“ລຳວົງລາວ” ແລະ ສາຍພົວສຳພັນ ລາວ-ຫວຽດນາມ

16:33 2018/11/13

ຍສໝ - ປະເທດລາວ ມີຊາຍແດນຕິດຈອດກັບ 5 ປະເທດ, ແຕ່ມີຊາຍແດນຕິດຈອດກັບຫວຽດນາມ ຍາວທີ່ສຸດເຖິງ ( 2069 ກິໂລແມັດ), ຖ້າຈະວິເຄາະດ້ານພູມສັນຖານ: ລາວແມ່ນປະເທດບ້ານໄກ້ເຮືອນຄຽງ ໄກ້ສິດ, ສະໜິດສະໜົມສຸດຂອງຫວຽດນາມ. ນັ້ນກໍ່ແມ່ນໜຶ່ງໃນປັດໄຈ ດ້ານການເມືອງອັນສຳຄັນ ເຮັດໃຫ້ ຈັກກະພັດຝລັງ່ ເຮັ່ງຮ້ອນ ໃນການ ລວມດິນແດນ ລາວ-ກຳປູເຈຍ-ຫວຽດນາມ ເປັນ “ສະຫະພາບອິນດູຈີນ” ປີ 1893... ເລິກເຊິ່ງ, ເກົ່າແກ່ກວ່ານັ້ນ ແມ່ນຄວາມສຳພັນລະຫວ່າງ ສອງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍັງມີແນວທີຄ້າຍຄື, ຄວາມຜູກພັນນຳກັນ ຍ້ອນບັນດາສາຍພົວພັນຄວາມຮູ້ສຶກໃນວິຖີຊີວິດປະຈຳວັນ ແຕ່ມີຄວາມຍືນຍົງ, ໂລເມັນຕິດ, ເປັນປະຫວັດສາດ, ຍິ່ງໃຫຍ່ ປຽບດັ່ງ ສາຍແມ່ນຳ້ຂອງ ແລະ ສາຍພູຫຼວງ.

 “ລຳວົງລາວ” ແລະ ສາຍພົວສຳພັນ ລາວ-ຫວຽດນາມ
ລຳວົງລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຸບັນ ຍັງເຄີຍມີຊື່ວ່າ: ໝື່ນຊ້າງ, ລ້ານຊ້າງ, ອ້າຍລາວ… ສະຕະວັດທີ XIV ເຈົ້າຟ້າງຸ່ມ ໄດ້ນຳພາການຕໍ່ສູ້ຍາດ ເອກະລາດ ຈາກ ສັກດີນາ ຂະເໝນ. ນີ້ແມ່ນ ດິນແດນພູພຽງ ທີ່ມີ ຈັງຫວະຟ້ອນລຳວົງ, ມີດອກຈຳປາ ອັນງົດງາມຫອມຫວນ ແລະ ມີຮ້ອຍຍິ້ມວິຖີ ຊີວິດອັນເບິກບານມ່ວນຊື່ນ. ໃນໜຶ່ງປີ ດິນແດນ ທີ່ມີປະຊາກອນ 6,5 ລ້ານຄົນ ມີການສະຫຼອງປີໃໝ່ເຖິງ 4 ຄັ້ງ (ປີໃໝ່ສາກົນ, ປີໃໝ່ຕາມປະຕິທິນດວງຈັນ, ປີໃໝ່ລາວ ແລະ ປີໃໝ່ມົ້ງ), ແລະ ມີການສະເຫຼີມສະຫຼອງງານບຸນປະເພນີໃຫຍ່ 6 ງານ ຄື: ບຸນພະເວດ ໃນເດືອນມັງກອນ, ບຸນວິສາຂະບູຊາ ໃນເດືອນ ເມສາ, ບຸນບັ້ງໄຟ ໃນເດືອນ ພຶດສະພາ, ບຸນເຂົ້າພັນສາ ໃນເດືອນ ກໍລະກົດ, ບຸນເຂົ້າປະດັບດິນ ໃນເດືອນ ກັນຍາ ແລະ ບຸນຊ່ວງເຮືອ ໃນເດືອນ ຕຸລາ.

ແຕ່ລະມື້ແສງອະລຸນວັນໃໝ່ ເທບຊ້າງ ອັນສັກສິດ ຢູ່ເທິງຍອດພູເບ້ຍ (ສູງ 2.817 ແມັດ), ສົ່ງສຽງຮ້ອງກ້ອງກັງວານປຸກ ປວງຊົນລາວ ລຸກຮັບຄວາມຜາສຸກຂອງວັນໃໝ່.

ອະພິນິຫານທົ່ງໄຫຫີນ

“... ເທິງພູຫີນ ມີສາຍນຳ້ ຂັບລັ່ງສຽງເພງ

ຫີນກວດນ້ອຍ ຟ້ອນລຳ ເວັນຄືນບໍ່ເວັ້ນວ່າງ

ເທິງພູຫີນ ມີສາຍລົມຫອມ

ນາງ ໂມລາ ສະຜົມ ໂບຍໂບກເປັນລົມ

ນາງ ໂມລາ ງົດງາມ ດັ່ງເມກ ໄຫຼຮ່ວງອະລຸນ...”

