ການນຳທັງສອງຝ່າຍມອບຂອງຂັວນເປັນທີ່ລະນຶກແກ່ກັນ.
ທີ່ການພົບປະເຈລະຈາ, ສະຫາຍ ຮ່າ ກວາງ ຈຸງ ຫົວໜ້າພະແນກ ການເງິນ ດ້ຽນບຽນ ຕີລາຄາສູງ ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງຄະນະພະນັກງານ ພະແນກການເງິນແຂວງຫຼວງພະບາງ. ນີ້ແມ່ນໂອກາດເພື່ອໃຫ້ພະແນກການເງິນ ສອງແຂວງ ແລກປ່ຽນສະພາບ ເສດຖະກິດ-ສັງຄົມ, ບົດຮຽນໃນການຮ່ວມມື ໃນຫຼາຍຂົງເຂດທີ່ທັງສອງຝ່າຍໃຫ້ຄວາມສົນໃຈ; ຍົກສູງນ້ຳໃຈມິດຕະພາບພິເສດ ລະຫວ່າງ ສອງພະແນກ ເວົ້າລວມ, ແຂວງດ້ຽນບຽນ ແລະ ຫຼວງພະບາງເວົ້າລວມ.
ສະຫາຍ ສີສຸພັນ ສີສຸຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ ໄດ້ສະແດງຄວາມຍິນດີ, ດີໃຈ ແລະ ເປັນກຽດທີ່ໄດ້ຮ່ວມກັບຄະນະພະນັກງານ ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານ ກັບ ພະແນກການເງິນແຂວງດ້ຽນນບຽນ. ໃນການຢ້ຽມຢາມ ແລະ ພົບປະເຈລະຈາຄັ້ງນີ້ເພື່ອແນໃສ່ເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ຮ່ວມມືໃນຂົງເຂດການເງິນ ລະຫວ່າງ ສອງພະແນກ ແລະ ສອງທ້ອງຖິ່ນ.
ໃນກອງປະຊຸມເຈລະຈາ, ຕ່າງໜ້າພະແນກການເງິນ ສອງແຂວງໄດ້ລາຍງານໃຫ້ກັນແລະກັນ ກ່ຽວກັບສະພາບ, ການເກັບລາຍຮັບ-ລາຍຈ່າຍ ງົບປະມານ, ພັດທະນາເສດຖະກິດ-ສັງຄົມ ຂອງສອງແຂວງ: ດ້ຽນບຽນ-ຫຼວງພະບາງ. ຕາມການຕີລາຄາ ເຖິງວ່າທັງສອງແຂວງ ຍັງມີຄວາມຫຼາຍຍາກຫຼາຍປະການ ແຕ່ຄວາມສາມາດບົ່ມຊ້ອນຍັງຫຼາຍ, ພິເສດແມ່ນການພັດທະນາ ການທ່ອງທ່ຽວ, ເຂື່ອນໄຟຟ້າ...ຍ້ອນແນວນັ້ນ ທັງສອງແຂວງຈະສຸມໃສ່ການຜັນຂະຫຍາຍ ທ່າແຮງ, ຄວາມສາມາດບົ່ມຊ້ອນນັ້ນ ຮັບໃຊ້ແກ່ການພັດທະນາ ເສດຖະກິດ-ສັງຄົມ. ຫຼາຍສະຫາຍໄດ້ສະເໜີ: ໃນອານາຄົດຕໍ່ໜ້າ ສອງຝ່າຍຈະສືບຕໍ່ຈັດຕັ້ງການຢ້ຽມຢາມ ແລະ ແລກປ່ຽນບົດຮຽນລະຫວ່າງສອງຝ່າຍດ້ວຍຫຼາຍຮູບແບບ ແລະ ຮູບການ; ຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ທັງສອງແຂວງໄດ້ຮ່ວມເຊັນລົງນາມ ແລະ ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນດ້ານການຮ່ວມມື ເສດຖະກິດ...
(ຫັດທະບູນ)