ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ.(ພາບ: ຂປລ)
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານການຄ້າຈຳນວນ 8 ແຂວງ ໂດຍສະເພາະແມ່ນການຄ້າຕາມຊາຍແດນ, ສິນຄ້າຜ່ານແຕ່ລະດ່ານລາວ ແລະ ຫວຽດນາມ, ພ້ອມທັງໄດ້ປຶກສາຫາລືຊອກຫາທາງອອກວິທີແກ້ໄຂການຜະລິດຂອງປະຊາຊົນລາວເຊິ່ງຍັງເປັນແບບຄອບຄົວຍັງບໍ່ທັນເປັນສິນຄ້າ, ປັບນະໂຍບາຍສະເໝີຕົ້ນສະເໝີປາຍ, ຍົກລະດັບວຽກງານຊາຍແດນ ແລະ ແກ້ໄຂຂອດ ທີ່ເຮັດໃຫ້ການຄ້າ ມີຄວາມຫຍຸ້ງຍາກ, ຍົກລະດັບເສັ້ນທາງ ດ່ານໃຫ້ມີຄຸນນະພາບ, ຕ້ອງຮັບປະກັນຜົນປະໂຫຍດຂອງລັດນັກທຸລະກິດ ແລະ ຜູ້ອອກແຮງງານ, ດ່ານສາກົນຕ້ອງເປີດເຕັມໂມງເວລາ, ການຄ້າຊາຍແດນ ເປັນທາງອອກໜຶ່ງ ໃນການແກ້ໄຂຄວາມທຸກຍາກ, ການຜະລິດສິນຄ້າ ບໍ່ຈຳກັດໃນການສົ່ງອອກ, ຈັດເກັບອາກອນຕ່າງໆຢູ່ຈຸດດຽວ, ສອງແຂວງຊາຍແດນຕ້ອງຮ່ວມມືໃນການສົ່ງເສີມຜະລິດເປັນສິນຄ້າຜ່ານຊາຍແດນ, ຊອກຫາຕະຫລາດໃຫ້ປະຊາຊົນຜູ້ຜະລິດ, ເກັບກຳຂໍ້ມູນສິນຄ້າ ຜ່ານດ່ານປະເພນີດ່ານທ້ອງຖິ່ນເພື່ອຍົກລະດັບໃຫ້ເປັນດ່ານສາກົນ.
ໃນເຂດພາກເໜືອຂອງລາວມີຊາຍແດນຕິດຈອດກັບ 4 ແຂວງຂອງຫວຽດນາມປະກອບມີ 3 ດ່ານສາກົນ, 4 ດ່ານທ້ອງຖິ່ນ, 5 ດ່ານປະເພນີ ແລະ ເສັ້ນທາງອອກຫລາຍເສັ້ນ ເຊິ່ງເປັນບໍລິເວນມີຄວາມບົ່ມຊ້ອນການພັດທະນາເປັນປະຕູໄປມາຄ້າຂາຍແລກປ່ຽນສິນຄ້ານຳກັນລະຫ່ວາງຫວຽດນາມ ແລະ ລາວ. ການແລກປ່ຽນສິນຄ້າສອງປະເທດ ໃນປີ 2018 ບັນລຸໄດ້ 1 ຕື້ກວ່າໂດລາສະຫະລັດເພີ່ມຂຶ້ນ 13% ທຽບໃສ່ປີ 2017 ແລະ ໃນປີ 2019 ລັດຖະບານສອງປະເທດໄດ້ວາງຄາດໝາຍສູ້ຊົນການແລກປ່ຽນສິນຄ້າລະຫ່ວາງສອງປະເທດເພີມ 10% ຂຶ້ນໄປ.
(ແຫຼ່ງຂໍ້ມູນ:
ຂປລ)