ສຽງຮ້ອງ ດັງແວ້ວຂຶ້ນ ສອດປະສານກັບ ຈັງຫວະຟ້ອນລຳວົງ ທີ່ໜ້າຫຼົງໄຫຼ ເໝືອນດັ່ງນ້ຳເຜິ້ງປ່າ ເຮັດໃຫ້ທົ່ງໄຫຫີນຊຽງຂວາງ ເພີ່ມຄວາມໜ້າຈັບອົກຈັບໃຈ ແລະ ເລິກລັບ. ເມື່ອກ່າວເຖິງ ດິນແດນແຫ່ງດອກຈຳປາ ບໍ່ສາມາດທີ່ຈະບໍ່ກ່າວເຖິງ ທົ່ງໄຫຫີນ ແລະ ຟ້ອນລຳວົງ. ຟ້ອນລຳວົງ ຖືວ່າເປັນ ຈັງຫວະ “ແທັງໂກ່” ຂອງ ອາຊີ. “ລຳ” ແປວ່າ ຮ້ອງ, “ວົງ” ແປວ່າ ເປັນວົງກົມ. ຜູ້ຊາຍ ຢືນຢູ່ວົງທາງນອກ, ມືຟ້ອນຈາກນອກເຂົ້າໃນ. ຜູ້ຍິງຢືນຢູ່ທາງໃນ, ມືຟ້ອນແຕ່ໃນອອກນອກ. ກ່ອນຟ້ອນ, ຄູ່ຟ້ອນແຕ່ລະຄູ່ ຈະພະນົມມືນົບກັນກ່ອນເພື່ອທັກທາຍກັນ. ຟ້ອນ 3 ກ້າວ ແລ້ວກັບຫຼັງ 1​ ກ້າວ, ການຟ້ອນແມ່ນເຄື່ອນທີ່ເປັນວົງມົນ ໄປຕາມເຂັມໂມງ, ຈັ່ງຫວະ 4/4. ເນື້ອເພງລຳວົງແຕ່ງຈາກບົດເພງພື້ນເມືອງຄື:​ ຂັບທຸ້ມ, ຕັ່ງຫວາຍ, ລຳສາລະວັນ... ຕໍ່ກັບປະຊາຊົນລາວ, ລຳວົງຄືກັບການເຂົ້າກິນ, ການນ້ຳດື່ມ, ໃຜໆກໍ່ຮູ້ “ລຳ” ອາຍຸ5 ປີ ກໍ່ຮູ້ແລ້ວ. ປະຈຸບັນ ໃນເທັກໃນບາ ຢູ່ ຮ່າໂນ້ຍ, ໄຊງອນ, ຈັ່ງວະລຳວົງ ກຳລັງສ້າງຄວາມດຶງດູດ ໄວໜຸ່ມເປັນຈຳນວນຫຼວງຫຼາຍ. ບົດເພງ “ຄວາມຝັນລະດູໜາວ” ຂອງ ຮົງງອກ ສະແດງໃຫ້ເຫັນຈັງວະດົນຕີລຳວົງຍິ່ງເພີ່ມຄວາມໜ້າສົນໃຈ. ທົ່ວໂລກລະວົງໂດຍທົ່ວໄປເໝືອນດັ່ງ “ໝໍລຳຊິ້ງ” ສະແດງໃຫ້ເຫັນສີສັນດ້ານວັດທະນະທຳຂອງ ອາຊີຕາເວັນອອກ. ລຳວົງ ເຊື່ອມຕໍ່ໝູ່ເພື່ອນ, ຖັງຊ້ອນຄູ່ບ່າວສາວ. ລຳວົງ ສ້າງປະຫວັດສາດແຫ່ງຄວາມຮັກ ໜຶ່ງດຽວ ສະຫວ່າງ 2 ຊາດ ຫວຽດນາມ-ລາວ ແຕ່ສະໄໝປາງກ່ອນ, ໃນ 2​ ບັ້ນຮົບຕໍ່ສູ້ຕ້ານ ຝຣັ່ງ ແລະ ອາມາຣິກາ ກໍ່ຄືຂະບວນການປ່ຽນແປງໃໝ່ໃນປະຈຸບັນ. ລຳວົງໄດ້ເປັນສື່ແຫ່ງຄວາມຮັກ “ພົມລິຂິດນຳພາປະສົບພົບພໍ້ກັນ” ລະຫວ່າງ ສະເດັດເຈົ້າ ສຸພານຸວົງ ແລະ ນາງງາມນັກຮຽນ (ດົ່ງແຄັ້ງ) ຫງວ໋ຽນ ຖິກີ່ນາມ ຕົ້ນສະຕະວັດ ທີ XX... ລຳວົງ ຢູ່ຟາກສາຍພູຫຼວງຕາເວັນຕົກ ໄດ້ຂ້າມພູເຂົາສູງ, ປ່າເລິກ ມາເຖິງອີກຟາກນໜື່ງຂອງ ສາຍພູຫຼວງຕາເວັນອອກ ສ້າງຄື້ນແຫ່ງມະຫາສະໝຸດ, ຍວກຍູ້ເມກຝົນ, ນຳຄວາມຊຸ່ມເຢັນ ຈາກທະເລຕາເວັນອອກ ມາສະລ້າງໃຫ້ແກ່ 2​ ເຂດແຄ້ວນ ພູພຽງ ທີ່ເຕັມໄປດ້ວຍຄວາມອົບເອົ້າໃນແຕ່ລະມື້.

