ໃນເວລາເປັນ 1 ເດືອນ, ພະນັກງານ, ນັກສິລະປິນ, ພາລະກອນ 30 ຄົນຂອງຄະນະສິລະປະກອນກອງທັບປະຊາຊົນລາວ ຈະເຂົ້າຮ່ວມຊຸດຝຶກອົບຮົມບັນດາເນື້ອໃນ ຄື: ການຄຸ້ມຄອງ, ການປະດິດແຕ່ງ, ການຊີ້ນໍາສິລະປະ, ທັກສະໃນການສະແດງ, ເຕັກນິກສຽງ, ແສງເວທີສະແດງ.
ທ່ານພັນຕີ ດວງມານີ, ຮອງຜູ້ຊ່ວຍວຽກປ້ອງກັນປະເທດ ລາວ ກ່າວຄຳປາໄສໃນພິທີໄຂຊຸດຝຶກອົບຮົມ (ພາບ: vnq.edu.vn)
ນອກຈາກນັ້ນ, ທ່ານພັນເອກພິເສດ ຫງວຽນຊວນຖຸຍ ອະທິການບໍດີມະຫາວິທະຍາໄລສິລະປະກອນກອງທັບຫວຽດນາມ ຍັງໃຫ້ຮູ້ຕື່ມອີກວ່າ, ທາງໂຮງຮຽນກໍຈະຈັດວາງຕາຕະລາງການຮຽນ-ການສອນເພື່ອໃຫ້ບັນດານັກສໍາມະນາກອນລາວ ໄດ້ຝຶກອົບຮົມພ້ອມກັບພະນັກງານຂອງໂຮງຮຽນກ່ຽວກັບວິທີການສິດສອນຄວາມຮູ້ດ້ານສິລະປະ ແລະເຕັກນິກສຽງໂດຍບັນດານັກຊ່ຽວຊານອາເມລິກາ ສິດສອນຢູ່ທີ່ນີ້ໃນລະຫວ່າງວັນທີ 15-27 ສິງຫາ.
ລາຍການສະແດງຂອງບັນດາສໍາມະນາກອນລາວ ແລະສໍາມະນາກອນມະຫາວິທະຍາໄລວັດທະນະທໍາສິລະປະກອງທັບຫວຽດນາມ. (ພາບ: vnq.edu.vn)
ທ່ານພັນຕີ ດວງມານີ, ຮອງຜູ້ຊ່ວຍວຽກປ້ອງກັນປະເທດ ລາວ ຢູ່ຮ່າໂນ້ຍ ເຫັນວ່າ ຊຸດຝຶກອົບຮົມຄັ້ງນີ້ມີເນື້ອໃນທີ່ອຸດົມສົມບູນຫຼາຍ ແລະ ທ່ານພັນຕີ ດວງມານີ ຫວັງ ວ່າບັນດາອາຈານສອນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຖ່າຍທອດຄວາມຮູ້, ປະສົບການ ຕາມຈິດໃຈ "ການຊ່ວຍໝູ່ເພື່ອນຄືການຊ່ວຍຕົນເອງ" ສຳລັບສຳມະນາກອນ ຄົນລາວ.
ຊຸດຝຶກອົບຮົມນີ້ແມ່ນ ໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 42 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 - 18 ກໍລະກົດ 2019).
(ຄຳຮຸ່ງ)