນທີ່ນິຍົມຊົມຊອບຂອງໄວລຸ່ນຫວຽດນາມ ຢູ່ໃນຕົວເມືອງໃຫຍ່ໆຂອງຫວຽດນາມເຊັ່ນ: ຢູ່ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ໂດຍບົດເພງ 'ຄວາມຝັນລະດູໜາວ' ຂອງ ຮົ່ງຫງອກ. ລຳວົງລາວໄດ້ໂດ່ງດັງໄປທົ່ວພາກພື້ນອາຊີ ທີ່ມີສີສັນສະເພາະ, ມັນໄດ້ກາຍເປັນສາຍສຳພັນໄມຕີຈິດມິດຕະພາບ, ເປັນການທູດລະຫ່ວາງຊາດດ້ວຍກັນ. 

ລຳວົງລາວ ໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງຊາດລາວທັງຊາດ. ລຳວົງລາວສະແດງໃຫ້ເຫັນພະລັງແຫ່ງຄວາມສາມັກຄີ, ຄວາມເປັນເອກະລາດ ແລະ ເອກະພາບແຫ່ງຊາດລາວ.

(ນົກແອ່ນແດນໜາວ)
;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
Scroll