ທົ່ງໄຫຫີນຍັງມີຊື່ວ່າ: “ຄອກມ້າດຳ” (ຟາມຫຍ້າລ້ຽງມ້າ) ຢູ່ ຂົງເຂດຂອງ ແຂວງຊຽງຂວາງ. ສາເຫດທີ່ເອີ້ນວ່າ: ຟາມຫຍ້າລ້ຽມມ້າ ເພາະວ່າ ມີພຽງແຕ່ຕີນມ້າແຜງລິດ ໄປມາທົ່ວທົ່ງຫຍ້າອັນກວ້າງຂວາງສຸດສາຍຕາແຫ່ງນີ້. ທົ່ງໄຫຫີນ ຢູ່ໃກ້ກັບ ເທດສະບານ ເມືອງໂພນສະຫວັນ - ຊຽງຂວາງ, ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງລາວ, ພູພຽງ ຊຽງຂວາງ ແລະ ພູພຽງຕາເວັນອອກ-ຕາເວັນຕົກສ່ຽງໃຕ້ ຂອງ ຫວຽດນາມ, ເຊິ່ງເປັນ 3 ຈຸດ ຍຸດທະສາດ ດ້ານການທະຫານ ທີ່ສຳຄັນທີ່ສຸດຂອງແຫຼມອິນດູຈີນ. ສັກດີນາ ຂະເໝນ, ຈັກກະພັດຝຣັ່ງ ແລະ ອາເມຣິກາ ລ້ວນແຕ່ເຫັນທົ່ງໄຫຫີນຊຽງຂວາງ ເປັນຈຸດມໍລະນະ, ຝ່າຍໃດຍຶດໄດ້ກໍ່ຈະປຽບເໝືອນກຳໄດ້ໄຊຊະນະໃນມື. ຫຼາຍພັນກວ່າປີກ່ອນ, ທີ່ນີ້ເຄີຍເປັນຕໍ່ສູ້ລະຫວ່າງ ພວກສັກດີນາ, ເຄີຍເປັນບ່ອນທີ່ ເຈົ້າຊີວິດ ຂຸນເຈືອງ ຈັດຕັ້ງງານລ້ຽງທະຫານສະເຫຼີມສະຫຼອງຫຼັງຈາກໄດ້ຮັບການຊະນະເສິກແຕ່ລະຄັ້ງ. ກາງສະຕະວັດທີ່ XX, ທົ່ງໄຫຫີນຊຽນຂວາງ ແມ່ນສະໜາມຮົບດຸເດືອດຂອງພົນປືນໜັບໝື່ນສັງກັດໂດຍບໍ່ຈຳແນກເຊື້ອຊາດຊົນເຜົ່າຈາກອາຊີ, ອາຟຣິກາ, ເອີຣົບ, ອາເມຣິກາ... ສະຖານທີ່ແຫ່ງນີ້ຍັງມີກະດູກນິລະນາມຂອງເຫຼົ່າທະຫານຮັບຈ້າງໄທ, ກ້ອງປຸ້ນວັງປາວ, ທະຫານປະເທດ, ທະຫານອາສາສະໝັກຫວຽດນາມ, ທະຫານສົ່ງນອກ ຂອງ ອາເມຣິກາ... ແຝງໄປດ້ວຍສະໜາມລູກລະເບີດຝັງຢູ່ໃຕ້ພື້ນດິນເຕັມໄປດ້ວຍຄວາມອັນຕະລາຍ.​ ສະເພາະ ປີ 1969 ຫາ 1971, ອາເມຣິກາ ໄດ້ຈັດສົ່ງຜູ້ຊ່ຽວຊານການທະຫານກວ່າ 700 ຄົນ, ທະຫານຮັບຈ້າງກວ່າໝື່ນຄົນ ແລະ ໂຮຍລູກລະເບີດເປັນພັນຕັນລົງ ທົ່ງໄຫຫີນ-ຊຽງຂວາງ. ສະເລ່ຍແຕ່ລະຫົວຄົນຕ້ອງທົນຕໍ່ລູກລະເບີດ 350 ໂຕນ. ແຕ່ວ່າບັນດາບັ້ນຮົບ ສົງຄາມທໍລະຫົດ ໃນຍຸກກາງບູຮານ ຮອດ ຍຸກທັນສະໄໝ ບໍ່ໄດ້ເຮັດໃຫ້ທົ່ງໄຫຫີນກັບໂພນຕົ້ນແປກທີ່ສວຍງາມດັ່ງໃນຝັນ, ທົ່ງຫຍ້າອັນກວ້າງໃຫຍ່ໄພສານໂບກສະບັດຍາມລົມຕ້ອງ, ດອກກາເລົາສີມ່ວງ, ດອກລາເວັນເດີ ສົ່ງກິນຫອມຫວນ... ເພີ່ມຄວາມໂຣມແມນຕິກແບບບ້ານໆ. ໄຫຫີນ ກວ່າ 2.000 ໜ່ວຍ ໂອນເອນຕັ້ງສະຫລັບຊັບຊ້ອນຢູ່ທີ່ນີ້, ປະຈຸບັນຍັງເຊື່ອງຊ້ອນໄປດ້ວຍເລື່ອງເລົ່າກໍ່ນິທານອັນເລິກລັບ, ຄວາມຝັນພິດສະຫວົງ, ຄືກັນກັບຮູບປັ້ນອານຸສາວະລີຫີນຊາຍ Stonehenge ຢູ່ເຂດ Wiltshire ປະເທດອັງກິດ ກໍ່ບໍ່ປານ. ໄຫຫີນທີ່ໃຫຍ່ທີ່ສຸດ ມີເສັ້ນຜ່າສູນກາງ 2,5 ແມັດ, ສູງ 2,7 ແມັດ. ໃນໄຫຈຳນວນກວ່າ 2.000 ໜ່ວຍ, ມີພຽງແຕ່ໄຫດຽວທີ່ມີຝາ. ຮອດປະຈຸບັນນີ້ ຍັງບໍ່ມີໃຜຮູ້ວ່າເຈົ້າຂອງໄຫຫີນ ແລະ ຢູ່ໃນລາດສະວົງໃດ ແລະ ສ້າງມາເພື່ອເຮັດຫຍັງ. ປີ 1931, ສະຖາບັນ ພິພິດຕະພັນບູຮານຕະເວັນອອກ ຂອງ ປະເທດຝຣັ່ງ ໄດ້ຈັດຕັ້ງການຂຸດຄົ້ນ 1 ໃນຈຳນວນ 52​ ຈຸດ ທີ່ມີຄວາມສົງໄສທາງປະຫວັດສາດ ຂອງທົ່ງໄຫຫີນ ແຕ່ບໍ່ໄດ້ຮັບຜົນຫຍັງຕື່ມ. ໄຫຫີນເກົ່າແກ່ແຕ່ລະອັນ “ຍັງໝັ້ນແກ່ນ ເອກອ້າງກັບການເວລາ” ພ້ອມກັນກັບ ລຳວົງ ເຮັດໃຫ້ຟ້າດິນເຄື່ອນໄຫວ, ໄດ້ກາຍເປັນສັນຍາລັັກ ຂອງອານາຈັກລາວລ້ານຊ້າງອະລິຍະທຳພັນປີ.

ປະຊາກອນ ຢູ່ ພູພຽງຊຽງຂວາງ ມີ 262.000 ຄົນ, ສ່ວນໃຫຍ່ແມ່ນຊົນເຜົ່າໄຕ, ມົ້ງ, ຢ້າວ. ແຕ່ສະໄໝກ່ອນ, ພູພຽງແຫ່ງນີ້ເລື່ອງຊື່ “ຢາຝິ່ນຟູແຄ, ນ້ຳຊາຟູຊານ”. ເພິ່ນເລົ່າວ່າ ຕອນທີ່ເຂດນີ້ຍັງຫວ່າງເປົ່າ ຫຼັງຈາກເກີດໂລກລະບາດ, ບ້ານຊົວ, ບ້ານອ່າງ, ບ້ານຫຼັກແສນ ຍັງເຫຼືອພຽງແຕ່ແມ່ຍິງ. ຜູ້ສາວເຮີ່ມ ຫຼາຍຮ້ອຍຄົນເດິກໆພາກັນກິນເຫຼົ້າ, ຟ້ອນລຳວົງເປັນໝູ່. ລຳວົງທີ່ມີແຕ່ສຸພາບສະຕີ ບໍ່ມີຫຍັງໜ້າສົນໃຈ. ຂາດອ້າຍບຸລຸດເປັນເວລານານ, ຍິງສາວເກີດພະຍາດ, ບໍ່ມີຢາຫຍັງປິ່ນປົວໄດ້. ທັນໃດນັ້ນກໍ່ປະກົດມີກຸ່ມນາຍພານຄົນຫວຽດນາມຫຼົງເຂົ້າມາປ່າຕືບ. ພວກເຂົາ ເປັນພຽງຄົນພະເນຈອນ ຢູ່ ດິນແດນພິດສະຫວົງ, ຫິ້້ວໂຫຍ, ຫິວນ້ຳແຕ່ຍັງມີແຮງຢູ່, ມີໄຟ ແລະ ຄວາມຫຼົງໄຫຼ. ຫຼົງເຂົ້າໄປບ້ານຊົວ, ບ້ານອ່າງ, ບ້ານຫຼັກແສນ ໃນອານາຈັກທີ່ມີແຕ່ສຸພາບສະຕີ, ​ແນ່ນອນເຫຼົ່ານາຍພານ ກາຍເປັນແຂກທີ່ໜ້າຮັກ-ແພງ. ພວກເຂົາໄດ້ຮັບການເຊື້ອເຊີນ ຈາກສາວໆລາວ ດື່ມເຫຼົ້າ, ສູບຢາຝິ່ນ, ດື່ມຊາຫິມະ, ລຸກຂຶ້ນຟ້ອນລຳວົງ... ລຳວົງເປັນມື້້ເປັນເດືອນ. ລຳວົງກາຍເປັນຜົວ. ລຳວົງເກີດລູກເຕົ້າ... ແມ່ນບໍ່ທີ່ວ່າ ລຳວົງໄດ້ ປະສານສາຍໂລຫິດ ຂອງກົກເຫຼົ່າເປັນເຊື້ອສາຍດຽວກັນ!

ເລື່ອງຄວາມຮັກບໍ່ມີພົມແດນ

ຜູ້ຊ່ຽວຊານດ້ານການທະຫານ ແລະ ທະຫານອາສາສະໝັກ ຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ ກັບ ປະຊາຊົນລາວ ໃນການສູ້ຮົບຕ້ານ ຈັກກະພັດ ຝຣັ່ງ ແລະ ອາເມຣິກາ ຕັ້ງແຕ່ທົດສະວັດ 1950.

ປີ 1961 ຍົນຂົນສົ່ງລົດເຫາະ ຂອງ ໂຊຫວຽດ, ລົງຈອດທີ່ສະໜາມບິນ ຢາເລິມ - ຮ່າໂນ້ຍ, ຂົນອາວຸດ, ຍຸດໂທປະກອນ ທັນສະໄໝທີ່ສຸດໃນຍຸກນັ້ນ, ລົງຈອດ ຢູ່ສະໜາມບິນ ບ້ານອ່າງ - ທົ່ງໄຫຫີນ. ໄປພ້ອມກັບຖ້ຽວບິນ ແມ່ນເຫຼົ່າທະຫານຍອດຍ້ຽມຫາກໍ່ຈົບຈາກໂຮງຮຽນກອງທັບບົກ ເຈິນກວກຕວົ໋ນ (ສັນຍາລັກພາກກາງ, ແຂວງແທັງຫວ໋າ). A10 ແມ່ນນາມລັບ ຂອງກອງບັນຊາການ ທະຫານອາສາສະໝັກຫວຽດນາມ ຕັ້ງຢູ່ ຢູ່ທົ່ງໄຫຫີນ - ຊຽງຂວາງ, ດ້ວຍ ເຫຼົ່ານາຍທະຫານຂັ້ນສູງ ທີ່ມີຊື່ສຽງ ເປັນຕົ້ນແມ່ນ: ນາຍພົນ ເລ ເຈື້ອງ, ນາຍພົນ ຮວ່າງເຊິມ, ນາຍພົນ ຫງວ໋ຽນ ບິ່ງເຊີນ... ເວລານີ້, ທະຫານກອງປຸ້ນວັງປາວເຄື່ອນໄຫວປຸ້ນ, ກໍ່ກວນຄວາມວຸ້ນວາຍເລື້້ອຍໆທັງເວັນທັງຄືນ ຢູ່ຜາດົງ, ຕອມຕຽງ, ຜາເທີມ ແລະ ເສັ້ນທາງຫຼວງໝາຍເລກ 7, 6, 9, 12... ເກີດຄວາມຫຍຸ້ງຍາກໃຫ້ແກ່ບັນດາພື້ນຖານການປະຕິວັດ. ອີກດ້ານໜຶ່ງ, ທະຫານອາເມຣິກາ ໄດ້ເພີ່ມທະວີ ທະຫານປືນໃຫຍ່, ຍົນຮົບ, ຍົນສອດແນມ, ກະກຽມໃຫ້ບັ້ນຮົບ ບຸກຕີຂະໜາດໃຫຍ່. ຕໍ່ໜ້າສະພາບການດັ່ງກ່າວນັ້ນ, ຜູ້ບັນຊາການ ເຂດທົ່ງໄຫຫີນ, ນາຍພົນ ສີປະເສີດ ພ້ອມກັບກອງບັນຊາການ A10 ໄດ້ເຫັນດີເປັນເອກະພາບແຜນການສູ້ຮົບສົບທົບ ລະຫວ່າງ ທະຫານປະເທດລາວ ແລະ ທະຫານອາສາສະໝັກຫວຽດນາມ ເປີດບັ້ນຮົບ ທົ່ງໄຫຫີນ - ຊຽງຂວາງ ແຕ່ວັນທີ 5 – 11 ພະຈິກ 1972. ໃນບັ້ນຮົບນີ້, ການບຸກໂຈມຕີ  ອັນດຸດເດືອດ 244 ຄັ້ງ ເກີດຂຶ້ນ ຢູ່ ພູເທິງ, ພູໂທນ, ພູແຊວ, ພູຮອກ... ດັບສູນສັດຕູ ໄດ້ 5.600 ຄົນ ໃນສະໜາມຮົບ (ຈັບເປັນໄດ້ ຈຳນວນ 1.137 ຄົນ). ໄຊຊະນະຕັດສິນນີ້້ ໄດ້ເຮັດໃຫ້ ປະທານນາທິບໍດີ Richard Ni xơn ຕ້ອງຊັ່ງ ກໍ່ທົບທວນຄືນ ກ່ຽວກັບບົດບາດ ຂອງອາເມຣິກາ ຢູ່ ລາວ ແລະ ບັງຄັບ ລັດຖະບານຂອງສະເດັດເຈົ້າພູມາ ປະກາດມະຕິຕົກລົງ ຢຸດຍິງ ໃນທົ່ວປະເທດ, ເຈລະຈາສັນຕິພາບ ອີງຕາມ 5 ຈຸດທີ່ປະເທດລາວນຳສະເໜີ.

ໃນຈຳນວນທະຫານອາສາສະໝັກຫວຽດນາມ ນັບໝື່ນຕໍ່ສູ້ຢູ່ທົ່ງໄຫຫີນ - ຊຽງຂວາງ ຂຶ້ນກັບໜ່ວຍກຳລັງຫຼັກແຫຼ່ງຄື: ກອງພົນ 316, 312, 308C... ແລະ ມີເຫຼົ່ານາຍທະຫານຢູ່ກອງພັນໜ່ວຍພິເສດ(ດັກກົງ) 41. ຢູ່ໃນບັ້ນຮົບ ທີ່ມີພູມສັນຖານທຸລະກັນດານ ຄື: ທົ່ງໄຫຫີນ - ຊຽງຂວາງ ບົດບາດຂອງ ກອງທະຫານພິເສດແມ່ນສຳຄັນທີ່ສຸດ ຄືືການຕີໄວ, ຖອນໄວ, ບໍ່ປະຮ່ອງຮອຍ. ຫົວໜ້າໝວດ ໂດ ຮິວວິງ ແມ່ນໜຶ່ງໃນຈຳນວນນັກຮົບເກົ່າ ຂອງ ກອງທະຫານອາສາສະໝັກ ດັກກົງ ຫວຽດນາມ, ມີອາຍຸການກວ່າ 10 ປີ ການສູ້ຮົບຢູ່ ບັ້ນຮົບ ທົ່ງໄຫຫີນ - ຊຽງຂວາງ. ພາລະກິດຂອງນາຍທະຫາຍ ດັກກົງ ເຮັດໃຫ້ ອ້າຍ ວິງ  ຈົດຈຳໄດ້ຢ່າງວ່ອງໄວ ສະພາບແວດລ້ອມກໍ່ຄື ພູມສັນຖານ ຕາມແຜນທີ່. ບັນດາເສັ້ນທາງໃນປ່າໃຫຍ່, ບັນດາບ້ານຫ່າງໄກສອກຫຼີກ, ບັນດາຖ້ຳຫີນ, ສາຍແມ່ນຳ້... ແລະ ລວມທັງຕົ້ນແປກໃຫຍ່ອາຍຸຮ້ອຍປີ, ບັນດາໄຫຫີນໃຫຍ່ທີ່ສຸດ ຢູ່ ທົ່ງໄຫຫີນ, ເພິ່ນຈື່ໄດ້ຂຶ້ນໃຈ ຄືກັບໄປນາ. ເມື່ອເຂົ້າຮ່ວມສະໜາຮົບນີ້, ເພິ່ນຕ້ອງໄດ້ຮຽນພາສາລາວເພື່ອສື່ສານກັບປະຊາຊົນ, ກັບບັນດາໜ່ວຍງານທະຫານປະເທດລາວ. ພາສາລາວຄ້າຍໆພາສາໄຕ. ຕອນທຳອິດ, ຢາກຮຽນໄວ ຕ້ອງຮຽນແບບນົກແກ້ວເວົ້າ. ເປັນຕົ້ນແມ່ນ “ທະຫານເຮົາມີຈັກຄົນ”, “ທາງນີ້ໄປໃສ”, “ໝູ່ໄປໂຕກໍ່ໄປ”... ພຽງແຕ່ໜຶ່ງປີ ເພິ່ນເວົ້າຄ່ອງແຄ້ວຄືກັບຄົນທ້ອງຖິ່ນ, ຟ້ອນລຳວົງ, ດື່ມເຫຼົ້າ, ດື່ມຊາຫິມະ, ກິນຊີ້ນງົວປີ້ງ... ຄືກັບຄົນລາວແທ້. ສິ່ງທີ່ຍາກທີ່ສຸດໃນວຽກງານຂົນຂວາຍປະຊາຊົນຢູ່ເຂດນີ້ແມ່ນຕ້ອງຮູ້ຈັກດູດຝິ່ນ ແຕ່ຫ້າມຕິດ ຝິ່ນ. ອຸດົມການຂອງ ທະຫານດັກກົງ ໄດ້ຊ່ວຍເພິ່ນເມື່ອຈຳເປັນຕ້ອງກໍ່ ເມົາ“ນາງຟ້າສີນ້ຳຕານ (ຝິ່ນ)” ກັບຜູ້ສູງອາຍຸໃນບ້ານ, ນາຍບ້ານ ແລ້ວຢູ່ເສີຍໆຄືບໍ່ເຄີຍດູດຈັກເທື່ອ.

ຫຼັງບັ້ນດັກຕີຈຸດທີ່ໝັ້ນ ປາຖາກຫຼົ້ມເຫຼວ, ເພິ່ນໄດ້ຮັບບາດເຈັບຕ້ອງໄດ້ກັບແນວຫຼັງປິ່ນປົວ ໃນໄລຍະ 1 ເດືອນ. ໃນການກັບຄືນສູ່ແນວໜ້າ, ເພິ່ນໄດ້ແວ່ ບ້ານຍອດກົ່ວ ໜຶ່ງໃນຖານທີ່ໝັ້ນປະຕິວັດທີ່ໜ້າເຊື່ອຖື.ອ້າຍຕົກໃຈຕໍ່ກັບສະພາບຄວາມເສຍຫາຍຈາກການມ້າງເພທຳລາຍທີ່ເກີດຂື້ນ, ຄວາມງຽບສະຫງັດ ພາຍຫຼັງຈາກທີ່ບ່ອນນີ້ໄດ້ຖືກກອງພັນ ທະຫານຮັບຈ້າງ ໄທ ກວດລ້າງ. ນຳໄປຕາມ ສຽງຮ້ອງໄຫ້ອັນເຈັບປວດດັ່ງກ້ອງກາງວານ, ອ້າຍທະຫານ ຊ່ວຍຍິງສາວ ນອນເຈັບຢູ່ກົ້ນສ້າງແຫ້ງ. ຍິງສາວ ອາຍຸປະມານ 17 ປີ, ເປືອຍກາຍ ແລະ ໝົດແຮງ. ຍິງສາວດັ່ງກ່າວ ຖືກພວກທະຫານໄທ ຂົ່ມຂືນແລ້ວຈັບໂຍນລົງນໍ້າສ້າງ. ຍິງສາວຄົນນີ້ຊື່ວ່າ: ອໍລະໄທ. ເຄິ່ງປີ ຫັຼງຈາກປະເທດຊາດໄດ້ຮັບການປົດປ່ອຍ, ບ້ານ ຍອດກົ່ວ ໄດ້ມີງານແຕ່ງດອງໃຫຍ່ ທີ່ບໍ່ເຄີຍມີມາກ່ອນ. ນັ້ນແມ່ນງານແຕ່ງດອງຂອງ ທະຫານດັກກົງ ໂດ໋ ຫຶວວິງ ແລະ ນາງ ອໍລະໄທ. ພໍ່ແມ່ ຂອງ ອໍລະໄທ ຮັກແພງ ຊາຍຄົນນີ້ຄືລູກຄີງ. ສຳລັບ ອໍລະໄທ ຊາຍຄົນນີ້ ເປັນທັງຜົວທີ່ຮັກ ເປັນທັງຜູ້ພິລາດອາດຫານ. ໃນຄືນເດືອນແຮມ, ຄູ່ຜົວເມຍ ວິງ-ອໍລະໄທ ແລະ ອ້າຍນ້ອງ ຊາວໜຸ່ມຍິ່ງສາວ ຊາວບ້ານ ຮ່ວມກັນ ຟ້ອນລຳວົງ ແລະ ຮ້ອງເພັງ.

“ສຸລິເຍດຄຳ່ຄ້ອຍ ຊັດເຊແຫ່ຟ້ອນ ນອນເຢັ້ນນັ່ງກິນ

ສຸລາເຫຼົ້າ ກິນເມົາ ແຫ່ງຕື່ມລິນ

ໃນຝັນເສົ້າ ຝັນເຮົາບໍ່ມີຊື່

ຕາຍໄປ ຕໍ່ໜ້າມື້ ຢ່າລືມຊື່ອ້າຍເດ ....ນ້ອງຫຼ້າ”

ລໍາວົງຊົ່ວການລະນານ

ພາຍຫຼັງ ການຕໍ່ສູ້ຕ້ານ ຈັກກະພັດ ຝຣັ່ງ ແລະ ອາເມລິກາ, ສາຍພົວພັນ ລະຫວ່າງ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ໄກ້ສິດສະນິດແໜ້ນຫຼາຍຂື້ນ. ໄດ້ມີຫຼາຍຜົນງານດ້ານສິນລະປະ ວັນນະຄະດີ ທີ່ມີຊື່ສຽງ ໄດ້ສະແດງ ເຖິງນຳ້ໃຈ ວິຖີຊີວິດຂອງ ປະຊາຊົນ ສອງຊາດ ຕາມສາຍພູຫຼວງດ້ານຕາເວັນອອກ - ຕາເວັນຕົກ. ເລເຄິມ (ເປັນຊື່ແທ້ ຂອງນັກປະພັນ ຟານຕື໋) ແມ່ນໜຶ່ງໃນຜູ້ປະພັນ. ເພິ່ນໄດ້ມີ ຜົນງານ 04 ບົດທີ່ພົ້ນເດັ່ນ ກ່ຽວກັບຫົວຂໍ້ນີ້ຄື: " ຊາຍແດນເບື້ອງນັ້ນ" ຂຽນຂື້ນໃນປີ 1958, "ກ່ອນສຽງປືນດັ່ງ" ຂຽນຂື້ນໃນປີ 1960, "ຢູ່ອານາຈັກລາວ" ຂຽນຂື້ນໃນປີ 1961 ແລະ "ບັນທຶກຂອງສະໜາມຮົບ" (ຈັດພິມ ເປັນ 04 ພາສາດ້ວຍກັນຄື: ລາວ, ຫວຽດນາມ, ຝຣັ່ງ ແລະ ລັດເຊຍ) ຂຽນຂື້ນໃນປີ 1978. ແລະອາດຈະເວົ້າໄດ້ວ່າ ສຳລັບາຜູ້ມັກຮັກໃນດົນຕີແລະສຽງເພງ ສອງ ປະເທດ ຫວຽດນາມ-ລາວ ຄົງຈະບໍ່ມີໃຜລືມໄດ້ບົດເພງ "ສາວງາມແດນຊຳເໜືອ " ຂອງ ເຈິ່ນ ຕ໋ຽນ. ນັ້ນແມ່ນ ໜຶ່ງໃນຜົນງານເພງ ທີ່ມ່ວນທີ່ສຸດ ສະຕະວັດທີ 20 ກ່ຽວກັບ ນຳ້ໃຈ ຂອງປະຊາຊົນ 2 ຊາດລາວ-ຫວຽດນາມ ຫອມຫວນ, ອ່ອນນ້ອມ ແລະ ບໍລິສຸດ. "ສາວງາມ ແດນຊຳເໜືອ " ມີສະເໜ່, ດຶງດູດ ຜູ້ຟັງ ຍ້ອນວ່າ ການປະສົມປະສານລະຫວ່າງ ດວງວິນຍານ ແລະ ເຄື່ອງດົນຕີ ຂອງ ນັກຮ້ອງໜຸ່ມຫວຽດນາມ ແລະ ຄວາມຫຼົງໄຫຼ ຕໍ່ກັບດິນແດນຊຳເໜືອ ຈິ່ງລຳວົງ, ລຳເຕີ້ຍ ຂື້ນມາທັນທີທັນໃດ. ຊຳເໜືອ ແມ່ນ ເມືອງເອກ ຂອງ ແຂວງຫົວພັນ, ພາກເໜືອຂອງລາວ. ທຸກໆມື້ ອາກາດ ຢູ່ ຊຳເໜືອ ປ່ຽນແປງຕະຫຼອດ ມີ 04​ລະດູ/ມື້ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫົຼ່ນ ແລະ ລະດູໜາວ ຕາມຊ່ວຍເວລາ ເຊົ້າ, ສວຍ, ບ່າຍ ແລະ ຄໍ່າ. ຜ້າຝາຍຕໍ່າພື້ນເມືອງ, ເຫຼົ້າເຂົ້າໄຮ່, ປີ້ງຂຽດໂມ້... ແຕ່ງແຕ້ມພາບ ດິນແດນແຫ່ງຄວາມອຸດົມສົມບູນ ດຶກດຳບັນ ໃນນັ້ນມີ "ສາວງາມ ແດນຊຳເໜືອ " ຍັງຫົຼງເຫືຼືອຢູ່ໃນໂລກປະຈຸບັນ!

ທ້າຍສະຕະວັດທີ 20, ການແລກປ່ຽນ ລະຫວ່າງ ປະຊາຊົນ ລາວ - ສສ.ຫວຽດນາມ ນັບມື້ນັບພັດທະນາ. ນັກສຶກສາລາວ ຈຳນວນຫຼາຍພັນຄົນໄດ້ຮັບທຶນເຂົ້າສຶກສາຢູ່ບັນດານະຄອນໃຫຍ່ຂອງ ສສ.ຫວຽດນາມ, ພະນັກງານນັກຮົບທະຫານອາສາສະໝັກຂອງ ສສ.ຫວວຽດນາມ ຫຼາຍໝື່ນຄົນຈາກລາວ ກັບຄືນປະເທດ ໄດ້ສ້າງປະກົດການ ໃນການປະສົມປະສານ ດ້ານວັດທະ ນະທຳ, ການຄ້າ, ການທ້ອງທ່ຽວ... ດ່ານຊາຍແດນ ເຕີຍຈາງ (ດຽ້ນບຽນ), ນໍ້າກັ່ນ (ເງະອານ), ດ່ານເກົ່າແຈວ (ຮ່າຕິ໋ງ), ລາວບາວ (ກວາງຈິ), ດ່ານ ເບີ່ອີ (ກົງຕູມ)...ລຽບຕາມແນວຊາຍແດນ ລາວ-ຫວຽດນາມ ຄຶກຄື້ນຂື້ນໃນທຸກໆປີ.

ປະຈຸບັນນີ້ ມີຫຼາຍຮ້ອຍໂຄງການໃຫຍ່ ດ້ານເສດຖະກິດ ຂອງ ຊາວຫວຽດນາມ ລົງທຶນ ຢູ່ປະເທດລາວ ດ້ວຍມູນຄ່າການລົງທຶນ ຫຼາຍຮ້ອຍລ້ານ ໂດລາສະຫະລັດ ເປັນຕົ້ນແມ່ນ ກຸ່ມບໍລິສັດ ຮ່ວາງແອ໋ງຢາລາຍ, ກຸ່ມບໍລິສັດ ເຄມີ ຫວຽດນາມ (VINACHEM), ທະນາຄານ ລົງທຶນເພື່ອການພັດທະນາ ຫວຽດນາມ (BIDV)... ແລະ ລັດຖະບານລາວ ນັບມື້ນັບ ໃຫ້ການຍົກຍ້ອງ ແລະ ເຊີດຊູ ຄົນເຊື້ອສາຍ ຫວຽດນາມ ຍ້ອນບັນດາ ການປະກອບສ່ວນ ອຸທິດ ຂອງພວກເຂົາໃຫ້ປະເທດ ຈະເລີນຮຸ່ງເຮືອງ ເປັນຕົ້ນແມ່ນ: ທ່ານ ນາງ ເລ ຖິເລື້ອງ (ປະທ່ານ ກຸ່ມບໍລິສັດ ດາວເຮືອງ). ທ່ານ ຟ້າມ ວັນຮຸ່ງ (ຜູ້ອຳນວຍການ ບໍລິສັດເຫຼັກ ຄຳຮຸ່ງ ໄຊຈະເລີນ), ທ່ານ ຫງວ໋ຽນ ຢຸຍຈຸງ (ຜູ້ອຳນວຍການ ສູນການຄ້າ ອາຊຽນ - ວຽງຈັນ), ທ່ານ ນາງ ຫງວ໋ຽນ ຖິງາ (ອຳນວຍການໂຮງຮຽນນາໆຊາດ ກຽດຕິສັກ - ຫລວງພະບາງ)...

ຄົນຫວຽດ ທີ່ອາໄສຢູ່ ລາວ ສ່ວນໃຫຍ່ ແມ່ນ ອາໄສຢູ່ບັນດາແຂວງ, ນະຄອນໃຫຍ່ໆຄື: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ທ່າແຂກ, ຈຳປາສັກ ມີຈຳນວນຄົນຫຼາຍກວ່າ 300.000 ຄົນ. ໃນໂຄງປະກອບ ມີ 03 ກຸ່ມແຮງງານຫຼັກຄື:  ພະນັກງານລັດ, ຄ້າ-ຂາຍ ນ້ອຍ ແລະ ກຳມະກອນກໍ່ສ້າງ. ນອກຈາກນັ້ນ, ຍັງມີປະມານ ແສນຄົນ ປະກອບກິດຈະການອິດສະຫຼະ, ຫາລ້ຽງຊີບ ຢູ່ລາວ ຕາມລະດູການ, ສ່ວນຫຼາຍແມ່ນຄົນ ເຫງະອານ.

ປະຈຸບັນນີ້ ສປປ ລາວ ກຳລັງເປັນຕະຫຼາດການທ່ອງທ່ຽວ ທີ່ໜ້າສົນໃຈ ຂອງແຂກຕ່າງປະທດ. ຜູ້ຄົນທີ່ມາຈາກ ບັນດາປະເທດທີ່ມີຊີວິດທີ່ເຕັມໄປດ້ວຍຄວາມຟ້າວຟັ່ງ, ແກ່ງແຍ້ງແຂ່ງຂັນ, ມາທີ່ນີ້ເພື່ອສະເຫວີຍສຸກ , ດຳລົງຊີວິດໃນສະພາບແວດລ້ອມທີ່ໝູນຊ້າ, ຫຼຸດພົ້ນອອກຈາກຄວາມທະເຍີທະຍານຂອງ, ຄວາມອິດເມື່ອຍ ແລະ ຖ້າຮັບເອົາ ຊ່ວງເວລາແຫ່ງໄວເດັກກັບຄືນມາ, ຮ່ວມສະແດງໃນບົດບາດຂອງເດັກນ້ອຍໄຮ້ດຽງສາ, ຮຽນຟ້ອງສະຫຼະໃນບົດຮຽນຂອງທຳມະຊາດ.

ນອກຈາກ ມໍລະດົກ ທົ່ງໄຫຫິນ ແຫ່ງນະວະນິຍາຍທີ່ບອກເລົ່າແລ້ວ, ເມື່ອມາຮອດລາວແລ້ວ ນັກທ່ອງທ່ຽວຍັງຈະໄດ້ທ່ຽວຊົມ ນໍ້າຕົກຕາດ ຄອນພະເພັງ (ທີ່ແຂວງຈຳປາສັກ), ເຂດສັກສິດຂອງສາດສະໜາພຸດ ພະທາດອີງຮັງ (ແຂວງສະຫວັນນະເຂດ), ວັດພະທາດຫຼວງວຽງຈັນ, ວັດສີເມືອງ (ນະຄອນຫຼວງວຽງຈັນ), ທ່ຽວຕະຫຼາດກາງຄືນ (ທີ່ຫຼວງພະບາງ)...ແລະ ພິເສດ ແມ່ນ ການຂີ່ລົດ ຕຸກຕຸກ ເພື່ອຊົມຕົວເມືອງ  ຫຼື ຂື້ນຈຸດສຸຍອດ ເຂດວັດ ວັດພູສີ ຊົມທີວທັດທຳມະຊາດ ແມ່ນໍ້າຂອງ, ອາບນຳ້ຕອນແລງຄ້ອຍຄຳ່, ເມື່ອຫ່າງໄກ ກໍ່ຄິດຮອດ ຈັງວະຟ້ອນລຳວົງ ໃນບົດເພງແຫ່ງຄວາມຮັກ: “ ແມ່ນໍ້າເລິກມີອ້າຍເປັນຄວາມຝັນໃນຊ່ວງລະດູໜາວ/ທ້ອງຟ້າສີຄາມມີອ້າຍຢູ່ ເຄິ່ງກາງຂອງເສັ້ນໄຊ ທີ່ຄອງຄອຍ.”

;

ຜູ່ອ່ານອາດຈະສົນໃຈ

ຄຳເຫັນຂອງຜູ້ອ່ານ
ຊື່ ແລະ ນາມສະກຸນ:
ອີເມວ :
ເນື້ອໃນ :
   
 
 
 
 
   
Mobile
TieuDe
ລະຫັດລັບ :  
ສົ່ງ
  Hiển thị    kết quả / trang
Không tìm thấy bản ghi nào
ບົດ​ຄວາມ​ຫລ້າ​ສຸດ
Scroll